(vovworld) - ຊົນເຜົ່າໄທດຳລົງຊີວິດຕົ້ນຕໍ່ຢູ່ເຂດພູດອຍທາງພາກເໜືອ ແລະ ທິດເໜືອຂອງພາກກາງຫວຽດນາມ ຄືແຂວງລາວກາຍ, ດ້ຽນບຽນ, ເຊີນລາ, ອຽນບ້າຍ, ຮ່ວາບິ່ນ, ເງ້ອານ, ແທງຮ໋ວາ. ຊາວເຜົ່າໄທມີພາສາປາກເວົ້າ ແລະ ຕົວໜັງສືສະເພາະຂອງຕົນ, ຈັດໃນໝວດພາສາໄຕ - ໄທ, ຊາວເຜົ່າໄທຕັ້ງຖີ່ນຖານຢູ່ບ່ອນມີທົ່ງໃຫຍ່, ແຄມພູ, ແຄມແມ່ນ້ຳ ຫຼືຕັ້ງເປັນໝູ່ບ້ານຢູ່ເຂດທົ່ງພຽງ, ເຮືອນຊານຂອງຊາວເຜົ່າໄທແມ່ນເຮືອນຮ້ານ ແລະ ເຂົາເຈົ້າຮູ້ວິທີປູກເຂົ້ານາທາມມາແຕ່ດົນນານແລ້ວ.
ສາວຊົນເຜົ່າໄທກຳລັງປັກແສ່ວ
(ພາບ: ອິນເຕີແນດ)
ຫໍພິພິດທະພັນຊົນເຜົ່າວິທະຍາ, ເຊິ່ງແມ່ນສະຖານທີ່ແນະນຳບັນດາສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະທີ່ສຸດຂອງບັນດາເຜົ່າຢູ່ຫວຽດນາມ ໄດ້ສະຫງວນບໍລິເວນທີ່ກວ້າງຂວາງເພື່ອແນະນຳກ່ຽວກັບຊົນເຜົ່າໄທ. ເອື້ອຍ ງວຽດ, ພະນັກງານຫໍພິພິດທະພັນແນະນຳວ່າ:
“ຊົນເຜົ່າໄທ ແລະ ເຜົ່າໄຕມີພົນລະເມືອງເປັນຈຳນວນຫຼວງຫຼາຍ. ຊົນເຜົ່າໄທຢູ່ຫວຽດນາມ ປະກອບດ້ວຍ: ໄທດຳ ແລະ ໄທຂາວ ເຊິ່ງຈຳແນກໄດ້ຜ່ານຊຸດອາພອນ. ໃນເມື່ອກ່ອນຊາວເຜົ່າໄທດຳນຸ່ງເສື້ອສີດຳ, ຄໍສູງ, ສິ້ນດຳ. ສ່ວນເຜົ່າໄທຂາວນຸ່ງເສື້ອສີຂາວ, ຄໍເສື້ອຮູບໝາກຫົວໃຈ, ສິ້ນດຳ, ເຮືອນຊານຂອງເຂົາເຈົ້າກໍ່ມີຈຸດທີ່ແຕກຕ່າງກັນ”
ຢູ່ແຕ່ລະທ້ອງຖີ່ນ, ຊົນເຜົ່າໄທຍັງແບ່ງອອກເປັນຫຼາຍແຊກ. ເລືອງວັນທຽດ, ພະນັກງານຄົ້ນຄ້ວາຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ, ໃຫ້ຮູ້ວ່າ:
“ໃນແຕ່ລະທ້ອງຖີ່ນ, ຊົນເຜົ່າໄທຍັງຖືກແບ່ງອອກເປັນຫຼາຍແຊກອີກ, ຕົວຢ່າງຄືຢູ່ແຂວງເງ້ອານ, ເຜົ່າໄທດຳຖືກແບ່ງອອກເປັນໄຕແທນ ແລະ ໄຕເມື່ອຍ ເຜົ່າໄທດຳມັກເຄື່ອນຍ້າຍທີ່ຢູ່. ສ່ວນເຜົ່າໄທຂາວແບ່ງອອອກເປັນໄຕເມື່ອງ, ໄຕໂດ. ເຜົ່າໄທຂາວມັກຕັ້ງຖີ່ນຖານຄົງທີ່”.
ຊຸດອາພອນຂອງສາວຊົນເຜົ່າໄທ
(ພາບ: ອິນເຕີແນດ)
ຕາມອ້າຍ ທຽດ ແລ້ວ, ເຖິງວ່າຈະຖືກແບ່ງອອກເປັນຫຼາຍແຊກກໍ່ຕາມ, ແຕ່ເຜົ່າໄທດຳ, ໄທຂາວຍັງເປັນຕົ້ນຕໍ່ ແລະ ເຂົາເຈົ້າດຳລົງຊີວິດຢູ່ຮ່ວມກັນ. ເພື່ອຈຳແນກເຜົ່າໄທດຳກັບເຜົ່າໄທຂາວ ຕ້ອງອີງໃສ່ຈຸດພິເສດດັ່ງນີ້:
“ຢູ່ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ), ເຜົ່າໄທຂາວມັກນຸ່ງເສື້ອແຂນສັ້ນສີຂາວ, ສີແດງອ່ອນ, ສີຕົບຕາ, ຄໍເສື້ອຮູບໝາກຫົວໃຈ. ສ່ວນເຜົ່າໄທດຳມັກນຸ່ງເສື້ອສີດຳຄໍເສື້ອສູງ, ໃສ່ກະດູມຮູບແມງກະເບື້ອ. ໄທດຳເວົ້າສຽງແຂງກວ່າ, ສ່ວນໄທຂາວເວົ້າໄວກວ່າ, ສຽງແຈ່ມໃສກວ່າ. ເຜົ່າໄທຂາວມັກເລກຄູ່ເພາະເຂົາເຈົ້າຖືວ່າເລກຄູ່ສະແດງໃຫ້ເຫັນຄວາມສົມບູນ, ມີພໍ່ແມ່, ມີຜົວເມຍ, ມີຄວາມອິ່ມໜຳສຳລານ, ສ່ວນເຜົ່າໄທດຳມັກເລກຄີກ ເພາະເລກຄີກສະແດງໃຫ້ເຫັນການພັດທະນາ, ຈະເລີນເຕີບໂຕ ”.
ສາວຊົນເຜົ່າໄທຂາວກັບວາດຟ້ອນທີ່ເປັນມູນເຊື້ອ
(ພາບ: ອິນເຕີແນດ)
ກ່ຽວກັບການເຊື່ອຖື, ເຜົ່າໄທນັບຖືຜີ ແລະ ຮັກສາປະເພນີບູຊາບັນພະບຸລຸດ, ຍ້ອນຊີວິດຕິດພັນກັບການຜະລິດກະສີກຳ, ດັ່ງນັ້ນຈຶ່ງມີປະເພນີເອົານ້ຳກາງຄືນໃນຍາມສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ມີບຸນຕ້ອນຮັບສຽງຟ້າຮ້ອງໃນປີໃໝ່ ແລະ ງານບຸນອື່ນໆ ເພື່ອພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກໃຫ້ການປູກຝັງໄດ້ຮັບຜົນດີ. ສຳລັບຜູ້ຕາຍ, ເຂົາເຈົ້າມີທັດສະນະວ່າ ຕາຍແມ່ນເລີ່ມຕົ້ນຊີວິດຢູ່ຊາດໜ້າ. ສະນັ້ນ, ພິທີສົ່ງສະການກໍ່ແມ່ນພິທີສົ່ງຄົນຕາຍໄປຍັງ “ເມືອງແຖນ”. ເຜົ່າໄທມີຫຼາຍຕະກູນ, ແຕ່ລະຕະກູນກໍ່ມີການຄະລຳທີ່ແຕກຕ່າງກັນ, ຕົວຢ່າງຄືຕະກູນຫຼໍ່ຫ້າມບໍ່ໃຫ້ກິນຊີ້ນນົກ, ຕະກູນກວາງຫ້າມກິນເສືອ. ຍ້ອນມີແຫຼ່ງກຳເນີດທີ່ແຕກຕ່າງກັນ, ດັ່ງນັ້ນການນັບຖືບູຊາຂອງເຜົ່າໄທດຳ ແລະ ໄທຂາວກໍ່ມີຈຸດທີ່ແຕກຕ່າງກັນ, ອ້າຍ ທຽດ, ໃຫ້ຮູ້ວ່າ:
“ເຜົ່າໄທດຳທຳການຜະລິດດ້ວຍການເຮັດໄຮ່ແບບເຄື່ອນຍ້າຍ, ບໍ່ເປັນປົກກະຕິ, ດັ່ງນັ້ນເຂົາເຈົ້າຈຶ່ງນັບຖືບູຊາເທວະດາຟ້າແຖຫຼາຍກວ່າ ເພື່ອຮັບປະກັນໃຫ້ຊີວິດເປັນປົກກະຕິ. ສ່ວນເຜົ່າໄທຂາວທຳການຜະລິດດ້ວຍການປູກເຂົ້ານາທາມ, ເປັນເຈົ້າການໃນການຜະລິດ, ສະມັດຕະພາບການຜະລິດກໍ່ສູງກວ່າ, ດັ່ງນັ້ນການນັບຖືບູຊາຂອງເຂົາເຈົ້າກໍ່ໜ້ອຍກວ່າເຜົ່າໄທດຳ”.
ສາວຊົນເຜົ່າໄທດຳກັບວາດຟ້ອນວີປະຈຳເຜົ່າ
(ພາບ: ອິນເຕີແນດ)
ໂດຍດຳລົງຊີວິດດ້ວຍການປູກເຂົ້າເປັນຕົ້ນຕໍ່, ດັ່ງນັ້ນຊາວເຜົ່າໄທຈຶ່ງມີປະສົບການຫຼາຍໃນການຂຸດຄອງເໝືອງ, ເອົານ້ຳເຮັດໄຮ່ຂັ້ນໄດມາແຕ່ດົນນານແລ້ວ. ປູກເຂົ້ານາທາມແມ່ນການຜະລິດຕົ້ນຕໍ່ຂອງເຜົ່າໄທ, ເຂົ້າສານແມ່ນແຫຼ່ງທັນຍາຫານຕົ້ນຕໍ່ຂອງເຂົາເຈົ້າ, ພິເສດແມ່ນເຂົ້າໜຽວ. ມາຮອດປະຈຸບັນ, ຊາວເຜົ່າໄທຍັງຄົງສືບທອດມູນເຊື້ອຂອງຕົນໃນການຜະລິດກະສີກຳ ແລະ ເອກອ້າງທະນົງໃຈຕໍ່ທຸກສິ່ງທຸກຢ່າງທີ່ບັນພະບຸລຸດໄດ້ປະໄວ້.