(vovworld) - ພ້ອມກັບງານບຸນປະເພນີຕ່າງໆຂອງບັນດາເຜົ່າຄື: ງານບຸນກິນຈຽງ (Gau Tao) ຂອງຊາວເຜົ່າມົ້ງ, ບຸນລົງທົ່ງ (Long Tong) ຂອງຊາວເຜົ່າໄຕ່… ບຸນເຕັ້ນ (Tzay panh) ຫຼືບຸນປີໃໝ່ກໍ່ແມ່ນໜຶ່ງໃນບັນດາງານບຸນທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢ້າວແດງຢູ່ແຂວງອຽນບ໋າຍ.
ຊາຍ - ຍິງຊາວເຜົ່າຢ້າວແດງຟ້ອນລຳທຳເພງໃນບຸນເຕັ້ນ
(ພາບ: Internet)
ໃນບັນດາງານບຸນປະເພນີຂອງຊົນເຜົ່າຕ່າງໆ, ບຸນເຕັ້ນ Tzay panh ແມ່ນບຸນ ສຳຄັນທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢ້າວເວົ້າລວມ ແລະ ຊາວເຜົ່າຢ້າວແດງຢູ່ລູກອຽນ, ແຂວງອຽນບ໋າຍ ເວົ້າສະເພາະ. ຕາມປະເພນີແລ້ວ, ງານບຸນຖືກຈັດຂຶ້ນຢູ່ເຮືອນຂອງ 3 ເຈົ້າຕະກຸນໃຫຍ່ຄື: ຕະກຸນຫຼີ, ຕະກຸນບ່ານ, ຕະກຸນຈ້ຽວຂອງຊາວເຜົ່າຢ້າວ. ງານບຸນເລີ່ມດຳເນີນແຕ່ເວລາ 7 ໂມງ ເຖິງ 11 ໂມງ, ວັນທີ 1 ແລະ ທີ 2 ເດືອນຈຽງ (ໄລ່ຕາມຈັນທະປະຕິທິນ) ຂອງທຸກປີ, ເພື່ອພາວະນາຂໍໃຫ້ປີໃໝ່ປະສົບແຕ່ຄວາມໂຊກດີ. ທ່ານ ຈ້ຽວກວີ໋ໂຫ່ຍ, ຢູ່ບ້ານ ດ໋າເກິນ, ຕາແສງກາດທິ້ງ, ເມືອງວັນເຈິ໋ນ, ແຂວງອຽນບ໋າຍ, ໃຫ້ຮູ້ວ່າ:
“ບຸນເຕັ້ນ (Tzay panh) ຂອງຊາວເຜົ່າຢ້າວ ສະແດງໃຫ້ເຫັນວັດທະນະທຳຂອງຊົນເຜົ່າຕົນຄື: ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກເພື່ອໃຫ້ການປູກຝັງໄດ້ຮັບຜົນດີ, ຄອບຄົວມີຄວາມຜາສຸກ, ມີຢູ່ມີກິນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ລູກຫຼານສືບທອດ, ຮັກສາວັດທະນະທຳຂອງຊົນເຜົ່າຕົນ, ພ້ອມທັງສຶກສາໃຫ້ລູກຫຼານຕ້ອງເຮັກວຽກງານກຸສົນໃນຊີວິດ“.
ເຕັ້ນຖະຫວາຍໄກ່ຂອງຊາວເຜົ່າຢ້າວແດງ ໃນບຸນເຕັ້ນ.
(ພາບ: Internet)
ພິທີຕົ້ນຕໍໃນບຸນປະເພນີນີ້ແມ່ນການເຕັ້ນ ໂດຍໝູ່ຍິງຊາຍໃນບ້ານສະແດງ ພາຍໃຕ້ການແນະນຳຂອງໝໍຜີ ໃນສຽງຄ້ອງທີ່ເລັ່ງລັດ. ໃນເບື້ອງຕົ້ນ ໝໍຜີຈັດ 14 ວາດເຕັ້ນຄື: ສ້າງຂົວ, ພາທາງເພື່ອຕ້ອນຮັບບັນພະບຸລຸດ, ເທວະດາຟ້າແຖນກັບມາເອົາບຸນປີໃໝ່. ເພື່ອຂຳ່ນັບພໍ່ແມ່, ບັນພະບຸລຸດຜູ້ທີ່ໄດ້ລ່ວງລັບໄປແລ້ວ, ວາດເຕັ້ນພຽງແຕ່ສະແດງດ້ວຍຂາດຽວ, ຫົວກົ້ມລົງ ແລະ ນີ້ວຊີ້ຕ້ອງຍໍຂຶ້ນ. ເພື່ອເຊື້ອເຊີນເທວະດານາງຟ້າ, ວາດເຕັ້ນເອົາແບບຮູບນົກຍາງເວີ່ນບິນ ແລະ ຊອກຫາບ່ອນຈອດລົງ. ວາດເຕັ້ນເຊີນເທວະດາເອົາບຸນປີໃໝ່ຖືກສະແດງດ້ວຍຈັ່ງຫວະເຊື່ອນຊ້າ, ແຕ່ເຕັມໄປດ້ວຍສິດອຳນາດຂອງເສືອໂຕ. ແຕ່ລະວາດເຕັ້ນລ້ວນແຕ່ມີລັກສະນະຮູບປະທຳ ແລະ ເປັນເອກະລັກສະເພາະ, ທີ່ວາດພາບຮູບພາບເທວະດາຟ້າແຖນ, ບັນພະບຸລຸດກັບມາເອົາບຸນປີໃໝ່ພ້ອມກັບລູກຫຼານ. ເຕັ້ນມີຫຼາຍແບບຄື: ເຕັ້ນຖະຫວາຍໄກ່, ເຕັ້ນພາທາງ, ເຕັ້ມສ້າງຂົວ, ເຕັ້ນກ້າວໄປ ແລະ ຖອຍຫຼັງ. ກ່ຽວກັບຄວາມໝາຍຂອງວາດເຕັ້ນນີ້, ທ່ານ ບ່ານຟຸກເຈົາ, ໝໍຜີທີ່ມີຊື່ສຽງຢູ່ບ້ານບໍມີ 1, ຕາແສງເຕິນເຟື້ອງ ໃຫ້ຮູ້ວ່າ:
“ບັນດາວາດເຕັ້ນໃນບຸນມີຄວາມໝາຍຕ້ອນຮັບເທວະດາຟ້າແຖນ, ບັນພະບຸລຸດ, ເພີ່ມກຳລັງແຮງຢ່າງພຽງພໍໃຫ້ບບັນພະບຸລຸດ ເພື່ອອຸ້ມຊູຊ່ວຍເຫຼືອ ແລະ ບັນດານໃຫ້ລູກຫຼານ“.
ຊາຍ - ຍິງຊາວເຜົ່າຢ້າວແດງເຕັ້ນຕາມການແນະນຳຂອງໝໍຜີ
(ພາບ: Internet)
ໃນບຸນເຕັ້ມຊາວເຜົ່າຢ້າວແດງຍັງຂັບຮ້ອງທຳນອງເພງຕ່າງໆ ທີ່ເວົ້າເຖິງບຸນຄຸນຂອງບັນພະບຸລຸດ, ເລື່ອງລາວກ່ຽວກັບວົງຕະກູນ, ການປຸູກຝັງ, ການຕຳ່ຜ້າແພ, ການລ່າເນື້ອ...ບຸນເຕັ້ນແມ່ນພິທີງານບຸນທັງມີລັກສະນະວົງຄະນາຍາດ, ທັງມີລັກສະນະສ່ວນຕົວ. ທ່ານ ບ່ານຟຸກເຊືອງ, ອາຍຸ 71 ປີ, ແມ່ນຜູ້ທີ່ມີຄວາມຮູ້ຢ່າງລະອຽດກ່ຽວກັບວັດທະນະທຳຊົນເຜົ່າຢ້າວຢູ່ເຕິນເຟື້ອງ, ລູກອຽນ ໃຫ້ຮູ້ວ່າ:
“ຕາມທັດສະນະແລ້ວ, ແຕ່ 2 ເຖິງ 4 ປີ ຕ້ອງຈັດບຸນເຕັ້ນເທື່ອໜຶ່ງ, ຖ້າບໍ່ຈັດຈະຮູ້ສຶກບໍ່ອຸ່ນອ່ຽນໃຈ, ຍ້ອນບໍ່ມີຜູ້ຊ່ວຍບັນພະບຸລຸດໃຫ້ມີກຳລັງແຮງຢ່າງພຽງພໍເພື່ອຮັບມືກັບໄພທຳມະຊາດ, ອັກຄີໄພ, ທຳມາຫາກິນໄດ້ຮັບຜົນ, ມີສຸຂະພາບເຂັ້ມແຂງ. ຍ້ອນເຫດນັ້ນ, ງານບຸນຈຶ່ງກາຍເປັນຮີດຄອງປະເພນີທີ່ຂາດບໍ່ໄດ້ ໃນຊີວິດທາງດ້ານວັດທະນະທຳຂອງຊາວເຜົ່າຢ້າວນັບແຕ່ຫຼາຍລຸ້ນຄົນມາຮອດປະຈຸບັນ“.
ບຸນເຕັ້ນຂອງຊາວເຜົ່າຢ້າວແດງຢູ່ອຽນບ໋າຍ ເຄີຍຈັດຂຶ້ນເປັນປະຈຳໃນແຕ່ລະຄອບຄົວ, ໂດຍອີງຕາມສະພາບຕົວຈິງຂອງແຕ່ລະຄອບຄົວ, ແຕ່ລະວົງຕະກູນ. ໃນບຸນເຕັ້ນ, ສິ່ງສຳຄັນກວ່ານັ້ນແມ່ນພິທີບູຊາໄດ້ເວົ້າເຖິງກົກເຄົ້າເຫງົ້າກໍ, ການດຳລົງຊີວິດປະຈຳວັນຂອງລູກຫຼານຄືການເຮັດວຽກງານກະສີກຳ, ການລ່າເນື້ອ, ການປູກຝັງ, ສຸຂະພາບຂອງຄອບຄົວ, ວົງຕະກູນໃນປີ. ສິ້ນສຸດງານບຸນແມ່ນຟ້ອນທຸງຂອງບັນດາໝໍຜີ, ພ້ອມກັບບັນດາຜູ້ຊາຍຊາວໜຸ່ມຊົນເຜົ່າຢ້າວ. ບໍ່ຮູ້ວ່າບຸນເຕັ້ນມີມາແຕ່ເວລາໃດ, ແຕ່ມາຮອດປະຈຸບັນຊາວເຜົ່າຢ້າວຢູ່ອຽນບ໋າຍ ຍັງຄົງຮັກສາໄວ້ ແລະ ກາຍເປັນການເຄື່ອນໄຫວວັດທະນະທຳທີ່ຂາດຂໍ່ໄດ້ໃນປະຊາຄົມຊາວເຜົ່າຢ້າວ.