(vovworld) - ປະຈຸບັນ, ຊາວເຜົ່າໄຢ້ດຳລົງຊີວິດຕົ້ນຕໍຢູ່ບັນດາແຂວງລາວກາຍ, ຮ່າຢາງ, ລາຍເຈົາ ແລະ ກາວບັ່ງ. ດ້ວຍຈຳນວນພົນລະເມືອງ 38.000 ກວ່າຄົນ. ຊາວເຜົ່າໄຢ້ຍັງມີຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ຢັ້ງ, ເປົາ, ຖີ່ນ, ຊ້າ. ກໍ່ເຊັ່ນດຽວກັນກັບບາງຊົນເຜົ່າທີ່ຂຶ້ນກັບໝວດຊົນເຜົ່າໄຕ - ຊົນເຜົ່າຜູ້ໄທ, ຊົນເຜົ່າໄຢ້ເຮັດນາທາມເປັນຕົ້ນ ແລະ ລ້ຽງສັດ.
ເຮືອນຂອງຊົນເຜົ່າໄຢ້
ຢູ່ລາວກາຍ, ຊາວເຜົ່າໄຢ້ດຳລົງຊີວິດຢູ່ບ້ານຕາວານໄຢ້, ຕາແສງຕາວານ, ເມືອງຊາປາ. ບ້ານຕາວານໄຢ້ ນອນໃນຮ່ອມພູເມື່ອງຮວາ, ຫຼັງອີງໃສ່ສາຍພູຮ່ວາງລຽນເຊີນ. ບ້ານຕາວານໄຢ້ ມີຊາວເຜົ່າໄຢ້ 140 ກວ່າຄອບຄົວ. ເຮືອນຂອງຊາວເຜົ່າໄຢ້ຕັ້ງຢູ່ຕາມເນີນພູ ແລະ ນາຂັ້ນໄດ, ອັນໄດ້ເຮັດໃຫ້ທັດສະນີຍະພາບຢູ່ທີ່ນີ້ມີຄວາມສວຍງາມຕື່ມອີກ. ເຂົາເຈົ້າທັງມີເຮືອນຮ້ານ ແລະ ເຮືອນດິນ. ເຮືອນມີ 3 ຫ້ອງ, ໃນນັ້ນຫ້ອງໃຈກາງເປັນບ່ອນຕັ້ງແທ່ນບູຊາ ແລະ ຕ້ອນຮັບແຂກ. ທ່ານ ຮ່ວາງມຸກ, ຜູ້ມີອາຍຸສູງໃນບ້ານຕາວານ, ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ຊາວເຜົ່າໄຢ້ຍັງດຳລົງຊີວິດໃນເຮືອນທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ. ຢູ່ຕາວານ, ບັນດາເຮືອນທີ່ມີມາກ່ອນນີ້ແຕ່ 80 – 100 ປີ ຄືຂອງຄອບຄົວທ່ານແມ່ນບໍ່ຫຼາຍ.
“ເມື່ອປຸກສ້າງເຮືອນຫຼັງນີ້ຂ້າພະເຈົ້າບໍ່ທັນໄດ້ຮັບການກຳເນີດ. ພໍ່ຂ້າພະເຈົ້າໄດ້ປຸກສ້າງເຮືອນຫຼັງນີເມື່ອປີ 1930. ຂ້າພະເຈົ້າແມ່ນລູກຫຼ້າຈຶ່ງໄດ້ຢູ່ໃນເຮືອນຫຼັງນີ້. ຢູ່ຕາວານ ໃນປະຈຸບັນ, ເຮືອນສ່ວນຫຼາຍແມ່ນຫາກໍ່ປຸກສ້າງ, ສ່ວນເຮືອນເກົ່າແມ່ນປຸກສ້າງກ່ອນນີ້ 30 – 40 ປີ. ຄວາມສູງຂອງເຮືອນໄລ່ແຕ່ພື້ນເຖິງຂື່ເຮືອນແມ່ນສູງພຽງ 1,8 ແມັດເທົ່ານັ້ນ, ສ່ວນລວງກວ້າງແມ່ນ 9 – 10 ແມັດ. ເຮືອງມີ 3 ຫ້ອງ, ຫ້ອງຢູ່ໃຈກາງແມ່ນກວ້າງກວ່າໝູ່“.
ຊຸດອາພອນຂອງແມ່ຍິງຊົນເຜົ່າໄຢ໊
ແມ່ຍິງຊາວເຜົ່າໄຢ້ຢູ່ຊາປາ ມີແຕ່ເຮັດນາ, ເຮັດວຽກບ້ານການເຮືອນ, ຫາກບໍ່ໄປຂາຍເຄື່ອງເປັນທີ່ລະລຶກທີ່ເຮັດດ້ວຍແພພື້ນເມືອງໃຫ້ແຂກທ່ອງທ່ຽວຄືແມ່ຍິງຊາວເຜົ່າຢ້າວແດງ ຫຼືຊາວເຜົ່າມົ້ງ. ເຂົາເຈົ້າມີແຕ່ເຮັດວຽກຢູ່ໃນບ້ານເທົ່ານັ້ນ. ເວລາຫວ່າງ, ເຂົາເຈົ້າຫຍິບໂສ້ງເສື້ອໃຫ້ທັງຄອບຄົວ. ຊຸດອາພອນຂອງແມ່ຍິງຊົນເຜົ່າໄຢ້ ເມື່ອທຽບໃສ່ຊົນເຜົ່າອື່ນ ແມ່ນງ່າຍດາຍກວ່າ, ປັກແສ່ວບໍ່ຫຼາຍມີແຕ່ຫຍິບຜ້າສີໃສ່ຕື່ມຢູ່ຄໍເສື້ອ ແລະປີກເສື້ອເທົ່ານັ້ນ. ປ້າ ລູກທິຕ໋າ ໃຫ້ຮູ້ວ່າ, ຊຸດອາພອນຂອງແມ່ຍິງຊາວເຜົ່າໄຢ້ ນັບແຕ່ກ່ອນມານີ້ຍັງຄົງຮັກສາໄວ້ຄືເກົ່າ.
“ກ່ອນນີ້ເຄີຍນຸ່ງຄືແນວນັ້ນແລ້ວ, ແມ່ຍ່າຂ້າພະເຈົ້າເວົ້າວ່າ, ນຸ່ງຖືຕ້ອງເລືອກເອົາສີຟ້າ, ສີບົວ. ເວລາຍັງໜຸ່ມມັກນຸ່ງສີບົວ, ສ່ວນອາຍຸສູງແລ້ວແມ່ນນຸ່ງສີຟ້າ, ສີດຳ. ໂສ້ງເສື້ອຂອງຂ້າພະເຈົ້າສ່ວນຫຼາຍໂດຍລູກຕັດຫຍິບໃຫ້, ຂ້າພະເຈົ້າມີແຕ່ຊື້ຜ້າແພມາເທົ່ານັ້ນ. ກ່ອນນີ້ບໍ່ມີຈັກຫຍິບຕ້ອງຫຍິບດ້ວຍມື ແຕ່ປະຈຸບັນແມ່ນຫຍິບດ້ວຍຈັກແລ້ວ“.
ຊຸດອາພອນຂອງແມ່ຍິງຊົນເຜົ່າໄຢ໊
ຊຸດອາພອນຂອງແມ່ຍິງຊົນເຜົ່າໄຢ້ຢູ່ລາວກາຍ ຕ່າງກັບຢູ່ລາຍເຈົາ, ຮ່າຢາງ. ແມ່ຍິງຊາວເຜົ່າໄຢ້ນຸ່ງໂສ້ງແພໄໝ, ສີດຳ ແຕ່ຫົວໂສ້ງພັດໃຊ້ແພສີແດງ. ສ່ວນເສື້ອຂອງແມ່ຍິງມີຫຼາຍສີ ແຕ່ບໍ່ມີສີຂາວ. ເສື້ອຍາວໃສ່ກະດູມດ້ວຍແພ ຫຼືເງິນ ຂ້າງຂີ້ແຮ້ເບື້ອງຂວາ. ຄໍເສື້ອຕັ້ງ, ຢູ່ປີກເສື້ອບ່ອນໃສ່ກະດູມ ແລະ ແນບແຂນເສື້ອແມ່ນໃຊ້ແພສີຕ່າງກັບສີເສື້ອ. ປະຈຸບັນ, ສາວເຜົ່າໄຢ້ສ່ວນຫຼາຍມັກນຸ່ງເສື້ອທີ່ປະກອບດ້ວຍຫຼາຍສີຢູ່ແນບຄໍ, ແນບແຂນ ແລະ ປີກເສື້ອ. ຜູ້ເຖົ້າມັກໃຊ້ແນບເສື້ອໃຫຍ່, ສ່ວນຜູ້ໜຸ່ມແມ່ນໃຊ້ແນບເສື້ອນ້ອຍກວ່າ. ໂສ້ງເສື້ອຂອງຜູ້ຊາຍກໍ່ງ່າຍດ່າຍ. ດ້ວຍໂສ້ງຜ້າຝ້າຍ, ສີດຳ, ເສື້ອສັ້ນ, ສີດຳ, ໃຊ້ກະດູມຢູ່ໜ້າເອີກ, ຫົວຄຽນພ້າຝ້າຍສີຄາມ. ອ້າຍ ຮ່ວາງຈິ່ງ, ຢູ່ບ້ານຕາວານໄຢ້, ໃຫ້ຮູ້ວ່າ: ຜູ້ຊາຍໄປຮຽນ, ໄປເຮັດວຽກບໍ່ນຸ່ງຊຸດອາພອນປະຈຳເຜົ່າຄືແມ່ຍິງ, ແຕ່ສິ່ງດັ່ງກ່າວກໍ່ບໍ່ເຮັດໃຫ້ເຂົາເຈົ້າລືມວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໄດ້.
“ຍ້ອນຊຸດອາພອນປະຈຳເຜົ່າບາງ, ລະດູໜາວນຸ່ງບໍ່ໄດ້. ແຕ່ພວກຂ້າພະເຈົ້າຍັງນຸ່ງໃນໂອກາດບຸນປີໃໝ່, ຫຼືງານບຸນຕ່າງໆ. ປະຈຸບັນ, ສັງຄົມພັດທະນາແລ້ວ, ການນຸ່ງຖືກໍ່ມີການປ່ຽນແປງໄປນຳ, ແຕ່ພວກເຮົາກໍ່ພະຍາຍາມຮັກສາມູນເຊື້ອຂອງຊົນເຜົ່າຕົນໄວ້ .“
ບຸນປີໃໝ່ກໍ່ແມ່ນໂອກາດເພື່ອໃຫ້ອ້າຍ ຈິ່ງ ພ້ອມກັບໝູ່ເພື່ອນນຸ່ງຊຸດອາພອນປະຈຳເຜົ່າ ແລະ ຕ່າງກໍ່ຮູ້ສຶກເອກອ້າງທະນົງໃຈເມື່ອນຸ່ງຊຸດອາພອນຂອງເຜົ່າຕົນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າສະແດງຄວາມສາມາດຂອງຕົນໃນການແຕ່ງອາຫານທີ່ເປັນເອກະລັກສະເພາະຂອງຊົນເຜົ່າໄຢ້.
“ອາຫານທີ່ເປັນມູນເຊື້ອຂອງຊົນເຜົ່າໄຢ້ແມ່ນປຸງແຕ່ງຍາກທີ່ສຸດ. ເຮັດອາຫານເຍື່ອງໜຶ່ງບາງເທື່ອຕ້ອງເສຍເວລາເຖິງເຄິ່ງມື້, ຕົວຢ່າງຄືປິ້ງຊີ້ນ. ຕາມມູນເຊື້ອຂອງຊາວເຜົ່າໄຢ້ແມ່ນຕ້ອງປິງທັງໂຕ, ຍ້ອນປຸງແຕ່ງຍາກ ແລະ ເສຍເວລາຫຼາຍ, ດັ່ງນັ້ນຮອດບຸນປີໃໝ່ ຫຼີງານບຸນຕ່າງໆເຂົາເຈົ້າຈຶ່ງເຮັດ “.
ຊາວເຜົ່າໄຢ້ຍັງມີອາຫານທຳມະດາສາມັນຫຼາຍເຍື່ອງຄືເຂົ້າໜົມໂພງ, ເຂົ້າໜົມໄຢ່, ເສັ້ນເຝີ…ອາຫານເຫຼົ່ານັ້ນ, ແມ່ຍິງຊາວເຜົ່າໄຢ້ເຮັດປະຈຳວັນ, ບາງຄົນກໍ່ເຮັດອາຫານນີ້ເພື່ອຫາເງິນໃຊ້ຈ່າຍໃນຊີວິດປະຈຳວັນຂອງຄອບຄົວ.