(vovworld)- ທາດຈຳແມ່ນກິດຈະກຳສະຖາປັດຕະຍະກຳສາສະຫນາຂອງລາຊະອານາຈັກ ຈຳປາເດີມ, ມີຈຸດທີ່ເປັນເອກະລັກສະເພາະຂອງສະຖາປັດຕະຍະກຳສາສະຫນາຮີນດູ. ປະຈຸບັນ ຢູ່ ຫວຽດນາມ ຍັງມີທາດຈຳປະມານ 50 ແຫ່ງ ຖືກຕັ້ງກະແຈກກະຈາຍຢູ່ບັນດາແຂວງແຄມທະເລພາກກາງຫວຽດນາມ. ຕາມບັນດານັກວິທະຍາສາດແລ້ວ, ທາດບາງແຫ່ງທີ່ມີອາຍຸຫນຸ່ມສຸດກໍໄດ້ຮັບການກໍ່ສ້າງກ່ອນນີ້ 500-600 ປີ, ບາງທາດມີອາຍຸນັບພັນປີ. ຄົນບູຮານໄດ້ກໍ່ສ້າງທາດຈຳດ້ວຍວັດສະດຸ ແລະ ເຕັກນິກພິເສດໃດເພື່ອໃຫ້ບັນດາທາດເຫລົ່ານັ້ນສາມາດຍືນຍົງມາເປັນເວລາຫລາຍປີຄືແນວນັ້ນ, ໃນລາຍການສີສັນ 54 ຊົນເຜົ່າ ພາກນີ້ ເຊີນທ່ານຊອກຮູ້ບັນຫາດັ່ງກ່າວຜ່ານບົດຂຽນຂອງນັກຂ່າວລານແອງທີ່ພາດຫົວເລື່ອງວ່າ: ຄວາມເປັນເອກະລັກສະເພາະຂອງທາດຈຳຢູ່ ຫວຽດນາມ.
ທາດຈຳຢູ່ ຕູຍຮ່ວາ ແຂວງ ຟູອຽນ
ພາບ:internet
|
ເດີນທາງລຽບຕາມພາກກາງຫວຽດນາມ, ຈາກກີ່ວແດວງາງ ຕະຫລອດຮອດ ຟານທຽດ, ພວກເຮົາຈະພົບເຫັນບັນດາທາດຈຳຫລາຍຊັ້ນ, ຢູ່ເທິງບານອອກ ແລະ ຮັດເຂົ້າຄືຮູບດອກໄມ້. ຫນ້າຝາຜະຫນັງເບື້ອງນອກຂອງທາດຖືກແກະຄວັດສະຫລັກຮູບໃບໄມ້, ນົກປະເພດຕ່າງໆ ແລະ ນາງລະບຳດ້ວຍລວດລາຍລະອຽດລະອໍ.
ຖ້າພວກເຮົາມາຢ້ຽມຢາມ ອັງກໍວັດ, ທາດ ບາຢອນ ຢູ່ ກຳປູເຈຍ ຫລື ບັນດາວິຫານໄຫວ້ບູຊາເທວະດາອື່ນຢູ່ ອິນໂດເນເຊຍ, ຢູ່ ອີນເດຍ ເຄີຍໄດ້ຮັບການກໍ່ສ້າງດ້ວຍຫີນ, ສ່ວນທາດຈຳ ຢູ່ ຫວຽດນາມ ພັດໄດ້ຮັບການກໍ່ສ້າງດ້ວຍດິນຈີ່. ມາຮອດປະຈຸບັນ, ພາຍຫລັງນັບຮ້ອຍໆປີ, ສີແດງຂອງດິນຈີ່ຍັງຄົງຮັກໄວ້ຄືເກົ່າ. ລວດລາຍໄດ້ຮັບການແກະຄວັດສະຫລັກຢູ່ເທິງດິນຈີ່ ຊື່ງແມ່ນສິ່ງທີ່ບໍ່ເຄີຍມີໃນເຕັກນິກກໍ່ສ້າງ ແລະ ສະຖາປັດຕະຍະກຳ. ທ່ານ ໂງວັນຢວານ, ສະຖາບັນຄົ້ນຄວ້າອາຊີຕາເວັນອອກສຽງໃຕ້, ກຳມະການສະພາມໍລະດົກວັດທະນະທຳແຫ່ງຊາດຖືວ່າ: ຊາວເຜົ່າຈຳແມ່ນ “ຜູ້ປະດິດສ້າງສິລະປະກໍ່ສ້າງດ້ວຍດິນຈີ່.
“ຕາມທຳມະດາແລ້ວບັນດາກິດຈະກຳສະຖາປັດຕະຍະກຳທີ່ກໍ່ສ້າງດ້ວຍດິນຈີ່ ອາຍຸຍືນຍົງຫລາຍສຸດແມ່ນ ຫນຶ່ງສັດຕະວັດ. ແຕ່ບັນດາວິຫານທາດຈຳປາທີ່ຍັງຄົງຕົວມາຮອດປະຈຸບັນ ລ້ວນແຕ່ມີອາຍຸ 700-800 ປີ ຊຳ້ບໍ່ໜຳ ມີທາດບາງແຫ່ງມີອາຍຸກວ່າ 1000 ປີ. ເມື່ອພວກເຮົາຊົມບັນດາວິຫານທາດ ຈຶ່ງເຫັນໄດ້ຢ່າງຈະແຈ້ງວ່າ ຄົນຮຸ່ນກ່ອນກໍ່ສ້າງດ້ວຍດິນຈີ່ ແຕ່ລະຫວ່າງບັນດາກ້ອນດິນຈີ່ພັດຕິດແຈບກັນບໍ່ຫ່າງ. ຢູ່ເທິງຝາຜະໜັງດິນຈີ່ນັ້ນ ຖືກແກະຄວັດສະຫລັກລວດລາຍຢ່າງລະອຽດລະອໍ. ເຕັກນິກກໍ່ສ້າງດິນຈີ່ແມ່ນຕິດແຈບກັນ ແລະ ລວດລາຍຖືກແກະຄວັດສະຫລັກໂດຍກົງເທິງດິນຈີ ມີພຽງແຕ່ຢູ່ຈຳປາເທົ່ານັ້ນ ຫາກຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ກໍຄືຢູ່ໃນໂລກພັດບໍ່ມີ.”
ທາດຈຳຢູ່ບີ່ງດີ້ງ
ພາບ:internet
|
ເຕັກນິກກໍ່ສ້າງທາດດ້ວຍດິນຈີ່ດັ່ງກ່າວໄດ້ຍືນຍົງມາເປັນເວລານັບພັນປີ ແລະ ກາຍເປັນ ສະຖາປັດຕະຍະກຳຫນຶ່ງດຽວຢູ່ໃນໂລກນັ້ນແມ່ນສິ່ງທີ່ເລິກລັບ,ອັນໄດ້ ດຶງດູດນັກວິທະຍາສາດຫລາຍທ່ານມາຄົ້ນຄ້ວາ. ບັນດານັກວິທະຍາສາດຫວຽດນາມ ໄດ້ສົມທົບກັບບັນດານັກວິທະຍາສາດ ໂປໂລຍ, ຝລັ່ງ, ອີຕາລີ ຄົ້ນຄ້ວາເພື່ອຊອກຫາຄຳຕອບ. ຜ່ານການຄົ້ນຄ້ວາ ບັນດາຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ ຊາວເຜົ່າຈຳກໍ່ສ້າງທາດ້ວຍດິນຈີ່ທີ່ຜະລິດຈາກດິນດາກໃນທ້ອງຖິ່ນ ແຕ່ເຂົາເຈົ້າ ຜະລິດດິນຈີ່ເຫລ່ົານັ້ນໃຫ້ມີລັກສະນະພິເສດສະເພາະຊື່ງດິນຈີ່ປະຈຸບັນພັດບໍ່ມີ. ຮອງສາດສະດາຈານ ໂງວັນຢວານ, ປຽບທຽບດິນຈີ່ກໍ່ສ້າງທາດຈຳ ຊື່ງທ່ານເອີ້ນວ່າດິນຈີຈາມກັບດິນຈີ ທຳມະດາໃນະຈຸບັນວ່າ:
“ດິນຈີ່ຈາມແມ່ນຕ່າງກັບດິນຈີ່ຜະລິດປະຈຸບັນ. ເຖິງວ່າຈະແມ່ນດິນຢູ່ພາກກາງ ດຽວກັນ ແຕ່ດິນຈີ່ທີ່ພວກເຮົາຜະລິດອອກໃນປະຈຸບັນພັດຕ່າງກັບດິນຈີ່ຈາມຫລາຍ. ຖ້າພວກ ເຮົາເອົາດິນຈີ່ 2 ກ້ອນທີ່ມີຂະຫນາດດຽວມາປຽບທຽບ ຈະເຫັນວ່າ ດິນຈີຈາມຍາມໃດກໍເບົາກວ່າດິນຈີ່ຜະລິດໃນປະຈຸບັນ. ເມ່ືອນຳວິໄຈເຫັນວ່າ: ທາງໃນດິນຈີ່ຈາມແມ່ນຜົງ ດັ່ງນັ້ນມັນຈຶ່ງເບົາແລະມີຄວາມ ຫນຽວກວ່າ.”
ຖ້າສັງເກດດ້ວຍຕາພວກເຮົາກໍສາມາດເຫັນວ່າ ຫນ້າດິນບໍ່ກ້ຽງສະເຫມີ. ສ່ວນທາງຍັງມີຂີ້ຊາຍ, ແກບ, ເຟືອງຫລືຊາດໄມ້.
ຫນຶ່ງໃນບັນດາເຂດປູຊະນີຍະສະຖານວິຫານທາດຈຳທີ່ກວ້າງໃຫຍ່, ທີ່ມີຊື່ສຽງຢູ່ຫວຽດນາມ ແລະ ໃນໂລກ ນັ້ນແມ່ນເຂດປູຊະນີຍະສະຖານເຄຫະສະຖານ ໝີ້ເຊີນ ຂຶ້ນກັບຕາແສງ ຢູຍຟູ, ເມືອງ ຢູຍຊວຽນ ແຂວງ ກວ໋າງນາມ. ປີ 1999 ເຂດປູຊະນີຍະສະຖານ ຫມີ້ເຊີນ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳຂອງໂລກ. ທ່ານ ເລຊວນຕຽນ, ນັກວິຊາການເຂດປູຊະນີຍະສະຖານ ຫມີ້ເຊີນ ໃຫ້ຮູ້ວ່າ: ຝາຜະຫນັງຕອນໃດກ້ຽງ, ບໍ່ແຕກ ແມ່ນຝາຜະຫນັງເດີມທີມີມາແຕ່ສັດຕະວັດທີ 8, ສ່ວນຝາຜະຫນັງຕອນໃດບໍ່ເຂົ້າກັນ ນັ້ນແມ່ນຖືກບຸລະນະສ້ອມແປງເມື່ອຕົ້ນສັດຕະວັດທີ 20.
“ເລີ່ມຕົ້ນປີ 2005, ບັນດານັກວິທະຍາສາດ ຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລ Milan ຂອງອີຕາລີ ຜະລິດດິນຈີ່ກ້ອນໃຫມ່ ແລະ ເຫັນວ່າ ຄຸນນະພາບຂອງດິນຈີ່ໃຫມ່ແມ່ນຕຳ່ກວ່າດິນຈີ່ເດີມປະມານ 5 ເທົ່າ. ຖ້າພວກເຮົາສັງເກດຈະເຫັນວ່າ: ຝາຜະຫນັງຕອນທີ່ແຕກຈຶ່ງເປັນໄຄນ້ຳ, ສ່ວນຕອນບໍ່ແຕກບໍ່ຖືກໄຄນ້ຳ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າບັນດານາຍຊ່າງໃນເມື່ອກ່ອນໄດ້ທາທາດຊັ້ນຫນຶ່ງໃສ່ຫນ້າດິນຈີ ທີ່ດີກວ່າໃນປະຈຸບັນຫລາຍເທົ່າ.”
ມາຢ້ຽມຢາມເຄຫາສະຖານ ຫມີ້ເຊີນ ຫລືບໍ່ວ່າທາດຈຳແຫ່ງໃດ ພວກເຮົາມີຄວາມຮູ້ສຶກວ່າ ບັນດາກິດຈະກຳທີ່ມີອາຍຸນັບຫລາຍຮ້ອຍປີນັ້ນ ຄືດັ່ງຫາກໍໄດ້ຮັບການກໍ່ສ້າງຂຶ້ນກ່ອນນີ້ບໍ່ດົນປານໃດ. ເຖິງວ່າຖືກຜົນສະທ້ອນຈາກອາກາດຮ້າຍແຮງຂອງພາກກາງ ແລະ ຕ້ອງຜ່ານການເວລານັບຮ້ອຍປີກໍຕາມ ແຕ່ບັນດາທາດຈຳທີ່ຖືກກໍ່ສ້າງດ້ວຍດິນຈີ່ທີ່ມີສີສົດໃສນັ້ນຍັງຄົງໄດ້ຮັບການຮັກສາໄວ້ຄືເກົ່າ.