(vovworld) - ໂດຍແມ່ນໜຶ່ງໃນຈຳນວນ 6 ຊົນເຜົ່າຢູ່ແຂວງ ກອນຕຸມ, ຊາວເຜົ່າ ແຢຈຽງ ມີພົນລະເມືອງທັງໝົດກວ່າ 33.000 ຄົນ, ອາໄສຕົ້ນຕໍແມ່ນຢູ່ເມືອງ Đăk Glei ແລະ ເມືອງ ງອກໂຮ່ຍ, ລຽບຕາມສາຍທາງ ໂຮ່ຈີມິນ, ຕິດກັບຊາຍແດນ ລາວ. ໂດຍແມ່ນຊົນເຜົ່າທີ່ດຳລົງຊີວິດມາແຕ່ດົນນານຢູ່ເຂດອ້ອມພູ ງອກລິງ (ຫວຽດນາມ) ແລະ ທິດຕາເວັນອອກສ່ຽງໃຕ້ປະເທດ ລາວ, ຊາວເຜົ່າ ແຢຈຽງ ມີຊີວິດທາງດ້ານຈິດວີນຍານອຸດົມສົມບູນ ແລະ ມາຮອດປະຈຸບັນຍັງຄົງຮັກສາວັດທະນະທຳທີ່ເປັນເອກະລັກສະເພາະໄວ້ໄດ້. ກໍ່ເຊັ່ນດຽວກັບບັນດາຊົນເຜົ່າອ້າຍນ້ອງອື່ນໆໃນປະຊາຄົມບັນດາເຜົ່າ ຫວຽດນາມ, ຊາວເຜົ່າ ແຢຈຽງ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.
(ພາບປະກອບ)
ຈາກພາກເໜືອໄປຕາມ ເສັ້ນທາງ ໂຮ່ຈີມິນ ເຖິງເມືອງ Đăk Glei, ແຂວງ ກອນຕຸມ, ແມ່ນບ່ອນອາໄສຂອງຊາວເຜົ່າ ແຢຈຽງ. ຈາກນັ້ນໄປທາງທິດໃຕ້ຕາມເສັ້ນຊາຍແດນ ຫວຽດນາມ - ລາວ ເຖິງເມືອງ ງອກໂຮ່ຍ ແມ່ນບັນດາໝູ່ບ້ານຂອງຊາວເຜົ່າ ແຢຈຽງ.
ນັບແຕ່ດົນນານມາແລ້ວ, ຫົວໜ່ວຍສັງຄົມໜຶ່ງດຽວຂອງຊາວເຜົ່າ ແຢຈຽງ ແມ່ນໝູ່ບ້ານ. ເຈົ້າກົກເຈົ້າເຫຼົ່າໃນບ້ານ ເປັນຜູ້ຊີ້ນຳວຽກງານລວມຂອງໝູ່ບ້ານ. ນັ້ນແມ່ນຜູ້ທີ່ມີອິດທິພົນຊື່ສຽງ, ມີຄວາມຮູ້ກ່ຽວກັບຮີດຄອງປະເພນີ , ມີຫຼາຍບົດຮຽນໃນການຜະລິດ, ທັງເປັນຜູ້ທີ່ມີຄຸນງາມຄວາມດີໃນການສ້າງບ້ານ. ການພົວພັນຂອງປະຊາຄົມໃນໝູ່ບ້ານແມ່ນແໜ້ນແຟ້ນສົມຄວນ. ກໍ່ເຊັ່ນດຽວກັບບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດ ໄຕງວຽນ, ຊາວເຜົ່າ ແຢຈຽງ ມີຄວາມເຊື່ອຖືເທວະດາຟ້າແຖນ. ເທວະດາສູງສຸດທີ່ຄອບງຳທຸກສິ່ງທຸກຢ່າງແມ່ນຢ່າງ (ຟ້າ). ດັ່ງນັ້ນຟ້າໄດ້ຮັບການເຄົາລົບນັບຖືທີ່ສຸດ. ຈາກທັດສະນະເຊື່ອຖືເທວະດາຟ້າແຖນ, ແລະ ທຸກສິ່ງທຸກຢ່າງທີ່ມີວີນຍານນັ້ນ, ຊາວເຜົ່າ ແຢຈຽງ ກໍ່ມີຫຼາຍພິທີການໃນການເຄື່ອນໄຫວປະຊາຄົມ ກໍ່ຄືໃນແຕ່ລະຄອບຄົວ, ຄື: ພິທີບູຊາຟ້າແຖນ, ພິທີບູຊາ ເຮືອນຣົງ, ປະເພນີກິນເຂົ້າໃໝ່… ນອກນັ້ນຍັງມີບັນດາປະເພນີຫຼ້າຫຼັງທີ່ກີດຂວາງການພັດທະນາຂອງແຕ່ລະຄົນ ແລະ ທັງປະຊາຄົມ. ຕາມການເວລາ, ພາຍໃຕ້ແສງສະຫວ່າງແຫ່ງຄວາມສີວິໄລ, ປະເພນີທີ່ຫຼ້າຫຼັງຫຼາຍຢ່າງກໍ່ຖືກລົບລ້າງໄປ. ທ່ານ ອາເບ, ຢູ່ບ້ານ ດັກຣັງ, ຕາແສງ ດັກຢຸກ, ເມືອງ ງອກໂຮ່ຍ, ໃຫ້ຮູ້ວ່າ:
“ກ່ອນນີ້ຊາວເຜົ່າ ແຢຈຽງ ຄະລຳຫຼາຍຢ່າງ, ໝາເກີດ ລູກກໍ່ຄະລຳ, ຄົນຕາຍກໍ່ຄະລຳ. ຄອບຄົວໃດຖືກເຄາະຮ້າຍກໍ່ຕ້ອງຄະລຳ, ງົວຄວາຍຕາຍ, ຄົນຕາຍດຶກນ້ຳລ້ວນແຕ່ຖືກຄະລຳໝົດ, ແຕ່ປະຈຸບັນ, ເມື່ອທະຫານເຂົ້າບ້ານຂົນຂວາຍປະຊາຊົນ, ຊາວເຜົ່າ ແຢຈຽງ ໄດ້ລົບລ້າງບັນດາປະເພນີທີ່ຫຼ້າຫຼັງນັ້ນແລ້ວ”.
ພ້ອມກັບການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັ້ນ, ຊາວເຜົ່າ ແຢຈຽງ ກໍ່ມີສະຕິໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ. ພ້ອມກັບການໜູນຊ່ວຍຂອງອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງມະຫາຊົນໃນທ້ອງຖີ່ນ, ໝູ່ບ້ານໃດຂອງຊາວເຜົ່າ ແຢຈຽງ ກໍ່ມີເຮືອນຣົງ (ເຮືອນຮ້ານຫຼັງຍາວທີ່ເປັນມູນເຊື້ອຂອງຊາວເຜົ່າ) ເປັນບ່ອນດຳເນີນຊີວິດຂອງປະຊາຄົມ, ບັນດາຮີດຄອງປະເພນີ ແລະ ງານບຸນທີ່ດີໄດ້ຮັບການອະນຸລັກຮັກສາໄວ້ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ. ທ່ານ ເຢືອງໂຕນບາວ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ ໄຕງວຽນ, ໃຫ້ຮູ້ວ່າ:
“ໃນການເຄື່ອນໄຫວວັດທະນະທຳຂອງຊາວເຜົ່າ ແຢຈຽງ ຍັງຄົງຮັກສາຮີດຄອງປະເພນີທີ່ດີຫຼາຍຢ່າງໄວ້. ຕົວຢ່າງຄືເຄື່ອງດົນຕີພື້ນເມືອງ, ເປັນຕົ້ນແມ່ນ ດິງຕຸດ, ເພື່ອຫຼິ້ນດົນຕີປະເພດນີ້ ຕ້ອງມີຜູ້ຊາຍ 6 ຄົນ, ແຕ່ພັພັດນຸ່ງເຄື່ອງຂອງຜູ້ຍິງເພື່ອສະແດງ. ສຳຫຼັບງານບຸນ, ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າສ່ວນໜ້ອຍຢູ່ ໄຕງວຽນ, ຊາວເຜົ່າ ແຢຈຽງ ມີງານບຸນເຂົ້າຈີ່, ງານບຸນເຮືອນຣົງ… ນັ້ນແມ່ນຮີດຄອງປະເພນີອັນດີງາມຂອງຊາວເຜົ່າ ແຢຈຽງ ເຊິ່ງປະຈຸບັນເຂົາເຈົ້າຍັງຄົງຮັກສາ ແລະ ເສີມຂະຫຍາຍໃນການດຳລົງຊີວິດປະຈຸບັນນີ້”.
(ພາບປະກອບ)
ໃນຊຸມປີຜ່ານມາ, ເປັນຕົ້ນແມ່ນນັບແຕ່ປີ 1991, ເມື່ອແຂວງ ກອນຕຸມ ໄດ້ຮັບການສ້າງຕັ້ງຄືນໃໝ່, ບົນພື້ນຖານແຍກອອກຈາກແຂວງ ຢາລາຍ - ກອນຕຸມ ນັ້ນ, ຊີວິດການເປັນຢູ່ຂອງຊາວເຜົ່າ ແຢຈຽງ ນັບມື້ນັບມີການປ່ຽນໃໝ່. ທີສອງແມ່ນ, ເມື່ອເສັ້ນທາງ ໂຮ່ຈີມິນ ໄດ້ຮັບການລົງທຶນກໍ່ສ້າງສຳເລັດ, ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນດ້ານການຄ້າຢູ່ເຂດທີ່ຊາວເຜົ່າ ແຢຈຽງ ອາໄສ. ປະຈຸບັນ, ເຂົາເຈົ້າບໍ່ພຽງແຕ່ຮູ້ປູກເຂົ້າບະເລ, ເຂົ້ານາໄຮ່ເທົ່ານັ້ນ, ຫາກຍັງມີຄວາມຊຳນານໃນການປູກເຂົ້ານາທາມ, ປູກຝັງ, ບົວລະບັດຕົ້ນໄມ້ອຸດສາຫະກຳຊະນິດຕ່າງໆຢູ່ເຂດ ໄຕງວຽນ ອີກດ້ວຍເຊັ່ນ: ຕົ້ນຢາງພາລາ, ຕົ້ນກາເຟ. ປະຈຸບັນ, ຊາວເຜົ່າ ແຢຈຽງຄອບຄົວໃດກໍ່ມີຂອງກິນຂອງເພື່ອ.
ດ້ວຍສະຕິຮັກສາສີສັນວັດທະນະທຳຂອງຊາດໄວ້, ໄປຄຽງຄູ່ກັບການນຳໃຊ້ພາສາສາມັນ, ຊາວເຜົ່າ ແຢຈຽງ ໃນປະຈຸບັນຍັງຄົງນຳໃຊ້ພາສາໝວດ ມອນ - ຂະແມ ແລະ ຮັກສາຕົວໜັງສືຂອງຕົນໄວ້. ພ້ອມກັນນັ້ນ, ໃນການດຳເນີນຊີວິດປະຈຳວັນ, ຄຽງຂ້າງບັນດາເຮືອນຕຶກທີ່ໄດ້ຮັບການກໍ່ສ້າງຕາມແບບທັນສະໄໝ, ບັນດາເຄື່ອງໃຊ້ຄື: ລົດໂອໂຕ, ລົດຈັກ, ຕູ້ເຢັນ, ເຕົາແກັສ… ຊາວເຜົ່າ ແຢຈຽງ ຍັງຄົງຮັກສາບັນດາເຮືອນຮ້ານທີ່ສະອາດປອດໂປ່ງ, ເຄົາລົບບັນດາເຕົາໄຟຂອງປູ່ຍ່າຕາຍາຍ, ກໍ່ຄືບັນດາຮີດຄອງປະເພນີທີ່ເປັນມູນເຊື້ອອັນດີງາມຂອງຊາວເຜົ່າ ແຢຈຽງ ໄວ້.