(vovworld) – ໃນປະຊາຄົມບັນດາເຜົ່າຫວຽດນາມ, ຊາວເຜົ່າເອເດ ແມ່ນມີມາແຕ່ດົນນານຢູ່ພາກກາງ ແລະ ໄຕງວຽນ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ. ກົກເຄົ້າຂອງຊົນເຜົ່າເອເດ ໄດ້ຮັບການສ່ອງແສງຜ່ານປຶ້ມປະຫວັດສາດ, ບັນດາກິດຈະກຳສະຖາປັດຕະຍະກຳ, ວັດທະນະທຳພື້ນເມືອງ… ມາຮອດປະຈຸບັນ, ຊົນເຜົ່າເອເດຍັງຄົງຮັກສາລະບອບມານດາສິດທິລາດ.
ຊົນເຜົ່າເອເດ
(ພາບອິນເຕີແນດ)
ຢູ່ຫວຽດນາມ, ຊົນເຜົ່າເອເດ ມີພົນລະເມືອງກວ່າ 331.000 ຄົນ, ຫຼາຍອັນດັບ 12 ໃນຈຳນວນ 54 ຊົນເຜົ່າອ້າຍນ້ອງຢູ່ຫວຽດນາມ. ເຂົາເຈົ້າດຳລົງຊີວິດຕົ້ນຕໍ່ຢູ່ບັນດາແຂວງ: ດັກລັກ, ທາງທິດໃຕ້ແຂວງຢາລາຍ ແລະ ພາກຕາເວັນຕົກແຂວງແຄ໋ງຮ່ວາ ແລະ ຟູ໋ອຽນຂອງຫວຽດນາມ. ຊົນເຜົ່າເອເດ ຂຶ້ນກັບໝວດພາສາມາເລເຊຍ, ມີແຫຼ່ງກຳເນີດຢູ່ເຂດທະເລ. ເຖິງວ່າໄດ້ຍ້າຍໄປດຳລົງຊີວິດຢູ່ເຂດພູພຽງໄຕງວຽນທາງພາກກາງຫວຽດນາມ ນັບແຕ່ທ້າຍສະຕະວັດທີ 8 ເຖິງສະຕະວັດທີ 15 ກໍ່ຕາມ, ແຕ່ຮູບພາບທ່ານ້ຳ ແລະ ເຮືອແພ ຍັງຄົງປະກົດໃນວັດທະນະທຳຂອງຊົນເຜົ່າເອເດຢູ່. ເຮືອນຮ້ານຫຼັງຍາວຂອງຊົນເຜົ່າເອເດ ມີຮູບຄືເຮືອລຳຍາວ, ປະຕູຕົ້ນຕໍ່ແມ່ນຢູ່ເບື້ອງຊ້າຍ, ສ່ວນປ່ອງຢ້ຽມແມ່ນຢູ່ຂ້າງເຮືອນ. ເພດານໄມ້ໃນເຮືອນກໍ່ມີຮູບຄືສະແນນເຮືອ. ຕາມທຳມະດາແລ້ວ, ເຮືອນຮ້ານຂອງຊົນເຜົ່າເອເດ ບໍ່ສູງ ແລະ ຍາວແຕ່ 15 – 100 ແມັດ, ອີງຕາມຈຳນວນສະມາຊິກໃນຄອບຄົວຫຼາຍຫຼືໜ້ອຍ. ເຮືອນຂອງຊົນເຜົ່າເອເດ ມີຈຸດພິເສດສະເພາະທີ່ແຕກຕ່າງກັບເຮືອນຮ້ານຂອງຊົນເຜົ່າອື່ນໆຢູ່ເຂດໄຕງວຽນ ແລະ ສ່ອງແສງໃຫ້ເຫັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າເອເດ. ປະລິຍາເອກຊົນເຜົ່າວິທະຍາ ລືວຮຸ່ງ, ຮອງຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ, ໃຫ້ຮູ້ວ່າ:
“ກ່ຽວກັບດ້ານວັດທະນະທຳ, ເຮືອນຍາວສະແດງໃຫ້ເຫັນຫຼາຍສິ່ງ, ຫຼາຍແງ່ມູມຂອງວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າເອເດ ນັ້ນແມ່ນສັງຄົມທີ່ສືບເຊື້ອແມ່. ສິ່ງດັ່ງກ່າວສະແດງອອກຜ່ານຮູບພາບນົມແມ່ທີ່ຖືກຄວັດຢູ່ຕາມຂັ້ນໄດຂື້ນເຮືອນ ແລະ ບັນດາເສົາໃນເຮືອນ. ບັນດາເຄື່ອງໃຊ້ໃນຄອບຄົວກໍ່ສະແດງໃຫ້ເຫັນລະບອບມານດາສິດທິລາດຢ່າງຈະແຈ້ງ”.
ຊົນເຜົ່າເອເດ
(ພາບອິນເຕີແນດ)
ໃນຄອບຄົວຂອງຊົນເຜົ່າເອເດ, ເຈົ້າຂອງເຮືອນແມ່ນແມ່ຍິງ. ຕາມລະບອບມານດາສິດທິລາດ, ລູກເຕົ້າຖືສະກູນແມ່, ລູກຊາຍບໍ່ໄດ້ສືບມູນ. ຜູ້ຊາຍສົມລົດ ແລະ ດຳລົງຊີວິດໃນຄອບຄົວຂອງເມຍ. ສ່ວນຜູ້ຍິງໄດ້ສືບມູນ ແລະລູກສາວຫຼ້າໄດ້ສືບຫໍບູຊາພໍ່ເຖົ້າແມ່ເຖົ້າ ແລະ ຮັບຜິດຊອບລ້ຽງດູພໍ່ແມ່. ເມື່ອລູກສາວເອົາຜົວ, ເຮືອນຈະຖືກປຸກສ້າງໃຫ້ຍາວຕື່ມອີກ. ເມື່ອເຫັນປ່ອງຢ້ຽມຂອງເຮືອນຍາວກໍ່ສາມາດຮູ້ໄດ້ວ່າຜູ້ຍິງເອເດ ມີຜົວຫຼືບໍ. ຖ້າປ່ອງຢ້ຽມເປີດອອກ, ໝາຍຄວາມວ່າຜູ້ຍິງນັ້ນໄດ້ເອົາຜົວແລ້ວ.
ໃນການອອກແຮງງານ ທຳການຜະລິດ, ຊາວເຜົ່າເອເດໃນເມື່ອກ່ອນລ່າເນື້ອ, ເກັບຫາຜັກ, ໝາກໄມ້, ເຮັດໄຮ່, ຫາປາ, ຖັກສານ, ຕ່ຳຫູກ… ເປັນຕົ້ນ. ປະຈຸບັນ, ຊາວເຜົ່າເອເດ ບໍ່ພຽງແຕ່ເຮັດໄຮ່, ຫາກຍັງຜະລິດປຸງແຕ່ງຜະລິດຕະພັນກະເສດ, ປູກຕົ້ນໄມ້ອຸດສາຫະກຳຄື: ກາເຟ, ຢາງພາລາ, ໝາກຜິກໄທ, ກາກາວ… ນອກຈາກການປູກຝັງແລ້ວ, ຊາວເຜົ່າເອເດ ຍັງລ້ຽງງົວ, ຄວາຍ, ຊ້າງ ແລະ ຖັກສານ, ຜະລິດເຄື່ອງເຟີນີເຈີ, ເຄື່ອງສຳອາງ, ເຄື່ອງເຄືອບ… ເພື່ອຮັບໃຊ້ຊີວິດດ້ານຈິດວີນຍານ ແລະ ຊີວິດປະຈຳວັນ.
ຊົນເຜົ່າເອເດ
(ພາບອິນເຕີແນດ)
ໃນຊີວິດດ້ານຈິດວີນຍານ, ຄືດັ່ງຫຼາຍຊົນເຜົ່າອື່ນໆຢູ່ໄຕງວຽນ, ຊາວເຜົ່າເອເດ ຖືຟ້າແມ່ນເທພະເຈົ້າຜູ້ສູງສຸດ. ແລະ ນັບແຕ່ກິແຕ່ກ່ອນ, ຊາວເຜົ່າເອເດ ໄດ້ຖືທຸກສິ່ງທຸກຢ່າງ, ທຸກປະກົດການທຳມະຊາດລ້ວນແຕ່ມີເທວະດາສະເພາະຄື: ເທວະດາຝົນ, ເທວະດາແມ່ນ້ຳ, ເທວະດາປ່າ… ແລະ ຕາມທັດສະນະນັ້ນ, ທຸກສິ່ງທຸກຢ່າງ, ນັບແຕ່ຕົ້ນໄມ້ໃບຫຍ້າ ຕະຫຼອດຮອດເຮືອນຊານ, ຄ້ອງ… ລ້ວນແຕ່ມີວີນຍານ. ທ່ານ ຫງວຽນຈຸ, ນັກຄົ້ນຄ້ວາວັດທະນະທຳໄຕງວຽນ, ຖືວ່າ:
“ບັນດາເງື່ອນໄຂທຳມະຊາດ, ບັນດາແມ່ນ້ຳລຳເຊ, ພູຜາປ່າໄມ້ນັ້ນ ໄດ້ສ້າງເປັນວັດທະນະທຳພິເສດສະເພາະຂອງຊົນເຜົ່າເອເດ. ນັ້ນກໍ່ແມ່ນວິທີ ເພື່ອໃຫ້ເຂົາເຈົ້າຄິດຮອດຄິດເຖິງບັນພະບຸລຸດ ກໍ່ຄືທຸກສິ່ງທຸກຢ່າງທີ່ສ້າງເປັນຊີວິດຂອງເຂົາເຈົ້າໃນປະຈຸບັນ. ຍ້ອນເຫດນັ້ນ, ໃນທຳນອງຄ້ອງຂອງເຂົາເຈົ້າກໍ່ມຸງໄປສຸ່ພູຜາປ່າໄມ້, ແມ່ນ້ຳລຳເຊ…”
ຊົນເຜົ່າເອເດ
(ພາບອິນເຕີແນດ)
ໃນການເຄື່ອນໄຫວວັດທະນະທຳປະຈຸບັນ, ຊາວຊົນເຜົ່າເອເດ ຍັງຄົງຮັກສາພິທີງານບຸນຕ່າງໆທີ່ເຂັ້ມຄົ້ນໄປດ້ວຍສີສັນຂອງຊົນເຜົ່າຕົນຄື: ພິທີແທງຄວາຍ, ພິທີບູຊາເຮືອນໃໝ່, ພິທີບູຊາຮອບວຽນຂອງຊີວິດ… ຊາວເຜົ່າເອເດ ມີສາງວັນນະຄະດີທີ່ເລົ່າຂານກັນມາຢ່າງອຸດົມສົມບຸນ, ເຂົາເຈົ້າມັກຂັບຮ້ອງ, ມັກດົນຕີ ແລະ ມີພອນສະຫວັນໃນຂົງເຂດນີ້, ເຄື່ອງດົນຕີຂອງຕົ້ນຕໍຂອງເຂົາເຈົ້າມີຄ້ອງ, ກອງ, ແຄ່ນ, ປີ…
ປະຈຸບັນ, ຊີວິດຢູ່ບ້ານຕ່າງໆຂອງຊົນເຜົ່າເອເດ ໄດ້ມີການປ່ຽນແປງຢ່າງວ່ອງໄວ. ແຕ່ມັນກໍ່ບໍ່ສາມາດເຮັດໃຫ້ວັດທະນະທຳທີ່ເປັນອກະລັກສະເພາະຂອງເຂົາເຈົ້າເສຍຫາຍໄປໄດ້. ບັນດາຮີດຄອງປະເພນີຂອງຊົນເຜົ່າເອເດ ພວມປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຂອງປະຊາຄົມບັນດາເຜົ່າຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ.