(vovworld) - ເຖິງວ່າຈະແມ່ນຊົນເຜົ່າສ່ວນໜ້ອຍ, ຊີວິດຍັງປະສົບກັບຄວາມຫຍຸ້ງຍາກ ແລະ ອາໄສຢູ່ເຂດພູຫີນທີ່ຫ່າງໄກສອກຫຼີກກໍ່ຕາມ, ແຕ່ຊາວເຜົ່າໂລໂລ ຍາມໃດກໍ່ມີສະຕິຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນ, ສິ່ງດັ່ງກ່າວສະແດງອອກຢ່າງຈະແຈ້ງຜ່ານການຮັກສາຊຸດອາພອນຂອງເຂົາເຈົ້າ. ໃນລາຍການສີສັນ 54 ຊົນເຜົ່າພາກນີ້, ວິ້ງຟອງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມແນະນຳບົດທີ່ມີຫົວຂໍ້ວ່າ: “ຄວາມງາມໃນຊຸດອາພອນຂອງຊົນເຜົ່າໂລໂລ“.
ຊຸດອາພອນຂອງຊົນເຜົາໂລໂລ
(ພາບອິນເຕີແນດ)
ຊຸດອາພອນຂອງຊາວເຜົ່າໂລໂລຮວາ ແລະ ໂລໂລດຳ ລ້ວນແຕ່ປະດັບປະດາດ້ວຍການຫຍິບແພຫຼາຍສີໃສ່ກັນໃຫ້ເປັນລວດລາຍຕ່າງໆ. ຕາມປົກກະຕິ, ຊຸດອາພອນຂອງຊົນເຜົ່າໂລໂລລວມມີເສື້ອ, ໂສ້ງຫຼືສິ້ນ, ຜ້າບ່ຽງ. ເສື້ອແມ່ນເສື້ອສັ້ນ, ຄໍເສື້ອມົນ, ແຍກອອກຢູ່ໜ້າເອິກ, ແຂນເສື້ອຍາວ, ຕືນເສື້ອຍາວຮອດຫົວໂສ້ງ. ຕົນຕົວເສື້ອທັງເບື້ອງໜ້າ ແລະ ເບື້ອງຫຼັງລ້ວນແຕ່ປະດັບປະດາດ້ວຍການຫຍິບແພຫຼາຍສີຮູບສາມຫຼ່ຽມໃສ່ກັນ. ທ່ານ ຫຼໍ່ສີປ໋າວ, ຊາວເຜົ່າໂລໂລ, ນາຍບ້ານ ສູງປາອາ, ເທດສະບານແມ່ວວາກ, ໃຫ້ຮູ້ວ່າ:
“ຊຸດອາພອນຂອງຊົນເຜົ່າໂລໂລ ມີຈຸດທີ່ແຕກຕ່າງກັນກັບຊົນເຜົ່າອື່ນໆດ້ານເຕັກນິກຫຍິບ, ແສ່ວ… ຊາວເຜົ່າໂລໂລຊື້ແພສີຕ່າງໆຄື: ຂຽວ, ແດງ, ເຫຼືອງ, ອິດ ແລ້ວຫຍິບໃສ່ຊຸດອາພອນຂອງຕົນ. ສາຍແອວ ເຮັດດ້ວຍຜ້າຝ້າຍ, ສີຂຽວຄ້າຍຄືກັບຜ້າຄຽນຫົວຂອງຊາວເຜົ່າຜູ່ໄທ. ຊຸດອາພອນນີ້ເຂົາເຈົ້າເຄີຍນຸ່ງໃນໂອກາດງານບຸນ, ງານດອງ, ງານສົບ.“
ຊຸດອາພອນຂອງຜູ້ຊາຍຊົນເຜົ່າໂລໂລແມ່ນລຽບງ່າຍກວ່າຊຸດອາພອນຂອງຜູ້ຍິງ, ຜູ້ຊາຍເຄີຍນຸ່ງເສື້ອສັ້ນ, ໂສ້ງຂາກວ້າງ, ຍ້ອມສີຄາມ. ໃນໂອກາດງານບຸນ, ເຂົາເຈົ້າຍັງຄຽນຫົວດ້ວຍຜ້າບ່ຽງຄ້າຍຄືກັບຂອງຜູ້ຍິງຕື່ມອີກ. ສ່ວນຊຸດອາພອນຂອງຜູ້ຍິງ, ແຂນເສື້ອປະກອບດ້ວຍ 4 ຕອນທີ່ຫຍິບໃສ່ກັນ ແລະ ກໍ່ໄດ້ຮັບການປະດັບປະດາລວດລາຍຄືຢູ່ໃນຕົນໂຕເສື້ອ. ໂສ້ງຂອງແມ່ຍິງຊາວເຜົ່າໂລໂລຮວາ ປະດັບປະດາລວດລາຍອ້ອມຂາໂສ້ງ ແລະ ຕິດກັບຕີນໂສ້ງ. ສ່ວນອ້ຽມເບື້ອງຫຼັງໂສ້ງ ກໍ່ປະດັບປະດາລວດລາຍເປັນຮູບສາມຫຼ່ຽມທີ່ມີສີຫຼາກຫຼາຍ, ສາຍແອວເຮັດດ້ວຍແພຝ້າຍ, ປະດັບປະດາດ້ວຍລວດລາຍທີ່ມີຍອຍຫຼາຍສີພ້ອມກັບໝາກປັດຕິດໄສ່ອີກ. ໃນຂະນະນັ້ນ, ຊຸດອາພອນຂອງຊາວເຜົ່າໂລໂລດຳ ແມ່ນມີສີດຳເປັນຕົ້ນ. ຜູ້ຍິງມັກນຸ່ງເສື້ອສັ້ນ, ສີດຳຄາມ, ແຍກຢູ່ໜ້າເອິກ, ແຂນເສື້ອແຄບ, ຄໍແຂນຫຍິບດ້ວຍແພສີຂຽວ, ແດງ, ເຫຼືອງ ແລະ ສີອິດ. ເອື້ອຍ ລຸ່ງທິມິງ, ຢູ່ບ້ານ ສາງປາອາ, ເທດສະບານ ແມ່ວວາກ, ໃຫ້ຮູ້ວ່າ: ປີກເສື້ອເບື້ອງໜ້າທັງສອງຂອງແມ່ຍິງຊາວເຜົ່າໂລໂລເຮັດຢ່າງລະອຽດລະອໍ ດ້ວຍການຫຍິບແພຫຼາຍສີຮູບສາມຫຼ່ຽມໃສ່ກັນສ້າງເປັນຮູບຕາກະໂລ...
“ທຳອິດແມ່ນຫຍິບປ່ຽງໃຫຍ່, ຫຼັງຈາກນັ້ນຕັດບັນດາປ່ຽງນ້ອຍແລ້ວຫຍິບສະຫຼັບໃສ່ກັນ. ແພສ່ວນຫຼາຍແມ່ນສີແດງ, ຊົນເຜົ່າໂລໂລມັກສີແດງທີ່ສຸດ, ເພາະເຂົາເຈົ້າຖືສີແດງເປັນສັນຍາລັກໃຫ້ດວງຕາເວັນ“.
ຜ້າບ່ຽງຂອງຊາວເຜົ່າໂລໂລຫຍິບດ້ວຍຜ້າສີຄາມດຳ, ແດງ, ທັງສອງຫົວຫຍິບຍອຍຫຼາຍສີ ແລະ ປັກແສ່ວລວດລາຍຕ່າງໆລຽບຕາມເຊີງຜ້າບ່ຽງ. ນອກນັ້ນຍັງຕິດກະດຸມຢາງເປັນຮູບດອກໄມ້ອີກ. ໃນແຜ່ນແພຂອງຊາວເຜົ່າໂລໂລດຳເຄີຍມີຮູບນົກປະເພດໜຶ່ງທີ່ຕິດພັນກັບການເຫຼື້ອມໃສບູຊາເທວະດາຟ້າແຖນຂອງເຂົາເຈົ້າ.
ສຳລັບຜູ້ຍິງຊາວເຜົ່າໂລໂລ, ນັບແຕ່ເວລາຍັງນ້ອຍ, ເຂົາເຈົ້າໄດ້ຮຽນປັກແສ່ວ ແລະ ຕັດຫຍິບໂສ້ງເສື້ອຈາກແມ່ເຖົ້າ ແລະ ແມ່. ວຽກງານນີ້ບໍ່ພຽງແຕ່ຊ່ວຍຮັກສາອາຊີບຕັດຫຍິບ, ປັກແສ່ວເທົ່ານັ້ນ, ຫາກຍັງຮັກສາວັດທະນະທຳທີ່ເປັນມູນເຊື້ອໃນຊຸດອາພອນຂອງຊາວເຜົ່າໂລໂລອີກດ້ວຍ. ນ້ອງລຸ່ງທິຮວຽນ, ບ້ານ ສາງປາອາ, ເທດສະບານແມ່ວວາກ, ໃຫ້ຮູ້ວ່າ:
“ນ້ອງຮຽນປັກແສ່ວຈາກແມ່ເມື່ອອາຍຸ 12 ປີ ແລະ ປະຈຸບັນສາມາດປັກແສ່ວໄດ້ແລ້ວ. ນ້ອງຮຽນອາຊີບນີ້ ເພື່ອຮັກສາວັດທະນະທຳຂອງຊົນເຜົ່າຕົນໄວ້ ແລະ ຫວັງວ່າ, ໃນອະນາຄົດຕົນສາມາດສອນໃຫ້ລຸ້ນຫຼັງສືບທອດເພື່ອຮັກສາອາຊີບນີ້ໄວ້“.
ເມື່ອມາຢ້ຽມຢາມບ້ານຂອງຊາວເຜົ່າໂລໂລ, ພິເສດແມ່ນໃນໂອກາດງານບຸນ, ປີໃໝ່, ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈເມື່ອເຫັນບັນດານາງສາວຊົນເຜົ່າໂລໂລທີ່ສວຍງາມໃນຊຸດອາພອນທີ່ມີສີຫຼາກຫຼາຍ. ບັນດາລວດ ລາຍໃນຊຸດອາພອນຂອງເຂົາເຈົ້າສະແດງໃຫ້ເຫັນສິລະປະ, ລັກສະນະລະອຽດລະອໍ ແລະ ທັດສະນະສະເພາະກ່ຽວກັບຄວາມງາມຂອງເຂົາເຈົ້າ. ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນຄຸນຄ່າດ້ານວັດຖຸ ແລະ ຊີວິດທາງດ້ານຈິດໃຈທີ່ອຸດົມສົມບຸນຂອງປະຊາຄົມຊົນເຜົ່າໂລໂລອີກດ້ວຍ.