(vovworld) - ຊົນເຜົ່າ ຂະແມຢູ່ ຫວຽດນາມມີປະມານ 1,3 ລ້ານຄົນ, ດຳລົງຊີວິດຕົ້ນຕໍຢູ່ບັນດາແຂວງພາກໃຕ້ເຊັ່ນ, ຈ່າວິງ, ຊອກຈັງ, ກຽນຢາງ, ອານຢາງ, ບາກລຽວ, ເກິ່ນເທີ, ວິ້ງລອງ… ຊີວິດການເປັນຢູ່ຂອງຊາວເຜົ່າ ຂະແມຕິດພັນກັບການປູກເຂົ້ານາທາມ ແລະອາຊີບຫັດຖະກຳອື່ນໆ. ຊາວເຜົ່າ ຂະແມມີນິທານຫຼາຍເລື່ອງ ແລະ ມີສະຖາປັດຕະຍະກຳວັດວາອາຮາມທີ່ເປັນເອກະລັກສະເພາະ. ບັນດາງານບຸນໃຫຍ່ໃນປີແມ່ນໂອກາດເພື່ອໃຫ້ຊາວເຜົ່າ ຂະແມພາກໃຕ້ສະແດງໃຫ້ເຫັນການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ. ບົດຂຽນຂອງນັກຂ່າວ ລານແອງ.
ຊົນເຜົ່າຂະແມຢູ່ຫວຽດນາມ
ພາສາຂອງຊົນເຜົ່າ ຂະແມແມ່ນຂຶ້ນກັບໝວດພາສາມອນ - ຂະແມ. ເຖິງວ່າຮ່ວມດຳລົງຊີວິດໃນບໍລິເວນດຽວພ້ອມກັບຊົນເຜົ່າອື່ນໆ, ເຊັ່ນ: ເຜົ່າກິງ, ຮວາມາແຕ່ດົນນານແລ້ວກໍ່ຕາມ, ແຕ່ຊາວເຜົ່າ ຂະແມຍັງຄົງຮັກສາສີສັນທີ່ເປັນເອກະລັກສະເພາະຂອງຕົນໄວ້ໄດ້, ເຂົາເຈົ້າດຳລົງຊີວິດຕາມ “ພູມ“, “ຊອກ“. ຊາວເຜົ່າ ຂະແມດຳລົງຊີວິດດ້ວຍຫຼາຍອາຊີບເຊັ່ນ: ຫາປາ, ຕຳ່ຫູກ, ຖັກສານ, ຜະລິດນຳ້ຕານ ແລະ ເຄື່ອງເຄືອບ… ໃນຊີວິດປະຈຳວັນ, ຊາວເຜົ່າຂະແມຜະລິດນ້ຳປາ, ປາແດດ, ສົ້ມປາຫຼາຍປະເພດຈາກກຸ້ງ, ກຸ້ງນ້ອຍ, ປາ. ແຕ່ພົ້ນເດັ່ນແມ່ນປາທີ່ຜະລິດຈາກປາຄໍ່, ປາດຸກ, ກຸ້ງ, ກຸ້ງນ້ອຍທີ່ປົນກັບ ເຂົ້າຂົ້ວແລະເກືອ.
ໂດຍດຳລົງຊີວິດໃນເຂດທີ່ມີຄອງ, ເໝືອງຫຼາຍສາຍ, ດັ່ງນັ້ນຊາວເຜົ່າ ຂະແມກໍ່ມີເຮືອນ້ອຍຫຼາຍປະເພດ. ພິເສດແມ່ນເຮືອງໍ ຍາວ 30 ແມັດ, ເຮັດດ້ວຍໄມ້, ລວມມີໄມ້ພາຍແຕ່ 30-40 ໄມ້. ທັງສອງຂ້າງເຮືອແຕ້ມຮູບຟອງທະເລ, ໂຕຊ້າງ, ໂຕສິງ, ນ້ຳ… ເຮືອງໍພຽງແຕ່ນຳໃຊ້ໃນໂອກາດບຸນໄຫວ້ພະຈັນ ອົກອາງບອກ (ໃນເດືອນ 10 ໄລ່ຕາມຈັນທະປະຕິທິນ).
ກ່ອນນີ້, ຍິງຊາຍຊາວເຜົ່າ ຂະແມນຸ່ງຊ່າຣົງ ດ້ວຍຜ້າໄໝໂດຍເຂົາເຈົ້າຕຳ່ຫູກເອງ, ຜູ້ມີອາຍຸສູງເຄີຍນຸ່ງໂສ້ງເສື້ອບ່າບາສີດຳ, ສະເພາະຜູ້ຊາຍທີ່ຮັ່ງມີບາງເທື່ອກໍ່ນຸ່ງໂສ້ງເສື້ອບ່າບາສີຂາວ, ພ້ອມກັບຜ້າຄຽນຫົວ ຫຼືພາດບ່າ.
ຊີວິດທາງດ້ານວັດທະນະທຳຂອງຊາວເຜົ່າ ຂະແມພາກໃຕ້ແມ່ນອຸດົມສົມບຸນທີ່ສຸດ. ຊາວເຜົ່າ ຂະແມພາກໃຕ້ແມ່ນມີຫຼາຍງານບຸນທີ່ເປັນເອກະລັກສະເພາະ. ໃນນັ້ນມີສອງງານບຸນໃຫຍ່ເຊັ່ນ: ບຸນຈອນເຈີນຳເທີໄມ (ບຸນປີໃໝ່) ແລະ ງານບຸນ ອອກອາງບອກ, ແມ່ນງານບຸນໄຫວ້ພະຈັນ. ໃນງານບຸນນີ້ຍັງຈັດການຊ່ວງເຮືອລະຫວ່າງບັນດາຟູມ - ຊອກນຳກັນ. ບຸນປີໃໝ່ ຈອນເຈີນຳເທີໄມ ທີ່ຈັດຂຶ້ນໃນເດືອນ 4 ແມ່ນງານບຸນໃຫຍ່ຂອງປະຊາຄົມ, ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໄປມາຫາສູ່ກັນ, ອວຍພອນເຊົ່ງກັນ ແລະ ກັນ, ກໍ່ຄືຈັດຕັ້ງການເຄື່ອນໄຫວສິລະປະ, ວັດທະນະທຳ, ກິລາ… ພິທີຕ້ອນຮັບປີໃໝ່ຂອງຊາວເຜົ່າຂະແມກໍ່ແຕກຕ່າງກັນກັບຊົນເຜົ່າອື່ນໆ. ທ່ານ ເຈົາໂອນ, ສະຖາບັນສົງ, ພຸດທະສາສະໜາ ນາມຕົງ ຂະແມພາກໃຕ້, ໃຫ້ຮູ້ວ່າ:
“ພິທີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊາວເຜົ່າຂະແມ ແມ່ນຕ່າງກັບຄົນຫວຽດ ແລະ ຄົນຈີນ. ການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊາວເຜົ່າ ຂະແມຖືກໄລ່ຕາມດວງຕາເວັນ. ຮອດວັນນັ້ນ, ເຂົາເຈົ້າຈຶ່ງຕີກອງ, ຕີຄ້ອງຢູ່ໃນວັດແລ້ວແຫ່ພະພຸດທະຮູບ ແລະ ໂມຮາສົງການຢູ່ອ້ອມຫໍບູຊາຕົ້ນຕໍ“.
ຊາວເຜົ່າຂະແມສ່ວນຫຼາຍແມ່ນເຊື່ອຖືສາສະໜາພຸດ, ນິກາຍນາມຕົງ. ມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະທີ່ສຸດຂອງຊາວເຜົ່າຂະແມ, ແມ່ນສິລະປະ ແລະ ສະຖາປັດຕະຍະກຳວັດວາອາຮາມ. ຊາວເຜົ່າ ຂະແມເຕີບໃຫຍ່ດ້ວຍການສຶກສາສິນທຳຂອງສາສະໜາພຸດ ແລະ ຮຽນວັດທະນະທຳໃນວັດກ່ອນທີ່ກ້າວເຂົ້າສູ່ຊີວິດກຸ້ມຕົນເອງ. ພະອາຈານ ຢາງແທງ, ອະທິການວັດ ຈະໂຣຍໂຕນຊາ, ຕາແສງ ກິມເຊີນ, ເມືອງຈ່າກູ໋, ແຂວງ ຈ່າວິງ, ໃຫ້ຮູ້ວ່າ:
“ນອກຈາກຮຽນຕົວໜັງສື, ບັນດາອາຈານຍັງສອນໃຫ້ພວກນ້ອງກ່ຽວກັບຄຸນສົມບັດ, ການປະພຶດຕໍ່, ການຖາມສະບາຍຕາມຮີດຄອງປະເພນີຂອງຊົນເຜົ່າຕົນອີກ. ພ້ອມທັງສອນຄວາມຮູ້ດ້ານວັດທະນະທຳ, ສິລະປະທີ່ເປັນພື້ນຖານ, ເຊັ່ນ: ການຟ້ອນລຳທຳເພງພື້ນເມືອງ, ເຄື່ອງນຸ່ງ… ເພື່ອໃຫ້ພວກນ້ອງເຂົ້າໃຈ ແລະ ຮູ້ຮັກສາວັດທະນະທຳຂອງຊົນເຜົ່າຕົນໄວ້.“
ໃນຕະຫຼອດວິວັດແຫ່ງການພັດທະນາ, ພື້ນຖານວັດທະນະທຳໄດ້ມີການປະສານສົມທົບກັບພື້ນຖານວັດທະນະທຳອື່ນໆຢູ່ເຂດທົ່ງພຽງແມ່ນຳ້ຂອງ, ສິ່ງດັ່ງກ່າວປະກອບສ່ວນສ້າງເປັນພື້ນຖານວັດທະນະທຳທີ່ເຂັ້ມຄົ້ນໄປດ້ວຍສີສັນຂອງປະຊາຄົມ 54 ຊົນເຜົ່າຫວຽດນາມ.