ບົດປະພັນວັນນະຄະດີປະຫວັດສາດ ແມ່ນສາງວັນນະຄະດີອັນລ້ຳຄ່າຂອງພໍ່ແມ່ປະຊາຊົນຫວຽດນາມ ບັນດາເຜົ່າ, ພິເສດແມ່ນພໍ່ແມ່ປະຊາຊົນບັນດາເຜົ່າເຂດພາກກາງ ແລະ ໄຕງວຽນ. ແຕ່ຂົງເຂດວັດທະນະທຳນີ້ ພວມຢືນຢູ່ຕໍ່ໜ້າໄພຖືກສູນຫາຍອອກຈາກຊີວິດດ້ານຈິດໃຈຂອງປະຊາຊົນ ຍ້ອນຈຳນວນຜູ້ທີ່ຍັງສາມາດ ຂັບ, ເລົ່າກ່ຽວກັບບົດປະພັນວັນນະຄະດີປະຫວັດສາດ ແມ່ນພຽງບໍ່ເທົ່າໃດຄົນ. ເພາະສະນັ້ນ, ການຖ່າຍທອດ ແລະ ສອນກ່ຽວກັບບົດປະພັນວັນນະຄະດີປະຫວັດສາດ ພວມແມ່ນບັນຫາທີ່ຮີບດ່ວນກ່ວາເວລາໃດໝົດ.
ບົດປະພັນວັນນະຄະດີປະຫວັດສາດຂອງເຜົ່າເອເດທີ່ມີຫົວເລື່ອງ
“ ອ້າຍນ້ອງ ກລູ, ກລາ”
|
ສິ່ງທີ່ບັນດານັກຄົນຄ້ວາມີຄວາມເປັນຫ່ວງ, ນັ້ນແມ່ນສາງບົດປະພັນວັນນະ ຄະດີປະຫວັດສາດອັນລ້ຳຄ່ານີ້, ເປັນຕົ້ນແມ່ນບົດປະພັນວັນນະຄະດີປະຫວັດ ສາດຂອງ ພໍ່ແມ່ປະຊາຊົນບັນດາເຜົ່າເຂດໄຕງວຽນ ພວມຢືນຢູ່ຕໍ່ໜ້າໄພຖືກສູນຫາຍໄປ ແລະ ບັນຫານີ້ອາດເປັນໄປໄດ້. ສາຍເຫດແມ່ນຍ້ອນຜົນສະທ້ອນຈາກວັດທະນະທຳທັນສະໄໝ, ດັ່ງນັ້ນ ພໍ່ແມ່ປະຊາຊົນບັນດາເຜົ່າ ບໍ່ມີຄວາມຕ້ອງການຮັບຟັງການເລົ່າ ບົດປະພັນວັນນະຄະດີປະຫວັດສາດຄືກ່ອນນີ້. ດ້ານອື່ນ, ສະຖານທີ່ເພື່ອຈັດການເລົ່ານີ້ ແມ່ນຢູ່ສາລາບ້ານ ຊຶ່ງກໍເປັນແຫ່ງ ພວມຄ່ອຍໆຖືກສູນຫາຍໄປພ້ອມ. ກ່ຽວກັບສາຍເຫດທີ່ສຳຄັນກວ່າໝູ່, ທ່ານນາງ ລີງງາ Niek Kdam ນັກຄົ້ນຄ້ວາວັດທະນະທຳພື້ນເມືອງຢູ່ແຂວງ ດັກລັກ ໃຫ້ຮູ້ວ່າ :
“ບົດປະພັນວັນນະຄະດີປະຫວັດສາດເຂດໄຕງວຽນ ແມ່ນສາງວັດທະນະທຳໃຫຍ່ກວ່າໝູ່ໃນໂລກ, ແຕ່ມັນພັດພວມຢືນຢູ່ຕໍ່ໜ້າໄພຖືກສູນຫາຍໄປທັງໝົດ ເພາະບໍ່ມີນັກສິລະປະການຜູ້ໃດສາມາດເລົ່າຄືນໄດ້. ປະຈຸບັນ, ບົດປະພັນວັນນະຄະດີປະຫວັດ ສາດຍັງ ພວມຖຶກຮັກສາໃນເອກະສານ, ບໍ່ຄົງຕົວໃນຊີວິດຂອງວົງຄະນະຍາດອີກແລ້ວ. ບັນດານັກສິລະປະການຜູ້ສາມາດເລົ່າໄດ້ ແມ່ນຍັງເຫຼືອພຽງ 2,3 ຄົນ ແຕ່ໄດ້ເຖົ້າແກ່ແລ້ວ, ໄລຍະຕໍ່ໄປ ບົດປະພັນວັນນະຄະດີປະຫວັດສາດແມ່ນພຽງສາມາດຄົງຕົວໂດຍຜ່ານການເລົ່າຂານປາກຕໍ່ປາກເທົ່ານັ້ນ ”
ທ່ານ ດຣ ຮວ່າງເຊີນ, ຮອງຫົວໜ້າສະຖາບັນວັນນະຄະດີສິລະປະຫວຽດນາມໃຫ້ຮູ້ວ່າ ວຽກງານທີ່ຈຳເປັນໃນການອະນຸລັກຮັກສາ ບົດປະພັນວັນນະຄະດີປະຫວັດສາດ ແມ່ນຕ້ອງຫັນເນື້ອໃນບັນດາປະມວນບົດປະພັນວັນນະຄະດີປະຫວັດສາດ ຈາກປຶ້ມມາເປັນເທບບັນທຶກສຽງ, ແຜ່ນຊີດີ ເພື່ອອອກອາກາດທາງວິທະຍຸ, ໂທລະໂຄງເພື່ອໃຫ້ ພໍ່ແມ່ປະຊາຊົນໄດ້ຮັບຟັງເປັນປະຈຳ. ພ້ອມກັນນັ້ນ, ຄວນຮຽບຮຽງເປັນປື້ມມີ 2 ພາສາຄື ພາສາຫວຽດ ແລະ ພາສາຊົນເຜົ່າ, ແລ້ວແຈກຢາຍໃຫ້ບັນດາຫໍສະໝຸດໃນໂຮງຮຽນຕ່າງໆທີ່ມີນັກຮຽນຊົນເຜົ່າ. ທ່ານ ດຣ ຮວ່າງເຊີນ, ຮອງຫົວໜ້າສະຖາບັນວັນນະຄະດີສິລະປະຫວຽດນາມ ເນັ້ນໜັກວ່າ :
“ ພວກເຮົາໃຫ້ບຸລິມາສິດຢ່າງສູງສຸດ ເພື່ອໃຫ້ລຸ່ນຄົນປະຈຸບັນ ສາມາດຖ່າຍທອດ, ສອນຄືນກ່ຽວກັບ ບົດປະພັນວັນນະຄະດີປະຫວັດສາດໃຫ້ໄວໜຸ່ມ, ລຸ່ນຄົນໃນອະນາຄົດ. ເພື່ອປະຕິບັດບັນຫານີ້ ແມ່ນຕ້ອງມີການກະທົບຂອງຜູ້ຄຸ້ມຄອງ, ອຳນາດການປົກຄອງທ້ອງຖິ່ນ ”
ໃນຕົວຈິງ, ການເປີດຊຸດຮຽນກ່ຽວກັບ ບົດປະພັນວັນນະຄະດີປະຫວັດສາດ ໄດ້ຮັບການດຳເນີນຢູ່ແຂວງກອນຕຸມ ແລະ ທ້ອງຖິ່ນອື່ນໆອີກຈຳນວນໜຶ່ງ. ແຕ່ໝາກຜົນຖືກຈຳກັດຢູ່ ແລະ ຮູບແບບຍັງບໍ່ທັນຖືກທະວີຄູນ ຍ້ອນຍັງບໍ່ທັນມີນະໂຍບາຍໜູນຊ່ວຍນັກສິລະປະການຜູ້ສິດສອນ. ທ່ານ ຟານວັນຮ່ວາ ຫົວໜ້າ ຂະແໜງການບໍລິການ ວັດທະນະທຳ - ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ກອນຕຸມ ໃຫ້ຮູ້ວ່າ :
“ ບົນພື້ນຖານພາຍຫຼັງດຳເນີນການເກັບກຳ ແລະ ແປຄືນນັ້ນ, ພວກຂ້າພະເຈົ້າໄດ້ພິມຈຳໜ່າຍບັນດາປະມວນ ບົດປະພັນວັນນະຄະດີປະຫວັດສາດ ແລະ ເປີດຊຸດຮຽນກ່ຽວກັບ ບົດປະພັນວັນນະຄະດີປະຫວັດສາດໃຫ້ແກ່ລູກຫຼານພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ບັນດານັກສິລະປະການຂັບ, ເລົ່າກ່ຽວກັບບົດປະພັນວັນນະຄະດີປະຫວັດສາດນີ້ເອງ ແມ່ນຜູ້ເປີດບັນດາຊຸດຮຽນເພື່ອຖ່າຍທອດໃຫ້ພວກນ້ອງໄວໜຸ່ມ. ປະຈຸບັນ ບັນຫາອະນຸລັກຮັກສາບົດປະພັນວັນນະຄະດີປະຫວັດສາດນັ້ນ ບໍ່ແມ່ນວ່າ ຈະສາມາດປະຕິບັດໄດ້ໃນໄວໆນີ້ ຫາກຕ້ອງຖ່າຍທອດ, ສິດສອນເປັນເວລາຍາວນານ. ພ້ອມກັນນັ້ນ, ຄວນມີບັນດານະໂຍບາຍເພື່ອໜູນຊ່ວຍບັນດານັກສິລະປະການ ເພືອ່ແນໃສ່ສົ່ງເສີມເຂົາເຈົ້າໃນການຖ່າຍທອດບົດປະພັນວັນນະຄະດີປະຫວັດສາດໃຫ້ໄວໜຸ່ມ ”
ປະຈຸບັນ, ມີປຶ້ມ 62 ເຫຼັ້ມ , ປະກອບດ້ວຍ 60.000 ໜ້າ, ລວມມີ 75 ບົດປະພັນວັນນະຄະດີປະຫວັດສາດຂອງ 6 ຊົນເຜົ່າຄື: ບານນາ, ເຊດັງ, ມນົງ, ເອເດ, ຈຳ ແລະ ຢາຣາຍ ຊຶ່ງໄດ້ຖືກແປ ແລະ ພິມຈຳໜ່າຍເປັນ 2 ພາສາຄືພາສາຫວຽດ ແລະ ພາສາຊົນເຜົ່າ. ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ຍັງໄດ້ໃຫ້ການຊີ້ນຳບັນດາຫົວໜ່ວຍທີ່ກ່ຽວຂ້ອງ ດຳເນີນການສ້າງສຳເນົາເອກະສານວິທະຍາສາດມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ ເພື່ອກ້າວໄປເຖິງການສ້າງ ສຳເນົາເອກະສານເພື່ອຍືນສະເໜີຕໍ່ອົງການວັດທະນະທຳ ສຶກສາ ວິທະຍາສາດແຫ່ງສະຫະປະຊາຊາດ ຮັບຮອງ ບົດປະພັນວັນນະຄະດີປະຫວັດສາດເຂດໄຕງວຽນ ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ .