(vovworld) ກ່ອນນີ້ນັບພັນປີ, ຢູ່ເຂດໄຕງວຽນໄດ້ປະກົດມີເຄື່ອງດົນຕີທີ່ເປັນເອກະລັກສະເພາະ, ນັ້ນແມ່ນເຄື່ອງດົນຕີດ້ວຍຫີນ, ຊາວເຜົ່າ ມນົງ ເອີ້ນວ່າ ກອງ (Goong) ໝາຍຄວາມວ່າຄ້ອງຫີນ. ຄ້ອງຫີນສະແດງໃຫ້ເຫັນອາລົມຈິດຂອງຊາວໄຕງວຽນ. ສຽງຄ້ອງຫີນດັງກ້ອງກັງວານປຽບເໝືອນສຽງຂອງພູຜາປ່າໄມ້, ສຽງຫ້ວຍນຳ້ລຳເຊ ແລະ ສຽງເລົ່າເລື່ອງ, ທີ່ຊ່ວຍບັນເທົາຄວາມໂສກເສົ້າ, ອິດເມື່ອຍ, ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຊາວໄຕງວຽນ.
(ພາບ: ອິນເຕີແນດ)
ຊຸດຄ້ອງຫີນທຳອິດໄດ້ຮັບການຄົ້ນພົບຢູ່ເມືອງ ດັກ ເຮຼິບ, ແຂວງ ດັກນົງ ເມື່ອປີ 1993. ຊາວເຜົ່າ ມນົງ ຢູ່ທີ່ນີ້ໄດ້ເລົ່າສູ່ຟັງວ່າ. ເມື່ອຫາປາຢູ່ຫ້ວຍນຳ້ ດັກກາ, ຊາວ ມນົງ ຜູ້ໜຶ່ງໄດ້ຊອກເຫັນ ຫີນ 3 ແຜ່ນ, ເມື່ອເຄາະໃສ່ກໍ່ອອກສຽງມ່ວນຫຼາຍ. ຫຼັງຈາກນັ້ນ, ບັນດານັກຄົ້ນຄ້ວາໄດ້ກຳນົດວ່າ, ຫີນທັງ 3 ແຜ່ນນັ້ນແມ່ນຂອງຊຸດຄ້ອງຫີນບູຮານທີ່ມີມາກ່ອນນີ້ເກືອບ 3000 ປີ ແລະ ຄົນບູຮານໄດ້ໃຊ້ຫີນທີ່ມີຢູ່ແລ້ວໃນເຂດດິນ ທີ່ຕົນດຳລົງຊີວິດເພື່ອສ້າງເປັນຄ້ອງຫີນ. ແລະ ສິ່ງທີ່ແປກປະຫຼາດນັ້ນແມ່ນຄ້ອງຫີນດັ່ງກ່າວໄດ້ມີນຳ້ສຽງມ່ວນທີ່ສຸດຄືດັ່ງສຽງຂອງເຂດພູຜາປ່າໄມ້ໄຕງວຽນໃນເມື່ອກ່ອນດັງກ້ອງກັງວານໄປທົ່ວເຖິງປະຈຸບັນ. ທ່ານ ຫງວຽນເຕິມ, ນັກຄົ້ນຄ້ວາກ່ຽວກັບຄ້ອງຫີນຢູ່ເຂດໄຕງວຽນ, ໃຫ້ຮູ້ວ່າ:
“ຫີນເຫຼົ່ານັ້ນມີນຳ້ສຽງແປກໆ, ຍ້ອນຢູ່ໃຕ້ນຳ້ເປັນເວລາດົນ, ຖືກນຳ້ຊຸໃຫ້ຫ້ຽນຢູ່ນອກ, ພຽງແຕ່ເຫຼືອສ່ວນແຂງເທົ່ານັ້ນ. ດັ່ງນັ້ນເມື່ອເຄາະໃສ່ມັນຈຶ່ງອອກສຽງຄືສຽງລະຄັງ, ສຽງຄ້ອງຫີນເຮັດໃຫ້ຜູ້ຟັງຮູ້ສຶກວ່າໄດ້ກັບຄືນສູ່ສະພາບດຳລົງຊີວິດແບບທຳມະຊາດໃນເຂດພູຜາປ່າໄມ້“.
ຍ້ອນມີຄວາມສະດຸ້ງໄວ, ມີຫວຄິດປະດິດສ້າງ, ຊາວເຜົ່າ ມນົງ ໄດ້ສ້າງເປັນຊຸດຄ້ອງຫີນ, ສະແດງໃຫ້ເຫັນການພົວພັນ, ການພິຊິດທຳມະຊາດຂອງມະນຸດ. ບັນດາແຜ່ນຫີນທີ່ໃຊ້ເພື່ອເຮັດຄ້ອງມີຂະໜາດຍາວ, ສັ້ນ, ໜາ, ບາງທີ່ແຕກຕ່າງກັນເພື່ອອອກເປັນນຳ້ສຽງສູງຕຳ່ທີ່ແຕກຕ່າງກັນ. ຫີນແຜ່ນໃຫຍ່ ແລະ ໜາຈະອອກສຽງຕຳ່, ກົງກັນຂ້າມຫີນແຜ່ນສັ້ນ, ນ້ອຍ ແລະ ບາງຈະອອກສຽງສູງ ແລະ ໃສດີ.
(ພາບ: ອິນເຕີແນດ)
ຊາວເຜົ່າ ມນົງ ໄດ້ສ້າງຊຸດຄ້ອງຫີນລວມມີຫີນ 6 ແຜ່ນທີ່ມີຂະໜາດໃຫຍ່ນ້ອຍ, ຮູບຮ່າງຕ່າງກັນ. ແຜ່ນຍາວກວ່າໝູ່ແມ່ນປະມານ 30 cm, ແຜ່ນສັ້ນສຸດປະມານ 10 cm, ໜັກປະມານ 5 – 7 kg. ແຕ່ລະແຜ່ນມີນຳ້ສຽງເທົ່າກັບຄ້ອງໜ່ວຍໜຶ່ງໃນຊຸດຄ້ອງ ກຸງບໍ (Cung Bor) 6 ໜ່ວຍ. ຊາວ ມນົງ ກ່ອນນີ້ໃຊ້ຄ້ອງຫີນເພື່ອຂັບໄລ່ນົກໜູ, ຮັກສາລະດູການເກັບບກ່ຽວ ແລະ ຕໍ່ມາກໍ່ນຳໃຊ້ໃນການເຄື່ອນໄຫວວັດທະນະທຳວົງຄະນາຍາດ. ໃນວັນທຳມະດາ, ເຂົາເຈົ້າໄດ້ມ້ຽນຄ້ອງຫີນໄວ້, ເຖິງງານບຸນປີໃໝ່ຈຶ່ງນຳມາສະແດງ. ຍ້ອນຄວາມໝາຍສັກສິດນີ້, ຄ້ອງຫີນຈຶ່ງກາຍເປັນເຄື່ອງດົນຕີປະເພດດຽວທີ່ໃຊ້ໃນໂອກາດງານບຸນຕ່າງໆຄື: ງານບຸນເຂົ້າຈີ່, ບຸນກິນຄວາຍ, ດື່ມເຫຼົ້າໄຫ. ຊາວເຜົ່າ ມນົງ ກ່ອນນີ້ມີແນວຄວາມ ຄິດທີ່ວ່າ, ສຽງຄ້ອງຫີນ ຄືດັ່ງອຸປະກອນເພື່ອເຊື່ອມຕໍ່ລະຫວ່າງມະນຸດກັບ ດິນຟ້າ ອາກາດ, ເທວະດາຟ້າແຖນ, ເຊື່ອມຕໍ່ອະດີດຕະການກັບຍຸກປະຈຸບັນ. ທ່ານ ດຽວຍົມ, ນັກສິລະປະການ ຄ້ອງຫີນ, ຊາວເຜົ່າ ມນົງ ຢູ່ຕາແສງ ກວາງຕີ໋ນ, ເມືອງ ເຮຼິບ, ແຂວງ ດັກນົງ, ເວົ້າວ່າ
“ເມື່ອຕີຄ້ອງຫີນນີ້, ຂ້າພະເຈົ້າຮູ້ສຶກຄືພວມດຳລົງຊີວິດພ້ອມກັບພໍ່ເຖົ້າ, ແມ່ເຖົ້າໃນເມື່ອກ່ອນ. ຕ້ອງຮັກສາຄ້ອງຫີນນີ້ໄວ້, ເພາະວ່າມັນແມ່ນເຄື່ອງດົນຕີ ທີ່ເປັນມູນເຊື້ອຂອງຊົນເຜົ່າຕົນນັບແຕ່ກ່ອນມານີ້. ຂ້າພະເຈົ້າຕີຄ້ອງຫີນເພື່ອອວຍພອນເຂົ້າຈີ່, ອວຍພອນລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ຫວັງວ່າຍາມໃດເຂົ້າກໍ່ເຕັມສາງ“.
(ພາບ: ອິນເຕີແນດ)
ສຽງຄ້ອງຫີນໃນງານບຸນປຽບເໝືອນສຽງຮ້ອງຂອງປ່າໄມ້, ທັງຟົດຟື້ນມ່ວນຊື່ນ, ທັງອ່ອນຊ້ອນ, ທັງປຽບເໝືອນຄຳເຫຼົ່າເລື່ອງແບ່ງປັນຄວາມເບີກບານ ແລະ ຄວາມໂສກເສົ້າກັບຊາວເຜົ່າຢູ່ທີ່ນີ້. ພິເສດສຽງຄ້ອງຫີນທີ່ຊອກເຫັນໄດ້ນັ້ນແມ່ນຄ້າຍຄືກັນກັບສຽງຄ້ອງຂອງຊາວເຜົ່າໄຕງວຽນໃນປະຈຸບັນ.
ຜ່ານການເວລານັບພັນປີ, ເຖິງວ່າປະຈຸບັນໄດ້ຫັນມານຳໃຊ້ເຄື່ອງດົນຕີດ້ວຍທອງຄືຄ້ອງຂອງຊາວເຜົ່າໄຕງວຽນເວົ້າລວມ ແລະ ຊາວເຜົ່າ ມນົງເວົ້າສະເພາະກໍ່ຕາມ, ແຕ່ຊຸດຄ້ອງຫີນຍັງຄົງໄດ້ຮັບການຮັກສາໄວ້. ແລະ ປະເພນີຫຼິ້ນຄ້ອງຫີນຂອງຊາວເຜົ່າ ມນົງຍັງຄົງໄດ້ຮັບການຮັກສາໄວ້ຜ່ານຫຼາຍລຸ້ນຄົນ ຄືດັ່ງສືບທອດມູນເຊື້ອວັດທະນະທຳຂອງຊາດໄວ້.