ພາບແພໄໝກ່ຽວກັບທິວທັດເຂດບ້ານນາຫວຽດນາມ(ພາບ:internet) |
vovworld-
ພາບແພໄໝແມ່ນປະເພດສິລະປະທີ່ມີມາແຕ່ດົນນານຢູ່ບາງປະເທດອາຊີຕາເວັນອອກຄື : ຈີນ, ຍີປຸ່ນ ແລະ ຫວຽດນາມ. ໃນຂະບວນວິວັດແຫ່ງການພັດທະນາ, ດ້ວຍຫົວຄິດປະດິດສ້າງ ແລະ ສືມືອັນຄ່ອງແຄ້ວ, ຈິດຕະກອນລຸ່ນຕ່າງໆຂອງຫວຽດນາມໄດ້ມີແບບວິທີແຕ້ມພາບແພໄໝທີ່ເປັນເອກະລັກສະເພາະ ອັນໄດ້ເຮັດໃຫ້ຈຸດຢືນຂອງ ພາບແພໄໝກາຍເປັນປະເພດສິລະປະພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດຫວຽດນາມ. ເຖິງວ່າໄດ້ຜ່ານຜ່າບັນດາໄລຍະແຫ່ງປະຫວັດສາດກໍຕາມ, ແຕ່ສິລະປະພາບແພໄໝຍັງຄົງແມ່ນສິ່ງເປັນເອກະລັກຂອງພື້ນຖານວິຈິດຕະກຳຫວຽດນາມ.
ຢູ່ທີ່ຫໍພິພິທະພັນປະຫວັດສາດຫວຽດນາມປະຈຸບັນ, ຍັງເກັບຮັກສາພາບແພໄໝແຕ້ມຮູບ Nguyen Trai ຊຶ່ງແມ່ນນັກວັດທະນະທຳຫວຽດນາມໃນສະໄໝລາດຊະວົງ Le ໃນສະຕະວັດທີ່ 15. ນອກຈາກນັ້ນ, ຢູ່ແຫ່ງນີ້ຍັງມີພາບບູຊາບາງແຜ່ນຄື : ພາບທ່ານ Phung Khac Khoan (1528-1613) , ພາບເຄິ່ງຄີງ 4 ແຜ່ນຂອງວົງຕະກູນ Phan Huy ກ່ອນນີ້ 2-3 ສະຕະວັດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ພາບແພໄໝໄດ້ປະກົດຕົວຢູ່ຫວຽດນາມມາແຕ່ດົນນານ ແລະ ມີຈຸດຢືນໃນພຶ້ນຖານສິລະປະພື້ນເມືອງຫວຽດນາມ. ແຕ່ບັນດາພາບແພໄໝເກົ່າເມື່ອກ່ອນນີ້ ແມ່ນເຄີຍແຕ້ມຮູບເຄິ່ງຄີງບັນດາບຸກຄົນມີຈິງ, ທາງດ້ານວາດແຕ້ມແມ່ນຍັງງ່າຍດາຍຢູ່. ພາບແພໄໝຫວຽດນາມມີໄລຍະພັດທະນາຢ່າງຮຸ່ງເຮືອງໃນຊຸມປີ 1930 ຂອງສະຕະວັດກ່ອນ, ຂະນະທີ່ນັກຈິດຕະກອນບາງຄົນຮຽນຈົບວິທະຍາໄລວິຈິດຕະກຳອີນດູຈິນ ຊຶ່ງໄດ້ຮັບຜົນສະທ້ອນຈາກສິລະປະຝ່າຍຕາເວັນຕົກໂດຍມີການປະສົມປະສານກັບວັດທະນະທຳຂອງຝ່າຍຕາເວັນອອກ ໄດ້ປະດິດຄິດສ້າງ
ພາບນາງສາວນັ່ງຊົມດອກບົວ
|
ແບບວິທີຈິດຕະກຳພາບແພໄໝທີ່ເປັນເອກະລັກສະເພາະ. ໃນນັ້ນພົ້ນເດັ່ນແມ່ນນັກຈິດຕະກອນ Phan Chanh ( 1892-1984) ດ້ວຍບັນດາຜະລິດຕະພັນ ພາບແພໄໝທີ່ມີຊື່ສຽງຄື : ພາບກ່ຽວກັບ ເຊິະເຂົ້າ, ຫຼິ້ນໝາກຮຸກ, ດູໝໍ, ພິທີເຂົ້າຊົງ......ໃນນັ້ນມີ ພາບແພໄໝຫຼາຍແຜ່ນແຕ້ມຍຸວະນາລີ, ຄວາມງາມດັ່ງໃນຝັນຢູ່ເຂດບ້ານນາ ໄດ້ສ້າງຊື່ສຽງໂດ່ງດັງໃນງານວາງສະແດງພາບແຕ້ມຄັ້ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ. ໄລຍະຕໍ່ມາ ນັກຈິດຕະກອນຫຼາຍລຸ່ນຄົນຂອງຫວຽດນາມໄດ້ສືບທອດ ແລະ ພັດທະນາປະເພດສິລະປະພື້ນເມືອງນີ້ໃຫ້ອຸດົມສົມບູນຫຼາຍຂຶ້ນ. ນັກຈິດຕະກອນ Nguyen Thu ໃຫ້ຮູ້ວ່າ :
“ ອາດຈະເວົ້າໄດ້ວ່າ ນັບແຕ່ຊຸມປີ 1950 ຂອງສະຕະວັດກ່ອນ, ພາບແພໄໝ ກໍຄືພາບສີຂັດມັນຂອງຫວຽດນາມໄດ້ມີເງື່ອນໄຂເພື່ອພັດທະນາ. ປີ 1957, ຫວຽດນາມໄດ້ນຳເອົາພາບແພໄໝໄປວາງສະແດງຢູ່ບັນດາປະເທດເອີລົບຕາເວັນອອກ ແລະ ໄດ້ຮັບຄວາມສົນໃຈຈາກຊາວຕ່າງປະເທດຫຼາຍທີ່ສຸດ. ເຂົາເຈົ້າໄດ້ມາຫວຽດນາມເພື່ອຊອກຊື້ພາບແພໄໝຍ້ອນຄວາມເປັນເອກະລັດສະເພາະຂອງມັນ ”
ພາບແພໄໝຫວຽດນາມມີຄວາມອ່ອນນຸ່ມ ແລະ ຊ້ອນແຝງໃນແຕ່ລະວາດແຕ້ມກ່ຽວກັບຄວາມງາມດ້ານຈິດວິນຍານຂອງປະເທດຊາດ ແລະ ຊາວຫວຽດນາມ, ຊ້ອນແຝງອາລົມຈິດຄວາມຮັກແພງຂອງຊາດຫວຽດນາມ, ດັ່ງນັ້ນຍາມໃດມັນກໍເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກສະຫວາດສະເຫວີຍ ແລະ ປະທັບໃຈ.
ນັກຈິດຕະກອນ Duc Hoang- ຜູ້ມີຄວາມສຸມຈິດສຸມໃຈກັບສິລະປະພາບແພໄໝ ໃຫ້ຂໍ້ສັງເກດວ່າ :
“ ໜຶ່ງໃນບັນດາຈຸດຕົ້ນຕໍຂອງ ພາບແພໄໝຫວຽດນາມເພື່ອຈຳແນກກັບ ພາບແພໄໝໃນໂລກ, ນັ້ນແມ່ນເຕັກນິກການແຕ້ມ ແລະ ລ້າງແພໄໝ ເພື່ອໃຫ້ນ້ຳສີຊຶມເຂົ້າແພໄໝຢ່າງງາມຕາ. ພາບແພໄໝຫວຽດນາມມີຄວາມແຕກຕ່າງກັບ ພາບແພໄໝຂອງຈີນ ຍ້ອນວ່າ ນອກຈາກດ້ານເຕັກນິກລ້າງແພໄໝແລ້ວ, ນັກຈິດຕະກອນຫຼາຍຄົນຂອງຫວຽດນາມໄດ້ຮຽນ ແລະ ຮັບຜົນສະທ້ອນຈາກຝ່າຍຕາເວັນຕົກກ່ຽວກັບສິລະປະຈິດຕະກຳ. ພິເສດ ພາບແພໄໝຫວຽດນາມ, ຍາມໃດກໍສຸມໃສ່ຫົວເລື່ອງຊີວິດການເປັນຢູ່ຂອງປະຊາຊົນ ”
ພາບແພໄໝຫວຽດນາມໄດ້ມີບາງໄລຍະປະກອບສ່ວນສ້າງຊື່ສຽງຮຽງນາມໃຫ້ແກ່ພື້ນຖານວິຈິດຕະກຳຫວຽດນາມ, ສາມາດທັດທຽມກັບບັນດາປະເທດມະຫາອຳນາດໃນໂລກກ່ຽວກັບສິລະປະພາບແພໄໝ. ການປະດິດຄິດສ້າງຂອງພາບແພໄໝຫວຽດນາມສືບຕໍ່ພັດທະນາໂດຍຜ່ານງານວາງສະແດງຫົວເລື່ອງພາບແພໄໝຄັ້ງຕ່າງໆໃນຂອບເຂດທົ່ວປະເທດ ຄືຖືກຈັດຂຶ້ນໃນປີ 2007 ແລະ ງານວາງສະແດງບາງຄັ້ງຂອງກຸ່ມນັກຈິດຕະກອນ ແລະ ສ່ວນບຸກຄົນຊຶ່ງຖືກຈັດຂຶ້ນໃນປີ 2006, 2009, 2011. ຫົວເລື່ອງຂອງພາບແພໄໝແມ່ນບໍ່ພຽງແຕ່ສຸມໃສ່ການເຄື່ອນໄຫວຊີວິດປະຈຳວັນ, ພາບເຄິ່ງຄີງເທົ່ານັ້ນ, ຫາກຍັງຖືກເປີດກ້ວາງສູ່ຫົວເລື່ອງກ່ຽວກັບປະຫວັດສາດ, ການສູ້ຮົບ, ອອກແຮງງານທຳການຜະລິດ, ຄວາມງາມຂອງປະເທດຊາດ ແລະ ຊາວທ້ອງຖ່ິນຕ່າງໆຂອງຫວຽດນາມອີກດ້ວຍ. ງານວາງສະແດງເຫຼົ່ານັ້ນໄດ້ສະແດງໃຫ້ເຫັນສິລະປະພາບແພໄໝພື້ນເມືອງຂອງຫວຽດນາມ ແມ່ນບໍ່ພຽງແຕ່ໄດ້ຮັບການຮັກສາເທົ່ານັ້ນ, ຫາກຍັງໄດ້ຮັບການພັດທະນາໃນພື້ນຖານວິຈິດຕະກຳຫວຽດນາມຍຸກສະໄໝປະຈຸບັນອີກດ້ວຍ.