(vovworld) - ເມື່ອເວົ້າເຖິງໝາກກໍ່, ຜູ້ຄົນທັງຫຼາຍເຄີຍຄິດເຖິງໝາກກໍ່ຂອງຈູ່ງແຄ໋ງ, ແຂວງກາວບັ່ງ, ແຕ່ຊາວຮ່າໂນ້ຍ, ຫາຍຝ່ອງ ແລະ ບາງແຂວງໃນເຂດພູດອຍທາງພາກເໜືອຫຼາຍຄົນພັດນິຍົດໝາກກໍ່ຂອງຄອບຄົວອ້າຍ ຫງວຽນຈູງຮ໋ຽວ, ຊາວເຜົ່າໄຕ, ຢູ່ບ້ານກວາງຈູງ 2 (ຕາແສງກວາງຫຼາກ, ນະຄອນລ້າງເຊີນ, ແຂວງລ້າງເຊີນ). ໂດຍແມ່ນຄອບຄົວທຳອິດປູກ ແລະ ສ້າງຄວາມຮັ່ງມີຈາກຕົ້ນໝາກກໍ່, ຄອບຄົວອ້າຍ ຮ໋ຽວ ຍັງສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານຈຳນວນໜຶ່ງຢູ່ທ້ອງຖີ່ນ.
ພາບປະກອບ
ຂີ່ລົດຈາກໃຈກາງນະຄອນລ້າງເຊີນ ໄປຍັງຄອບຄົວອ້າຍ ຫງວຽນຈູງຮ໋ຽວ ມີແຕ່ເສຍເວລາ 15 - 20 ນາທີເທົ່ານັ້ນ. ໝາກກໍ່ຂອງຄອບຄົວອ້າຍ ຮ໋ຽວ ບໍ່ພຽງແຕ່ມີລູກຄ້າພາຍໃນນະຄອນລ້າງເຊີນຈ່ອງຊື້ເທົ່ານັ້ນ, ຫາກລູກຄ້າຢູ່ທ້ອງຖີ່ນອື່ນໆຄື: ຮ່າໂນ້ຍ, ບັກຢາງ, ຫາຍຝ່ອງ, ຮ່າຢາງ ກໍ່ເຄີຍໂທລະສັບມາຊື້ ອີກດ້ວຍ. ລູກຄ້າຢູ່ຕ່າງແຂວງເຄີຍຊື້ໝາກກໍ່ຢ່າງໜ້ອຍສຸດ 10 ກິໂລກຼາມ/ເທື່ອ. ອ້າຍ ຮ໋ຽວ ໃຫ້ຮູ້ວ່າ:
“ປີຜ່ານມາ, ຄອບຄົວຂ້າພະເຈົ້າເກັບກ່ຽວໝາກກໍ່ໄດ້ກວ່າ 1 ໂຕນ, ບໍ່ພໍຂາຍເທື່ອ. ພາຍຫຼັງເກັບກ່ຽວຈະແບ່ງປະເພດ, ເມັດນ້ອຍຂາຍໄດ້ 60.000 ດົ່ງ/ກິໂລກຼາມ, ສ່ວນເມັດໃຫຍ່ຂາຍໄດ້ 80.000 ດົ່ງ/ກິໂລກຼາມ. ແຕ່ລະລະດູການເບັບກ່ຽວສາມາດສ້າງລາຍຮັບໄດ້ 160 – 170 ລ້ານດົ່ງ“.
ປີ 2003, ນະຄອນລ້າງເຊີນ ມີແຜນນະໂຍບາຍກໍ່ສ້າງຮູບແບບປູກຕົ້ນໝາກກໍ່ແນວພັນໃໝ່ທົດລອງ. ເວລານັ້ນຄອບຄົວອ້າຍ ຮ໋ຽວ, ນອກຈາກເຮັດນາແລ້ວ, ຍັງສຸມໃສ່ປູກຕົ້ນໄມ້ກິນໝາກຄື: ຕົ້ນໝາກໂກ, ຕົ້ນໝາກລິນຈີ່ ແລະ ຕົ້ນໝາກໝັ້ນ. ແຕ່ຍ້ອນແນວພັນບໍ່ເໝາະສົມກັບທາດດິນ, ດັ່ງນັ້ນຜົນເກັບກ່ຽວບໍ່ໄດ້ຫຼາຍປານໃດ. ເຖິງວ່າບໍ່ແນ່ນອນວ່າຕົ້ນໝາກກໍ່ຈະເໝາສົມກັບທາດດິນຢູ່ລ້າງເຊີນຫຼືບໍ່, ແຕ່ຄອບຄົວອ້າຍຍັງຊື້ເບ້ຍຕົ້ນໝາກກໍ 300 ເບ້ຍມາປູກ. ພາຍຫຼັງ 2 ປີ ກໍ່ເຫັນວ່າໝາກກໍ່ນີ້ໃຫຍ່ເທົ່າກັບໝາກກໍ່ຂອງກາວບັ່ງ. ປີ 2006, ອ້າຍ ຮ໋ຽວກໍ່ຕົກລົງຫັນເນື້ອທີ່ປູກຕົ້ນໄມ້ກິນໝາກ 3 ເຮັກຕາມາປູກຕົ້ນໝາກກໍ່.
ພາຍຫຼັງ 4 ປີ ແຫ່ງການປູກຕົ້ນໝາກກໍ່, ເມື່ອຮອດລະດູການເກັບກ່ຽວ. ອ້າຍ ຮ໋ຽວ ພ້ອມກັບເມຍຂອງຕົນແມ່ນເອືອຍ ຮ່ວາງທິຖູຍ ຕ້ອງນຳເອົາໝາກກໍ່ ໄປຍັງຮ້ານຕ່າງໆເພື່ອຂາຍ. ເອື້ອຍ ຖູຍ ແບ່ງປັນວ່າ:
“ໃນເບື້ອງຕົ້ນເມື່ອຈ່າວຂາຍ, ຂ້າພະເຈົ້າຕ້ອງຂົ້ວໝາກກໍ່ປະມານ 4,5 ກິໂລກຼາມແລ້ວນຳໄປຮ້ານກິນດື່ມຕ່າງໆເພື່ອໃຫ້ແຂກຊີມເບິ່ງ, ເມື່ອເຫັນແຊບເຂົາເຈົ້າກໍ່ໂທມາຈ່ອງຊື້. ລູກຄ້າບາງຄົນເວົ້າວ່າໝາກກໍ່ຂອງຂ້າພະເຈົ້າຜົງ, ຫວານແລະ ໝາກກໍ່ໃຫຍ່ກວ່າໝາກກໍ່ກາວບັ່ງ. ບາງເທື່ອຍ້ອນດິນຟ້າອາກາດຢູ່ທີ່ນີ້ເໝາະສົມ, ໝາກກໍ່ຈຶ່ງມີຄຸນນະພາບສູງ, ສະນັ້ນ, ປະຈຸບັນເມື່ອເກັບກ່ຽວໄດ້ເທົ່າໃດ, ລູກຂ້າກໍ່ມາຊື້ໝົດເທົ່ານັ້ນ“.
ຮູບແບບສວນຕົ້ນໝາກກໍ່ທຳອິດຢູ່ລ້າງເຊີນ ບໍ່ພຽງແຕ່ນຳມາເຊິ່ງເສດຖະກິດໃຫ້ຄອບຄົວອ້າຍຮ໋ຽວ ເທົ່ານັ້ນ, ຫາກຍັງສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານຈຳນວນໜຶ່ງຢູ່ບ້ານກວາງຈູງ 2 ອີກດ້ວຍ. ປ້າ ຮ່ວາງທິກຽມ, ອາຍຸ 61 ປີ, ຊາວຊົນເຜົ່າໄຕ, ຢູ່ບ້ານກວາງຈູງ 2, ຕາແສງກວາງຫຼາກ, ມີລູກ 5 ຄົນ. ກ່ອນນີ້ຄອບຄົວຂອງປ້າມີເນື້ອທີ່ດິນເກືອບ 7.200 ຕາແມັດ, ແຕ່ເມື່ອລູກສ້າງຄອບຄົວ, ປ້າໄດ້ແບ່ງທີ່ດິນໃຫ້ລູກເກືອບທັງໝົດ, ພຽງແຕ່ຮັກສາໄວ້ 720 ຕາແມັດເທົ່ານັ້ນ. ໃນຊຸມປີມໍ່ໆມານີ້, ດ້ວຍການເກັບກ່ຽວໝາກກໍ່ຊ່ວຍໃຫ້ອ້າຍ ຮ໋ຽວ, ແຕ່ລະປີ, ປ້າກໍ່ມີເງິນປະຢັດຈຳນວນໜຶ່ງ. ປ້າ ກຽມເວົ້າວ່າ:
“ຂ້າພະເຈົ້າໄດ້ບອກກັບລູກວ່າຈົ່ງຫັນເນື້ອທີ່ດິນມາປູກຕົ້ນໝາກກໍ່ຄືອ້າຍ ຮ໋ຽວ ເພື່ອສ້າງລາຍຮັບໃຫ້ຄອບຄົວ ແລະ ລູກຂ້າພະເຈົ້າກໍ່ເຫັນດີຈະປະຕິບັດຕາມ“.
ພາບປະກອບ
ປະຈຸບັນ, ບ້ານກວາງຈູງ 2 ມີ 78 ຄອບຄົວ. ແຕ່ອ້າຍ ຮ໋ຽວ ໄດ້ສ້າງວຽກເຮັດງານທຳເປັນປະຈຳໃຫ້ 4 ຄອບຄົວ. ນອກນັ້ນ, ອ້າຍ ຮ໋ຽວ ຍັງມີປ່າແປກກວ່າ 60 ເຮັກຕາອີກ, ອັນໄດ້ສ້າງວຽກເຮັດງານທຳໃຫ້ປະມານ 20 ຄົນອີກດ້ວຍ.
ທ່ານ ຈູດຶກຄອຍ, ປະທານຄະນະກຳມະການປະຊາຊົນຕາແສງກວາງຫຼາກ, ໃຫ້ຮູ້ວ່າ. ຄະນະການນຳຕາແສງກຳນົດຮູບແບບປູກໝາກກໍ່ ແມ່ນຮູບແບບທີ່ບັນລຸປະສິດທິຜົນເສດຖະກິດສູງ. ປະຈຸບັນທາງຕາແສງພວມຄິດເຖິງເລື່ອງສ້າງເຄື່ອງໝາຍການຄ້າໃຫ້ແກ່ໝາກກໍ່ກວາງຫຼາກ.
“ໃນໄລຍະຍາວ, ການພັດທະນາຕົ້ນໝາກກໍ່ແມ່ນເໝາະສົມ, ເພາະວ່າກວາງຫຼາກ ມີທ່າແຮງດ້ານທີ່ດິນ. ແຕ່ຢາກເຂົ້າຮ່ວມຮູບແບບນີ້ແມ່ນຕ້ອງມີຄວາມດຸໝັ່ນ, ຕ້ອງມີທຶນ.. ຂ້າພະເຈົ້າໄດ້ແລກປ່ຽນກັບອ້າຍ ຮ໋ຽວ ວ່າຄວນເຮັດວຽກກັບພະແນກວິທະຍາສາດເຕັກໂນໂລຢີເພື່ອສ້າງເຄື່ອງໝາຍການຄ້າໃຫ້ໝາກກໍ່ກວາງຫຼາກ ເພື່ອຮັບປະກັນລັກສະນະໝັ້ນຄົງໃຫ້ໄດ້“.
ຊີວິດທາງດ້ານເສດຖະກິດຂອງປະຊາຊົນກວ່າ 4.500 ຄົນໃນຕາແສງກວາງຫຼາກ ເມື່ອກ່ອນນີ້, ແມ່ນອີງໃສ່ຕົ້ນສາລີ, ຕົ້ນເຂົ້າ. ຄະນະກຳມະການປະຊາຊົນຕາແສງໄດ້ຊີ້ນຳໃຫ້ປະຊາຊົນປູກທົດລອງຕົ້ນໝາກໂກ, ໝາກໝັ່ນ,… ແຕ່ປະສິດທິຜົນທາງດ້ານເສດຖະກິດບໍ່ສູງ. ຖ້າການພັດທະນາຮູບແບບສວນຕົ້ນໝາກກໍ່ປະສົບຜົນສຳເລັກ ຈະປະກອບສ່ວນຊ່ວຍສ້າງລາຍຮັບ ແລະ ວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຊາວຊົນເຜົ່າໄຕຢູ່ແຫ່ງນີ້ຢ່າງມີປະສິດທິຜົນ.