(vovworld) - ຊາວເຜົ່າມົ້ງທີ່ດຳລົງຊີວິດຢູ່ບັນດາແຂວງໃນເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອ, ເຖິງວ່າຂຶ້ນກັບແຊງເຜົ່າມົ້ງຂາວ, ມົ້ງລາຍ, ມົ້ງຂຽວ ຫຼືມົ້ງດຳກໍ່ຕາມ, ແຕ່ຊຸດອາພອນປະຈຳເຜົ່າຂອງເຂົາເຈົ້າສ່ວນຫຼາຍແມ່ນມີສີສັນຫຼາກຫຼາຍ. ໃນຄອບຄົວ, ແມ່ຍິງຮັບຜິດຊອບວຽກງານຕັດຫຍິບໂສ້ງເສື້ອໃຫ້ທັງຄອບຄົວ. ປະຈຸບັນ, ເຖິງວ່າຊີວິດໄດ້ພັດທະນາແລ້ວ, ແຕ່ຊາວເຜົ່າມົ້ງຍັງຄົງນຸ່ງຊຸດອາພອນປະຈຳເຜົ່າຂອງເຂົາເຈົ້າຢູ່, ມີແຕ່ຕ່າງກັນກ່ຽວກັບສີສັນ ແລະ ວັດຖຸປະກອບເທົ່ານັ້ນ.
ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ
(ພາບ: ອິນເຕີແນດ)
ຊຸດອາພອນທີ່ເປັນມູນເຊື້ອຂອງແມ່ຍິງຊາວເຜົ່າມົ້ງລວມມີສິ້ນ, ເສື້ອ, ສາຍແອວ, ຜ້າຄຽນຫົວ, ແພຮັດຂາ. ສິ້ນຂອງຊາວເຜົ່າມົ້ງຖືກລຽງຮອຍພັບແລະແບອອກ, ສ່ວນຢູ່ກົ້ນຕິດແນບໂຕ. ເສື້ອເປີດຢູ່ເບື້ອງຊ້າຍໜ້າເອິກ, ໃສ່ກະດູມເມັດດຽວ, ແຂນ, ຂໍ້ມື, ຄໍເສື້ອ, ແລະ ຕີນເສື້ອລ້ວນແຕ່ມີລວດລາຍ. ສິ້ນຂອງແມ່ຍິງຊາວເຜົ່າມົ້ງປຽບເໝືອນຮູບພາບທຳມະຊາດທີ່ສົດໃສທ່າມກາງສີຂຽວຂອງພູຜາປ່າໄມ້ ແລະ ສີໝົ່ນຂອງສາຍພູຫີນ. ອ້າຍ ມົ່ວອາຈູ່, ຊາວເຜົ່າມົ້ງລາຍຢູ່ແຂວງເຊີນລາ, ໃຫ້ຮູ້ວ່າ. ນັບແຕ່ເວລາຍັງນ້ອຍ ຍາມໃດຂ້າພະເຈົ້າກໍ່ເຫັນແມ່ ແລະ ເອື້ອຍເມົາມົວປັກແສ່ວສິ້ນ. ສິ້ນແຕ່ລະອັນປຽບເໝືອນໂລກຂອງແມ່ຍິງຊົນເຜົ່າມົ້ງ.
“ສິ້ນມີຫຼາຍປະເພດ ແລະ ຫຼາຍແບບ. ນັບແຕ່ເວລາຍັງນ້ອຍໄດ້ຮັບການແນະນຳຈາກແມ່ ແລະ ເອື້ອຍແລ້ວ, ແຕ່ເວລາເຕີບໃຫຍ່ແລ້ວຈຶ່ງສາມາດເຮັດໄດ້. ແມ່ຍິງຊາວເຜົ່າມົ້ງຜູ້ມີສີມືດີຈະເອົາຜົວງ່າຍ. ໃນງານບຸນ, ບຸນປີໃໝ່, ຊາວເຜົ່າມົ້ງນຸ່ງສິ້ນລາຍ, ເສື້ອລາຍໄປແກວ່ງໝາກປາວ ເບິ່ງງາມຫຼາຍ.”
ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ
ຜູ້ຍິງຊົນເຜົ່າມົ້ງ ເຖິງວ່າຈະດຳລົງຊີວິດຢູ່ບໍ່ວ່າແຫ່ງໃດໃນປະເທດຫວຽດນາມ ກໍ່ລ້ວນແຕ່ມີເຕັກນິກປັກແສ່ວຢ່າງລະອຽດລະອໍ. ບັນດາລວດລາຍໂດຍແມ່ຍິງເຜົ່າມົ້ງປັກແສ່ວແມ່ນອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ບາງເທື່ອແມ່ນຮູບໝາຍຄູນ, ຮູບດອກຈັນ, ຮູບສາມຫຼ່ຽມ. ນອກຈາກປັກແສ່ວລວດລາຍ, ຊາວເຜົ່າມົ້ງຍັງຊຳນານໃນການປະດັບປະດາອີກ, ອັນໄດ້ສ້າງເປັນຮູບພາບທີ່ກົມກຽວ ແລະ ສວຍງາມ. ໃນທັດສະນະຂອງຊາວເຜົ່າມົ້ງ, ບັນດາລວດລາຍນີ້ສະແດງໃຫ້ເຫັນການຫັນປ່ຽນຂອງດວງຕາເວັນ, ດິນຟ້າອາກາດ, ກາລະເທສະໃນໂລກຈັກກະວານ, ເຊິ່ງແມ່ນສີສັນວັດທະນະທຳເວົ້າລວມຂອງຫຼາຍຊົນເຜົ່າ. ສຳລັບສີສັນຂອງສິ້ນສ່ວນຫຼາຍແມ່ນສີເຂັ້ມຄື: ສີແດງ, ສີຂຽວ ແລະ ສີເຫຼືອງ. ອ້າຍ ມົ່ວອາຈູ່, ໃຫ້ຮູ້ວ່າ:
“ຊາວເຜົ່າມົ້ງມີມູນເຊື້ອປັກແສ່ວມາແຕ່ດົນນານແລ້ວ. ບັນດາລວດລາຍຖືກປັກແສ່ວດ້ວຍເສັ້ນໄໝສີຂຽວ, ສີແດງ… ຕາມແບບທີ່ຕົນມັກ. ສິ້ນແຕ່ລະອັນກໍ່ມີລວດລາຍແຕກຕ່າງກັນ. ຊາວເຜົ່າມົ້ງມັກສິ້ນສີແດງ, ສີເຫຼືອງ ແລະ ສີຂຽວ. ສີຂຽວເປັນສັນຍາລັກໃຫ້ໃບໄມ້, ສ່ວນສີເຫຼືອງ, ສີແດງເປັນສັນຍາລັກໃຫ້ດອກໄມ້”.
ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ
(ພາບ: ອິນເຕີແນດ)
ເມື່ອບໍ່ຕິດຄາກັບວຽກງານ, ແມ່ຍິງຊາວເຜົ່າມົ້ງກໍ່ເມົາມົວປັກແສ່ວ ແລະ ຫຍິບສິ້ນ, ດ້ວຍສີມືທີ່ຄ່ອງແຄ້ວຂອງຕົນເຂົາເຈົ້າບັນດາລວດລາຍໄດ້ຮັບການປັກແສ່ວຕາມຈິດສຳນຶກທີ່ອຸດົມສົມບຸນຂອງຕົນ, ຫາກບໍ່ປັກແສ່ວຕາມແບບທີ່ມີຢູ່ແລ້ວ. ເອື້ອຍ ຫ້າງທິເງງ, ຊາວເຜົ່າມົງລາຍຢູ່ເຊີນລາ ໃຫ້ຮູ້ວ່າ, ເອື້ອຍ ແລະ ບັນດາແມ່ຍິງຊາວເຜົ່າມົ້ງໃນບ້ານພວມຮຽນປັກແສ່ວແບບລວດລາຍທີ່ມີມາແຕ່ດົນແລ້ວ, ແຕ່ລວດລາຍເຫຼົ່ານັ້ນໄດ້ຮັບການດັດແປງນ້ອຍໜຶ່ງ.
“ໂດຍແມ່ນແມ່ຍິງເຜົ່າມົ້ງຜູ້ໜຶ່ງ, ຂ້າພະເຈົ້າຕ້ອງສອນໃຫ້ລູກເຕັກນິກປັກແສ່ວຄືແນວໃດໃຫ້ຖືກຕ້ອງ ແລະ ງາມອີກ, ຕ້ອງຮຽນຄ່ອຍໆແຕ່ງາຍເຖິງຍາກ. ກ່ອນນີ້ຊາວເຜົ່າມົ້ງບໍ່ມີຈັກຫຍິບຕ້ອງເຮັດດ້ວຍມື ປີລະເຮັດສິ້ນໄດ້ແຕ່ 1 ເຖິງ 2 ອັນ, ແຕ່ປະຈຸບັນມີຈັກຫຍິບແລ້ວ, ເດືອນລະສາມາດເຮັດໄດ້ແຕ່ 1 – 2 ອັນ”.
ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ
(ພາບ: ອິນເຕີແນດ)
ສິ້ນຂອງແມ່ຍິງຊົນເຜົ່າມົ້ງບໍ່ພຽງແຕ່ແມ່ນຊຸດອາພອນເທົ່ານັ້ນ, ຫາກມັນສະແດງໃຫ້ເຫັນນິດໄສຂອງແມ່ຍິງອີກດ້ວຍ. ເອື້ອຍເງງໃຫ້ຮູ້ວ່າ:
“ໃນຊີວິດຂອງຊາວເຜົ່າມົ້ງ, ສິ້ນສະແດງໃຫ້ເຫັນນິດໄສຕັ້ງໝັ້ນ, ດຸໝັ່ນຂອງແມ່ຍິງ, ເມື່ອເຂົ້າຮ່ວມງານແຕ່ງດອງ ຫຼືງານສົບ, ຖ້ານຸ່ງສິ້ນບໍ່ງາມຈະຖືກຕີລາຄາວ່າແມ່ນຄົນຂີ້ຄ້ານ, ຖ້ານຸ່ງສິ້ນງາມ ເຂົາເຈົ້າຈະຍ້ອງວ່າແມ່ນຄົນດຸໝັ່ນ, ມີສີມືດີ”.
ຊາວເຜົ່າມົ້ງນຸ່ງສິ້ນ ແລະ ໃຊ້ແພຮັດຂາ.. ອ້າຍຈູ່ ໃຫ້ຮູ້ວ່າ:
“ຕາມທັດສະນະຂອງຊາວເຜົ່າມົ້ງແລ້ວ, ໃຊ້ແພຮັດຂາເພື່ອບໍ່ໃຫ້ງູຫຼືສັດປະເພດອື່ນໆກັດ ຫຼືບໍ່ໃຫ້ຫຍ້າສອດໃສ່ຂາເມື່ອເຂົ້າປ່າ. ທີສອງແມ່ນກັນຝົນ, ແດດເພື່ອຮັກສາຜີວໜັງ.”
ປະຈຸບັນ, ເຖິງວ່າຊີວິດໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ຊາວເຜົ່າມົ້ງນັບແຕ່ຜູ້ເຖົ້າຜູ້ແກ່ ຕະຫຼອດຮອດເດັກນ້ອຍຍັງຄົງນຸ່ງຊຸດອາພອນປະຈຳເຜົ່າ ໂດຍແມ່ຍິງເຜົ່າມົ້ງເຮັດເອງ ໃນການອອກແຮງງານ ຫຼືໃນງານບຸນຢູ່.