ການເຫລື້ອມໃສບູຊາປູ່ຍ່າຕາຍາຍບັນພະບຸລຸດຂອງຊາວເຜົ່າ ໂລໂລ

(VOVWORLD) -ຕາມຄວາມສຳນຶກຂອງຊາວເຜົ່າໂລໂລແລ້ວ, ປູ່ຍ່າຕາຍາຍບັນພະບຸລຸດ, ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ແມ່ນຜູ້ທີ່ໄດ້ໃຫ້ກຳເນີດ ແລະ ລ້ຽງດູເຮົາໃຫ້ເຕີບໃຫຍ່ ສະນັ້ນ ລູກຫລານຕ້ອງຈັດຕັ້ງການ ບູຊາປູ່ຍ່າຕາຍາຍ ບັນພະບຸລຸດ ເມື່ອເຂົາເຈົ້າລ່ວງລັບໄປແລ້ວ. ເລື່ອງ ບູຊາປູ່ຍ່າຕາຍາຍ ບັນພະບຸລຸດ ໄດ້ຮັບການປະຕິບັດໃນໂອກາດບຸນປີໃຫມ່ປະຈຳຊາດ, ບຸນຫໍ່ເຂົ້າປະດັບດິນວັນເພງເດືອນ 7 ໄລ່ຕາມຈັນທະປະຕິທິນ ຫລື ໃນໂອກາດທີ່ໃນຄອບຄົວມີວຽກງານສຳຄັນຕ່າງໆຄື: ປຸກສ້າງເຮືອນໃຫມ່, ງານດອງ… ບົດຂຽນຂອງນັກຂ່າວ ໂຕຕວນທີ່ມີຫົວຂໍ້ວ່າ: ການເຫລື້ອມໃສບູຊາປູ່ຍ່າຕາຍາຍບັນພະບຸລຸດຂອງຊາວເຜົ່າ ໂລໂລ

ການເຫລື້ອມໃສບູຊາປູ່ຍ່າຕາຍາຍບັນພະບຸລຸດຂອງຊາວເຜົ່າ ໂລໂລ - ảnh 1 ພິທີບູຊາຂອງຊາວເຜົ່າ ໂລໂລ

ພາບ: langvietonline

ຊາວເຜົ່າ ໂລໂລ ພຽງແຕ່ບູຊາປູ່ຍ່າຕາຍາຍໃນສາມຊົ່ວຄົນເທົ່ານັ້ນ ເມື່ອໃນຄອບຄົວມີລຸ້ນຄົນທີ 4 ເສຍຊີວິດ ຄອບຄົວນັ້ນຈະທຳພິທີສົ່ງດວງວີນຍານຜູ້ທີ່ລວ່ງລັບໄປເຂົ້າປ່າ. ທຸກຄອບຄົວຊາວເຜົ່າ ໂລໂລ ລ້ວນແຕ່ມີແທ່ນບູຊາປູ່ຍ່າຕາຍາຍ, ແຕ່ພິທີບູຊາສຳຄັນທີ່ສຸດໃນປີເຄີຍໄດ້ຈັດຕັ້ງຢູ່ເຮືອນຂອງຫົວຫນ້າວົງຕະກຸນ ແລະ ໄດ້ຮັບກະກຽມຈາກທຸກຄອບຄົວໃນວົງຕະກຸນກ່ອນນັ້ນຫນຶ່ງປີ. ໃນແຕ່ລະຄອບຄົວ, ທຳມະດາລູກຊາຍກົກໃນຄອບຄົວ ຈະສ້າງແທ່ນບູຊາປູ່ຍ່າຕາຍາຍ ແລະ ແຫ່ດວງວີນຍານຂຶ້ນແທ່ນບູຊາ, ສ້າງແມ່ນໂລຫະຫລືໄມ້ເປັນຮູບຄົນເພື່ອບູຊາ. ບັນດາຄອບຄົວຊາວເຜົ່າ ໂລໂລ ປົກກະຕິຕັ້ງແທ່ນບູຊາຢູ່ໃກ້ກັບຝາເຮືອນຂອງຫ້ອງໂຖງ, ຕໍ່ຫນ້າປະຕູເຂົ້າ, ມີບັນດາຮູບຄົນເຮັດດ້ວຍໄມ້ ຫລື ແຕ້ມດ້ວຍຖ່ານຖືກສຽບລົງ ຫລືເຫນັບໃສ່ຝາເຮືອນຢູ່ເບື້ອງເທິງແທ່ນບູຊາເພື່ອສະແດງໃຫ້ເຫັນເຖິງສັນຍາລັກດວງວີນຍານຂອງຄົນລຸ້ນກ່ອນ. ກ່ຽວກັບເລື່ອງ ບູຊາປູ່ຍ່າຕາຍາຍ ໃນວັນເພັງ, ທ່ານ ຟຸ່ງບ໋າວ, ນັກສິລະປີນຖ່າຍຮູບ ແລະ ກໍ່ແມ່ນຜູ້ມີຄວາມເຂົ້າໃຈເລິກກ່ຽວກັບຊາວເຜົ່າ ໂລໂລ ໃຫ້ຮູ້ວ່າ:

“ບໍ່ຄືກັນກັບບັນດາເຜົ່າອື່ນ ທີ່ເຄີຍຈັດພິທີບູຊາ ປູ່ຍ່າຕາຍາຍໃນວັນເພັງກາງເດືອນໄລ່ຕາມຈັນທະປະຕິທິນ. ຕາມການອະທິບາຍຂອງບັນດາເຈົ້າກົກເຈົ້າເຫລົ່າແລ້ວ, ກ່ອນນີ້ ໄລຍະຍັງປະສົບກັບຄວາມຫຍຸ້ງຍາກ, ເມື່ອເຜົ່າອື່ນຈັດພິທີບູຊາໃນວັນເພັງ ສ່ວນຊາວເຜົ່າ ໂລໂລ ຍັງຄົງຢູ່ທົ່ງໄຮ່ທົ່ງນາ, ສະນັ້ນ ເມື່ອເກັບກ່ຽວສຳເລັດແລ້ວ ຊາວເຜົ່າ ໂລໂລ ຈຶ່ງເຮັດພິທີບູຊາປູ່ຍ່າຕາຍາຍ.”

ກ່ອນຈັດພິທີບູຊາ ບູຊາປູ່ຍ່າຕາຍາຍ,  ທຸກຄອບຄົວໃນບ້ານ ລ້ວນແຕ່ຍາດເວລາເພື່ອເກັບສາລີໃຫ້ທັນການ ເພາະ ໃນ 3 ມື້ບູຊາປູ່ຍ່າຕາຍາຍບັນພະບຸລຸດ, ພິທີບູຊາໃນວັນເພັງ ທຸກວຽກງານຢູ່ທົ່ງໄຮ່ທົ່ງນາກໍຄືການດຳເນີນຊີວິດດ້ານວັດທະນະທຳ, ສິລະປະ ລ້ວນແຕ່ຖືກຫ້າມ. ເຄື່ອງບູຊາເພື່ອຖະຫວາຍປູ່ຍ່າຕາຍາຍລວມມີ: ໝູໂຕຫນຶ່ງ, ໄກ່ ສອງໂຕ, ເຂົ້າຫນຽວ, ກວດເຫລົ້າ, ເງິນ… ຕະກຽງ, ຄ້ອງບ້າງເປັນຄູ່. ເວລານັ້ນຄອບຄົວຈຶ່ງໄດ້ຮັບການດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ຄອບຄົວມີໂຊກມີໄຊ. ພິທີບູຊາ ທຳມະດາມີ ໝໍພອນຕົ້ນຕໍ 2 ຄົນ ແລະ ໝໍພອນສຳຮອງຄົນຫນຶ່ງ. ພິທີບູຊາ ບູຊາປູ່ຍ່າຕາຍາຍບັນພະບຸລຸດ ແມ່ນເລີ່ມຕົ້ນເມື່ອເຈົ້າຂອງຖະຫວາຍໄກ່ 2 ໂຕ, ເຂົ້າຈ້າວ 42 ຖ້ວຍ ແລະ ເຫລົ້າ 12 ຈອກ. ທ່ານ ຟຸ່ງບ໋າວ ອະທິບາຍ ຕື່ມອີກວ່າ:

“ເຄື່ອງບູຊາໄດ້ຮັບການກະກຽມຄືແນວນັ້ນ ເພາະ ຕາມຄວາມສຳນຶກຂອງຊາວເຜົ່າ ໂລໂລ, ໂລກ ແມ່ນໄດ້ຮັບການສ້າງຂຶ້ນຈາກ ຕົ້ນໄມ້ 40 ປະເພດ, ເຫລົ້າ 12 ຈອກ ແມ່ນສະແດງໃຫ້ເຫັນ 12 ເດືອນໃນປີ.”

ການເຫລື້ອມໃສບູຊາປູ່ຍ່າຕາຍາຍບັນພະບຸລຸດຂອງຊາວເຜົ່າ ໂລໂລ - ảnh 2ຊາວເຜົ່າໂລໂລສະແດງວາດຟ້ອນໃນພິທີບູຊາ 

ເປີດສາກພິທີບູຊາປູ່ຍ່າຕາຍາຍ ບັນພະບຸລຸດ ນັ້ນແມ່ນ ພິທີຖະຫວາຍເຄື່ອງບູຊາຕໍ່ປູ່ຍ່າຕາຍາຍ ບັນພະບຸລຸດ: ໝໍເຢົາຕົ້ນຕໍ ເຮັດລະບຽບການຕໍ່ຫນ້າການເປັນສັກຂິພິຍານຂອງວົງຕະກຸນ ແລະ ວົງຄະນາຍາດເພື່ອລາຍງານ, ເຊີນປູ່ຍ່າຕາຍາຍກັບຄືນເມືອເຂົ້າຮ່ວມພິທີບູຊາ ແລະ ຊົມໃຊ້ບັນດາເຄື່ອງບູຊາໂດຍລູກຫລານຖະຫວາຍ. ບັນດາບົດສູ່ຂວັນທຳພິທີບູຊາໂດຍໝໍພອນ 2 ຄົນຕົ້ນຕໍ ແລະ ຜູ້ສຳຮອງ ຜັດປ່ຽນກັນອ່ານ.

ພິທີບູຊາແມ່ນແກ່ຍາວກວ່າ 1 ຊົ່ວໂມງ. ໃນຂະນະນັ້ນ ເຈົ້າຂອງເຮືອນ ແຂວນເຂົ້າປັ້ນຫນຶ່ງປັ້ນຕໍ່ຫນ້າເຮືອນເພື່ອໃຫ້ດວງວີນຍານຂອງຜູ້ລ່ວງລັບໄປທີ່ບໍ່ມີເຮືອນຢູ່ເພື່ອໃຫ້ເຂົາເຈົ້າມີຂອງກິນ ແລະ ບໍ່ລົບກວນເຈົ້າຂອງ. ສິ້ນສຸດພິທີ ກໍ່ແມ່ນຈຸດເວລາພີ່ນ້ອງໃນວົງຕະກຸນພາກັນມາຫາ. ເຂົາເຈົ້າພ້ອມກັບບັນດາສະມາຊິກໃນຄອບຄົວເຈົ້າຂອງກິນດື່ມຢ່າງເບິກບານມ່ວນຊື່ນ.  ພິທີບູຊາປູ່ຍ່າຕາຍາຍ ແມ່ນຫນຶ່ງໃນບັນດາການດຳເນີນຊີວິດທີ່ຂຶ້ນກັບບັນດາພິທີກຳຕ່າງໆໃນຊີວິດປະຈຳວັນຂອງຊາວເຜົ່າ ໂລໂລ, ມີລັກສະນະສຶກສາໃຫ້ວົງຄະນາຍາດຈົ່ງອ່ວາຍຫນ້າເມືອຫາກົກເຄົ້າເຫງົ້າກໍ, ສະແດງຄວາມຮູ້ບຸນຄຸນຕໍ່ ປູ່ຍ່າຕາຍາຍ, ສຶກສາສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ສ້າງຄວາມສາມັກຄີໃນວົງຄະນາຍາດ ຄອບຄົວ, ວົງຕະກຸນ, ໝູ່ບ້ານ. ນີ້ແມ່ນພິທີກຳທີ່ມີຈຸດພິເສດສະເພາະຂອງຊາວເຜົ່າ ໂລໂລ. ປະຈຸບັນ ພິທີບູຊາ ປູ່ຍ່າຕາຍາຍທີ່ເປັນເອກະລັກສະເພາະນີ້ ຍັງຄົງໄດ້ຮັບການຮັກສາໄວ້ ແລະ ປະຕິບັດເປັນປະຈຳຈາກ ຊາວເຜົ່າ ໂລໂລ ຕາມປະເພນີ. ເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳບັນດາເຜົ່າ, ພິທີບູຊາ ປູ່ຍ່າຕາຍາຍ ຂອງຊາວເຜົ່າ ໂລໂລຈ໋າຍ ຢູ່ຕາແສງ ຫລູງກູ ເມືອງ ດົງວັນ ແຂວງ ຮ່າຢາງ ໄດ້ຮັບການຮັບຮອງຈາກ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ວ່າ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸລະດັບຊາດແຕ່ປີ 2012.

 

ຕອບກັບ

ຂ່າວ/ບົດ​ອື່ນ