(vovworld) - ປູແປ໋ວ ແມ່ນຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ເຂດພູດອຍແຂວງຮ່າຢາງ. ໃນປະຊາຄົມ 54 ຊົນເຜົ່າຫວຽດນາມ, ຊາວເຜົ່າປູແປ໋ວ ມີຈຸດວັດທະນະທຳທີ່ເປັນມູນເຊື້ອ, ມີຮີດຄອງປະເພນີ, ທີ່ເປັນເອກະລັກສະເພາະ, ປະກອບມໍລະດົກວັດທະນະທຳອັນລຳ້ຄ່າຫຼາຍຢ່າງເຂົາໃນສາງວັດທະນະທຳຂອງປະຊາຄົມບັນດາເຜົ່າຫວຽດນາມ.
ຊົນເຜົ່າ ປູແປ໋ວ
(ພາບ: ອິນເຕີແນດ)
ປູແປ໋ວ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ດຳລົງຊີວິດກ່ອນໝູ່ຢູ່ເຂດພູດອຍທາງພາກເໜືອ, ແຂວງຮ່າຢາງ. ປະຈຸບັນ, ຊົນເຜົ່າປູແປ໋ວ, ດ້ວຍພົນລະເມືອງເກືອບ 1000 ຄົນ, ດຳລົງຊີວິດສ່ວນຫຼາຍຢູ່ຕາແສງໂຟ໋ລ່າ, ເທດສະບານ ຟໍ໋ບາງ, ເມືອງ ດົ່ງວັນ ແລະ ຢູ່ຕາແສງ ສູງຈ໋າງ, ຟູ໋ລຸງ, ເມືອງ ອຽນມິງ. ສ່ວນຍັງເຫຼືອແມ່ນດຳລົງຊີວິດຢູ່ເມືອງ ບັກເມ, ແຂວງ ຮ່າຢາງ. ຊາວເຜົ່າ ປູແປ໋ວ ສາມາດເວົ້າພາສາ ມົ້ງ ໄດ້ດີ. ເມື່ອທຽບໃສ່ປະຫວັດແຫ່ງການພັດທະນາຂອງບັນດາເຜົ່າອ້າຍນ້ອງທີ່ດຳລົງຊີວິດຢູ່ເຂດນີ້, ຊາວເຜົ່າປູແປ໋ວ ແມ່ນໜຶ່ງໃນບັນດາຊົນເຜົ່າທຳອິດຢູ່ເຂດເໜືອສຸດທີ່ໄດ້ບຸກເບີກໄຮ່ນາ. ຊາວເຜົ່າ ປູແປ໋ວ ດຳລົງຊີວິດດ້ວຍອາຊີບເຮັດໄຮ່ ແລະ ເຮັດນາຂັ້ນໄດ, ປູກສາລີ, ເຂົ້າ, ໝາກຖົ່ວເປັນຕົ້ນ… ໃນການຜະລິດ, ເຂົາເຈົ້ານຳໃຊ້ໄຖ, ຄາດ, ຄວາຍ, ງົວເປັນເຄື່ອງມື. ອາຫານຕົ້ນຕໍຂອງຊາວເຜົ່າ ປູແປ໋ວ ແມ່ນເຂົ້າ, ແປ້ງສາລີ. ມາຮອດປະຈຸບັນ, ເຂົາເຈົ້າຍັງຄົງຮັກສາອາຊີບປັກແສ່ວ, ຫຍິບ, ຜະລິດເຄື່ອງຈັກສານດ້ວຍຫວາຍ, ໄມ້ໄຜ່, ທັງພັດທະນາການລ້ຽງງົວ, ຄວາຍ ແລະ ຖືນີ້ແມ່ນຊັບສິນສະສົມຂອງຕົນ. ຊາວເຜົ່າ ປູແປ໋ວ ບໍ່ດຳລົງຊີວິດໃນເຂດພູສູງ, ຫາກເຕົ້າໂຮມກັນຢູ່ເຂດຮ່ອມພູຫີນ ດົ່ງວັນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການປູກຝັງ ແລະ ລ້ຽງສັດ. ເຮືອນຂອງເຂົາເຈົ້າເຄີຍອີງຫຼັງໃສ່ພູ, ໜ້າເຮືອນມຸ້ງໄປທິດໃຕ້ ແລະ ທິດຕາເວັນອອກສ່ຽງໃຕ້, ທັງມີໄຮ່, ສວນຢູ່ເບື້ອງໜ້າ. ເຮືອນຂອງຊາວເຜົ່າ ປູແປ໋ວ ມີໂຄງເຮັດດ້ວຍໄມ້, ສ່ວນຝາເຮືອນເຮັດດ້ວຍດິນ, ໜາປະທານ 40-50 cm, ຫຼັງຄາມຸງດ້ວຍຫຍ້າ ຫຼືດິນຂໍ. ດັ່ງນັ້ນສາມາດຮັບມືກັບອາກາດທີ່ຮ້າຍແຮງໄດ້. ທ່ານ ລືວເຊິ່ນວ້ານ, ສະມາຊິກໃນໜ່ວຍສະສົມ, ຄົ້ນຄ້ວາວັດທະນະທຳບັນດາເຜົ່າຮ່າຢາງ, ໃຫ້ຮູ້ວ່າ:
“ຊາວເຜົ່າ ປູແປ໋ວ ມີພາສາ, ຮີດຄອງປະເພນີສະເພາະ, ນັບແຕ່ກອ່ນມານີ້, ຊາວເຜົ່າ ປູແປ໋ວ ຍັງຄົງຮັກສາບັນດາບົດເພງພື້ນເມືອງ, ພິທີບູຊາບັນພະບຸລຸດ, ເທວະດາຟ້າແຖນ, ພິທີລົງທົ່ງ, ງານດອງປະເພນີໃນຊີວິດການເປັນຢູ່ ແລະ ການອອກແຮງງານຂອງຕົນໄວ້ຢູ່“.
ເຄື່ອງນຸ່ງຂອງຊົນເຜົ່າ ປູແປ໋ວ
(ພາບ: ອິນເຕີແນດ)
ໃນຊີວິດປະຊາຄົມ, ຊາວເຜົ່າ ປູແປ໋ວ ມີສອງວົງຕະກຸນ. ແຕ່ລະວົງຕະກຸນມີລະບົບນາມສະກຸນສະເພາະໃຊ້ເພື່ອຕັ້ງຊື່ໃຫ້ລຸ້ນຕ່າງໆຕາມລຳດັບ. ໃນການສົມລົດ, ຄອບຄົວຝ່າຍຊາຍເອົາເມຍໃຫ້ລູກ, ພາຍຫຼັງງານດອງຜູ້ສາວຈະຢູ່ກັບຄອບຄົວຂອງຜົວ, ລູກເຕົ້າໃຊ້ສະກຸນຂອງພໍ່ ແລະ ຜູ້ເປັນພໍ່, ເປັນຜົວແມ່ນເຈົ້າຂອງເຮືອນ.
ກໍ່ເຊັ່ນດຽວກັບຊົນເຜົ່າອ້າຍນ້ອງຈຳນວນໜຶ່ງຢູ່ເຂດພູດອຍທາງພາກເໜືອ, ຊີວິດທາງວິນຍານຂອງຊາວເຜົ່າ ປູແປ໋ວ ແມ່ນບູຊາເທວະດາຟ້າແຖວຕ່າງໆ, ຄືເທວະດາຫ້ອຍນຳ້, ເທວະດາແມ່ນຳ້, ເທວະດາພູ, ເທວະດາປ່າ…ໃນນັ້ນງານບຸນບູຊາເທວະດາປ່າ ແມ່ນງານບຸນຕົ້ນຕໍ, ດ້ວຍຫຼາຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ປູແປ໋ວ.
ເຄື່ອງນຸ່ງຂອງ ຊາວເຜົ່າ ປູແປ໋ວ ແມ່ນທຳມະດາງ່າຍດາຍ. ແມ່ຍິງ ຊາວເຜົ່າ ປູແປ໋ວ ເຄີຍນຸ່ງເສື້ອຍາວສີດຳ, ຢູ່ນອກມີອ້ຽມ, ແລະ ປະດັບປະດາດ້ວຍແພຫຼາຍສີທີ່ຫຍິບໃສ່ກັນ. ໃຊ້ຜ້າຄຽນຫົວທີ່ປະດັບດ້ວຍລວດລາຍ. ແມ່ຍິງ ຊາວເຜົ່າ ປູແປ໋ວ ໃຊ້ສິ້ນຍາວສີແດງ, ກວ້າງອອກຢູ່ຕີນສິ້ນ ແລະ ປະດັບດ້ວຍແພຫຼາຍສີທີ່ຫຍິບໃສ່ກັນຢ່າງຄ້ອງແຄ້ວ, ສ້າງເປັນລວດລາຍຄື: ຮູບຫອນໄກ່, ດວງຕາເວັນ, ສະແດງໃຫ້ເຫັນແນວຄວາມຄິດລວມກ່ຽວກັບການເຊື່ອຖືຂອງຊົນເຜົ່າ. ປ້າ ກຸງທິຊວນ, ຊາວເຜົ່າ ປູແປ໋ວ , ໃຫ້ຮູ້ວ່າ:
“ລວດລາຍໃຊ້ສີແດງ, ສີຟ້າເປັນຕົ້ນ. ສີແດງເປັນສັນຍາລັກໃຫ້ຜູ້ຊາຍ, ສະແດງໃຫ້ເຫັນຄວາມນັບຖືຂອງຜູ້ຍິງ ປູແປ໋ວ ທີ່ມີຕໍ່ຜູ້ຊາຍ, ເຊິ່ງເປັນເຈົ້າຂອງຄອບຄົວ. ສ່ວນສີຟ້າເປັນສັນຍາລັກໃຫ້ແມ່ຍິງໃນຄອບຄົວ. ເພື່ອຫຍິບລວດລາຍໂສ້ງເສື້ອໃຫ້ໄດ້ຊຸດໜຶ່ງ ແມ່ນຕ້ອງເສຍເວລາປະມານ 2 ເດືອນ“.
ແມ່ຍິງ ຊາວເຜົ່າ ປູແປ໋ວ ກໍ່ເຄີຍໃຊ້ເຄື່ອງສຳອາງຄື: ປອກແຂນ, ປອກຄໍ, ສາຍຄໍ, ແຫວນເງິນ. ສາວ ປູແປ໋ວ ເຄີຍຄຽນຜົມອ້ອມຫົວ, ຢູ່ນອກໃຊ້ຜ້າຄຽນສີອິດ. ສ່ວນແມ່ຍິງເກົ້າຜົມເທິງໜ້າຜາກແລ້ວຕິດຫວີໄມ້ໃສ່. ນີ້ແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຊາວເຜົ່າ ປູແປ໋ວ .
ໃນການດຳລົງຊີວິດ, ປະຊາຄົມຊາວເຜົ່າ ປູແປ໋ວ ມີຄວາມໃກ້ຊິດສະໜິດສະໜົມ, ເຄົາລົບ ແລະ ປົກປັກຮັກສາທຳມະຊາດ. ເຂົາເຈົ້າຖືປ່າແມ່ນຊີວິດຂອງຕົນ, ດັ່ງນັ້ນການປົກປັກຮັກສາປ່າໄດ້ກາຍເປັນສະຕິລວມຂອງປະຊາຄົມ, ເຊິ່ງສະແດງອອກຢ່າງຈະແຈ້ງໃນແຕ່ລະຄອບຄົວ, ໝູ່ບ້ານ.ເມື່ອປ່າໄດ້ຮັບການປົກປັກຮັກສາ ແລະ ບົວລະບັດ, ມັນບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຄົມ, ໝູ່ບ້ານເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຮັກສາ ແລະ ພັດທະນາສິ່ງແວດລ້ອມຊີວະພາບອີກດ້ວຍ.