ໂດຍຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງບັນດາໝູ່ບ້ານເຂດແຄມທະເລ ແລະ ເມືອງເກາະຂອງແຂວງກວາງນິງ, ຂັບຍາເຕີ ຫຼື ຂັບເກືອດິງ (ໝາຍເຖິງການສະແດງຟ້ອນລຳທຳເພງຢູ່ເດີນສາລາຂອງໝູ່ບ້ານ) ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ ທີ່ຍັງຄົງໄດ້ຮັບການຮັກສາໄວ້ຈົນຮອດວັນນີ້. ປະເພດສິລະປະພື້ນເມືອງນີ້ ຫາກໍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ.
ຂັບເກືອດິງຫຼືເອີ້ນວ່າ ຂັບຍ່າເຕີ
|
ຂັບເກືອດິງຫຼືເອີ້ນວ່າ ຂັບຍ່າເຕີຢູ່ແຂວງກວາງນິງ ເຄີຍຖືກສະແດງໃນໂອກາດງານບຸນຍາມຕົ້ນລະດູບານໃໝ່ຢູ່ສາລາຂອງໝູ່ບ້ານ ເພື່ອແນໃສ່ເຊີດຊູບັນດາເຈົ້າຖິ່ນ, ເຈົ້າຖານ, ນັກວິລະຊົນແຫ່ງຊາດທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພາວະນາໃຫ້ເຈົ້າຖິ່ນເຈົ້າຖານຊ່ວຍປະຊາຊົນມີສຸຂະພາບເຂັ້ມແຂງ, ລະດູການຜະລິດໄດ້ຮັບຜົນດີ. ຂັບເກືອດິງຊຶ່ງແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງ ໃນປະຈຸບັນຍັງປະກົດມີຢູ່ຕາມຕາແສງແຄມທະເລທີ່ຂຶ້ນກັບເມືອງເວີນດົນ, ຫາຍຮ່າ, ຕຽນອຽນ, ພິເສດແມ່ນຢູ່ 2 ຕາແສງເຂດຊາຍແດນຄື : ຫວ້ານນິງ ແລະ ກວາງເງ້ຍທີ່ນະຄອນມ້ອງກ້າຍ. ທ່ານ ຫງວຽນກວາງວິງ ປະທານສະມາຄົມສິລະປະວັນນະຄະດີພື້ນເມືອງແຂວງກວາງນິງໃຫ້ຮູ້ວ່າ :
“ຂັບເກືອດິງໄດ້ເລີ່ມປະກົດຕົວນັບແຕ່ສະຕະວັດທີ 13, ໝາຍຄວາມວ່າ ພາຍຫຼັງທີ່ ຫຼີເທື່ອງກຽດ ລະດົມກຳລັງຈາກພາກກາງມາເຕົ້າໂຮມພົນທະຫານຢູ່ແຫ່ງນີ້, ແລ້ວຈຶ່ງປະກົດມີປະເພດສິລະປະນີ້. ໄລຍະຕໍ່ມາ, ປະຊາຊົນຢູ່ແຫ່ງນີ້ໄດ້ກໍ່ຕັ້ງສາລາ, ວິຫານບູຊາ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ມີ່ຄຸນງາມຄວາມດີຕໍ່ປະເທດຊາດ. ຫວ້ານນິງຖືກຖືວ່າ ແມ່ນໜຶ່ງໃນບັນດາອູ່ໃຫ້ກຳເນີດສິລະປະຂັບເກືອດິງ ”
ຂັບເກືອດິງແມ່ນເລີ່ມມາຈາກສິລະປະຂັບກາຈູຫວຽດນາມ. ຄວາມແຕກຕ່າງກັນຢ່າງຈະແຈ້ງແມ່ນ ໃນສິລະປະຂັບເກືອດິງ ກໍມີການຟ້ອນຖະຫວາຍດອກໄມ້ທູບທຽນບູຊາບັນດາເຈົ້າຖິ່ນເຈົ້າຖານ ແລະ ສິລະປະການຟ້ອນພຽງແຕ່ດຳເນີນຢູ່ບັນດາສາລາຂອງໝູ່ບ້ານໃນວັນບຸນຍາມຕົ້ນລະດູບານໃໝ່. ນັກສິລະປີນ ຮ່ວາງທິຖາວ ອາຍຸ 80 ປີ, ສັງກັດສະໂມສອນບ້ານນາມ, ຕາແສງຫວ້ານນິງ, ນະຄອນມ້ອງກ້າຍ ເປີດເຜີຍວ່າ :
“ແຕ່ປາງກ່ອນ, ມີພຽງແຕ່ແມ່ໄປຂັບຮ້ອງ, ແລ້ວກັບມາສອນຄືນໃຫ້ເຮົາຮຽນ 2-3 ຄວາມເທົ່ານັ້ນ. ຖ້າບໍ່ຂັບຮ້ອງ ກໍແລ້ວໄປ, ແຕ່ເມື່ອເລີ່ມຂັບຮ້ອງ, ຂ້າພະເຈົ້າກໍເມົາມົວທີ່ສຸດ. ຮູ້ແລ້ວ ຈຶ່ງຮຽນ, ມັນຈະຊຶມເລິກເຂົ້າໃນຈິດວິນຍານຂອງຕົນ ”
ນອກຈາກ ນັກສິລະປີນ ຮ່ວາງທິຖາວແລ້ວ, ສະໂມສອນບ້ານນາມຍັງແມ່ນບ່ອນດຳເນີນຊີວິດຂອງນັກສິລະປີນລຸ່ນກ່ອນອີກ 2 ຄົນຄື : ແມ່ຕູ້ ຟຸ່ງທິກ້າຍ ແລະ ຫງວຽນທິຕື. ນີ້ແມ່ນນັກສິລະປີນລຸ່ນທີ 3 ຂອງຫວ້ານນິງ ທີ່ຍັງຮູ້ດີກ່ຽວກັບບັນດາທຳນອງເພງ ແລະ ວາດຟ້ອນ. ນັກສິລະປີນ ຫງວຽນທິຕື ອາຍຸ 84 ປີໃຫ້ຮູ້ວ່າ :
“ ເມື່ອຂັບຮ້ອງ, ທຳອິດແມ່ນຕ້ອງນົບໄຫວ້ເຈົ້າຖິ່ນເຈົ້າຖານສາກ່ອນ, ແລ້ວຈຶ່ງຂັບຮ້ອງ. ຖ້າຫາກຂັບຮ້ອງບໍ່ຖືກແມ່ນມີຄວາມຜິດກັບ ເຈົ້າຖິ່ນເຈົ້າຖານ ແມ່ນບໍ່ໄດ້ຢ່າງເດັດຂາດ ”
ພາຍຫຼັງບັນດາທຳນອງເພງຍ້ອງຍໍສັນລະເສີນບັນດາເຈົ້າຖິ່ນເຈົ້າຖານ, ພວກນັກຮ້ອງອາດຈະຂັບຮ້ອງຕາມລຳພັງໃຈຜ່ານທຳນອງເພງທີ່ບອກເຕືອນກ່ຽວກັບຈິດໃຈສັດຊື່, ບອກເຕືອນລູກຫຼານກ່ຽວກັບຄວາມກະຕັນຍູ, ກ່ຽວກັບນ້ຳໃຈຖານເພື່ອບ້ານໃກ້ຄຽງ. ບັນດາທຳນອງເພງ, ຂັບເກືອດິງໄດ້ສະແດງໃຫ້ເຫັນຮູບພາບທັງໝົດຂອງສັງຄົມ, ວັດທະນະທຳຂອງປະຊາຊົນແຂວງກວາງນິງເມື່ອກ່ອນນີ້. ເຖິງວ່າ ວິທີຂັບຮ້ອງຂອງປະເພດສິລະປະນີ້ ກໍຍາກຄືຂັບກາຈູກໍຕາມ, ແຕ່ສະໂມສອນບ້ານນາມຂອງຕາແສງຫວ້ານນິງ ນັບມື້ນັບດຶງດູດບັນດາສະມາຊິກໜຸ່ມເຂົ້າຮ່ວມໃນສະມາຄົມ. ແມ່ຕູ້ ເລທິໂລກ, ຫົວໜ້າສະໂມສອນສິລະປະວັນນະຄະດີພື້ນເມືອງບ້ານນາມໃຫ້ຮູ້ວ່າ :
“ສຳລັບສິລະປະຂັບເກືອດິງຢູ່ຕາແສງຫວ້ານນິງພວກຂ້າພະເຈົ້າ, ນັບແຕ່ກ່ອນມາຮອດປະຈຸບັນ, ແມ່ນສືບທອດຈາກຄົນລຸ່ນນີ້ສູ່ຄົນລຸ່ນອື່ນ. ເມື່ອສະໂມສອນໄດ້ຮັບການສ້າງຕັ້ງມື້ທຳອິດ ລວມມີສະມາຊິກ 18 ຄົນເທົ່ານັ້ນ, ໄລຍະຕໍ່ມາ ກໍເພີ່ມຂຶ້ນເທື່ອລະກ້າວ. ປະຈຸບັນ ມີ 42 ຄົນແລ້ວ. ທາງສະໂມສອນເຄື່ອນໄຫວເປັນປະຈຳ ອາທິດລະ 2-3 ເທື່ອ”
ປະຈຸບັນ, ແຂວງກວາງນິງພວມຜັນຂະຫຍາຍປະຕິບັດແຜນຮ່າງ “ສ້າງບັນດາລາຍການສະແດງສິລະປະຊົນເຜົ່າກາຍເປັນຜະລິດຕະພັນທ່ອງທ່ຽວ” ໃນນັ້ນມີສິລະປະຂັບເກືອດິງ. ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ມີຮູບຮ່າງ ຂັບເກືອດິງ ຢູ່ແຂວງກວາງນິງ, ສະມາຄົມສິລະປະວັນນະຄະດີພື້ນເມືອງແຂວງກວາງນິງໄດ້ມີບັນດາມາດຕະການຢ່າງຕັ້ງໜ້າເພື່ອອະນຸລັກຮັກສາ ຄືມີນະໂຍບາຍອຸດໜູນສຳລັບບັນດາຜູ້ມີຄຸນງາມຄວາມດີໃນການອະນຸລັກຮັກສາ, ຖ່າຍທອດສິລະປະຂັບເກືອດິງ, ພ້ອມກັນນັ້ນກໍດຳເນີນການພົບປະແລກປ່ຽນສະແດງຂັບເກືອດິງຢູ່ພາຍໃນແຂວງ ແລະ ກັບທ້ອງຖິ່ນອື່ນໆ.