(vovworld)- ສີສັນວັດທະນະທຳພື້ນເມືອງເຖິງວ່າຖືກສູນຫາຍໄປສ່ວນໃດຫນຶ່ງພາຍຫລັງມີການຜັນແປຫລາຍຢ່າງໃນໄລຍະຜ່ານມາ ແຕ່ມາບັດນີ້ ຊາວເຜົ່າເກີຕູ ມີສະຕິຄວາມຮັບຜິດຊອບໃນການຮັກສາວັດທະນະທຳຜ່ານການດຳເນີນຊີວິດປະຈຳວັນຄື: ການຫລິ້ນບັນດາເຄື່ອງດົນຕີພື້ນເມືອງ, ຈັດຕັ້ງງານບຸນແທງຄວາຍ, ບຸນພາວະນາລະດູການຜະລິດໄດ້ຮັບຜົນດີ… ພີເສດ ບັນດານັກສິລະປະການຊາວເຜົ່າເກີຕູ ຢູ່ແຂວງ ກວ໋າງນາມ ຍັງຈັດຕັ້ງບັນດາຊຸດຮຽນວັດທະນະທຳພື້ນເມືອງຢ່າງມີປະສິດທິຜົນ. ໃນລາຍການສີສັນ 54 ຊົນເຜົ່າພາກນີ້ ພວກເຮົາຂໍແນະນຳບົດ ຂອງນັກຂ່າວ ລານແອງທີ່ພາດຫົວເລື່ອງວ່າ: ຊາວເຜົ່າເກີຕູ ຮັກສາວັດທະນະທຳພື້ນເມືອງ.
ທີ່ທ່ານພວມຮັບຟັງແມ່ນສຽງດົນຕີ, ສຽງຂອງພວກນ້ອງນ້ອຍຊາວເຜົ່າເກີຕູ ພວມຮຽນວາດຟ້ອນພື້ນເມືອງ ຕູງຕູງຢາຢາ(Tung tung da da) ຂອງເຜົ່າຕົນ. ບໍ່ທັນຮອດເວລາເຂົ້າສົກຮຽນໃຫມ່, ສະນັ້ນ ຕອນແລງທຸກມື້ ນາງ ເບີລີງ ທິສຽກ (Bờ linh Thị Xiếc) ຢູ່ ບ້ານ ເບີຮົ່ງ 1, ຕາແສງ ຊົງກົນ, ເມືອງ ດົງຢາງ ແຂວງ ກວ໋າງນາມ ກໍຍາດເວລາເພື່ອສອນໃຫ້ພວກຫລານໃນບ້ານວິທີຟ້ອນ ຕູງຕູງຢາຢາ. ນາງ ເບີລີງ ທິສຽກໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ຮຽນວິທີຟ້ອນ ຕູງຕູງຢາຢາ ໃນຄາວຍັງນ້ອຍຈາກພວກແມ່ພວກເອື້ອຍ. ປະຈຸບັນ ພວກຂ້າພະເຈົ້າຢາກສອນໃຫ້ພວກລູກຫລານວາດຟ້ອນພື້ນເມືອງນີ້ເພື່ອໃຫ້ພວກຫລານເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຂອງຕົນກວ່າ.”
ຕອນແລງແຕ່ລະມື້, ບັນຍາກາດໃນບ້ານ ເບີຮົງ 1 ຟົດຟື້ນມ່ວນຊື່ນຫລາຍ. ຜູ້ເຖົ້າຜູ້ແກ່ຕະຫລອດຮອດໄວຫນຸ່ມໄດ້ພາກັນເຕົ້າໂຮມຕໍ່ຫນ້າເຮືອນຂອງນາງ ສຽກ. ເຂົາເຈົ້ານັ່ງໂອ້ລົມນຳກັນຢ່າງມ່ວນຊື່ນ ແລະ ເບິ່ງພວກລູກພວກຫລານແອບຟ້ອນດ້ວຍສາຍຕາທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ.
ໃນໄລຍະກວ່າ 2 ປີມານີ້, ນັກສິລະປະການ ເບີລີງ ແຫ້ງ ຢູ່ ຕາແສງ ຢວຍ ເມືອງ ນາມຢາງ ເຄີຍຈັດຕັ້ງການບັນດາຊຸດຮຽນລັ່ນຄ້ອງໃຫ້ແກ່ປະຊາຊົນໃນຕາແສງ. ລຸງ ເບີລີງ ແຫ້ງ ໃຫ້ຮູ້ວ່າ:
“ທຳມະດາ ຜູ້ໃຫຍ່ຢູ່ເມືອງສ່ວນຫລາຍລັ່ນຄ້ອງເປັນ ແຕ່ພວກຫລານນ້ອຍບໍ່ທັນຮູ້ຈັກເທື່ອ ສະນັ້ນ ນັບແຕ່ປີ 2010 ຂ້າພະເຈົ້າເປີດຊຸດຮຽນເພື່ອສອນວິທີລັ່ນຄ້ອງໃຫ້ພວກຫລານ. ແລະ ຮອດລະດູຮ້ອນຈຶ່ງມີໂອກາດສອນໄດ້ ເພາະວ່າ ເວລານັ້ນ ພວກຫລານພັກຮຽນ.”
ບ້ານຕາຫວ່າງຢູ່ແຂວງ ກ໋ວາງນາມ ຊື່ງແມ່ນສະຖານທີ່ຊາວເຜົ່າເກີຕູຍັງ
ຄົງຮັກສາວັດທະນະທຳພື້ນເມືອງ
ພາບ:baoquangnam
|
ປະຈຸບັນ ໃນຕອນບ່າຍຂອງທຸກມື້, ພວກຫລານນ້ອຍໃນບ້ານ ມາຮຽນລັ່ນຄ້ອງນັບມື້ນັບຫລາຍ. ເຢີເຢີມເມົາ ນັກສຶກສາປີທີ 4 ມະຫາວິທະຍາໄລວັດທະນະທຳນະຄອນ ໂຮ່ຈິມີນ ຊື່ງແມ່ນຜູ້ໄດ້ຮັບນາມມະຍົດແມ່ນນັກສິລະປະການຫນຸ່ມນ້ອຍຈາກແຂວງ ກວ໋າງນາມ ເພາະນ້ອງໄດ້ມີການປະກອບສ່ວນໃຫ້ແກ່ວັດທະນະທຳຂອງຊາວເຜົ່າເກີຕູ. ເຖິງວ່າ ໄປຮຽນຢູ່ຫ່າງໄກຈາກບ້ານກໍຕາມ ແຕ່ເມື່ອມີເຫດການວັດທະນະທຳໃຫຍ່ຂອງແຂວງ ກວ໋າງນາມ ນ້ອງໄດ້ຍາດເວລາພ້ອມກັບນັກສິລະປະການໃນຕາແສງເຂົ້າຮ່ວມຢ່າງຕັ້ງຫນ້າ. ເຢີເຢີມເມົາ ໃຫ້ຮູ້ວ່າ:
“ນ້ອງພ້ອມກັບລຸງ ແຫ້ງ ຂົນຂວາຍພວກນ້ອງນ້ອຍໄປຮຽນດົນຕີ. ນ້ອງໄດ້ສ້າງຕັ້ງກອງສິລະປະຫນ່ວຍຫນຶ່ງ ແລະ ປະຈຸບັນ ກອງລວມມີ 34 ຄົນ. ໄລຍະທາງຈາກບ້ານໄປເຖິງສະຖານທີ່ດຳເນີນຊີວິດຂອງກອງສິລະປະແມ່ນໄກພໍສົມຄວນ, ບາງຄົນຕ້ອງໄປເຖິງ 20 ກິໂລແມັດຈຶ່ງມາຮອດ. ແຕ່ພວກນ້ອງນ້ອຍສ່ວນຫລາຍ ມີຄວາມຫ້າວຫັນ ແລະຕັ້ງໃຈຮຳ່ຮຽນ.”
ຈຳນວນຜູ້ສືບທອດຄືດັ່ງ ເຢີເຢີມເມົາ ບໍ່ມີຫລາຍ, ແຕ່ນັກສິລະປະການ ເບີລີງ ແຫ້ງ ກໍຮູ້ສຶກອຸ່ນອ່ຽນໃຈສ່ວນໃດສ່ວນຫນຶ່ງ ເພາະວ່າ ໄດ້ມີຄົນຮຸ່ນຫນຸ່ມສືບທອດເພື່ອຮັກສາ ແລະ ເສີມຂະຫຍາຍສີສັນຂອງຊົນເຜົ່າເກີຕູ. ນັກສິລະປະການ ເບີ່ລິງແຫ້ງ ເວົ້າວ່າ: ການສອນໃຫ້ຄົນຮຸ່ນຫນຸ່ມໃນການຮັກສາວັດທະນະທຳພື້ນເມືອງຂອງຊົນເຜົ່າຕົນບໍ່ປະຕິບັດຢ່າງຟ້າວຝັ່ງໄດ້. ແລະ ຜູ້ສອນໃຫ້ພວກຫລານຕ້ອງມີຄວາມອົດທົນເພື່ອເຮັດແນວໃດໃຫ້ຄົນຮຸ່ນຫນຸ່ມມີຄວາມຮັກຢ່າງເລິກເຊິ່ງກ່ຽວກັບວັດທະນະທຳພື້ນເມືອງ. ເຮັດຄືແນວນັ້ນ ວັດທະນະທຳຂອງຊາວເຜົ່າເກີຕູຈື່ງໄດ້ຮັບການຮັກສາ ແລະ ພັດທະນາໄດ້.