ການດຳເນີນຊີວິດຕິດພັນກັບສັງຄົມຂອງຊາວເຜົ່ານຸ່ງ

(vovworld) - ຊາວ​ເຜົ່າ​ນຸ່ງ​ມີ​ປະຫວັດ​ແຫ່ງ​ການ​ພັດທະນາ​ຕິດ​ພັນ​ກັບ​ຊີວິດ​ທາງ​ສັງຄົມ, ອີງ​ຕາມ​ສາຍ​ພົວພັນ​ລວມກ່ຽວກັບ​ເຂດ​ຢູ່​ອາ​ໄສ, ປະ​ເພນີ​ດຳ​ເນີນ​ຊີວິດ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ. ຊາວ​ເຜົ່າ​ນຸ່ງ, ດຳລົງ​ຊີວິດ​ຢູ່ຮ່ວມ​ກັນ, ມີ​ຄວາມ​ສາມັກຄີ ​ແລະ ຍາມ​ໃດ​ກໍ່​ມີ​ສະຕິ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້. ບົດ​ຂຽນ: “ການ​ດຳ​ເນີນ​ຊີວິດ​ຕິດ​ພັນ​ກັບ​ສັງຄົມ​ຂອງ​ຊາວ​ເຜົ່າ​ນຸ່ງ“ ຂອງ​ໂຕ​ຕ໋ວນ,​ ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ. ​ເຊີນ​ທ່ານ​ຮັບ​ຟັງ.

ການດຳເນີນຊີວິດຕິດພັນກັບສັງຄົມຂອງຊາວເຜົ່ານຸ່ງ - ảnh 1

(ພາບປະກອບ)
       ໂດຍ​ແມ່ນ​ຊົນ​ເຜົ່າທີ່​ອົບ​ພະຍົບມາ ຫວຽດນາມ​ນັບ​ແຕ່​ຮ້ອຍ​ປີ​ມາ​ນີ້, ຊາວ​ເຜົ່າ​ນຸ່ງ​ອາ​ໄສ​ຕົ້ນຕໍ່​​ຢູ່​ບັນດາ​ແຂວງ​ໃນ​ເຂດ​ພູດ​ອຍທາງ​ພາກ​ເໜືອ ຫວຽດນາມ. ​ແລະ ​ໃນ​ວິວັດ​ແຫ່ງ​ການພົວພັນ​ແລ​ກປ່ຽນ, ພັດທະນາ, ຊາວ​ເຜົ່າ​ນຸ່ງ​ກໍ່​​ແບ່ງ​ເປັນ​ຫຼາຍ​ກຸ່ມ​ທ້ອງ​ຖີ່​ນ, ​ເຊັ່ນ: ນຸ່ງ​ອານ, ນຸ່ງ​ລ່າຍ, ນຸ່ງ​ຈ໋າວ, ນຸ່ງ​ຢີ໋ນ… ​ເຖິງ​ວ່າ​ຈະ​ດຳລົງ​ຊີວິດ​ຢູ່​ກະ​ແຈກ​ກະຈາຍ​ໃນ​ຫຼາຍ​ທ້ອງ​ຖີ່​ນທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ຊາວ​ເຜົ່າ​ນຸ່ງ​ຍັງ​ຄົງ​ຮັກສາ​ສາຍ​ພົວພັນ​ເປັນ​ປະຈຳ, ພິ​ເສດ​ແມ່ນ​ຍັງ​ຄົງ​ຮັກສາ​ບັນດາ​ຮີດຄອງ​ປະ​ເພນີ, ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ. ທ່ານ ​ຮ່ວາງ​ວັນ​ປ໋າວ, ພະນັກງານ​ວັດທະນະທຳ​ແຂວງ​​ ລ້າງ​ເຊ​ີນ, ​ເຊິ່ງ​ແມ່ນ​ແຂວງ​ທີ່​ມີ​ຊົນ​ເຜົ່າ​ນຸ່ງ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ນຸ່ງ​ດຳລົງ​ຊີວິດຢູ່​ໃນ​ເຮືອນຮ້ານ ​ແລະ ​ເຮືອນ​ດິນ, ​ເຂົາ​ເຈົ້າດຳລົງ​ຊີ​ວີ​ວິດ​ຢູ່​ຮ່ວມ​ກັນ, ​ເຊິ່ງປະກອບ​ດ້ວຍ​ຫຼາຍ​ວົງ​ຕະກຸນ, ບາງ​ໝູ່​ບ້ານມີ​ນັບ​ຮ້ອຍ​ຄອບຄົວ​ຢູ່​ຮ່ວມ​ກັນ, ​ແຕ່​ຄິດ​ສະ​ເລ່ຍ​ແມ່ນ​ມີ​ປະມານ 30-40 ຄອບຄົວຢູ່​ຮ່ວມ​ກັນ​ໃນ​ບ້ານ​ໜຶ່ງ. ການ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ​ນຸ່ງ​ແມ່ນ​ອີງ​ຕາມ​ລະບອບບິດາ​ສິດທິ​ລາດ, ຮີດຄອງປະ​ເພນີ ​ແລະ​ການ​ເຫຼືອມ​ໄສ​ເຊື່ອ​ຖື​ທັງ​ໝົດ​ລ້ວນ​ແຕ່​ດຳ​ເນີນ​ໃນ​ແຕ່​ລະ​ຄອບຄົວ, ​ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເປັນຄວາມ​ສະ​ໜິດຕິດ​ພັນ, ຄວາມ​ສາມັກ​ຄີ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​“.

        ​ໃນ​ຄອບຄົວ​ຂອງ​ຊາວ​ເຜົ່ານຸ່ງ ​ສິດທິ​ຂອງ​ເຈົ້າ​ໂຄດ​ແມ່ນສູງ​ສຸດ, ​ເຊິ່ງສ​ະແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ຊີວິດ​ປະຈຳ​ວັນ. ​ໃນ​ຄອບຄົວ, ຜູ້​ເປັນພໍ່, ​ເປັນຜົວ ມີ​ສິດ​ຕັດສິນ​ໃນ​ການ​ແບ່ງ​ຊັບ​ສົມບັດ ​ແລະ ພຽງ​ແຕ່​ລູກ​ຊາຍ​ຈຶ່ງ​ມີ​ສິດ​ສືບ​ມູນ. ລູກ​ຊາຍ​ກົກ​ໄດ້​ຮັບຊັບ​ສົມບັດ​ຫຼາຍ​ກວ່າ ​ແລະ ຢູ່​ຮ່ວມ​ກັບ​ພໍ່​ແມ່, ມີ​ຄວາມ​ຮັບ​ຜິດ​ຊອບ​ລ້ຽງ​ດູ​ພໍ່​ແມ່, ​ເມື່ອ​ພໍ່​ແມ່​ເຖິງ​ແກ່​ມໍລະນະ​ກຳ​ ລູກຊາຍ​ກົກ​ຈະ​ຕ້ອງ​ຈັດ​ພິທີ​ງານ​ສົບ ​ແລະ ຮັບຜິດຊອບ​ວຽກ​ງານບູຊາ.

​        ໃນ​ໝູ່​ບ້ານ​ຕ່າງໆ​, ຊາວ​ເຜົ່າ​ນຸ່ງບໍ່​ດຳລົງ​ຊີວິດ​ຮ່ວມ​ກັບ​ຊົນ​ເຜົ່າ​ອື່ນໆ, ​ແຕ່​ຍັງ​ຄົງ​ຮັກສາ​ສາຍ​ພົວພັນ​ຢ່າງ​ກົມ​ກ່ຽວ​ກັບ​​ໃນປະຊາ​ຄົມ. ປ້າ ຈ້ຽວຖູ​ຍຕຽນ, ພະນັກງານ​ວັດທະນະທຳ​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “​ໃນ​ການ​ດຳລົງ​ຊີວິດ​ຂອງປະຊາ​ຄົມ, ​ເຂົາ​ເຈົ້າ​ມີ​ຄວາມ​ຕ້ອງການ​ຮ່ວມ​ມື​ນຳ​ກັນເພື່ອ​ປ້ອງ​ກັນ ​ແລະ ທຳ​ມາ​ຫາ​ກິນ, ກໍ່​ຄື​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ, ດຳ​ເນີນ​ຊີວິດ, ສ້າງ​ເປັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ມູນ​ເຊື້ອ​ສາມັກຄີ. ນັບ​ແຕ່​ກິ​ແຕ່​ກ່ອນ, ຊາວ​ເຜົ່າ​ນຸ່ງ​ມີ​ທັດສະນະ​ວ່າ, ​ໃນ​ການ​ດຳລົງ​ຊີວິດ​ແມ່ນ​ຕ້ອງ​ມີ​ອ້າຍ​, ມີ​ນ້ອງ, ມີ​ຜູ້​​ໃຫຍ່, ຜູ້​ນ້ອຍ, ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເປັນຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ສະໜິດ​ຕິດ​ພັນ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ ກໍ່​ຄື​ໃນ​ການ​ດຳ​ເນີນ​ຊີວິດ​ຂອງ​ປະຊາ​ຄົມ“.

ການດຳເນີນຊີວິດຕິດພັນກັບສັງຄົມຂອງຊາວເຜົ່ານຸ່ງ - ảnh 2

ຊາວ​ເຜົ່າ​ນຸ່ງ​ດຳລົງ​ຊີວິດ (ພາບ: TTD)

        ​ໃນ​ແຕ່ລະ​ໝູ່​ບ້ານຊາວ​ເຜົ່າ​ນຸ່ງ​ເຄີຍ​ກໍ່ສ້າງ​ສາລາ​ບ້ານ​ລວມ ​ເພື່ອ​ບູຊາ​ອໍລະຫັນ​ຂອງ​ໝູ່​ບ້ານ. ນີ້​ກໍ່​ແມ່ນ​ບ່ອນ​ດຳ​ເນີນ​ຊີວິດ​ລວມຂອງ​ທັງ​ປະຊາ​ຄົມ​ໃນ​ໂອກາດ​ດຳ​ເນີນ​ງານ​ບຸນ ຫຼື​ປຶກສາ​ຫາລື​ບັນດາ​ວຽກ​ງານ​ລວມຂອງ​ບ້ານ. ດ້ວຍ​ການຈັດ​ຕັ້ງ​ການ​ດຳລົງ​ຊີ​ວີ​ວິດ​ຄື​ແນວ​ນັ້ນ, ຊາວ​ເຜົ່າ​ນຸ່ງ​ຈຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ​ແລະ ປະ​ເພ​ນີ້​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ. ທ່ານ ຮ່ວາງວັນ​ເຊີນ, ຊາວ​ເຜົ່າ​ນຸ່ງ​ຢູ່​ເມືອງ​ກາວ​ໂລກ, ​ແຂວງ ລ້າງ​ເຊີນ, ​ແບ່ງ​ປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າມີ​ຄວາມ​ສາມັກຄີ​​ເປັນ​ເອກະ​ພາບ​ນຳ​ກັນ, ດັ່ງ​ນັ້ນ​ວຽກ​ງານ​ທັງ​ໝົດ​ໃນ​ບ້ານ​ຈຶ່ງ​ປະຕິບັດ​ສຳ​ເລັດ. ຕົວຢ່າງ​ຄື​ເມື່ອ​ຂ້າພະ​ເຈົ້າ​ປຸກ​ສ້າງ​ເຮືອນ, ຖ້າ​ບໍ່​ມີ​ການ​ຊ່ວຍ​ເລື້ອຂອງ​ອ້າຍ​ນ້ອງ, ບາງ​ເທື່ອ​ຕ້ອງ​ເສຍ​ເວລາ​ນັບ​ເປັນ​ເດືອນ​ກໍ່​ບໍ່​ສາ​ມາດກໍ່ສ້າງສຳ​ເລັດ​ໄດ້. ວຽກ​ງານ​ທັງ​ໝົດ, ນັບ​ແຕ່​ການ​ຂົນ​ສົ່ງ​ວັດ​ສະດຸ, ອຸປະກອນ, ຕະຫຼອດ​ຮອດ​ການ​ກໍ່ສ້າງ, ລ້ວນ​​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຊາວບ້ານ“.

        ​ແຕ່​ລະ​ຄອບຄົວ​ຂອງ​ຊາວ​ເຜົ່າ​ນຸ່ງ, ​ແມ່ນ​ຄອບຄົວ​ເສດຖະກິດ​ທີ່​ເປັນ​ເອກະລາດ, ມີ​ຊັບ​ສິນ​ສະ​ເພາະ. ​ໃນ​ການ​ຜະລິດ ກໍ່​ຄື​ໃນ​ການ​ດຳ​ເນີນ​ຊີວິດ​ປະຈຳ​ວັນ, ຄອບຄົວ​ປະຕິບັດ​ຕາມການ​ແບ່ງ​ງານ ​ແລະ ອີງ​ຕາມ​ເພດ. ຜູ້​ຊາຍ​ເຮັດ​ວຽກ​ງານ​ໜັກ, ສ່ວຍ​ຜູ​ຍິງ​​ແມ່ນເຮັດ​ວຽກ​ງານ​ເບົາບາງ​ກວ່າ. ຜູ້ຍິງ​ຊາວ​ເຜົ່າ​ນຸ່ງ​ມີ​ຊື່​ສຽງ​ດ້ວຍ​ອາຊີບ​ປັກສາ​ນ, ຕຳ່​ຜ້າ. ວຽກ​ງານ​ລ້ຽງສັດ, ຕັດ​ຫຍ້າ​ແມ່ນ​ສະຫງວນ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ.

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ປ່ຽນ​ແປງ​ໃນ​ສັງຄົມ, ການ​ພົວພັນ​ແລກປ່ຽນ​ວັດທະນະທຳ ​ໄດ້​ເຮັດ​ໃຫ້ການ​ດຳລົງ​ຊີວິດ​ໃນ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ມີ​ການ​ປ່ຽນ​ແປງ​ພໍ​ສົມຄວນ. ບັນດາ​ເຮືອນຮ້ານ, ​ເຮືອນ​ດິນ ​ເຖິງ​ວ່າ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ດິນ​ຈີ່, ມຸງ​ດິນຂໍ ດ້ວຍ​ເຕັດ​ນິກ ​ແລະ ຮູບ​ແບບທີ່​ທັນ​ສະ​ໄໝ​ແລ້ວ​ກໍ່ຕາມ, ​ແຕ່​ບັນດາ​ປະ​ເພນີ, ສີສັນ​ວັດທະນະທຳ​ອັນ​ດີງາມ​ແລະ​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ນຸ່ງ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ໃນ​ແຕ່​ລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ຢູ່.

 

ຂ່າວ/ບົດ​ອື່ນ