ຂະຫນົບທຳນຽມ ນອນຢວງ ຂອງຊາວເຜົ່າເກີຕູ

(vovworld)- ກໍ​ເຊັ່ນ​ດຽວ​ກັນ​ກັບ​ຫລາຍ​ຊົນ​ເຜົ່າ​ອື່ນໆ, ການ​ສົມລົດ​ຂອງ​ຊາວ​ເຜົ່າ​ເກີ​ຕູ​ແມ່ນ​ເຫດການ​ສຳຄັນ​ບໍ່​ພຽງ​ແຕ່​ສຳລັບ​ຄອບຄົວ​ຜູ້​ບ່າວ​ຜູ້​ສາວ​​ເທົ່າ​ນັ້ນ ຫາກ​ນັບ​ທັງ​ບ້ານ​ອີກ​ດ້ວຍ. ປະຈຸ​ບັນ ຊາວ​ເຜົ່າ​ເກີ​ຕູ​ຢູ່​ແຂວງ ກວ໋າງນາມ ຍັງ​ຄົງ​ຮັກສາ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ ນັ້ນ​ແມ່ນ​ຂະຫນົບທຳນຽມ ​ນອນ​ຢວງ. ນອນ​ຢວງ ​ມີ​ຄວາມ​ໝາຍ​ອັນ​ດີງາມ​​​ແຫ່ງຄວາມ​ຮັກ​ທີ່ບໍລິສຸດ​ຜຸດ​ຜ່ອງ​ ​ລ​ະຫວ່າງບ່າວ​ສາວ​ຊາວ​ເຜົ່າ​ເກີ​ຕູ​ ​ ເຊິ່ງໄດ້​ກາຍເປັນ​ຜົວ​ເມຍ​ໃນ​ສັງຄົມ​ປະຈຸ​ບັນ. ​

ຂະຫນົບທຳນຽມ ນອນຢວງ ຂອງຊາວເຜົ່າເກີຕູ - ảnh 1
ງານແຕ່ງດອງຂອງຊາວເຜົ່າເກີຕູ
ພາບ:internet

ຜູ້​ເຖົ້າ​ຜູ້​ແກ່​ຊາວ​ເຜົ່າ​ເກີ​ຕູ ຢູ່ ​ເມືອງ ດົງ​ຢາງ ​ແລະ ​ໄຕ​ຢາງ ​ແຂວງ ກວ໋າງນາມ ​ໃຫ້​ຮູ້​ວ່າ: ກ່ອນ​ນີ້ ຜູ້​ບ່າວ​ເກີ​ຕູ ​ເມື່ອ​ມີ​ອາຍຸ 20 -22 ປີ ຮູ້​ຈັກ​ທຳ​ມາ​ຫາ​ກິນ, ຫາລ້ຽງ​ຄອບຄົວ​ໄດ້​​ ຈຶ່ງ​ໄດ້ເອົາ​ເມຍ. ຜູ້​ສາວ ​ເກີ​ຕູ ອາຍຸ ​ແຕ່ 18 -20 ປີ ຮູ້​ຈັກ​ແຕ່ງກິນ, ຕຳ່​ແຜ່ນ​ຈຶ່ງ​​ໄດ້ເອົາ​ຜົວ. ​​ເມື່ອ​ບຸ​ນປີ​ໃຫມ່, ລະດູບານ​ໃຫມ່​ວຽນມາ​ຫລື​ໃນ​ໂອກາດ​ງານ​ບຸນ​ໃຫຍ່​ຂອງ​ໝູ່​ບ້ານ​ຄື: ບຸນ​ຊົມ​ເຊີຍ​​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ບຸນ​ເຂົ້າ​ໃຫມ່, ບຸນ​ຂຶ້ນ​ເຮືອນ​ເກືອ​ຍ(Gươi) ຫລື​ພິທີ​​ເປີງ​ອດ(​ພິ​ທີ​ແຮ​ກສ່ຽວ​ລະຫວ່າງ​​ບ້ານ​ໃນ​ຊາວ​ເຜົ່າ​ເກີ​ຕູນຳ​ກັນ)…. ຜູ້​ບ່າວ, ຜູ້​ສາວ​ຊາວ​ເຜົ່າ​ເກີ​ຕູ​ມາ​ຫາ​ກັນ, ຊອກ​ຫາ​ຜູ້​ທີ່​​​ສົມ​ຈິດ ຖືກ​ໃຈໃຫ້​ຕົນ. ​ນີ້​ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ຜູ້​ບ່າວ​ສ້າງ​ເຮືອນ​ນ​ອນຢວງ. ​ເຮືອນນອນ​ຢວງ​ຖືກ​ກໍ່ສ້າງ​ຂຶ້ນ​ຢູ່​ທົ່ງ​ໄຮ່​ຫລື​ແຄມ​ປ່າ. ​ເຮືອນ​ຫລັງ​ນີ້​ຄື​ດັ່ງ​ຕູບເຮັດ​ດ້ວຍຕົ້ນ​ໄມ້​,ໃບ​​ໄມ້​ ​ແລະ ທຸກ​ຄົນ​ໃນ​ບ້ານລ້ວນ​ແຕ່​ຮູ້​ຈັກ​ເຖິງ​​ເຮືອນນອນ​ຢວງຫຼັງ​ນີ້. ລຸງ Hoih Nhuan(ຍ້ວນ) ຜູ້​ອາຍຸ​ສູງ​ຢູ່​ເທດສະບານ ​ເປີຣາວ, ​ເມືອງ ດົງ​ຢາງ ​ແຂວງ​ກວ໋າງນາມ ​ໃຫ້​ຮູ້​ວ່າ:

        “ ຂະຫນົບ​ທຳນຽມ​ນອນ​ຢວງຂອງ​ຊາວ​ເຜົ່າ​ເກີ​ຕູ​ ພຽງ​ແຕ່​ສະຫງວນ​ໃຫ້​ແກ່​ບ່າວ​ສາວ​ບໍ່​ທັນ​ສ້າງ​ຄອບຄົວ​ເທົ່າ​ນັ້ນ. ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄູ່​ບ່າວ​ສາວ​ຊອກ​ຮູ້​ເຊິ່ງກັນ ​ແລະ ກັນ ກ່ອນ​ທີ່​ກາຍເປັນ​ຜົວ​ເມຍ​. ນອນ​ຢວງ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ທີ່ມີ​ລັກສະນະບໍລິສຸດ​ຜຸດ​ຜ່ອງ. ​ເຂົາ​ເຈົ້າ​ໂອ້​ລົມ​ນຳ​ກັນ​ຕະຫລອດ​ຄືນ. ​​ແຕ່​ກໍ່​ມີ​ຂໍ້ ​ກຳນົດ​ຢ່າງ​ເຂັ້ມ​ງວດ​.  ​ເຂົາ​ເຈົ້າ​ພຽງ​​ແຕ່​ຊອກ​ຮູ້​ກັນ​ ​ແລະ ສາມາດ​ນອນຮ່ວມ​ກັນ​​ຢູ່​ທີ່​ນີ້​ໄດ້. ​ແຕ່ບໍ່​ໄດ້​ພົວ​ພັນ​ເກີນກຳນົດ​​ຢ່າງ​ເດັດ​ຂາດ. ຖ້າ​​ໃນ​​ເວລາ​ນອນ​ຢວງນັ້ນ ຄູ່​ບ່າວ​ສາວ​​ຄູ່ໃດບໍ່​ປະຕິບັດ​ຕາມ​ປະ​ເພ​ນີຂອງ​ເຜົ່າ​ເກີ​ຕູ ​ແລະປະ​​ໃຫ້​ເກີດ​ບັນຫາ​ຈະ​ຖື​ກປັບ​ໄຫ​ມຢ່າງ​ຫນັກ.”

        ຫວນ​ຄືນ​ຫລັງ​ຄາວ​​ເປັນ​ບ່າວ ​ແລະ  ຄຳ່​ຄືນ​ທີ່ນອນ​ຢວງ,​ເຈົ້າ​ກົກ​ເຈົ້າ​ເຫລົ່າ Alang Um ຢູ່ບ້ານ ກາ​ນົງ, ຕາ​ແສງ ອາ​ຊານ ​ເມືອງ​ໄຕ​ຢາງ ​ແຂວງ ກວ໋າງນາມ ​ເວົ້າ​ວ່າ:

        “ກ່ອນ​ນີ້ ຂ້າພະ​ເຈົ້າ ​ແລະ ຊາວ​ໜຸ່ມ​ໃນ​ບ້ານ​​ເຄີຍໄປ​ນອນ​ຢວງຕະຫລອດ. ຜູ້​ບ່າວ​ຜູ້​ສາວ​ຊອກ​ຮູ້​ກັນ, ລົມ​ກັນ​ຕະຫລອດ​ຄືນ. ທຳ​ມະ​ດາ​​ເຄີຍ​ລົມ​ກ່ຽວ​ກັບ​ຄວາມ​ຮັກ, ​ຄວາມ​​ໄຝ່ຝັນ, ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ໃນ​ຊີວິດ​ຂອງ​ຜົວ​ເມ​ຍ, ຄອບຄົວ​ໃນ​ອະນາຄົດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ບໍ່​ປະ​​ໃຫ້​ບັນຫາ​ບໍ່​ດີ​ເກີດ​ຂຶ້ນ​ຢ່າງ​ເດັດ​ຂາດ ​ເພາະວ່າ ບໍ່​ມີ​ໃຜຢາກ​ກາຍ​ເປັນ​ຜູ້​ຖືກ​​ໝິ່ນ​ປະ​ໝາດຍ້ອນ​ລະ​ເມີດ​ລະ​ບຽບຂອງ​ເຜົ່າ​ຕົນ.”

ຂະຫນົບທຳນຽມ ນອນຢວງ ຂອງຊາວເຜົ່າເກີຕູ - ảnh 2
ເຮືອນນອນ​ຢວງ​ຖືກ​ກໍ່ສ້າງ​ຂຶ້ນ​ຢູ່​ທົ່ງ​ໄຮ່​ຫລື​ແຄມ​ປ່າ
ພາບ:suckhoedoisong.vn

        ຄູ່​ບ່າວ​ສາວ​ມີ​ສິດ​ຊອກ​ຮູ້​ເຊິ່ງກັນ ​ແລະ ກັນ​ຢ່າງ​ເສລີ ​ແຕ່​ລະບຽບ​ທີ່​ເຜົ່າ​ເກີ​ຕູ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ​ເຂັ້ມ​ງວດ​ສຳລັບ​ຄູ່​ບ່າວ​ສາວ​ທີ່ລະ​ເມີດ​ ຫລື​ຖືພາ​ກ່ອນ​ທີ່​ແຕ່ງງານ. ອີງ​​ໃສ່​​ລະດັບການ​ລະ​ເມີດເພື່ອ​ປັບ​ໄໝ​, ຕາມ​ທຳ​ມະ​ດາ ຜູ້​ບ່າວ​ຖືກ​ປັບ​ໄຫ​ມຢ່າງ​ຫນັກ. ຮູບ​ການ​ປັບ​ໄຫມ​ນີ້​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ ສະ​ນັ້ນ ​ເມື່ອ​ຜູ້​ບ່າວ​ຜູ້​ສາວ​ພົບ​ປະ, ຊອກ​ຮູ້​ກັນ ​ຍາ​ມ​ໃດເຂົາ​ເຈົ້າກໍ​ມີ​ສະຕີ​​ຮັກສາ​​ໃຫ້ກັນ. ​ເຈົ້າ​ກົກ​ເຈົ້າ​ເຫລົ່າ Bhling Priu  ຢູ່​ບ້ານ ​ເຢີ​ເຣືອດ ຕາ​ແສງ ​ເຈີ​ອຸມ ​ເມືອງ​ໄຕ​ຢາງ ​ໃຫ້​ຮູ້​ວ່າ:

        “​ລະບຽບຂອງ​ຊາວ​ເຜົ່າ​ເກີ​ຕູ ​ໃນ​ໄລຍະ​ນອນ​ຢວງ (3-4ປີ), ຖ້າ​ຫາກ​ຄູ່​ບ່າວ​ສາວ​ໃດ​ຖືພາ​ຈະ​ຖືກ​ປັບ​ໄຫມ​ຢ່າງ​ຫນັກ. ຕ້ອງ​ຂ້າ​ ງົວ​ຫລື​ຄວາຍ​ໂຕ​ຫນຶ່ງ ​ແລະ ​ແບ້​ໂຕ​ຫນຶ່ງ ​ແລ້ວ​ເອົາ​ຊີ້ນ​ສ່ວນ​ຫນ່ຶ່ງມາ​ມອບ​ໃຫ້​ແຕ່​ລະ​ຄອບຄົວ​ໃນ​ບ້ານ​ເພື່ອ​ຮັບ​ສາລະພາບ​ໂທດ​. ​ໃນ​ກໍລະນີ​ຜູ້​ສາວ​ຖືພາ​, ​ແຕ່​ຜູ້​ບ່າວ​ບໍ່​ຍອມຮັບ​ແຕ່ງງານ, ທັງ​ບ້ານ ​ແລະ ຄອບຄົວ​ຂອງ​ຜູ້​ສາວ​ຈະ​ບັງຄັບ​​ໃຫ້​ຄອບຄົວ​ຜູ້​ບ່າວ​ຕອ້ງ​ເອົາ​ງົວ​ຄວາຍ, ​ເຄື່ອງ​ສຳອາງ​ທີ່​ມີຄ່າ​ມາ​ມອບ​ໃຫ້​ຄອບຄົວ​ຜູ້​ສາວ​ຫລື​ຖືກ​ຕິດຫນີ້​ຈາກ​ຄົນ​ລຸ້ນນີ້​ໄປ​ເຖິງ​ຄົນ​ຮຸ່ນ​ອື່ນ. ​ແຕ່​ການ​ປັບ​ໄຫມ​ດ້ານ​ຈິດ​ໃຈ​ແມ່ນ​ໃຫຍ່​ຫລວງ​ກວ່າ ບາງ​ເທື່ອ​ຖືກ​ວົງ​ຄະນາ​ຍາດ​ຈຳແນ​ກ​ການປະ​ພຶດ, ​ບໍ່​ມີ​​ໃຜ​ຢາກ​ພົວພັນ​ກັບ​ຜູ້​ລະ​ເມີດກົດ​ລະ​ບຽບ​ຂອງ​ເຜົ່າ​ຕົນ.”

ຂະຫນົບທຳນຽມ​ນອນ​ຢວງ​ເຕົ້າ​ໂຮມ​ຄວາມ​ງາມ​ດ້ານ​ວັດທະນະທຳ​​ເປັນ​ເອ​ກະ​ລັກສະ​ເພາະ​, ປະ​ຈຸ​ບັນ​ບັນ​ດາ​ປັດ​ໃຈ​ທີ່​ເປັນ​ມູນ​ເຊື້ອຍັງ​ຄົງ​ຮັກສາ​ໄວ້​ໃນໃນ​ງານ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ເກີ​ຕູ. ປັດ​ໄຈ​ນີ້​ທັງ​ສ່ອງ​ແສງ​ຈຸດ​​ພິ​ເສດສະ​ເພາະ​ຊອງ​ຊາວ​ເຜົ່າ ທັງ​ມີ​ຄວາມ​ໝາຍ​ສຶກສາ​ໃຫ້​ວົງ​ຄະນາ​ຍາດ​ກ່ຽວ​ກັບ​ການ​ສົມລົດ​ຊື່ງ​ເຂົາ​ເຈົ້າ​​ໄດ້​ນັບ​ຖື ແລະ ຮັກ​ສາ​ມາ​ແຕ່​ດົນ​ນານ. ສິ່ງ​ທີ່​​ຫນ້າ​ເວົ້າເຖິງນັ້ນ​ແມ່ນ ຊາວ​ເຜົ່າ​ເກີ​ຕູ​​ໃນປະຈຸ​ບັນ ບໍ່​ພຽງ​ແຕ່​ຮັບ​ເອົາ​ບັນດາ​ປັດ​​ໄຈ​ດ້ານ​ວັດທະນະທຳ​ທີ່ທັນ​ສ​ະ​ໄຫມ​​ໃນ​ຍຸກ​ປະ​ຈຸ​ບັນເທົ່າ​ນັ້ນ ຫາກ​​ຍັງ​ຮັກ​ກ​ສາຂະຫນົບທຳນຽ​ມນອນ​ຢວງທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​​ຊົນ​​ເຜົ່າ​ໃນ​ເຂດ​ພູ​ດອຍທີ່​ມີ​ມາ​ນັບພັນ​ປີ​ໄວ້​ໄດ້ຄື​ເກົ່າອີກ​ດ້ວຍ.

         

ຕອບກັບ

ຂ່າວ/ບົດ​ອື່ນ