ພາບພື້ນເມືອງກ່ຽວກັບງານດອງຂອງໜູ (ພາບ: donghotranh.com)
|
ໃນບັນດາປະເພດພາບພື້ນເມືອງນັ້ນ, ພາບພື້ນເມືອງດົງໂຮ່ ແມ່ນສິ່ງທີ່ສະໜິດຕິດພັນກັບຊາວຫວຽດນາມສ່ວນຫຼວງຫຼາຍ, ພິເສດແມ່ນປະຊາຊົນເຂດພາກເໜືອຍ້ອນຄວາມຜູກພັນກັບຊີວິດປະຈຳວັນຂອງເຂດບ້ານນາຫວຽດນາມ ແລະ ການດຳລົງຊີວິດຂອງປະຊາຊົນຜູ້ອອກແຮງງານທີ່ລຽບງາຍຢູ່ແຫ່ງນີ້. ພາບພື້ນເມືອງດົງໂຮ່ ບໍ່ພຽງແຕ່ແມ່ນເພື່ອປະດັບປະດາໃນເຮືອນໃຫ້ເພີ່ມຄວາມສວຍງາມເທົ່ານັ້ນ, ຫາກຍັງໃຊ້ເພື່ອເປັນບົດຮຽນກ່ຽວກັບຫຼັກສິນທຳຂອງຄວາມເປັນມະນຸດອີກດ້ວຍ.
ອາຊີບເຮັດພາບພື້ນເມືອງຢູ່ໝູ່ບ້ານດົງໂຮ່, ປະຈຸບັນແມ່ນຕາແສງ ຊອງໂຮ່, ເມືອງຖ້ວນແທ່ງ, ແຂວງບັກນິງ ແມ່ນໄດ້ມີມາແຕ່ກ່ອນນີ້ກ່ວາ 400 ປີ. ພ້ອມກັບພາບຮ່າງຈົ້ງ, ພາບກິມຮ່ວາງນັ້ນ, ພາບພື້ນເມືອງດົງໂຮ່ສາມາດສ້າງສີສັນຫຼາຍດ້ານໃຫ້ແກ່ປະເພດພາບພື້ນເມືອງຫວຽດນາມ. ພາບດົງໂຮ່ໄດ້ຖືກບັນດາເສັ່ນຄົນໃນໝູ່ບ້ານດົງໂຮ່ສືບທອດກັນຈາກຄົນລຸ່ນນີ້ສູ່ຄົນລຸ່ນອື່ນ. ຄຸນຄ່າທີ່ເປັນເອກະລັກສະເພາະຂອງ ພາບພື້ນເມືອງດົງໂຮ່ແມ່ນຖືກສະແດງຢູ່ຂອດແມ່ພິມ, ການປະສົມສີທີ່ເອົາມາຈາກທຳມະຊາດ ແລະ ຫົວເລື່ອງການສະແດງ. ທ່ານຫງວຽນດັງເຈ້ ຊຶ່ງແມ່ນໜຶ່ງໃນບັນດານັກສິປະລະການເຮັດ ພາບພື້ນເມືອງດົງໂຮ່ ໃຫ້ຮູ້ວ່າ :
“ ໃນປະເພດພາບພື້ນເມືອງດົງໂຮ່ ກໍມີຮູບພາບດຳເນີນຊີວິດ, ຈິດວິນຍານ, ການເຫຼື້ອມໃສ, ສ່ອງແສງເຖິງຊີວິດຕົວຈິງຂອງຊາວນາ. ຍົກຕົວຢ່າງຄື ພາບ “ ໂຕ່ງໝາກພ້າວ” ແລະ “ ຫຶງຫວງ ” ,ບັນດານັກຈິຕະກອນຢາກເວົ້າເຖິງບັນຫາຕ່າງໆໃນສັງຄົມຊຶ່ງມີອັນດີ ອັນຊົ່ວ. ພາບພື້ນເມືອງດົງໂຮ່ຢູ່ແຫ່ງນີ້ ແມ່ນແຕກຕ່າງກັບປະເພດພາບພື້ນເມືອງອື່ນໆຢູ່ບ່ອນວ່າ ມັນຖືກບັນດານັກຈິດຕະກອນແຕ້ມຕາມແຫຼ່ງອາລົມ, ບໍ່ມີລາຍຊື່ຂອງຜູ້ແຕ້ມ, ທັງໝົດລ້ວນແຕ່ເອີ້ນແມ່ນ ພາບພື້ນເມືອງ, ດັ່ງນັ້ນ ມີເນື້ອໃນທີ່ອຸດົມສົມບູນທີ່ສຸດ ”
ດ້ວຍຫົວເລື່ອງຂອງພາບທີ່ອຸດົມສົມບູນຄື : ການອວຍພອນ, ຊີວິດປະຈຳວັນ, ການລະຫຼິ້ນພື້ນເມືອງ, ການເພີ່ມພູນຜະລິດຜົນ, ລ້ຽງສັດ, ໄຖນາ, ງານບຸນ.... ພາບພື້ນເມືອງດົງໂຮ່ ຍິ່ງເຮັດໃຫ້ຜູ້ຊົມເຫັນໄດ້ເຖິງຄວາມໝາຍທາງດ້ານວັດທະນະທຳບໍ່ມີຂອບເຂດ, ຊ້ອນແຝງຄວາມລຶກລັບຫຼາຍຢ່າງ, ຕັກເຕືອນບອກສອນກ່ຽວກັບຄວາມຖືກ, ຄວາມຜິດ, ອັນດີ, ອັນຊົ່ວໃນຊີວິດ. ນັກຈິດຕະກອນ ຫງວຽນດັງຢຸ້ງ ໃຫ້ຮູ້ວ່າ :
“ ຊາວຕ່າງປະເທດເມື່ອມາຊົມຢູ່ຫ້ອງວາງສະແດງ ພາບພື້ນເມືອງດົງໂຮ່ , ກໍລ້ວນແຕ່ມີຄວາມສົນໃຈເຖິງພາບພື້ນເມືອງທີ່ເວົ້າເຖິງເລື່ອງນິທານຕ່າງໆຄື “ ງານແຕ່ງດອງຂອງໜູ ” . ເລື່ອງນິທານນີ້ໄດ້ພັນລະນາເຖິງສະພາບສັງຄົມສັກດີນາເມື່ອກ່ອນນີ້. ໃນຊີວິດຕົວຈິງ, ແມ່ນບໍ່ມີງານດອງຂອງໜູ, ແຕ່ພວກນັກຈິດຕະກອນໄດ້ນຳເອົາຮູບພາບຂອງໜູເພື່ອເວົ້າເຖິງຮູບພາບສັງຄົມສັກດີນາສະໄໝກ່ອນ. ໜູແມ່ນສັນຍາລັກໃຫ້ຊົນຊັ້ນຄົນທຸກຍາກ, ສວ່ນແມວເປັນສັນຍາລັກໃຫ້ແກ່ຊົນຊັ້ນເຈົ້າເສນາອາມາດ. ເມື່ອກ່ອນນີ້, ຖ້າຫາກໜູຢາກແຕ່ງງານແມ່ນຕ້ອງມອບຊັບສິ່ງຂອງໃຫ້ແມວ. ນອກຈາກນັ້ນຍັງມີບັນດາ ພາບພື້ນເມືອງກ່ຽວກັບສັດລ້ຽງທີ່ຕິດພັນກັບມະນຸດຄື ພາບພື້ນເມືອງ “ ຝູງໄກ່” ຊຶ່ງມີຄວາມໝາຍເວົ້າເຖິງຄອບຄົວທີ່ມີຄວາມຜາສຸກ ”
ພາບພື້ນເມືອງກ່ຽວກັບຝູງໄກ່ (ພາບ: donghotranh.com)
|
ພາບພື້ນເມືອງດົງໂຮ່ແຕ່ລະແຜ່ນນັ້ນ, ແມ່ນບໍ່ພຽງແຕ່ມີຄວາມໝາຍໜຶ່ງດຽວເທົ່ານັ້ນ, ຫາກຍັງມີຄວາມໝາຍຫຼາຍຢ່າງໂດຍອີງໃສ່ວິທີ, ຄວາມຮູ້ສຶກທີ່ແຕກຕ່າງກັນຂອງຜູ້ຊົມ. ໃນແຕ່ລະເກັນອາຍຸ, ດ້ວຍປະສົບການໃນຊີວິດທີ່ແຕກຕ່າງກັນ, ຜູ້ຊົມຈະມີວິທີສຳຜັດເພື່ອເຫັນໄດ້ເຖິງຄວາມງາມຂອງພາບຕາມວິທີສະເພາະຂອງຕົນ. ທ່ານ ລິວຢີເຢີນ ຮອງປະທານສະຫະສະມາຄົມໝູ່ບ້ານອາຊີບຫວຽດນາມໃຫ້ຮູ້ວ່າ :
“ພາບພື້ນເມືອງດົງໂຮ່ແມ່ນຫຼັກຖານຢັ້ງຢືນແກ່ການລະຫຼິ້ນພື້ນເມືອງຂອງຊາດຫວຽດນາມ, ຊຶ່ງມີຫຼາຍສິ່ງທີ່ພິເສດ. ຍົກຕົວຢ່າງຄືພາບງານດອງຂອງໜູ, ພາບກ່ຽວກັບການໂຕ່ງໝາກພ້າວ........ລ້ວນແຕ່ເວົ້າເຖິງບັນຫາວັດທະນະທຳຂອງຊາດ ຄືສົ່ງເສີມການຮ່ຳຮຽນ, ການຕັກເຕືອນບອກສອນ, ສຶກສາອົບຮົມໃນຊີວິດ. ໃນພາບພື້ນເມືອງງານດອງຂອງໜູນັ້ນ, ເປັນຫຍັງໂຕໜູນຳໜ້າຕ້ອງຈັບປາໃຫຍ່ມອບໃຫ້ແມວ ເພື່ອຂໍອະນຸຍາດພຽງໄດ້ໄປຢ່າງດຽວ. ນັ້ນແມ່ນຄວາມໝາຍຂອງຊີວິດ. ຖ້າຫາກບໍ່ອະທິບາຍ ແມ່ນບໍ່ມີຄວາມໝາຍແຕ່ຢ່າງໃດເລີຍ. ມັນໄປພ້ອມກັບສີສັນ, ຮູບຮ່າງ ແມ່່ນຕ້ອງມີພາສາດ້ານວັນນະຄະດີ, ພາສາວັດທະນະທຳ ຈຶ່ງເຮັດໃຫ້ຄົນເຮົາຮັບຮູ້ໄດ້ ”
ພາບພື້ນເມືອງດົງໂຮ່ ແມ່ນສະແດງໃຫ້ເຫັນແຈ້ງຜ່ອນສະຫວັນກໍຄືຈີນຕະນາການຂອງຄົນໃນສະໄໝກ່ອນ. ພາບພື້ນເມືອງດົງໂຮ່ໃກ້ຊິດຕິດພັນກັບປະຊາຊົນ, ດັ່ງນັ້ນສາມາດເຂົ້າສູ່ຄວາມຊົງຈຳຂອງຊາວຫວຽດຍນາມ ໄດ້ຢ່າງງ່າຍດາຍ. ນາງ ຫງວຽນທິຮ່ວາ ຜູ້ນິຍົມ ພາບພື້ນເມືອງດົງໂຮ່ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າຊົມຊອບ ພາບພື້ນເມືອງດົງໂຮ່ຫຼາຍທີ່ສຸດ, ຍ້ອນວ່າມັນໃກ້ຊິດຕິດພັນກັບຊາວຫວຽດນາມສ່ວນຫຼວງຫຼາຍ. ສຳລັບຂ້າພະເຈົ້າເອງ, ພາບພື້ນເມືອງດົງໂຮ່ບໍ່ພຽງແຕ່ມີຄວາມງາມທາງດ້ານຮູບພາບ, ສີສັນ, ຄຸນນະພາບຂອງເຈັ້ຍເທົ່ານັ້ນ, ຫາກມັນຍັງມີຈຸດວັດທະນະທຳພື້ນເມືອງຫວຽດນາມອີກດ້ວຍ. ພາບພື້ນເມືອງດົງໂຮ່ ຍັງໄດ້ປະກອບສ່ວນບົດບາດ ບໍ່ພຽງແຕ່ແມ່ນມໍລະດົກວັດທະນະທຳເທົ່ານັ້ນ, ຫາກຍັງແມ່ນສິລະປະພື້ນເມືອງຫວຽດນາມອີກດ້ວຍ ”
ພາບພື້ນເມືອງດົງໂຮ່ ໄດ້ເຕົ້າໂຮມບັນດາຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ວັນນະຄະດີ, ສິລະປະ, ສອ່ງແສງກ່ຽວກັບການເຫຼື້ອມໃສ, ຊີວິດປະຈຳວັນຂອງປະຊາຊົນເຂດທົ່ງພຽງພາກເໜືອຫວຽດນາມຢ່າງເລິກເຊິ່ງ ແລະ ມີຊີວິດຊີວາ. ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກສະເພາະນີ້, ອາຊີບເຮັດພາບພື້ນເມືອງດົງໂຮ່ ຫາກໍໄດ້ຮັບການຮັບຮອງແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ. ສິ່ງທີ່ຊ້ອນແຝງໃນ ພາບພື້ນເມືອງດົງໂຮ່ແຕ່ລະແຜ່ນນັ້ນ ແມ່ນວັດທະນະທຳ, ບົດຮຽນ, ວິຖີຊີວິດຂອງຊາວຫວຽດນາມໃນສະໄໝກ່ອນນີ້ ແລະ ປະຈຸບັນ .