(vovworld) – ຊົນເຜົ່າຜູ້ໄທດຳລົງຊີວິດກະແຈກກະຈາຍຢູ່ເຂດ, ພາກທີ່ແຕກຕ່າງກັນ. ຢູ່ແຕ່ລະເຂດ, ຊາວເຜົ່າຜູ້ໄທກໍ່ມີຊຸດອາພອນທີ່ແຕກຕ່າງກັນເໝາະສົມກັບຮີດຄອງປະເພນີຂອງເຂດທີ່ເຂົາເຈົ້າຢູ່ອາໄສ. ບົດຂຽນ “ຄວາມປະທັບໃຈຕໍ່ຊຸດອາພອນຂອງແມ່ຍິງຊົນເຜົ່າຜູ້ໄທ“ ຂອງນັກຂ່າວ ລານແອງ, ຈະແນະນຳຊຸດອາພອນຂອງແມ່ຍິງຊົນເຜົ່າໄທຂາວ ຢູ່ເມືອງເມື່ອງໄລ, ແຂວງດ້ຽນບຽນ, ເຊີນທ່ານຮັບຟັງ.
ສາວເຜົ່າໄທຂາວ, ໄທດຳອ່ອນຊ້ອນໃນວາດຟ້ອນຂອງຕົນ
(ພາຍ: ອິນເຕີແນດ)
ຜູ້ໃດທີ່ມີໂອກາດໄປຢ້ຽມຢາມເຂດ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ກໍ່ຮູ້ສຶກແປກປະຫຼາດເມື່ອເຫັນບັນດານາງສາວຊົນເຜົ່າຜູ້ໄທໃນຊຸດອາພອນປະຈຳເຜົ່າຂອງຕົນ, ດ້ວຍເສື້ອກ່ອມ, ສິ້ນດຳ ແລະ ແພເຈ່ປົກທາງໜ້າ. ນັບແຕ່ເວລາຍັງນ້ອຍ, ສາວເຜົ່າຜູ້ໄທເຄີຍໄດ້ຮຽນວິທີມັດສາຍແອວດ້ວຍຜ້າຈາກແມ່, ຍ້ອນເຫດນັ້ນ, ເມື່ອເຕີບໃຫຍ່ບັນດາຜູ້ສາວຊົນເຜົ່າຜູ້ໄທລ້ວນແຕ່ມີ “ແອວກີ່ວ“ ດ້ວຍຮູບບາງຮ່າງນ້ອຍ ແລະ ຍິ່ງສວຍງາມກວ່າເມື່ອນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ. ອ້າຍ ເລືອງວັນທຽດ, ພະນັກງານຄົ້ນຄ້ວາຂອງຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ໃຫ້ຮູ້ວ່າ:
“ຊຸດອາພອນຂອງແມ່ຍິງຊົນເຜົ່າຜູ້ໄທ ໄດ້ເຊີດຊູຄວາມງາມຂອງແມ່ຍິງຂຶ້ນຕື່ມ. ຜູ້ຄົນທັງຫຼາຍເຄີຍຕີລາຄາວ່າ, ສາວເຜົ່າຜູ້ໄທງາມຫຼາຍ, ແຕ່ຄວາມຈິ່ງແລ້ວ, ແມ່ນຍ້ອນເຂົາເຈົ້າຮູ້ໃຊ້ຊຸດອາພອນເພື່ອອວດຮູບຮ່າງຂອງຕົນ. ສາວເຜົ່າຜູ້ໄທມີຜີວຂາວ, ຮ່າງສູງ ແລະ ຈົ່ງຜົມຍາວ. ເມື່ອນຸ່ງເສື້ອຕິດແນບກັບຕົນໂຕ, ສາວເຜົ່າຜູ້ໄທຄືວ່າມີຮູບຮ່າງສວຍງາມ ແລະ ສຸພາບກວ່າອີກ “.
ສາວເຜົ່າໄທດຳໃນຊຸດເສື້ອຄໍສູງສີຂາວ
(ພາຍ: ອິນເຕີແນດ)
ເສື້ອກ໋ອມຂອງຊາວເຜົ່າໄທດຳ ມີຄໍເສື້ອສູງ, ສ່ວນຄໍເສື້ອຂອງເຜົ່າໄທຂາວມີຮູບໝາກຫົວໃຈ. ເສື້ອກ໋ອມຂອງເຜົ່າໄທຂາວມີ 2 ປະເພດ. ເສື້ອແຂນສັ້ນແມ່ນສຳລັບແມ່ຍິງທີ່ມີອາຍຸສູງ, ສ່ວນເສື້ອແຂນສັ້ນແມ່ນສຳລັບຜູ້ສາວ. ປ້າ ໂລທິເກວ໋, ຢູ່ບ້ານຫົກ, ເມືອງເມື່ອງໄລ, ແຂວງດ້ຽນບຽນ, ໃຫ້ຮູ້ວ່າ:
“ເສື້ອຊຸດນີ້ຕິດແນບກັບຕົນໂຕ, ເຮັດໃຫ້ຮູບຮ່າງເອື້ອຍນ້ອງແມ່ຍິງມີຄວາມສວຍງາມກວ່າ. ເສື້ອຂອງຜູ້ຍິງຊົນເຜົ່າຜູ້ໄທມີສີຂາວ, ຄໍເສື້ອປະດັບດ້ວຍລວດລາຍສີດຳ, ຍິ່ງເຊີດຊູຜີວໜັງຂອງສາວເຜົ່າຜູ້ໄທກວ່າອີກ“.
ສ່ວນແຖວກະດູມຮູບແມງກະເບື້ອທີ່ເຮັດດ້ວຍເງິນໃນເສື້ອກ໋ອມກໍ່ມີຄວາມໝາຍຂອງມັນ, ແຖວໜຶ່ງແມ່ນກະດູມຮູບແມງກະເບື້ອເພດແມ່, ແຖງໜຶ່ງອີກແມ່ນກະດູມຮູບແມງກະເບື້ອເພດຜູ້. ຜູ້ສາວບໍ່ທັນເອົາຜົວນຸ່ງເສື້ອດ້ວຍແຖວກະດູມຈຳນວນຄີກ, ສ່ວນຜູ້ເອົາຜົວແລ້ວນຸງເສື້ອດ້ວຍແຖວກະດູມຈຳນວນຄູ່. ປ້າ ຕ່ອງທິເວື້ອງ, ຢູ່ບ້ານດານ, ເມືອງເມື່ອງໄລ, ແຂວງດ້ຽນບຽນ ໃຫ້ຮູ້ວ່າ:
“ແຖວກະດູມນີ້, ນອກຈາກເພື່ອປະດັບໃຫ້ງາມແລ້ວ, ຍັງມີຄວາມໝາຍດ້ານຈິດວີນຍານອີກ. ເພາະວ່າກ່ອນຈະເອົາຜົວ, ພໍ່ແມ່ຈະໃຫ້ລູກສາວຊຸດກະດູມດ້ວຍເງິນຫຼືຄຳ ແລະ ເສື້ອກ໋ອມ, ເມື່ອເຖົ້າແກ່, ເສຍຊີວິດແລ້ວ ຕ້ອງນຸ່ງເສື້ອກ໋ອມແລະ ເສື້ອເສີລວງ “.
ຊຸດອາພອນຂອງສາວເຜົ່າໄທຂາວ
(ພາຍ: ອິນເຕີແນດ)
ປ້າ ຫຼໍ່ທິເກວ໋ ໃຫ້ຮູ້ວ່າ, ເຖິງວ່າຊີວິດໃນປະຈຸບັນມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ບັນດານາງສາວຊົນເຜົ່າໄທຂາວຢູ່ເມື່ອງໄລ ຍັງຄົງອ່ອນຊ້ອນໃນຊຸດອາພອນປະຈຳເຜົ່າຂອງຕົນຢູ່.
“ຊຸດອາພອນໃນປະຈຸບັນມີການປ່ຽນໃໝ່ຫຼາຍຢ່າງ. ໃນເມື່ອກ່ອນແມ່ນນຸ່ງສິ້ນທີ່ຍ້ອມດ້ວຍນຳ້ຄາມ ໂດຍເຜົ່າຜູ້ໄທຕຳຫູກທໍໄໝເອງ, ບໍ່ມີສິ້ນດ້ວຍແພກຳມະຫຍີ່ຄືໃນປະຈຸບັນ. ສ່ວນເສື້ອຍາວມີສອງປະເພດ: ເສື້ອຄຸມມີລວດລາຍທັງສອງຂ້າງຂີ້ແຮ້, ເອີ້ນວ່າເສື້ອກວ້າງຂອງຜູ້ເຖົ້າ. ຊາວເຜົ່າຜູ້ໄທເມື່ອຕາຍຕ້ອງນຸ່ງເສື້ອກ໋ອມ ແລະ ເສື້ອກວ້າງຢູ່ນອກ. ເສື້ອຍາວສຳລັບຜູ້ສາວແມ່ນຮັດແອວນ້ອຍໜຶ່ງ. ຢູ່ໜ້າເສື້ອປະດັບດ້ວຍລວດລາຍເພື່ອສ້າງຄວາມສວຍງາມ, ສະເໜໃຫ້ແກ່ຜູ້ຍິງ “.
ສາວເຜົ່າຜູ້ໄທແກວ່ງໝາກຄອນ
(ພາຍ: ອິນເຕີແນດ)
ແມ່ຍິງເຜົ່າໄທຂາວຍັງມີເສື້ອເສີລວງອີກ, ແມ່ຍິງເຜົ່າໄທຂາວມັກນຸ່ງເສື້ອນີ້ໃນໂອກາດງານດອງຫຼືພິທີຕ່າງໆ. ເສື້ອເສີລວງມີສີດຳ, ຍາວລົງຮອດຂໍ້ຕີນ. ໃນງານດອງ, ຜູ້ສາວຕ້ອງນຸ່ງເສື້ອນີ້. ປ້າ ດຽວທິຈ້ວຽນ ຢູ່ບ້ານຈີລວງ 2, ໃຫ້ຮູ້ວ່າ:
“ໃນພິທີງານດອງ, ເຈົ້າສາວຕ້ອງນຸ່ງເສື້ອເສີລວງສີດຳຢູ່ນອກເສື້ອກ໋ອມ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ເຈົ້າສາວແມ່ນຄົນລຽບງ່າຍ, ບໍ່ອວດອົ່ງ“.
ພ້ອມກັບເສື້ອກ໋ອມ, ເສື້ອເສີລວງແມ່ນສິ້ນ, ສິ້ນຂອງເຜົ່າໄທຂາວມີສີດຳ, ຕິນສິ້ນທາງໃນແມ່ນຫຍິບດ້ວຍແພທີ່ມີສີສົດໄສ. ສ່ວນແອວລະຫວ່າງເສື້ອແລະສິ້ນຖືກປະດັບດ້ວຍຜ້າມັດແອວ. ປາ ເວື້ອງ ໃຫ້ຮູ້ຕື່ມອີກວ່າ:
“ຜ້າມັດແອວມີສີຂຽວ, ສີບົວ. ເພາະວ່າສີນີ້ມັນເຂົ້າກັບເສື້ອກ໋ອມສີຂາວ ແລະ ສິ້ນສີດຳທີ່ສຸດ“.
ຊຸດອາພອນຂອງແມ່ຍິງເຜົ່າຜູ້ໄທເຖິງວ່າຈະລຽບງ່າຍແຕ່ມີຄວາມສະເໜ ແລະ ສຸພາບ, ເຮັດໃຫ້ບັນດານາງສາວເຜົ່າຜູ້ໄທມີຄວາມງາມທີ່ເປັນເອກະລັກສະເພາະຂອງເຂດພູດອຍ.