(vovworld)- ຈູຣູ ແມ່ນຫນຶ່ງໃນບັນດາຊົນເຜົ່າທີ່ດຳລົງຊີວິດມາແຕ່ດົນນານຢູ່ເຂດ ໄຕງວຽນ. ເຖິງວ່າ ມີພົນລະເມືອງຫນ້ອຍກໍ່ຕາມ ແຕ່ຊາວເຜົ່າຈູຣູ ຍັງຄົງຮັກສາສີສັນວັດທະນະທຳຂອງຕົນໄວ້ໄດ້ ພ້ອມກັບບັນດາຮີດຄອງປະເພນີ, ງານບຸນ ແລະ ສາງເພງພື້ນເມືອງ, ດົນຕີພື້ນເມືອງ, ບົດກາບກອນ, ຄຳສຸພາສິດ, ເລື່ອງນິທານ ທີ່ອຸດົມສົມບູຫລາຍຢ່າງ. ບົດຂຽນຂອງນັກຂ່າວ ຫວີງຟອງ ທີ່ມີຫົວຂໍ້ວ່າ: ຊົນເຜົ່າ ຈູຣູ ຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນໄວ້ໄດ້ຢູ່ ເຂດດິນແດນ
ໄຕງວຽນ
ຊົນເຜົ່າ ຈູຣູ ຢູ່ຫວຽດນາມ ປະຈຸບັນ ມີພົນລະເມືອງປະມານ 20.000 ຄົນ, ຢູ່ອາໄສຕົ້ນຕໍໃນບັນດາແຂວງ ເລີມດົງ, ນີງທ້ວນ. ຊົນເຜົ່າ ຈູຣູ ຍັງມີຊື່ເອີ້ນວ່າ ຈູຣູ, ເຈີຣູ, ຈໍຣູ, ກຣູ, ຣູ. ຊາວເຜົ່າ ຈູຣູ ດຳລົງຊີວິດຢູ່ຕາມໝູ່ບ້ານ ແລະ ນາຍບ້ານແມ່ນຄົນເພດຊາຍທີ່ມີອາຍຸສູງ ແລະ ມີອິດທິພົນຊື່ສຽງໂດຍທຸກໆຄົນໃນບ້ານເລືອກຕັ້ງ ແລະ ກໍ່ແມ່ນຜູ້ເປັນເຈົ້າການໃນບັນດາພິທີກຳຕ່າງໆຂອງບ້ານ. ຊົນເຜົ່າ ຈູຣູ ມີມູນເຊື້ອເຮັດກະສິກຳ ແລະ ເຂົ້າແມ່ນ ພືດທັນຍາຫານຕົ້ນຕໍ.
ຊົນເຜົ່າ ຈູຣູ ເຄີຍດຳລົງຊີວິດເປັນຄອບຄົວໃຫຍ່, ໃນນັ້ນ ມີ 3 -4 ລຸ້ນຄົນດຳລົງຊີວິດຢູ່ຮ່ວມກັນໃນເຮືອນຫລັງດຽວ. ຈຸດທີ່ເບິ່ງງ່າຍສຸດໃນຊຸດອາພອນຂອງຊາວເຜົ່າ ຈູຣູ ນັ້ນແມ່ນ ຜູ້ຊາຍ ແລະ ແມ່ຍິງຊາວເຜົ່າ ຈູຣູ ລ້ວນແຕ່ໃຊ້ຜ້າຄຽນຫົວ. ຜູ້ຊາຍຊາວເຜົ່າ ຈູຣູເຄີຍນຸ່ງຊຸດອາພອນປະຈຳເຜົ່າ ມີພື້ນສີຂາວ, ນັບທັງຜ້າບີງ, ໂສ້ງຍາວ, ຜ້າຄຽນຫົວກໍ່ລ້ວນແຕ່ເປັນສີຂາວ. ຊຸດອາພອນນີ້ເຂົາເຈົ້າເຄີຍນຸ່ງໃນໂອກາດງານດອງ, ງານບຸນ, ຫລື ງານສົບ. ສ່ວນມື້ທຳມະດາ ເຂົາເຈົ້ານຸ່ງແບບລຽບງ່າຍກວ່າ, ໂສ້ງສີຂາວ, ເສື້ອແຂນຍາວສີຂາວ. ໃນຂະນະນັ້ນ, ແມ່ຍິງຊາວເຜົ່າຈູຣູ ເຄີຍນຸ່ງເສື້ອເຊີດແລະໃຊ້ຜ້າບີງ. ຜ້າບີງສີຂາວເຄີຍນຸ່ງໃນໂອກາດງານບຸນຕ່າງໆ ສ່ວນຜ້າບີງສີດຳໄດ້ນຳໃຊ້ປະຈຳວັນ. ກະໂປ່ງມີສີຂຽວດຳ.
ຜູ້ບ່າວ, ຜູ້ສາວຊາວເຜົ່າ ຈູຣູ
ພາບ:ອິນເຕີແນັດ
|
ສຳລັບບັນດາເຜົ່າຢູ່ໄຕງວຽນ ເວົ້າລວມ ແລະ ຊາວເຜົ່າ ຈູຣູ ຢູ່ ແຂວງ ເລີມດົງ ເວົ້າສະເພາະ, ກະພາແມ່ນເຄື່ອງໃຊ້ທີ່ຊີນເຄີຍ ຍາມໃດກໍສະຫນິດຕິດພັນກັບປະຊາຊົນໃນການດຳເນີນຊີວິດປະຈຳວັນ. ສຳລັບ ຊາວເຜົ່າ ຈູຣູ ແລ້ວ, ກະພາ ບໍ່ພຽງແຕ່ແມ່ນເຄື່ອງໃຊ້ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນບັນດາປັດໄຈວັດທະນະທຳ, ຄວາມຮູ້ສຶກກ່ຽວກັບທຳມະຊາດ, ຊີວິດຕາມວິທີສັງເກດ, ວິທີນຶກຄິດສະເພາະຂອງຕົນ. ເອື້ອຍ ມາເຮືອງ, ບ້ານ ປະແຣ, ຕາແສງ ຟູໂຮ້ຍ, ເມືອງ ດືກຈ້ອງ, ແຂວງ ເລີມດົງ ໃຫ້ຮູ້ວ່າ: ສີສັນທີ່ນຳໃຊ້ເພື່ອປະດັບປະດາລວດລາຍໃນກະພາ ສ່ວນຫລາຍແມ່ນສີແດງ, ສີດຳ ທີ່ເອົາມາຈາກເປືອກໄມ້, ຫລືໃບໄມ້ຕາມທຳມະຊາດ.
“ນັບແຕ່ເມື່ອໄດ້ກຳເນີດຂຶ້ນ, ພໍ່ເຖົ້າ,ແມ່ເຖົ້າ ພໍ່ແມ່ໄດ້ສອນໃຫ້ຂ້າພະເຈົ້າວິທີເປ້ກະພາ, ສານກະພາ ແລະ ນຳໃຊ້ກະພາໃນຊີວິດປະຈຳວັນ. ກະພາໄດ້ນຳໃຊ້ໄດ້ຫລາຍວຽກຄື: ໄປເອົານ້ຳ, ໄປໄຮ່ເພື່ອເກັບກູ້ສາລີ. ກະພາມີຄວາມໝາຍທີ່ສຸດສຳລັບ ຊາວເຜົ່າ ຈູຣູ.”
ພິທີສູ່ຂໍຂອງຊາວເຜົ່າ ຈູຣູ
ພາບ: ອິນເຕີແນັດ
|
ມາຮອດເດືອນ 2, ເດືອນ 3 ຢູ່ ເຂດໄຕງວຽນ ເມື່ອດອກກາເຟເບັ່ງບານເປັນສີຂາວທົ່ວເຂດໂນນພູ ກໍ່ແມ່ນຈຸດເວລາທີ່ທົ່ວທຸກບ້ານຕ່າງໆຂອງຊົນເຜົ່າ ຈູຣູ ໄດ້ຫ້າງຫາກະກຽມກ້າວເຂົ້າສູ່ລະດູຈັດງານດອງ, ລະດູ “ຈັບຜົວ”ຂອງບັນດາຜູ້ສາວ. ຊາວເຜົ່າ ຈູຣູ ຢູ່ ໄຕງວຽນ ດຳລົງຊີວິດຕາມລະບອບມານດາສິດທິລາດ ສະນັ້ນ ແມ່ຍິງຊາວເຜົ່າ ຈູຣູ ມີຄວາມເປັນເຈົ້າການໃນການສົມລົດ. ເມື່ອຜູ້ສາວຮອດເກນອາຍຸ ເອົາຜົວ, ຄອບຄົວຂອງເຈົ້າສາວ ພ້ອມກັບເຈົ້າໂຄດລຸງຕາຈະນຳເອົາເຄື່ອງສິນສອດໄປສູ່ຂໍເຈົ້າບ່າວ. ພາຍຫລັງຄອບຄົວເຈົ້າສາວໂອ້ລົມກັບຄອບຄົວເຈົ້າບ່າວແລ້ວ, ເຈົ້າໂຄດລຸງຕາໃສ່ສາຍຄໍໝາກຕຸ້ມ ແລະ ສວມແຫວນແຕ່ງງານໃຫ້ເຈົ້າບ່າວແທນໃຫ້ຄຳສະເຫນີການສົມລົດ. ຜູ້ຕາງຫນ້າຄອບຄົວເຈົ້າບ່າວ ກໍ່ສວມແຫວນໃຫ້ເຈົ້າສາວ ແລະ ຕົກລົງເຫັນດີໃຫ້ເຈົ້າສາວເປັນລູກໃພ້ຂອງຕົນ. ເພາະສະນັ້ນ ສຳລັບບັນດາຜູ້ບ່າວ, ຜູ້ສາວຊາວເຜົ່າ ຈູຣູ ແລ້ວ, ແຫວນເງິນ ບໍ່ພຽງແຕ່ແມ່ນເຄື່ອງເອ້ຢ້ອງທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງແມ່ນເຄື່ອງສິນສອດມີຄວາມໝາຍສັກສິດໃນພິທີສົມລົດຂອງບັນດາຄູ່ຜົວເມຍອີກດ້ວຍ. ເພື່ອຜະລິດແຫວນແຕ່ງງານໃຫ້ເຈົ້າບ່າວ ແລະ ເຈົ້າສາວຕາມມູນເຊື້ອຂອງຊາວເຜົ່າ ຈູຣູ, ບັນດານັກສິລະປະການຕ້ອງປະຕິບັດຫລາຍຂັ້ນຕອນຢ່າງລະອຽດລະອໍ. ນັກສິລະປະການ ຢາຕວດ, ຕາແສງ ຕູຈາ, ເມືອງ ເດີນເຢືອງ, ແຂວງ ເລີມດົງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຜະລິດແຫວນຂອງຊາວເຜົ່າ ຈູຣູ ມາໄດ້ 20 ປີແລ້ວ. ກ່ອນນີ້ ຂ້າພະເຈົ້າຕ້ອງຮຽນອາຊີບຕີແຫວນໃນໄລຍະ 3 ປີຈຶ່ງສາມາດຕີແຫວນໄດ້. ນີ້ແມ່ນ ອາຊີບທີ່ເປັນມູນເຊື້ອ, ສະນັ້ນ ພວກຂ້າພະເຈົ້າ ຕ້ອງຮັກສາ, ຖ່າຍທອດອາຊີບນີ້ໃຫ້ພໍ່ແມ່ພີ່ນ້ອງໃນບ້ານຂອງຕົນ.”
ຊາວເຜົ່າ ຈູຣູ ມີຄຳສຸພະສິດ, ຄຳພະຫຍາ, ເລື່ອງນິທານ, ເພງພື້ນເມືອງທີ່ອຸດົມສົມບູນຫລາຍຢ່າງ ແລະ ເຂົາເຈົ້າກໍ່ຮັກສາເຄື່ອງດົນຕີພື້ນເມືອງຫລາຍປະເພດທີ່ເປັນເອກະລັກສະເພາະໄວ້. ໃນວັນບຸນຕ່າງໆ, ເຂົາເຈົ້າເຄີຍເສບເຄື່ອງດົນຕີພື້ນເມືອງ ແລະ ຟ້ອນວາດຟ້ອນ Tamga ຊື່ງແມ່ນວາດຟ້ອນມີລັກສະນະວົງຄະນາຍາດ, ຊາວເຜົ່າຈູຣູ ຜູ້ໃດກໍ່ຮູ້ຈັກເຖິງ ແລະ ນິຍົມວາດຟ້ອນນີ້. ຊາວເຜົ່າ ຈູຣູ ມີຮີດຄອງປະເພນີໄຫວ້ບູຊາປູ່ຍ່າຕາຍາຍ ແລະ ມີຫລາຍພິທີກຳກ່ຽວກັບກະສິກຳຄື: ບູຊາເທວະດາຄັນຄູ, ຄອງເໝືອງ, ເທວະດາເຂົ້າ, ບຸນເຂົ້າໃຫມ່.