ການຂັບເພງພື້ນເມືອງຂອງຊົນເຜົ່າຊ໋ານຈີ


(vovworld) - ຊາວ​ເຜົ່າ ຊ໋ານຈີ ມີ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ອຸດົມສົມ​ບຸນ​ທີ່​ສຸດ. ມີ​ຫຼາຍ​ຮູບ​ການ​ຂັບ​ເພງ​ພື້ນ​ເມືອງ​ທີ່​ຈັບ​ອົກ​ຈັບ​ໃຈ, ​ໃນ​ນັ້ນ​ຂັບ ​ສິ່ງ ​ໄດ້ຮັບ​ຖື​ວ່າ​ແມ່ນຮູບການ​ຂັບ​ຮ້ອງທີ່​​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ ​ແລະ ສະ​ແດງ​ໃຫ້​ເຫັນ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ ຊ໋ານຈີ. ​ໂດຍ​ແມ່ນ​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ທີ່​ພັນ​ລະນາ​ເຖິງ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ດຳລົງ​ຊີວິດ, ດັ່ງ​ນັ້ນ​ຂັບ​ສິ່ງ​ ຍັງ​ຄົງໄດ້​ຮັບ​ການ​ຮັກສາ​ໄວ້​ໃນ​ແຕ່​ລະ​ຄອບຄົວ, ​ແຕ່ລະ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ ຊ໋ານຈີ ຢູ່.

ການຂັບເພງພື້ນເມືອງຂອງຊົນເຜົ່າຊ໋ານຈີ - ảnh 1

ຊາວເຜົ່າ ຊ໋ນຈີຂັບເພງພື້ນເມືອງຂອງຊົນເຜົ່າຕົນ

(ພາບ:vietbao.vn)

        ຊາວ​ເຜົ່າ ຊ໋ານຈີ ມີ​ເລື່ອງ​ບູຮານຫຼາຍ​ເລື່ອງ, ພ້ອມ​ກັບບົດ​ກະວີ, ສຸພາສິດ, ຄຳ​ຜະ​ຫຍາ… ພິ​ເສດ​ແມ່ນ​ຂັບ​ສິ່ງ, ​ເຊິ່ງ​ແມ່ນ​ຮູບ​ການ​ດຳ​ເນີນ​ຊີວິດ​ທີ່​ອຸດົມສົມ​ບຸນ, ຈັບ​ອົກ​ຈັບ​ໃຈ, ທັງ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ສາງ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຊ໋ານຈີ. ຂັບ​ສິ່ງ​ແມ່ນ​ຂັບ​ກ້ຽວ​ກັນລະຫວ່າງ​ບ່າວ​ສາວ ​ແລະ ມີ​ເນື້ອ​ໃນ​ທຳ​ມະ​ດາ​ສາມັນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເມົາ​ມົວຂັບ​ແກ່ຍາວໝົດ​ຕອນ​ນີ້​ເຖິງ​ຕອນ​ອື່ນ​​ໄດ້. ຂັບ​ສິ່ງ​ໄດ້​ຊຶມ​ເລິກ​ໃນ​ດວງ​ໃຈ​ຂອງ​ບ່າວ​ສາວ ຊ໋ານຈີ ​ແຕ່ລະຄົນ.

        ຊາວ​ເຜົ່າ​ໄຕ່, ນຸ່ງ ຂັບ Sli, ຂັບ Sluon, ຊາວ​ກິ​ງຂັບ​ກວານ​ຫໍ້​ໃນ​ໂອກາດ​ງານ​ບຸນ. ​ແຕ່​ສຳລັບ​ຊາວ​ເຜົ່າ ຊ໋ານຈີ, ​ເຂົາ​ເຈົ້າພັດ​ຂັບ​ສິ່ງ ​ໃນ​​ທຸກ​ແຫ່ງ, ທຸກ​ເວລາ. ຂັບ​ໃນ​ຍາມກາງ​ເວັນ, ກາງ​ຄືນ ​ແລະ ​ໃນ​ເວລາ​ໄປທ່ຽວ. ​​ເມື່ອ​ໄປຕະຫຼາດ, ​ໄປ​ເຮັດ​ນາ ຖ້າ​ພົບ​ກັນຊາ​ວ​ເຜົ່າ ຊ໋ານຈີ ກໍ່​ຂັບ​ຕອບ​ກັນ. ​ໄປ​ຫາ​ເຮືອນ​ກັນ​ເຂົາ​ເຈົ້າ​ກໍ່ຂັບ​ຄຳນັບ​ເຈົ້າຂອງ​ເຮືອນ, ຂັບ​ໃນ​ງານ​ດອງ ​ແລະ ຂັບ​ເມື່ອ​ພົບ​ກັບ​ເພື່ອນ​ມິດ. ຊາວ​ເຜົ່າ ຊ໋ານຈີ​ຂັບ​ເພງ​ພື້ນ​ເມືອງ​​ເພື່ອສະ​ແດງ​ຄວາມ​ຮັກຂອງ​ຕົນ​ຕໍ່​ຊີວິດ​ປະຈຳ​ວັນ. ​ເພງພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋ານຈີ​​ໄດ້ສ້າງ​ຄວາ​ມດູດ​ດື່ມ​ໃຫ້​ທັງຜູ້​ຂັບ ​ແລະ ​ຜູ້​ຟັງ, ນີ້​ແມ່ນ​ວິທີ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສະ​ແດງ​ອາລົມ​ຈິດ​ຂອງ​ຕົນ​ຕໍ່​ກັນ. ການ​ຂັບ​ກໍ່​ງ່າຍດາຍ, ບໍ່​ຕ້ອງ​ໃຊ້​ເຄື່ອງ​ດົນຕີ, ດັ່ງ​ນັ້ນ​ສາມາດ​ຂັບ​ຢູ່​ທຸກ​ແຫ່ງຫົນ. ​ເນື້ອ​ໃນ​ບົດ​ເພງ​ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງການ​ດຳລົງ​​ຊີວິດຂອງ​ເຂົາ​ເຈົ້າ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ນິຍົມ​ທີ່​ສຸດ. ຕ້ອງ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ຮູບ​ການ​ພົວພັນ​ຜ່ານ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຊິ່ງບໍ່​ເຄີຍ​ມີ​ໃນ​ຊົນ​ເຜົ່າ​ອື່ນໆ. ທ່ານ ​ເລິ​ມຫໍ້, ຊາວ​ເຜົ່າ ຊ໋ານຈີ ຢູ່​ມ໋ອງກ໋າຍ, ​ແຂວງ ກວາງ​ນິງ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້, ຄົນ​ລຸ້ນກ່ອນ​ຮູ້​ຂັບໄດ້​ສອນ​ໃຫ້​ລູກ​ຫຼານ​ສືບ​ທອດ, ດັ່ງ​ນັ້ນຜູ້​ໃດ​ກໍ່​ສາມາດ​ຂັບ​ໄດ້. ສ່ວນຂ້າພະ​ເຈົ້າ​​ໄດ້​ຟັງ​ຫຼາຍກໍ່​ຮູ້​ຂັບ​ເລີຍ ​ໂດຍ​ບໍ່​ຕ້ອງ​ຮຽນ​ອີກ“.

        ຕາມ​ປົກກະຕິ, ການ​ຂັບ​ສິ່ງ​ ເຄີຍ​ແກ່ຍາວ​ແຕ່ 5 – 7 ຄືນ ​ແລະ ​ເຂົາ​ເຈົ້າ​ສາມາດ​ຂັບ​ແຕ່ 700 – 1.000 ບົດ​ເພງ. ຜູ້​ຂັບ​ຕ້ອງມີ​ຄວາມ​ສຸມ​ຈິດ​ສຸມ​ໃຈ ​ແລະ ຈື່​ຈຳ​ໄດ້​ດີ, ​ເພາະ​ເມື່ອ​ຂັບຜິດຄຳສັບ​ ຫຼືພະຍາງ​ໃດ​ໜຶ່ງ ​ແມ່ນ​ບໍ່​ສາມາ​ດຂັບ​ຕໍ່​ໄປ​ອີກ, ​ແລະ ບໍ່​ໄດ້​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ທີ່​ໄດ້​ຂັບ​ແລ້ວ. ນີ້​ແມ່ນ​ຫຼັກການ​ທີ່​ບໍ່​ສາມາດ​ປ່ຽນ​ແປງ​ໄດ້, ​ເຊິ່ງຄູ່​ຂັບ​ຕ້ອງ​ປະຕິບັດ​ຢ່າງ​ເດັດຂາດ. ຊາວ​ເຜົ່າ ຊ໋ານຈີ​ ເຄີຍ​ຂັບ​ສິ່ງ​ແຕ່​ເວລາ 19-20 ​ໂມງ​ ​ເຖິງ​ເຊົ້າ​ມື້​ຕໍ່​ໄປ. ບັນດາ​ຜູ້​ເຂົ້າ​ຮ່ວມ​ຖືກ​ແບ່ງ​ເປັນ​ສອງ​ໜ່ວຍ​ຍິງ ​ແລະ ຊາຍ ​ແລະ ຂັບ​ຕາມ​ແບບ​ຕອບ​ກັນ. ​ແຕ່ລະ​ໜ່ວຍ​ມີ​ຫົວໜ້າ​ໜ່ວຍ​ເປັນ​ຜູ້ຕາງໜ້າ, ນີ້​ແມ່ນ​ຜູ້​ຂັບ​ມ່ວນ, ຕອບ​ກັນ​ເກັ່ງ ​ແລະ ມີ​ຄວາມ​ສາມາດ​ໃນ​ການ​ເວົ້າ​ຈາ. ສະມາຊິກ​ທຸກ​ຄົນໃນ​ໜ່ວຍ​ລ້ວນ​ແຕ່​ບໍ່​ທັນ​ສ້າງ​ຄອບຄົວ, ບໍ່​​ຮ່ວມ​​ເລືອດ​ເນື້ອ​ເຊື້ອສາຍດຽວ​ກັນ. ຊາວ​ເຜົ່າ ຊ໋ານຈີ​ ຖື​ຂັບ​ສິ່ງ ​ແມ່ນ​ຂັບ​ກ້ຽວກັນ ​ເພື່ອ​ສ້າງ​ຄວາມ​ຮັກ​​ຄູ່​ບ່າວ​ສາວ​ນຳ​ກັນ, ດັ່ງ​ນັ້ນ​ຜູ້​ສ້າງ​ຄອບຄົວ​ແລ້ວ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ. ທ່ານ ​ເຫົ່າ​ແທງ​ຕິ້ງ, ຊາວ​​ເຜົ່າ ​ຊ໋ານຈີ ຢູ່ ມ໋ອງກ໋າຍ, ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ກ່ອນ​ມາ​ນີ້, ຊາວ​ໜຸ່ມ​ຍິງ​-ຊາຍ​ໄປ​ທ່ຽວ​ໃນ​ຍາມ​ບຸນ​ເຄີຍ​ຂັບ​ຮ້ອງ​ເພື່ອ​ຊອກ​ຮູ້​ກັນ. ນີ້​​ແມ່ນ​ການ​ພົວພັນ​ລະຫວ່າງ​ຄູ່​ຍິງ​-ຊາຍ ​ເພື່ອ​ຈາກ​ນັ້ນ​ສາມາດ​ສ້າງ​ເປັນ​ຄູ່​ຮັກ​ກັນ​ໄດ້“.

        ຂັບ​ສິ່ງ​ແມ່ນ​ຮູບ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ມີ​ລັກສະນະ​ເສລີ, ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ສາມາດ​ຂັບ​ຮ້ອງ​ຢູ່​ທຸກ​ແຫ່ງ. ຍິງ​-ຊາຍ​ພົບ​ປະກັນ, ຖ້າ​ຮັກ​ແພງ​ກັນຈະ​ສ້າງ​ເປັນ​ໜ່ວຍ​ຂັບ​ໃນ​ທັນທີ. ອາ​ດ​ເວົ້າ​ໄດ້​ວ່າ​ຂັບ​ສິ່ງ​ ແມ່ນ​ຈຸດ​ວັດທະນະທຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກົມກຽວ​ລະຫວ່າງ​ລັກສະນະ​ພິທີການ ​ແລະ ​ການ​ເຄື່ອນ​ໄຫວ​ໃນ​ງານ​ດອງ​ຂອງ​ຊາວ​ເຜົ່າ ຊ໋ານຈີ. ພາຍຫຼັງ​ການ​ຂັບ​ກ້ຽວ​ກັນ​ແຄມ​ເນີນ​ພູ, ​ໃນ​ງານ​ບຸນ​ຕ່າງໆ​, ຫຼື​ຢູ່​ງານ​ດອງ​ໃນ​ບ້ານ​ນັ້ນ ​ໄດ້​ສ້າງ​ເປັນຄວາມ​ຮັກ​ລະຫວ່າງ​ຄູ່​ບ່າວ​ສາວ. ງານ​ດອງ ​ເປັນ​ຂີດ​ໝາຍ​ທຳ​ອິດ​ແຫ່ງ​ຄວາມສຸກ​ຂອງ​ຄູ່​ບ່າວ​ສາວ ຊ໋ານຈີ, ຜ່ານ​ຄວາມ​ຮັກ​ບໍລິສຸດ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ຂັບ​ສິ່ງ, ບົດ​ເພງພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຊ໋ານຈີ.

ຕອບກັບ

ຂ່າວ/ບົດ​ອື່ນ