(vovworld) - ຊາວເຜົ່າ K’ho ແມ່ນຊາວເຜົ່າທີ່ມີປະຫວັດແຫ່ງການພັດທະນາມາແຕ່ດົນນານແລ້ວ. ຊາວເຜົ່າ K’ho ສ່ວນຫຼາຍແມ່ນດຳລົງຊີວິດຢູ່ເຂດທິດໃຕ້ ໄຕງວຽນ. ໝູ່ບ້ານຂອງ ຊາວເຜົ່າ K’ho ເຄີຍຕັ້ງຢູ່ເນີນພູ ຫຼືຢູ່ຕາມຮ່ອມພູ. ຊາວເຜົ່າ K’ho ດຳລົງຊີວິດໃກ້ຊິດຕິດພັນກັບທຳມະຊາດ, ເສດຖະກິດຕົ້ນຕໍແມ່ນກຸ້ມຕົນເອງ, ດັ່ງນັ້ນ ຊາວເຜົ່າ K’ho ຈຶ່ງມີນຳ້ໃຈສາມັກຄີໃນປະຊາຄົມສູງ. ຍ້ອນເຫດນັ້ນ, ບັນດາງານບຸນປະເພນີຂອງ ຊາວເຜົ່າ K’ho ຍັງຄົງໄດ້ຮັບການຮັກສາໄວ້ມາເຖິງປະຈຸບັນ.
ຊາວເຜົ່າ K’ho ດຳລົງຊີວິດໃນບັນດາໝູ່ບ້ານ, ຕາມແບບໝູ່ບ້ານຊົນນະບົດທີ່ເປັນມູນເຊື້ອ. ແຕ່ລະໝູ່ບ້ານລ້ວນແຕ່ມີກົງຈັກຄຸ້ມຄອງສະເພາະ, ຫົວໜ້າກົງຈັກນັ້ນແມ່ນນາຍບ້ານ. ໜ້າທີ່ຂອງນາຍບ້ານ ແມ່ນຄຸ້ມຄອງ ແລະ ບໍລິຫານວຽກງານລວມຂອງໝູ່ບ້ານເຊັ່ນ: ເລືອກເຟັ້ນ, ຈັດແບ່ງທີ່ດິນປູກຝັງ, ຍົກຍ້າຍໝູ່ບ້ານ, ໄກ່ເກ່ຍປອງດອງ, ພິພາກສາ, ຈົດຈຳຊາຍແດນ, ປົກປັກຮັກສາຜືນແຜ່ນດິນຂອງໝູ່ບ້ານ. ຊາວເຜົ່າ K’ho ກໍ່ເຄີຍຖາມນາຍບ້ານວຽກງານທຸກຢ່າງໃນຄອບຄົວຂອງເຂົາເຈົ້າອີກ. ບັນດາສະມາຊິກຂອງໝູ່ບ້ານມີສະຕິ, ມີຄວາມຮັບຜິດຊອບໃນການປັບປຸງຄວາມໝັ້ນຄົງ ແລະ ຄວາມສາມັກຄີຂອງວົງຕະກຸນ, ໝູ່ບ້ານ; ຮັກສາດິນ, ປ່າ, ແຫຼ່ງນ້ຳ ກໍ່ຄືຊັບສົມບັດເຊິ່ງໄດ້ຮັບຖືວ່າແມ່ນຂອງລວມ ແລະ ປະຕິບັດບັນດາກົດໝາຍ, ປະເພນີທີ່ເປັນມູນເຊື້ອ.
ຊາວເຜົ່າ K’ho ຜະລິດກະສິກຳ, ປູກເຂົ້າ, ສາລີຢູ່ໄຮ່, ເຮັດສວນຢູ່ບ້ານ, ລ້ຽງສັດເປັນກຳລັງແກ່ລາກ, ລ້ຽງສັດປີກເປັນອາຫານ. ສ່ວນອາຊີບຫັດຖະກຳຂອງ ຊາວເຜົ່າ K’ho ສ່ວນຫຼາຍແມ່ນ: ຕີເຫຼັກ, ຖັກສານ, ຕ່ຳຫູກ…
ໃນສັງຄົມຂອງ ຊາວເຜົ່າ K’ho, ມາຮອດປະຈຸບັນຍັງຄົງຮັກສາຮູບການຄອບຄົວຕາມລະບອບມານດາສິດທິລາດ, ຜູ້ຍິງເປັນເຈົ້າຂອງຄອບຄົວ ແລະ ເປັນເຈົ້າການໃນການສົມລົດ. ພາຍຫຼັງງານແຕ່ງດອງ, ເຈົ້າບ່າວຈະມາຢູ່ນຳຄອບຄົວເຈົ້າສາວ. ລູກຂອງເຂົາເຈົ້າຖືສະກຸນຂອງແມ່ ແລະ ໃນຄອບຄົວ, ລູກສາວເປັນຜູ້ສືບມູນ. ສິ່ງທີ່ສະແດງອອກຢ່າງຈະແຈ້ງທີ່ສຸດໃນການສົມລົດຂອງຊາວເຜົ່າ K’ho ນັ້ນແມ່ນປະເພນີ “ຈັບຜົວ“. ເພື່ອເອົາຜູ້ຊາຍເປັນຜົວ. ຄອບຄົວຜູ້ສາວຕ້ອງຍອມຮັບຄ່າສິນສອດຈາກຄອບຄົວຝ່າຍຜູ້ຊາຍ. ຜູ້ຊາຍຍິ່ງມີສຸຂະພາບເຂັ້ມແຂງ, ມີຄວາມເກັ່ງກ້າສາມາດ, ຄ່າສິນສອດກໍ່ຍິ່ງຫຼາຍ. ເຖິງວ່າປະຈຸບັນຊີວິດໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ປະເພນີ “ຈັບຜົວ“ ຍັງຄົງຮັກສາໄວ້ຈົນເຖິງປະຈຸບັນຢູ່ບາງແຫ່ງ, ເຖິງຢ່າງໃດກໍ່ຕາມ, ການແອ່ວຄ່າສິນສອດບໍ່ໜັກໜ່ວງຄືກ່ອນນີ້ອີກ. ທ່ານນາງ K’nam, ຊາວເຜົ່າ K’ho ເລົ່າສູ່ຟັງວ່າ:
“ໃນເມື່ອກ່ອນ, ຜູ້ສາວຕ້ອງມີຂອງສືບມູນຈຶ່ງສາມາດເອົາຜົວໄດ້. ແຕ່ປະຈຸບັນ, ບັນຫານີ້ບໍ່ໜັກໜ່ວງປານໃດແລ້ວ. ສອງຄົນຮັກກັນ, ຈະອີງໃສ່ເງື່ອນໄຂຕົວຈິງຂອງຄອບຄົວຜູ້ສາວເພື່ອແອ່ວຄ່າສິນສອດໃຫ້ເໝາະສົມ“.
ຕາມປະເພນີຂອງຊາວເຜົ່າ K’ho, ຍິງຊາຍມີການພົວພັນທາງເພດກ່ອນການສົມລົດບໍ່ຖືກຫ້າມຢ່າງເດັດຂາດ, ແຕ່ເມື່ອໄດ້ສ້າງຄອບຄົວແລ້ວ, ແຕ່ຍັງມີການພົວພັນທາງເພດກັບຜູ້ອື່ນຈະຖືກລົງໂທດຢ່າງໜັກໜ່ວງ. ສະພາບເກີດການປະກັນແມ່ນໜ້ອຍທີ່ສຸດ ແລະ ຕ້ອງໄດ້ຮັບຄວາມເຫັນດີຈາກນາຍບ້ານ. ລະບອບຜົວໜຶ່ງເມຍດຽວຂອງຊາວເຜົ່າ K’ho ໄດ້ສ້າງຄວາມປອງດອງໃຫ້ແກ່ຄອບຄົວຊາວເຜົ່າ K’ho.
(ພາບປະກອບ)
ເຮືອນຢູ່ຂອງ ຊາວເຜົ່າ K’ho ແມ່ນເຮືອນຮ້ານເປັນຕົ້ນ. ເຮືອນຮ້ານຖືກມຸງຫຍ້າ, ມີແຕະສານດ້ວຍໄມ້ເຮ້ຍຫຼືໄມ້ໄຜ່ເພື່ອຕ້ານທານກັບຄວາມໜາວ. ກ່ອນນີ້ບັນດາເຮືອນຮ້ານເຄີຍຖືກປຸກສ້າງສູງກວ່າປະຈຸບັນ ເພື່ອກັນສັດຮ້າຍ, ຢູ່ຕໍ່ໜ້າປະຕູເຄີຍມີຂັ້ນໄດກວ້າງ.
ນັບແຕ່ດົນນານມາແລ້ວ, ຊາວເຜົ່າ K’ho, ໄດ້ມີຄວາມຕິດພັນກັບການຜະລິດກະສິກຳ, ຖືອາຊີບປູກເຂົ້າເປັນສຳຄັນ, ຍ້ອນເຫດນັ້ນຈຶ່ງມີຫຼາຍງານບຸນບູຊາເທວະດາເຂົ້າ, ແລະ ກ່ຽວຂ້ອງເຖິງບັນດາຂັ້ນຕອນປູກເຂົ້າຄື: ງານບຸນຕົກກ້າ, ງານບຸນພາວະນາໃຫ້ການປູກເຂົ້າມີສະມັດຕະພາບສູງ, ງານບຸນພາວະນາໃຫ້ເຂົ້າສຸກເຫຼືອງ, ງານບຸນພາວະນາໃຫ້ການເກັບກ່ຽວໄດ້ຮັບຜົນດີ, … ພິເສດ, ຊາວເຜົ່າ K’ho ມີງານບຸນໃຫຍ່ສຸດໃນປີ, ນັ້ນແມ່ນງານບຸນບູຊາຕົ້ນເຂົ້າ. ໃນເມື່ອກ່ອນ, ງານບຸນນີ້ຖືກຈັດຕັ້ງຕາມແຕ່ລະຄອບຄົວ. ປະຈຸບັນມັນໄດ້ກາຍເປັນງານບຸນໃຫຍ່ໃນປີຂອງທັງໝູ່ບ້ານ. ໃນງານບຸນ, ຊາວບ້ານໄດ້ເຂົ້າຮ່ວມຄວາມມ່ວນຊື່ນພ້ອມກັບແຕ່ລະຄອບຄົວ. ງານບຸນກໍ່ແມ່ນໂອກາດເພື່ອໃຫ້ບັນດາເຈົ້າກົກເຈົ້າເຫຼົ່າແນະນຳໃຫ້ລູກຫຼານວິທີຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ. ທ່ານ K’do, ຊາວເຜົ່າ K’ho, ໃຫ້ຮູ້ວ່າ:
“ງານບຸນບູຊາຕົ້ນເຂົ້າແມ່ນປະເພນີໂດຍບັນພະບຸລຸດປະໄວ້. ແລະ ພວກເຮົາພຽງແຕ່ປະຕິບັດຕາມເທົ່ານັ້ນ. ແຕ່ລະຄອບຄົວເຄີຍຈັດພາເຂົ້າ, ພ້ອມກັບໄຫເຫຼົ້າເພື່ອຖະຫວາຍບູຊາ, ເຊື້ອເຊີນບັນພະບຸລຸດກັບມາເຂົ້າຮ່ວມງານບຸນແລະ ດົນບັນດານໃຫ້ທັງຄອບຄົວມີສຸຂະພາບເຂັ້ມແຂງ, ເຮັດອັນໃດກໍ່ປະສົບຜົນສຳເລັດອັນນັ້ນ“.
ຊາວເຜົ່າ K’ho, ມີຊີວິດທາງດ້ານຈິດໃຈອຸດົມສົມບຸນ ແລະ ເປັນເອກະລັກສະເພາະທີ່ສຸດ. ບົດເພງ, ບົດກະວີເຕັມໄປດ້ວຍທຳນອງດົນຕີ ແລະຄວາມຮັກ. ເຄື່ອງດົນຕີກໍ່ຄ້າຍຄືກັນກັບຊາວເຜົ່າອື່ນໆຢູ່ເຂດ ໄຕງວຽນຄື: ມີຊຸດຄ້ອງປະກອບດ້ວຍ 6 ໜ່ວຍ, ມີແຄນ, ມີພິນດ້ວຍລຳໄມ້ໄຜ່. ເຄື່ອງດົນຕີຂອງ ຊາວເຜົ່າ K’ho, ເຄີຍນຳມາສະແດງໃນໂອກາດງານບຸນບູຊາເທວະດາຟ້າແຖນ, ແລະ ໃນການເຄື່ອນໄຫວວັດທະນະທຳປະຊາຄົມ.
ໃນຊຸມປີຜ່ານມາ, ລັດໄດ້ປະຕິບັດແຜນນະໂຍບາຍຕ່າງໆກ່ຽວກັບການລົງທຶນພັດທະນາເຂດຊົນເຜົ່າສ່ວນໜ້ອຍ, ໃນນັ້ນມີ ຊາວເຜົ່າ K’ho,. ມີຫຼາຍເຂດທີ່ ຊາວເຜົ່າ K’ho ເຄີຍດຳລົງຊີວິດ ໄດ້ສ້າງເຂດປູກສະເພາະຕົ້ນໄມ້ທັນຍາຫານ, ຕົ້ນໄມ້ອຸດສາຫະກຳ ແລະ ພັດທະນາການບໍລິການທ່ອງທ່ຽວ. ຍ້ອນເຫດນັ້ນ ຊາວເຜົ່າ K’hoຈຶ່ງມີເງື່ອນໄຂເພື່ອພັດທະນາເສດຖະກິດ, ກໍ່ສ້າງຊີວິດໃໝ່.