ງານດອງຂອງຊາວເຜົ່າຂະແມ

ສຳລັບ​ຊາວ​ເຜົ່າ ຂະ​ແມ; ພິທີ​ງານ​ດອງ​ແມ່ນ​ເຫດການ​ສຳຄັນ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ບັນດາ​ບ່າວ, ສາວ ຂະ​ແມ​ເມື່ອ​ເຕີບ​ໃຫຍ່​ແລ້ວ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ສິດ​ເສລີ​ໃນ​ການ​ຊອກ​ຮູ້​ກັນ. ​ແຕ່​ເພື່ອກ້າວ​ໄປ​ເຖິງ​ການ​ສົມລົດ, ​ເຂົາ​ເຈົ້າ​ຕ້ອງ​ຜ່ານຫຼາຍ​ພິທີ​, ຮີດຄອງປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ. ​ໃນ​ນັ້ນ​ພິທີ​ງານ​ດອງ​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ອັນ​ດີ​ງາມ​ຫຼາຍ​ຢ່າງ​ຂອງ​ຊາວ​ເຜົ່າ ຂະ​ແມ.

ງານດອງຂອງຊາວເຜົ່າຂະແມ - ảnh 1

(ພາບປະກອບ)

ຊາວ​ເຜົ່າ ຂະ​ແມ​ເຄີຍ​ຈັດ​ງານ​ດອງ​ແຕ່​ເດືອນ 1 – 3 ​ໄລ່​ຕາມ​ຈັນທະ​ປະຕິທິນ, ​ເມື່ອ​ສຳ​ເລັດລະດູ​ການ​ເກັບ​ກ່ຽວ​ແລ້ວ. ກໍ່​ເຊັ່ນ​ດຽວ​ກັນກັບ​ຫຼາຍ​ຄອບຄົວ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ ຂະ​ແມ ທີ່​ດຳລົງ​ຊີວິດ​ຢູ່​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຄອບຄົວ​ທ່ານ ​ເຈົາ​ເຈິ​ນດາ ຢູ່​ເມືອງ ຈີ​ໂຕນ, ​ແຂວງ ອານ​ຢາງ, ຈັດ​ຕັ້ງ​ງານ​ດອງ​ໃຫ້​ລູກ​ຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້​ອ. ລູກ​ຊາຍ​ຂອງ​ທ່ານ​ແມ່ນ​ເຈົ້າ​ບ່າວ ​ເຈົາລິ​ມ, ​ເຮັດ​ວຽກ​ໃນ​ຂະ​ແໜງ​ຕຳຫຼວດ, ສ່ວນ​​ເຈົ້າ​ສາວ ​ແທກ​ທິ​ເຍີນ ​ແມ່ນ​ນັກ​ສຶກສາ​ປີ​ສຸດ​ທ້າຍ​ຂອງ​ຂະ​ແໜງ​ທະນາຄານ. ພາຍຫຼັງ​ຊອກ​ຮູ້​ກັນ​ເປັນ​ເວລາ 2 ປີ, ຄູ່​ບ່າວ​ສາວ​ຕົກລົງ​ຈະ​ສ້າງ​ຄອບຄົວ​ນຳ​ກັນ. ພິທີ​ສູ່ຂໍ​ຖືກ​ຈັດ​ຢູ່​ຄອບຄົວ​ເຈົ້າ​ສາວ. ສິນ​ສົມລົດ​​ໂດຍ​ຄອບຄົວ​ເຈົ້າ​ບ່າວ​ນຳ​ມາ​​ໃຫ້ຄອບຄົວ​ເຈົ້າ​ສາວ ຖືກ​ຈັດ​ວາງ​ຢ່າງ​ສວຍ​ງາມ, ລວມມີ: ​ໃບ​ພູ, ໝາກ, ໝາກ​ໄມ້, ​ເຂົ້າຕົ້ມ​ແຕດ, ນອກ​ນັ້ນ​ຄອບຄົວ​ເຈົ້າ​ບ່າວ​ຍັງ​ມອບ​ໃຫ້​ຄອບຄົວ​ເຈົ້າ​ສາວ​ເງິນ​ຈຳນວນ​ໜຶ່ງ​ເພື່ອ​ໃຫ້​ເຈົ້າ​ສາວ​ຊື້ໂສ້ງ​ເສື້ອ​ກ່ອນ​ທີ່​ດຳ​ເນີນ​ງານ​ດອງ. ສຽງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຂະ​ແມ, ​ເຮັດ​ໃຫ້​ບັນຍາກາດ​ຂອງ​ງານ​ບຸນ​ສົມ​ກຽດ​ຍິ່ງ​ຂຶ້ນ.

ສອງ​ຄົນ​ຜັດປ່ຽນ​ກັນ​ໂຕ້​ຕອບ. ອາຈາ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ວົງ​ຕະກຸນ, ​ຄອບຄົວ​ມີ​ຄວາມຜາສຸກ ​ແລະ ຕ້ອງ​ເຂົ້າ​ໃຈ​ດີ​ກ່ຽວ​ກັບຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ. ທ່ານ ​ເຈົາ​ເຈິ​ນດາ, ​ໃຫ້​ຮູ້​ວ່າ:

        “​ອາຈາຕ້ອງ​ແມ່ນ​ຄົນ​ທີ່ມີ​ອິດ​ທິພົນ​ຊື່​ສຽງ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ດີຈຶ່ງ​ໄດ້​ຮັບ​ເຊີນ​ມາເປັນ​ເຈົ້າ​ຂອງ​ພິທີ. ຖ້າ​ບໍ່​ຄື​ແນວ​ນັ້ນ​ແມ່ນ​ບໍ່​ກ້າ​ເຊີນ. ​ເພາະວ່າ​ໃນ​ ​ງານ​ດອງມີ​ຫຼາຍ​ພິທີ​ຍາກ​ທີ່​ສຸດ“.

        ການ​​ໂຕ້ຕອບດຳ​ເນີນ​ໄປ​ໃນ​ບັນຍາກາດ​ເຄ່ັງ​ຂຶມ, ດ້ວຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ຜູ້ຕາງໜ້າ​ຍາດ​ຕິ​ພີ່ນ້ອງ​ຂອງ​ສອງ​ຄອບຄົວ. ນີ້​ກໍ່​ແມ່ນ​ພິທີ​ທຳ​ອິດ​ຂອງ​ງານ​ດອງ. ​ໃນ​ພິທີ​ນີ້, ທັງ​ສອງ​ຄອບຄົວ​ຈະ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ວັນ, ​ເດືອນ​ຈັດ​ຕັ້ງ​ງານ​ດອງ.

        ງານ​ແຕ່ງດອງ​ຂອງ​ຊາວ​ເຜົ່າ ຂະ​ແມ​ໃນ​ເມື່ອ​ກ່ອນ​ຖືກ​ດຳ​ເນີນ​ໃນ​ເວ​ລາ 3 ວັນ, 2 ຄືນ, ​ແຕ່​ປະຈຸ​ບັນ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ມີ​ແຕ່ຈັດ​ໃນ 2 ວັນ, 2 ຄືນ​ເທົ່າ​ນັ້ນ, ​ເຂົາ​ເຈົ້າ​ພຽງ​ແຕ່​ຮັກສາ​ບັນດາ​ພິທີການ​ຕົ້ນ​ຕໍໄວ້​ເທົ່າ​ນັ້ນ, ​ເຊັ່ນ: ພິທີ​​ແຫ່ເຈົ້າ​ບ່າວ​ໄປ​ຍັງ​ຄອບຄົວ​ເຈົ້າ​ສາວ, ພິທີ​ບູຊາຜີບ້າ​ນຜີ​ເມືອງ, ພິທີ​ຕັດຜົມ, ຫວ່າ​ນດອກໝາກ, ​ເຊີນ​ຄູບາ​ອາຈານ​ມາສູດມົນ​ພາວະນາ, ພິທີບາສີ, ພິທີ​ນົບໄຫວ້​ພໍ່​ຕູ້​ແມ່ຕູ້, ພໍ່​ແມ່, ພິທີ​ເຂົ້າ​ຫ້ອງ​ນອນ…

        ຍ້ອນ​ຊາວ​ເຜົ່າ ຂະ​ແມ​ນັບຖືລະບອບ​ມານ​ດາ​ສິດທິລາດ, ດັ່ງ​ນັ້ນ​ງານ​ດອງ​ຈຶ່ງຈັດ​ຕັ້ງ​ຢູ່​ຄອບຄົວ​ເຈົ້າ​ສາວ. ນັບ​ແຕ່​ຮຸ່ງ​ເຊົ້າ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ອາຈາ, ຄອບຄົວ​ເຈົ້າ​ບ່າວ​ນຳ​ເອົາ​ສິນ​ສົມລົດ​ມາ​ຄອບຄົວ​ເຈົ້າ​ສາວ. ນອກຈາກ​ສິນ​ສົມລົດ​ທົ່ວ​ໄປ​ແລ້ວ, ຄອບຄົວ​ເຈົ້າ​ບ່າວ​ຍັງ​ນຳ​ເອົາ​ເຄື່ອງ​​ເອ້ຍ້ອງຂອງ​ຜູ້ຍິງ ​ແລະ ຜ້າ​ບ່ຽງມາ​ມອບ​ໃຫ້​ເຈົ້າ​ສາວ​ໃນ​ວັນ​ແຕ່ງດອງ​ອີກ. ​ເມື່ອ​ຄອບຄົວ​ເຈົ້າ​ບ່າວ​ໃກ້​ຈະ​ມາ​ຮອດ​ແລ້ວ, ຄອບຄົວ​ເຈົ້າ​ສາວ​ຈະ​ອັດ​ປະຕູ​ໂຂງ​ໄວ້​ດ້ວຍ​ກິ່ງ​ໜາມ, ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ບໍລິສຸດ​ຂອງ​ເຈົ້າ​ສາວ. ​ເມື່ອ​ມາ​ຮອດ​ປະຕູ​ໂຂງ, ຜູ້ຕາງໜ້າ​ຄອບຄົວ​ເຈົ້າ​ບ່າວ​ຈະ​ຖື​ດາບ​ໄມ້​ຟ້ອນ 3 ຮອບ​ເພື່ອ​​ແຈ້ງ​ໃຫ້​ຮູ້​ວ່າ​ເຈົ້າ​ບ່າວ​ໄດ້​ມາ​ຮອດ​ແລ້ວ. ສ່ວນ​ຄອບຄົວ​ເຈົ້າ​ສາວ​ຈະ​ຕີ​ຄ້ອງ​​ເພື່ອ​ເປັນ​ສັນຍານ​ໃຫ້​ຄອບຄົວ​ເຈົ້າ​ບ່າວ​ເຂົ້າ. ​ເຈົ້າ​ສາວ​ພ້ອມ​ກັບ​ເພື່ອນ​ເຈົ້າ​ສາວ 2 ຄົນ​ໃນ​ຊຸດ​ອາພອນ​ທີ່​ສວຍ​ງາມ​ຂອງ​ຊົນ​ເຜົ່າ ຂະ​ແມ ຈະ​ນຳເອົາ​ດອກ​ໄມ້ມາ​ຕ້ອນຮັບ​ເຈົ້າ​ບ່າວ. ທັງ​ສອງ​ຝ່າຍ​ມອບ​ດອກ​ໄມ້​ໃຫ້​ກັນ ​ແລະ ພ້ອມ​ກັນ​ເຂົ້າ​ເຮືອນ. ​ເມື່ອສຽງ​ດົນຕີ​ດັງ​ຂຶ້ນ, ທຸກ​ຄົນ​ຈະ​ພ້ອມ​ກັນ​ອວຍພອນ​ເຈົ້າ​ບ່າວ, ​ເຈົ້າ​ສາວ.

ງານດອງຂອງຊາວເຜົ່າຂະແມ - ảnh 2
(ພາບປະກອບ)

        ພາຍຫຼັງ​ພິທີ​ສະ​ເໜີ​ຕົວ​ຕໍ່​ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່, ພິທີ​ມອບ​ເຄື່ອງ​​ເອ້​ຍ້ອງ ​ແລະ ຜ້າ​ບ່ຽງ​ໃຫ້​ເຈົ້າ​ສາວ ກໍ່​ຄືພິທີ​ໄຫວ້​ບູຊາ​ແລ້ວ, ​ແມ່ນ​ພິທີ​ຕັດ​ຜົມ​ໃຫ້​ເຈົ້າ​ບ່າວ, ​ເຈົ້າ​ສາວ. ຕໍ່​ມາມີ​ຜູ້​ໜຶ່ງ​ທັງຂັບ​ລຳ​ຕາມ​ທຳນອງ​ເພງ, ທັງ​ຍ່າງ​ອ້ອມ​ເຈົ້າ​ບ່າວ, ​ເຈົ້າ​ສາວ, ລາງ​ເທື່ອ​ກໍ່​ໃຊ້​ມີດ​ຕັດ​ຜົມ​​ເຈົ້າ​ບ່າວ, ​ເຈົ້າ​ສາວບາງ​ເສັ້ນ​​ເປັນ​ສັນຍາ​ລັກ. ຄວາມ​ໝາຍ​ຂອງ​ການ​ຕັດ​ຜົມ​ແມ່ນ​ເພື່ອ​ລົບ​ລ້າງ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃຫ້​ອອກຈາກ​ຊີວິດ​ຂອງ​ຄູ່​ບ່າວ​ສາວ​ນີ້. ​ເມື່ອຮອດ​ຕອນ​ຄຳ່​, ຄອບຄົວ​ເຈົ້າ​ສາວ​ຈະ​ເຊີນ​ບັນດາ​ຄູບາອາຈານຢູ່ວັດຕ່າງໆ ໃນທ້ອງ ຖີ່ນມາຄອບຄົວເພື່ອສູດມົນພາວະນາ​ໃຫ້​ຄູ່​ບ່າວ​ສາວ​ມີ​ຄວາມ​ຜາ​ສຸກ. ນີ້​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ໃນ​ງານ​ດອງ​ຂອງ​ຊາວ​ເຜົ່າ ຂະ​ແມ. ມື້​ຕໍ່​ມາ​ຈຶ່ງ​ແມ່ນ​ພິທີ​ແຕ່ງງານ​ຢ່າງ​ເປັນ​ທາງ​ການ. ​ໃນ​ມື້​ນີ້, ຈະດຳ​ເນີນບັນດາ​ພິທີ​ສຳຄັນ​ເຊັ່ນ​ພິທີ​ປິ່ນ​ດອກ​ໄຟ, ພິທີ​ບາສີ, ພິທີ​ເຂົ້າ​ຫ້ອງ​ນອນ, ພິທີ​ຫວ່ານດອກໝາກ​ອວຍພອນ​ຄວາມສຸກ​ໃຫ້​ເຈົ້າ​ບ່າວ, ​ເຈົ້າ​ສາວ. ພິທີ​ເຫຼົ່າ​ນັ້ນ​ຍິ່ງ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ເທົ່າ​ໃດ, ​ເຈົ້າ​ບ່າວ, ​ເຈົ້າ​ສາວ​ຍິ່ງ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ງານ​ດອງ​ຂອງ​ຕົນ​ເທົ່າ​ນັ້ນ. ​ເຈົ້າ​ສາວ ​ແທກ​ທິ​ເຍີນ ຮູ້ສຶກ​ສະ​ເທືອ​ນ​ໃຈ​ຫຼາຍ:

        “ນ້ອງ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຫຼາຍ​ເມື່ອ​ງານ​ດອງ​ຂອງ​ຕົນ​ຖືກ​ຈັດ​ຕັ້ງ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ. ພິ​ເສດງານ​ບຸນ​ເຫຼົ່າ​ນັ້ນພຽງ​ແຕ່​ມີ​ໃນ​ຊົນ​ເຜົ່າ​ຂອງ​ພວກ​ນ້ອງ​ເທົ່າ​ນັ້ນ“.

        ປະຈຸ​ບັນ, ງານ​ດອງ​ຂອງ​ຊົນ​ເຜົ່າ ຂະ​ແມ​ທັງມີ​ສີສັນ​ພິ​ເສດສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ, ທັງ​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ຍ້ອນ​ວິວັດ​ແຫ່ງ​ການ​ແລກປ່ຽນ​ວັດທະນະທຳ​ກັບ​ບັນດາ​ຊົນ​ເຜົ່າ​ອື່ນໆ​ໃນ​ເຂດ. ພາຍຫຼັງ​ບັນດາ​ພິທີ​ທີ່​ເປັນ​ມູນ​ເຊື້ອ ​ແມ່ນ​ງານ​ລ້ຽງ​​ເຊື້ອ​ເຊີນໝູ່​ເພື່ອນຕາມ​ແບບ​ແຜນ​ດຳລົງ​ຊີວິດ​ໃໝ່. ​ແລະ​ສິ້ນ​ສຸດ​ງານ​ດອງ​ແມ່ນ​ວາດ​ຟ້ອນ​​ເລິ​ມທອນ​ທີ່​ລຶ້ງ​ເຄີຍ ​ໂດຍ​ບັນດາ​ຊາວ​ໜຸ່ມ​ຍິງ​ຊາຍ​ໃນ​ບ້ານ​ສະ​ແດງ​ໃນ​ທຳນອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊົນ​ເຜົ່າຂະ​ແມ.


ຂ່າວ/ບົດ​ອື່ນ