(vovworld) - ກອນເລື່ອງຂອງຊາວເຜົ່າ ຣາລາຍ ແມ່ນຮູບການເລົ່າຂານກັນມາ ແລະ ປະຈຸບັນຍັງຄົງຮັກສາໄວ້ໃນຄວາມຈື່ຈຳຂອງປະຊາຊົນ ແລະ ເຄີຍສະແດງໃນການເຄື່ອນໄຫວວັດທະນະທຳປະຊາຄົມຢູ່.
ສິລະປະກອນ ກາວທິກວາງ ພວມຂັບກອນເລື່ອງໃຫ້ລູກຫຼານຟັງ
ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າຢູ່ເຂດໄຕງວຽນ ແລະ ເຂດຕາເວັນຕົກພາກໃຕ້, ຊົນເຜົ່າຣາລາຍ ມີລະບົບກອນເລື່ອງທີ່ອຸດົມສົມບຸນ. ຢູ່ເຂດຮ່ອມພູ ໂຕຫາບ, ເມືອງ ແຄ໋ງເຊີນ (ແຄ໋ງຮ່ວາ) ມີຫຼາຍຄົນຍັງຈື່ຈຳກອນເລື່ອງຢູ່. ທ່ານ ເມົ໋າກວົກຕ໋ຽນ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງຊົນເຜົ່າ ຣາລາຍ ແມ່ນຜູ້ນຳໜ້າໃນການສະສົມ ແລະ ຮັກສາກອນເລື່ອງ. ຕາມທ່ານແລ້ວ, ກອນເລື່ອງ ຣາລາຍ ແມ່ນຮູບການເລົ່າເລື່ອງດ້ວຍກາບກອນ ທີ່ມີມາແຕ່ດົນນານແລ້ວ. ໃນງານບຸນ, ຜູ້ເຖົ້າຜູ້ແກ່, ຄົນໜຸ່ມໃນບ້ານມັກນັ່ງອ້ອມກອງໄຟໃນເຮືອນຍາວ ເພື່ອຟັງເລົ່າກອນເລື່ອງ. ນັ້ນແມ່ນບັນດາເລື່ອງລາວກ່ຽວກັບວິລະຊົນ, ບັນດາຜູ້ບ່າວທີ່ເຂັ້ມແຂງຄື: ອູຢາຍ - ອູຢັກ, ແມ່ນຜູ້ທຳຕົວເປັນສັດເຊັ່ນ: ອາມ້າເຈຍຊາ - ອາມ້າກູເວົາ ວົງເກີຍ ຫຼືແມ່ຍິງຄື ອາເວີຍນ້າຍ ຕີເລີ, ເຊິ່ງແມ່ນຜູ້ທີ່ໄດ້ຕໍ່ສູ້ຕ້ານຄືນເທວະດາປ່າ, ເທວະດາທະເລເພື່ອປົກປ້ອງປະຊາຊົນ… ໃນຈິດສຳນຶກຂອງຊາວເຜົ່າ ຣາລາຍ, ຮູບພາບບັນດາວິລະຊົນຍາມໃດກໍ່ປະກົດໃນກອນເລື່ອງ, ນັ້ນແມ່ນບັນດານັກປະຫວັດສາດ, ຜູ້ທີ່ເຄັ່ງຂຶມ, ເຂັ້ມແຂງແຮງກ້າ, ສາມາດເຮັດໄດ້ບັນດາວຽກງານເລີດລຳ້. ທ່ານ ຕ໋ຽນ ໃຫ້ຮູ້ວ່າ:
“ກອນເລື່ອງແຕ່ລະບົດແມ່ນຍາວທີ່ສຸດ. ຊາວເຜົ່າ ຣາລາຍ ບໍ່ມີຕົວໜັງສື, ດັ່ງນັ້ນກ່ອນເລື່ອງຈຶ່ງໄດ້ຮັບການກ່າວຂານກັນມາແຕ່ຄົນລຸ້ນນີ້ໄປຍັງຄົນລຸ້ນອື່ນ ແລະ ເຂົາເຈົ້າພຽງແຕ່ຈື່ຈຳໃນສະໝອງຂອງຕົນເທົ່ານັ້ນ. ນີ້ກໍ່ແມ່ນຈຸດພິເສດເມື່ອທຽບໃສ່ກອນເລື່ອງຂອງຊົນເຜົ່າຈຳນວນໜຶ່ງ“.
ຕາມທ່ານ ຕ໋ຽນ ແລ້ວ, ກອນເລື່ອງຂອງຊາວເຜົ່າ ຣາລາຍ ບໍ່ພຽງແຕ່ແມ່ນສິລະປະເທົ່ານັ້ນ, ຫາກແມ່ນຊີວິດຂອງເຂົາເຈົ້າ… ຕົວຢ່າງຄືກອນເລື່ອງ ອາມ້າ ຈີ ມາຢາ (ທ້າວ ຈີ ມາຢາ) ທີ່ເລົ່າກ່ຽວກັບຊາຍເຜົ່າ ຣາລາຍ ເກັ່ງກ້າຜູ້ໜຶ່ງ ທີ່ໄດ້ຂັບໄລ່ສັດຮ້າຍ, ຊ່ວຍຊາວບ້ານໃຫ້ມີຊີວິດສະຫງົບສຸກ. ເມື່ອສັດຕູເຂົ້າບ້ານ, ລາວໄດ້ສອນໃຫ້ປະຊາຊົນວິທີຕໍ່ສູ້ຕ້ານສັດຕູ…ເມື່ອເລົ່າກອນເລື່ອງ, ບາງເທື່ອຈະອອກສຽງສະເໝີກັນ, ບາງເທື່ອອອກສຽງສູງ, ສຽງຕຳ່, ບາງເທື່ອຄືສຽງຊຸບຊິບຂອງບັນພະບຸລຸດ. ຍ້ອນເຫດນັ້ນ, ເມື່ອເລົ່າກອນເລື່ອງແຕ່ລະເທື່ອກໍ່ມີຄວາມແຕກຕ່າງກັນ. ໃນການເລົ່າກອນເລື່ອງ, ຊາວເຜົ່າ ຮາລາຍ ຍັງນຳໃຊ້ທຳນອງເພງພື້ນເມືອງເພື່ອຂັບ, ຕົວຢ່າງຄືທຳນອງ “ຊີຣີ“, ທີ່ອອນຊອນຄືສຽງຂັບກ່ອມລູກຂອງບັນດາແມ່ຊາວເຜົ່າ ຣາລາຍ ບົນເສັ້ນທາງໄປເຮັດໄຮ່. ທຳນອງ “ມາເຢັງ“ ປຽບເໝືອນຄວາມໃນໃຈຂອງແມ່ເມື່ອເລົ່າໃຫ້ລູກຟັງ. ທຳນອງ “ອາໂດ“ ດ້ວຍສຽງໄວ, ຟົດຟື້ນ ແມ່ນເຄີຍໃຊ້ໃນການດຳເນີນຊີວິດປະຊາຄົມ ແລະ ໃນງານບຸນ.
ນັ້ນແມ່ນສຽງຂັບຂອງປ້າ ກາເຕີ ທິສິ໋ງ ໃນກອນເລື່ອງ ອຸດາຍ ທີ່ເວົ້າເຖິງສົງຄາມ, ຄວາມຮັກບ່າວສາວ. ນີ້ແມ່ນໜຶ່ງໃນກອນເລື່ອງຍາວ ແລະ ເປັນເອກະລັກສະເພາະສອງບົດຂອງຊາວເຜົ່າ ຣາລາຍ. ເຖິງວ່າໄດ້ມີອາຍຸ 60 ກວ່າປີແລ້ວກໍ່ຕາມ, ແຕ່ປ້າຍັງຈື່ຈຳ ແລະ ສາມາດເລົ່າກອນເລື່ອງຍາວຕະຫຼອດວັນ ແລະ ຄືນໄດ້. ປ້າ ກາເຕີ ທິສິງ ໃຫ້ຮູ້ວ່າ, ປ້າຮຽນຂັບກອນເລື່ອງຈາກແມ່ນັບແຕ່ເວລາມີອາຍຸປະມານ 7-8 ປີ, ປ້າຮຽນທັງເວລາຢູ່ເຮືອນ, ທັງເວລາໄປໄຮ່, ເຂົ້າປ່າເດັດຜັກ. ປ້າເລົ່າສູ່ຟັງວ່າ:
“ເຮົາຟັງແມ່ຂັບກອນເລື່ອງ, ຮູ້ສຶກວ່າມ່ວນກໍ່ຂັບຕາມ, ເວລາຍັງນ້ອຍເຮົາຢູ່ກັບພໍ່ແມ່ຕະຫຼອດ, ບໍ່ໄດ້ໄປໂຮງຮຽນ ມີເວລາຂັບຫຼາຍ, ຈຶ່ງສາມາດຈື່ຈຳກອນເລື່ອງຈົນເຖິງປະຈຸບັນໄດ້“.
ຢູ່ຕາແສງເຊີນບິ່ງ, ເມືອງ ແຄ໋ງເຊີນ, ມີສິລະປະກອນເລົ່າກອນເລື່ອງຜູ້ໜຶ່ງທີ່ມີຊື່ສຽງ, ນັ້ນແມ່ນແມ່ເຖົ້າ ເມົ໋າທິຢຽນ, ອາຍຸ 90 ປີ. ລາວສາມາດຂັບກອນເລື່ອງຕະຫຼອດສັບປະດາໄດ້. ແມ່ເຖົ້າ ຢຽນ ກໍ່ແມ່ນຜູ້ມີອາຍຸສູງສຸດຂອງຊົນເຜົ່າ ຣາລາຍ ຍັງຂັບກອນເລື່ອງໄດ້.
ຕາມທ່ານ ເມົ໋າກວົກຕ໋ຽນ ແລ້ວ, ປ້າ ກາເຕີ ທິສິງ ຫຼືແມ່ເຖົ້າ ເມົ໋າທິຢຽນ ແມ່ນວີນຍານ, ແມ່ນສາງກອນເລື່ອງທີ່ມີຊີວິດຂອງຊາວເຜົ່າ ຣາລາຍ ຢ່າງແທ້ຈິງ. ປະຈຸບັນຊາວເຜົ່າ ຣາລາຍຜູ້ສາມາດຂັບກອນເລື່ອງ ໄດ້ຍັງເຫຼືອພຽງ 8-10 ຄົນເທົ່ານັ້ນ. ດັ່ງນັ້ນຄະນະກຳມະການປະຊາຊົນເມືອງແຄ໋ງເຊີນ ຈຶ່ງສົມທົບກັບຂະແໜງວັດທະນະທຳຈັດຕັ້ງການເສາະຫາ, ຮຽບຮຽງ, ອັດສຽງຂັບກອນເລື່ອງຂອງບັນດາສິລະປະກອນໄວ້. ແຂວງ ແຄ໋ງຮ່ວາ ກໍ່ໄດ້ເປີດຊຸດຮຽນກອນເລື່ອງໃຫ້ລຸ້ນໜຸ່ມ 3 ຊຸດ. ນີ້ແມ່ນມາດຕະການເພື່ອແນໃສ່ອະນຸລັກຮັກສາກອນເລື່ອງຂອງຊົນເຜົ່າ ຣາລາຍ ໄວ້.