(vovworld)- ການສົ່ງອອກປື້ມ ແມ່ນຄວາມໄຝ່ຝັນຂອງບັນດາຜູ້ຜະລິດປື້ມ ຫວຽດນາມ. ການສົ່ງອອກປື້ມ ຍັງແມ່ນກາລະໂອກາດເປີດກວ້າງການພົວພັນແລກປ່ຽນ, ການແບ່ງປັນ ແລະ ຮ່ວມມືໃຫ້ແກ່ບັນດາສຳນັກພິມຈຳຫນ່າຍ, ບໍລິສັດຜະລິດປື້ມຂອງຫວຽດນາມ. ບໍ່ພຽງແຕ່ການສົ່ງອອກປື້ມເທົ່ານັ້ນ ຫາກຍັງເປັນການເປີດກວ້າງດ້ວຍການສົ່ງອອກລິຂະສິດປື້ມອອກສູ່ຕ່າງປະເທດ, ປະກອບສ່ວນເຂົ້າໃນການໂຄສະນາພາບພົດ, ວັດທະນະທຳຫວຽດນາມ ອີກດ້ວຍ.
ຊຸດປື້ມ "ນ້ອງມັກຮຽນເກັ່ງວິຊາເລກ"
ພາບ:hanoimoi.com
|
ຫວ່າງແລ້ວນີ້, ສຳນັກພິມຈຳຫນ່າຍ Clever Media (ສະຫະພັນລັດເຊຍ) ໄດ້ລົງນາມໃນສັນຍາຊື້ລິຂະສິດປື້ມວິຊາເລກ ດ້ວຍພາສາອັງກິດ 3 ເຫລັ້ມ(ຂຶ້ນກັບຊຸດປື້ມ "ນ້ອງມັກຮຽນເກັ່ງວິຊາເລກ" ທີ່ສະຫງວນໃຫ້ແກ່ນັກຮຽນຊັ້ນອະນຸບານ ແລະ ປະຖົມ” ຂອງບໍລິສັດປື້ມ ລອງມີງ. ນີ້ແມ່ນຜະລິດຕະພັນຮ່ວມທຸລະກິດລະຫວ່າງສຳນັກພິມຈຳຫນ່າຍ PlayBac ຂອງ (ຝລັ່ງ) ແລະ ບໍລິສັດ ລອງມີງ ດ້ວຍຄຳທວາຍວິຊາເລກ ແລະ ພາບປະກອບທີ່ມີຊີວິຊີວາ. ຕາມທ່ານ ໂດ໋ຮ່ວາງເຊີນ, ຜູ້ອຳນວຍການບໍລິສັດປື້ມ ລອງມິງແລ້ວ, ຊຸດປື້ມນີ້ ແມ່ນຜະລິດຕະພັນຂອງການປະສານສົມທົບຢ່າງເໝາະສົມ, ໃນນັ້ນ ເນື້ອໃນວິຊາເລກ, ພາບແຕ້ມປະກອບ ແລະ ການແປເປັນພາສາ ອັງກິດ ລ້ວນແຕ່ໂດຍ ບໍລິສັດ ລອງມີງ ຮັບຜິດຊອບ, ສ່ວນການໂຄສະນາເຄື່ອງໝາຍການຄ້າທີ່ວັນບຸນປື້ມສາກົນ Frankfut ໂດຍສຳນັກພິມຈຳຫນ່າຍ PlayBac ຮັບຜິດຊອບ. ຊຸດປື້ມດັ່ງກ່າວໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ທີ່ເອົາໃຈໃສ່ເຖິງການຮຽນວິຊາເລກ ແລະ ພາສາອັງກິດ ຢູ່ ລັດເຊຍ. ປະຈຸບັນ ບໍລິສັດໄດ້ສຳເລັດການແປຊຸດປື້ມ "ນ້ອງມັກຮຽນເກັ່ງວິຊາເລກ" ເປັນພາສາ ຝລັ່ງ ແລະ ພາສາຍີ່ປຸ່່ນ.
“ໃນສັນຍາ ອັດຕາຈັດແບ່ງຜົນປະໂຫຍດຄື: 60% ແມ່ນຂອງບໍລິສັດ ລອງມີງ, ສ່ວນ 40% ແມ່ນຂອງສຳນັກພິມຈຳຫນ່າຍ PlayBac. ເມື່ອສຳນັກພິມຈຳຫນ່າຍ PlayBac ນຳເອົາຊຸດປື້ມຂອງ ບໍລິສັດ ລອງມີງ ໄປຈ່າວຂາຍຢູ່ງານຕະຫລາດປື້ມສາກົນໃຫຍ່ກວ່າໝູ່ໃນໂລກ ນັ້ນແມ່ນວັນບຸນປື້ມ Frankfut ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ ເພາະວ່າພວກເຮົາຜະລິດປື້ມບັນລຸມາດຕະຖານສາກົນ ເພື່ອໃຫ້ PlayBac ສາມາດນຳເອົາຜະລິດຕະພັນຂອງຕົນອອກສູ່ໂລກ.”
ເກືອບ 40 ປະເທດ ໄດ້ຊື້ລິຂະສິດຊຸດປື້ມ “ນັກປາດ” ຂອງສຳນັກພິມຈຳຫນ່າຍ PlayBac, ບໍລິສັດລອງມີງ ໄດ້ປະດິດແຕ່ງສ່ວນຫນຶ່ງໃນເນື້ອໃນປື້ມວິຊາເລກໃຫ້ສະເພາະຕົນ ແລະ ສຳເລັດດ້ວຍປື້ມວິຊາເລກແປເປັນພາສາອັງກິດ, ພ້ອມກັບ PlayBac ແນະນຳປື້ມດັ່ງກ່າວທີ່ວັນບຸນປື້ມ ສາກົນ Frankfut. ເຖິງຢ່າງໃດກໍຕາມ, ພາຍຫລັງຜົນງານດັ່ງກ່າວ ແມ່ນການກະກຽມຢ່າງຕັ້ງຫນ້າລະຫວ່າງ 2 ຫົວຫນ່ວຍຜະລິດປື້ມ ດ້ວຍບັນດາຄາດໝາຍ, ມາດຕະຖານລະອຽດ. ກ່ຽວກັບດ້ານຮູບການ, ປື້ມຂອງຫວຽດນາມ ຢາກແນະນຳອອກສູ່ໂລກ ຕ້ອງມີລະຫັດຈະແຈ້ງ (ເລກລະຫັດມາດຕະຖານສາກົນໃຫ້ແກ່ປື້ມ), ຫລັງຈາກນັ້ນ ຄຸນນະພາບເຈ້ຍ, ນ້ຳມຶກ ຕ້ອງຮັບປະກັນຄວາມປອດໄພ, ມາດຖານຂອງຜະລິດຕະພັນ. ຄຽງຄູ່ກັນນັ້ນ ຊື່ສຽງຂອງຜູ້ປະດິດແຕ່ງໄດ້ຮັບການໂຄສະນາຢ່າງກວ້າງຂວາງຢູ່ພາຍໃນ ແລະຕ່າງປະເທດ ດ້ວຍປະລິມານປື້ມທີ່ນຳເອົາໄປຂາຍຢູ່ພາຍໃນປະເທດຂຶ້ນເຖິງນັບລ້ານໆຫົວ. ການສົ່ງອອກລິຂະສິດປື້ມ, ບັນດາຄູ່ຮ່ວມມືສາມາດຂຸດຄົ້ນຈາກປື້ມເຫລັ້ມຫນຶ່ງບໍ່ພຽງແຕ່ສະເພາະສ່ວນເນື້ອໃນເທົ່ານັ້ນ ຫາກນັບທັງຄວາມງາມຂອງຮູບພາບອີກດ້ວຍ ເພື່ອຮັບໃຊ້ໃຫ້ການຜະລິດຮູບເງົາ, ຜະລິດເຄື່ອງຫລິ້ນຂອງເດັກ, ສ້າງການຫລິ້ນເກັມອອນລາຍ.
ປະຈຸບັນ, ການສົ່ງອອກປື້ມອອກສູ່ໂລກ ຍັງຄົງອີງໃສ່ເປັນຕົ້ນຕໍຈາກການພົວພັນຂອງສຳນັກພິມຈຳຫນ່າຍ, ບໍລິສັດຜະລິດປື້ມແຕ່ລະແຫ່ງ ຫລືສ່ວນຫນຶ່ງຂອງບັນດາສຳນັກພິມຈຳຫນ່າຍຕ່າງປະເທດທີ່ມາຮ່ວມທຸລະກິດກັບບໍລິສັດຜະລິດປື້ມຂອງຫວຽດນາມ. ທ່ານ ຫງວຽນແມ້ງຮຸ່ງ, ຜູ້ອຳນວຍການບໍລິສັດປື້ມ ທາຍຮ່າ ຢືນຢັນ: ນັບແຕ່ຊຸມມື້ທຳອິດສ້າງຕັ້ງບໍລິສັດ, Thaiha Books ໄດ້ມີການກຳນົດທິດສົ່ງອອກທັງປື້ມ ແລະ ລິຂະສິດ.
“ການສົ່ງອອກປື້ມ ຕ້ອງມີຄວາມເຂັ້ມແຂງທັງສາມບັນຫາ. ບັນຫາທີຫນຶ່ງ ແມ່ນເນື້ອໃນ, ບັນຫາທີສອງ ປື້ມເຫລັ້ມນັ້ນຕ້ອງແປເປັນສາພາຕ່າງປະເທດໃດຫນຶ່ງ, ນອກຈາກພາສາຫວຽດແລ້ວ ເພື່ອຮັບໃຊ້ຜູ້ອ່ານຕ່າງປະເທດ. ບັນຫາທີສາມ ແມ່ນຖັນແຖວພະນັກງານແນະນຳປື້ມ. ຢາກແນະນຳປື້ມອອກສູ່ຜູ້ອ່ານພາຍໃນ ແລະ ຕ່າງປະເທດ ຕ້ອງມີລາຍການບຳລຸງສ້າງບັນນາທິການ, ດ້ານທັກສະໃນການຂາຍລິຂະສິດຫລືທັກສະໃນງານວາງສະແດງປື້ມ, ມາດຖານຜະລິດປື້ມ.”
ເພື່ອຕອບສະຫນອງຄວາມຕ້ອງການຊອກຮູ້ກ່ຽວກັບປະເທດຊາດ, ວັດທະນະທຳ ຫວຽດນາມ, ແຕ່ລະປີ ຂະແຫນ່ງພິມຈຳຫນ່າຍໄດ້ພິມອອກປື້ມ ແລະ ສິ່ງພິມວັດທະນະທຳນັບໝື່ນໆຫົວ ເພື່ອຮັບໃຊ້ຄວາມຕ້ອງການຂອງຜູ້ອ່ານຢູ່ພາຍໃນແລະ ຕ່າງປະເທດ. ທີ່ບັນດາງານວາງສະແດງສາກົນ, ນອກຈາກແນະນຳປື້ມ, ສິ່ງພິມຕ່າງໆຂອງຫວຽດນາມແລ້ວ, ບັນດາບໍລິສັດຜະລິດປື້ມຢູ່ຫວຽດນາມ ກໍເພີ່ມທະວີການຊອກຫາກາລະໂອກາດໂຄສະນາ, ດຶງດູດຄວາມສົນໃຈຂອງບັນດາຄູ່ຮ່ວມມືຕ່າງປະເທດ, ຈາກນັ້ນ ນຳເອົາປື້ມຂອງຫວຽດນາມ ອອກສູ່ຜູ້ອ່ານຢູ່ພາຍໃນ ແລະ ສາກົນ.