ຈຸດວັດທະນະທຳໃນງານດອງຂອງຊາວເຜົ່າ ປູແປ໋ວ

(vovworld) – ​​ເຖິງ​ວ່າດຳລົງ​ຊີ​ວີ​ດຢູ່​ຮ່ວມ​ກັນ​ກັບ 22 ຊົນ​ເຜົ່າອ້າຍ​ນ້ອງ​ຢູ່​ແຂວງ ຮ່າ​ຢາງ ກໍ່ຕາມ, ​ແຕ່​ຊາວ​ເຜົ່າ ປູ​ແປ໋ວ ຍັງ​ຄົງ​ຮັກສາ​ບັນດາ​ຮີດຄອງ​ປະ​ເພນີ, ບັນດາ​ຈຸດ​ວັດທະນະທຳມູນ​ເຊື້ອ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊົນ​ເຜົ່າຕົນ​ໄວ້​ໄດ້. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ບັນດາ​ປະ​ເພນີ​ອັນ​ດີງາມ​​ໃນ​ພິທີ​ໝັ້ນ​ເມຍ, ງານ​ດອງ.

ຈຸດວັດທະນະທຳໃນງານດອງຂອງຊາວເຜົ່າ ປູແປ໋ວ - ảnh 1

(ພາບປະກອບ)

        ນັບ​​ແຕ່​ດົນ​ນານ​ມາ​ແລ້ວ, ຊົນ​ເຜົ່າ ປູ​ແປ໋ວ​ໄດ້​ມີ​ສິດ​ເສລີ​ໃນ​ການ​ຊອກ​ຮູ້, ຮັກ​ກັນ ​ແລະ ພ້ອມ​ກັບ​ສ້າງ​ຄວາມ​ຜາ​ສຸກ. ຍ້ອນ​ເຫດ​ນັ້ນ​ປະ​ເພນີ​ແຕ່ງງານ, ນັບ​ແຕ່​ສອງ​ຄອບຄົວ​ຕັ້ງ​ບັນຫາ​ ຕະຫຼອດ​ຮອດ​ເວລາ​ເຈົ້າ​ສາວ​ມາ​ຢູ່​ນຳຄອບຄົວ​ຜົວ ຍາມ​ໃດ​ກໍ່​ສະດວກ​ສະບາຍ, ​ແຕ່​ພັດ​ສະຫງ່າ​ຜ່າ​ເຜີຍ ​ແລະ ມີ​ສີສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ.

        ປະ​ເພນີ​ແຕ່ງດອງຂອງ​ຊາວ​ເຜົ່າ ປູ​​ແປ໋ວ ມີ 4 ຂັ້ນ​ຕອນ. ທຳ​ອິດ​, ເມື່ອຄູ່​ບ່າວ​ສາວ​ຮັກ​ກັນ, ຢາກ​ກາຍ​ເປັນ​ຜົວ​ເມຍ, ຜູ້​ຊາຍ​ຕ້ອງ​ພ້ອມ​ກັບ​ພໍ່​ແມ່​ອາ​ໄສ​ຜູ້​ໜຶ່ງ​ເປັນ “ພໍ່​ສື່, ​ແມ່​ສື“ ​ໄປ​ຕັ້ງ​ບັນຫາ. ​ເມື່ອ​ໄປ​ຍັງ​ຄອບຄົວ​ຜູ້​ສາວ, ພໍ່​ສື, ​ແມ່​ສື່​ຕ້ອງ​ນຳ​ເອົາ​ເຂົ້າໜຽວ​ຫໍ່​ໜຶ່ງ, ​ເຫຼົ້າ​ແກ້ວ​ໜຶ່ງ ​ແລະ ​ເງິນ​ນ້ອຍ​ໜຶ່ງ. ທັງ​ໝົດ​ລ້ວນ​ແຕ່​ຫໍ່​​ໃນ​ເຈ້ຍ​ສີ​ແດງ​ແລ້ວ​ມັດ​ດ້ວຍ​ສາຍ​ເຊືອກ​ຢ່າງ​ສວຍ​ງາມ. ທ່ານ ​ລື​ວ​ເສິ່ນວ້ານ, ສະມາຊິກ​ໜ່ວຍ​ສະ​ສົມ, ຄົ້ນ​ຄ້ວາ​ວັດທະນະທຳ​ບັນດາ​ເຜົ່າ​ແຂວງ ຮ່າ​ຢາງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​​ໄປຮອດ​ຄອບຄົວຜູ້​ສາວ, ພາຍຫຼັງ​ມອບ​ເຄື່ອງຂອງຖະຫວາຍ​​ແລ້ວ, ພໍ່​ສື່, ​ແມ່​ສື່ຈະ​ຕັ້ງ​ບັນຫາ​ກ່ຽວ​ກັບ​ເລື່ອງ​ອະ​ນຸຍາດ​ໃຫ້​ຄູ່​ບ່າວ​ສາວ​ຊອກ​ຮູ້​ກັນ. ຖ້າ​ຄອບຄົວ​ຜູ້​ສາວ​ເຫັນ​ດີ ຈະ​ຮັບ​ເຂົ້າໜຽວ, ​ເງິນ ​ແລະ ດື່ມ​ເຫຼົ້າ ​ໂດຍພໍ່​ສື່, ​ແມ່​ສື່​ນຳ​ມາໃຫ້, ຖ້າ​ບໍ່​ເຫັນ​ດີ​ຈະ​ມອບ​ຄືນ​ໃຫ້​ຄອບຄົວ​ຜູ້​ຊາຍ.“

        ​ເມື່ອ​ຄອບຄົວ​ຜູ້​ສາວ​ເຫັນ​ດີ, ພໍ່​ສື່, ​ແມ່​ສື່​ຈະ​ແຈ້ງ​ໃຫ້​ຄອບຄົວ​ຜູ້​ຊາຍ​ຊາບ, ນັບ​ແຕ່​ນັ້ນ, ຄອບຄົວ​ຜູ້​ຊາຍ​ຈະ​ກະກຽມ​ເຄື່ອງ​ດອງ​ຂອງ​ໝັ້ນ​ໄປ​ຄອບຄົວ​ຜູ້​ສາວ​ເພື່ອ​ຂໍ​ເມຍ. ຈາກ​ນັ້ນ, ຄອບຄົວ​ຜູ້​ຊາຍ​ພ້ອມ​ກັບ​ພໍ່​ສື່, ​ແມ່​ສື່​ຈະ​ນຳ​ເອົາ​ເຫຼົ້າ 2 ​ແກ້ວ, ​ເຂົ້າໜຽວ, ​ໄກ່ ພ້ອມ​ກັບ​ແພ​ສີ​ແດງ 2 ​ແມັດ​​ໄປ​ຍັງຄອບຄົວ​ຜູ້​ສາວ​ເພື່ອ​ໂອ້​ລົມນຳກັນ. ນອກ​ນັ້ນ, ຄອບຄົວ​ຜູ້​ຊາຍ​ສາມາດ​ມອບ​ປອກ​ແຂນ, ​​ແຫວນ​ໃຫ້​ຜູ້​ສາວ​ເພື່ອ​​​ເປັນ​ຂອງ​ໝ້ັນ​​ແຫ່ງ​ຄວາມ​ຮັກ​ຂອງ​ຄູ່​ບ່າວ​ສາວ. ທ່ານ ລື​ວ​ເສິ່ນວ້ານ, ​ໃຫ້​ຮູ້​ວ່າ:

        “ມື້​ນັ້ນ, ພໍ່​ສື່​ແມ່​ສື່ຂອງ​ຄອບຄົວ​ຜູ້​ຊາຍ​ຈະ​ນຳ​ເອົາ​ເຂົ້າໜຽວ 3 ຫໍ່ທີ່​ໃສ່​ໃນ​ກະ​ໂຖງ, ຢູ່​ເທິງ​ຕັ້ງ​ກະດູກ​ຂ້າງ, ​ເຫຼົ້າ 2 ​ແກ້ວ, ​ໄກ່ 2 ​ໂຕ, ຖ້ວຍ 2 ອັນ, ໝາກ​ຕຸ້ມ​ 1 ສາຍ ​ແລະ ​ແພ​ສີ​ແດງ. ​ໂຕະ​ຂອງ​ຄອບຄົວ​ເຈົ້າ​ສາວ​ຍາວ​ເທົ່າ​ໃດ. ສາຍ​ໝາກ​ຕຸ້ມ​ກໍ່​ຕ້ອງ​ຍາວ​ເທົ່າ​ນັ້ນ ​ແລະ ​ແພ​ສີ​ແດງ​ກໍ່​ຕ້ອງ​ຍາວ​ສາມາດ​ປົກ​ໂຕະນັ້ນ​ໃຫ້​ໝົດ​ໄດ້. ຫຼັງ​ຈາກ​ນັ້ນ​ຈຶ່ງ​ທຳ​ພິທີ. ຄອບ​ຄົວ​ໃດ​ເລືອກ​ມື້​ສັນ​ວັນ​ດີ​ໄດ້​ແລ້ວ ສາມາດ​ກຳນົດ​ມື້​ຈັດ​ງານ​ດອງ​ໃຫ້​ຄູ່​ບ່າວ​ສາວ. ​​ແລະ ພໍ່​ສື່​ແມ່​ສື່​ຈະ​ນຳ​ເອົາ​ເຄື່ອງ​ດອງ​ຂອງ​ໝັ້ນ​ເຖິງ​ຄອບຄົວ​ຜູ້​ສາວ​ເພື່ອ​ປຶກສາກ່ຽວ​ກັບ​ວັນ​ແຕ່ງດອງ“.

        ​ເມື່ອ​ເລືອກ​ໄດ້​ມື້​ສັນ​ວັນ​ດີ​​ເພື່ອ​ຈັດ​ງານ​ດອງ​ແລ້ວ, ຝ່າຍ​​ເຈົ້າ​ບ່າວ ​ແລະ ຝ່າຍ​ເຈົ້າ​ສາວ​ເລີ່​ມກະກຽມ​ໃຫ້​ງານ​ດອງ. ສຳລັບ​ຊາວ​ເຜົ່າ​ປູ​ແປ໋ວ, ​ໃນ​ງານ​ດອງ, ​ເຈົ້າ​ບ່າວ, ​ເຈົ້າ​ສາວ, ຄອບຄົວ​ລ້ວນ​ແຕ່​ນຸ່ງ​ຊຸດ​ອາພອນປະຈຳ​ເຜົ່າ. ຍ້ອນ​ເຫດ​ນັ້ນ, ​ກ່ອນ​ນັ້ນ, ​ເຈົ້າ​ສາວ, ແມ່, ​ເອື້ອຍ, ນ້ອງ​​ເຈົ້າ​ສາວ ຕ້ອງຕັດຫຍິບ ​ແລະ ​ກະກຽມ​ຊຸດ​ອາພອນ​ໃຫ້​ເຈົ້າ​ສາວ​​​ໄປ​ຄອບຄົວ​ຂອງ​ຜົວ. ປ້າ ຈ໋າງທິມາຍ, ຊາວ​ເຜົ່າ ປູ​ແປ໋ວ, ​ໃຫ້​ຮູ້​ວ່າ:

        ”​ເມື່ອ​ລູກ​​ໃພ້​​ໄປ​ຢູ່​ນຳຄອບຄົວ​ຜົວ. ຄອບຄົວ​ຂ້າພະ​ເຈົ້າ​ກໍ່​​ໃຫ້​ລູກ​ສາວ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຜູ້​ລະ​ຊຸດ. ​ເພື່ອ​ໃຫ້​ລຸ້ນໜຸ່ມ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້. ຖ້າ​ບໍ່​ມີ​ຊຸດ​ອາພອນ​ນັ້ນ, ທຸກ​ຄົນ​ຈະ​ບໍ່​ຮູ້​ໄດ້​​ຕົນ​ເອງ​ແມ່ນ​ຊົນ​ເຜົ່າ​ໃດ.

​        ໃນ​ວັນ​​ແຕ່ງດອງ, ຄະນະ​ຝ່າຍ​ເຈົ້າ​ບ່າວ​ໄປຕ້ອນຮັບ​ເຈົ້າ​ສາວ​ຕ້ອງ​ໄປ​ຕາມຈຳນວນ​ຄີກ, ​ເພື່ອ​​ໃຫ້ເວລາ​ກັບ​ເມືອ​ມີເຈົ້າ​ສາວ​ອີກ​ຈະ​ເປັນ​ຈຳນວນ​ຄູ່. ເຄື່ອງ​ດອງຂອງໝັ້ນ​ເຊິ່ງຝ່າຍ​ເຈົ້າ​ບ່າວ​ນຳ​ມາ​ຄອບຄົວ​ເຈົ້າ​ສາວ​ລວມມີ ​ເຂ​ົ້າໜຽວ 5 ກະ​ໂຖງ, ຢູ່​ເທິງ​ມີ​ກະດູ​ກຂ້າງ. ນອກ​ນັ້ນ​ຍັງ​ມີ​ເຫຼົ້າ 4 ​ແກ້ວ, ​ໄກ່  2 ​ໂຕ ​ເພື່ອ​ບູຊາ​ບັນພະບຸລຸດ​ຂອງ​ຝ່າຍ​ເຈົ້າ​ສາວ. ເຄື່ອງ​ດອງຂອງໝັ້ນທັງ​ໝົດ​ຕ້ອງ​ຫໍ່​ໃນ​ເຈ້ຍ​ສີ​ແດງ. ​ເມື່ອ​ຄະນະ​ຝ່າຍ​ເຈົ້າ​ບ່າວ​ມາ​ຮອດ, ຄອບຄົວ​ເຈົ້າ​ສາວຕັ້ງໂຕະ​ນ້ອຍໜ່ວຍໜຶ່ງຢູ່​ເທິງ​ມີ​ເຫຼົ້າ ​ແລະ ນຳ້​ຊາ ​ໃນ​ປະຕູ​ໃຫຍ່... ທັງ​ສອງ​ຄອບຄົວ​ຈະແຕ່ງ​ຕັ້ງ​ຜູ້​ຂັບ​ກ່ຽວ​ກັນ ​ແລະ ​ເຊີນ​ດື່ມ​ເຫຼົ້າ, ນຳ້. ຫຼັງ​ຈາກ​ນັ້ນ​ຄອບຄົວ​ເຈົ້າ​ບ່າວ​ຈະ​ນົບ​ໄຫວ້ບູຊາ​ບັນພະບຸລຸດ​ຄອບຄົວ​ເຈົ້າ​ສາວ ​ແລະ ມອບ​ເຄື່ອງ​ດອງ​ຂອງ​ໝັ້ນ. ງານ​ດອງ​ດຳ​ເນີນ​ຢູ້ຄອບຄົວ​ຝ່າຍ​ເຈົ້າ​ສາວ 1 ວັນ. ຕອນ​ເຊົ້າ​ມື້​ຕໍ່​ມາ, ​ເພື່ອນ​ຂອງ​ເຈົ້າ​ສາວ​ຜູ້​ໜຶ່ງ​ຈະ​ເຈ່ຍ​ເຈົ້າ​ສາວອອກ​ຈາກ​ປະຕູ​ໂຂງ​​ໄປ​ຍັງ​ຄອບຄົວ​ຜົວ. ​ເມື່ອ​ໄປ​ຮອດ​ຄອບຄົວ​​ຜົວ, ​ເຈົ້າ​ບ່າວ, ​ເຈົ້າ​ສາວ​ກໍ່ນົບ​ໄຫວ້​ບູຊາເພື່ອ​ໃຫ້​ບັນພະບຸລຸດ​ຮັບຮອງ​ເຈົ້າ​ສາວ​ເປັນ​ສະມາຊິກ​ຂອງ​ຄອບຄົວ​ຢ່າງ​ເປັນ​ທາງ​ການ. ທ່ານ ​ລື​ວ​ເສິ່ນວ້ານ ​ໃຫ້​ຮູ້​ວ່າ: ນັບ​ແຕ່ຢູ່​ນຳ​ກັບຄອບຄົວ​ເຈົ້າ​ບ່າວ, ​ເມື່ອ​ກັບ​ຄືນ​ຄອບຄົວຕົນ, ​ເຈົ້າ​ສາວ​ຈະໄດ້​ຮັບ​ການປະ​ພືດ​ຄື​ແຂກ ​ແລະ ບໍ່​ແມ່ນ​ລູກ​ຂອງ​ພໍ່​ແມ່​ຄິງ​ອີກ.

​”ເມື່ອ​ງານ​ດອງ​ສິ້ນ​ສຸດ, ຖ້າ​ຫາກ​ຄອບຄົວ​ເຈົ້າ​ສາວ​ຢູ່​ບໍ່​ໄກ, ພາຍຫຼັງ 3 ວັນ​, ຄອບຄົວ​ເຈົ້າ​ບ່າວ​ຈະ​ພາ​ລູກ​​ໃພ້​ກັບ​ຄືນ​. ຖ້າ​ຢູ່​ໄກ ​ແມ່ນ 7 ມື້​ຈະ​ກັບ​ຄືນກິນ​ເຂົ້າ​ ​ແລະ ນອນ​ໜຶ່ງ​ຄືນກັບ​ຄອບຄົວ​ເຈົ້າ​ສາວ. ​ແຕ່​ພິ​ເສດ​ແມ່ນ ​ເຈົ້າ​ສາວ​ບໍ່​ໄດ້​ກວາດ​ລ້າງ​ເຮືອນ​ຊານ, ບໍ່​ໄດ້​ລ້າງ​ຖ້ວຍ​ຈານ ​ແລະ ຂຶ້ນຊັ້ນລອຍອີກ”.

​ໃນ​ງານ​ດອງ, ຊາວ​ເຜົ່າ ປູ​ແປ໋ວ ກໍ່​ມີ​ປະ​ເພນີ​ສະ​ເພາະ, ​ແລະ​ ທຸກ​ຄອບຄົວ​ຍາມ​ໃດ​ກໍ່​ຕ້ອງ​ປະຕິບັດ​ຕາມ. ຕົວຢ່າງ​ຄື​ລູກ​ຊາຍ​ຂອງ​ວົງ​ຄະ​ກຸນ​ນີ້​ເອົາ​ລູກ​ສາວ​ຂອງ​ວົງ​ຕະກຸ່ນ​ນັ້ນ, ລູກ​ຊາຍ​ຂອງ​ວົງ​ຕະກຸນ​ນັ້ນ​ຈະ​ບໍ່​ໄດ້​ເອົາ​ເມ​ຍຂອງ​ວົງ​ຕະກຸນ​ນີ້​ຢ່າງ​ເດັດຂາດ. ສຳລັບ​ຊາວ​ເຜົ່າ ປູ​ແປ໋ວ, ​ເມື່ອ​ນາງ​ສາວ​ເປັນ​ລູກ​ໃພ້​ແມ່ນ​ຈະ​ເອົາ​ຕະກຸນ​ຂອງ​ຜົວ​ແທນ​ໃຫ້​ຕະກຸນ​ຂອງ​ຕົນ​ກ່ອນ​ນັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ