(VOVWORLD) -ປາໂກ ແມ່ນເຜົ່າສ່ວນຫນ້ອຍ ດຳລົງຊີວິດຢູ່ສາຍພູຫລວງ ແລະ ຢູ່ເຕົ້າໂຮມຕົ້ນຕໍ ແຂວງ ຄື ກວ໋າງບີງ ແລະ ເທື່ອທຽນເຫ້ວ. ຊີວິດຂອງຊາວເຜົ່າ ປາໂກ ແມ່ນຕິດພັນກັບທຳມະຊາດດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະໃນຮີດຄອງປະເພນີ ແລະ ບັນດາການດຳເນີນຊີວິດດ້ານວັດທະນະທຳ. ບົດຂຽນຂອງນັກຂ່າວໂຕຕວນ ທີ່ມີຫົວຂໍ້ວ່າ: “ຊາວເຜົ່າປາໂກ”
ເຮືອນຮ້ານຂອງຊາວເຜົ່າ ປາໂກ |
ປະຈຸບັນ ຊາວເຜົ່າປາໂກ ມີພົນລະເມືອງກວ່າ 50.000 ຄົນ, ດຳລົງຊີວິດຕົ້ນຕໍຢູ່ບັນດາເມືອງພູດອຍ ອາເລືອຍ (ແຂວງເທື່ອທຽນເຫ້ວ) ແລະ ບັນດາເມືອງ ເຮືອງຮວາ ແລະ ດັກຣົງ (ແຂວງ ກວ໋າງຈີ້). ໃນປະຫວັດແຫ່ງການພັດທະນາ, ຊາວເຜົ່າ ປາໂກ ດຳລົງຊີວິດຮ່ວມກັບຊາວເຜົ່າ ເກີຕູ, ຕາໂອຍ, ເວີນກຽວ ສະນັ້ນ ມີຫລາຍຈຸດຄ້າຍຄືກັນໃນວິທີການປູກຝັງ ແລະ ຊຸດອາພອນກໍ່ຄ້າຍຄືກັນກັບບັນດາໝວດຊົນເຜົ່ານີ້. ເຖິງຢ່າງໃດກໍຕາມ ພາສາປາກເວົ້າຂອງຊາວເຜົ່າ ປາໂກ ແມ່ນພາສາເອກະລາດ. ຊາວເຜົ່າປາໂກ ມີປະຫວັດແຫ່ງການພັດທະນາມາແຕ່ດົນນານ ແລະ ມີຈຸດສະເພາະ. ປະຊາຄົມຊາວເຜົ່າປາໂກ ປະຈຸບັນຍັງຄົງຮັກສາເລື່ອງລາວ ກ່ຽວກັບຕົ້ນກຳເນີດການຍົກຍ້າຍຂອງເຜົ່າຕົນ. ທ່ານ ໂຮ່ວັນແຫ້ງ, ເຈົ້າກົກເຈົ້າເຫລົ່າ ຊາວເຜົ່າປາໂກ ຢູ່ ຕາແສງ ຮົ່ງຈູງ ເມືອງ ອາເລືອຍ ແຂວງ ເທື່ອທຽນເຫ້ວ ເລົ່າສູ່ຟັງວ່າ:
“ຕາມເລື່ອງລາວສືບມາແຕ່ບູຮານນະການຂອງຊາວເຜົ່າປາໂກ ແຕ່ກ່ອນນີ້ ຊາວເຜົ່າປາໂກ ບໍ່ດຳລົງຊີວິດຢູ່ສາຍພູຫລວງຄືປະຈຸບັນ ຫາກດຳລົງຊີວິດຢູ່ເຂດທົ່ງພຽງແຂວງ ເທື່ອທຽນເຫ້ວ. ຕາມເລື່ອງລາວເລົ່າຂາຍກັນມາວ່າ: ຍ້ອນຊາວເຜົ່າ ປາໂກ ເປັນຄົນໃຈສັດຊື່ສະນັ້ນຈຶ່ງຖືກປະລາໄຊໃນການແຂ່ງຂັນກໍ່ສ້າງກຳແພງ, ຕ້ອງປະລະເຂດທົ່ງພຽງເພື່ອຍ້າຍໄປດຳລົງຊີວິດຢູ່ເຂດພູດອຍ. ຊາວເຜົ່າ ປາໂກ ດຳລົງຊີວິດຢູ່ຫລາຍບ່ອນ ແຕ່ໃນການດຳເນີນຊີວິດ ຍັງຄົງມີຈຸດພິເສດສະເພາະຊື່ງຊົນເຜົ່າອື່ນບໍ່ຄ່ອຍມີ.”
ແຕ່ດົນນານມາແລ້ວ, ຊາວເຜົ່າປາໂກ ດຳລົງຊີວິດຕາມໝູ່ບ້ານ. ກ່ອນນີ້ ແຕ່ລະບ້ານ ມີເຮືອນຮ້ານ 5-10 ຫລັງ ແລະ ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ຫລັງຄາມຸ້ງດ້ວຍໃບໄມ້ປ່າ. ປະຊາຊົນໃນບ້ານ ສ່ວນຫລາຍແມ່ນໃນວົງຕະກຸນດຽວ. ເຮືອນຍາວທີ່ເປັນມູນເຊື້ອໄດ້ຂັ້ນເປັນຫລາຍຫ້ອງ ລວມມີເຕົາໄຟຫລາຍເຕົາຂອງຫລາຍຄອບຄົວທີ່ດຳລົງຊີວິດຮ່ວມກັນ. ບັນດາເຮືອນຮ້ານແມ່ນຕັ້ງຢູ່ອ້ອມແອ້ມເດີ່ນທີ່ກ້ວາງໃຫຍ່ຢູ່ໃຈກາງບ້ານ. ຢູ່ກາງເດີນບ້ານ ມີເສົາໃຫຍ່ເສົາຫນຶ່ງ. ໃນໂອກາດງານບຸນຕ່າງໆ, ເສົານີ້ໄດ້ຮັບການປະດັບປະດາເປັນຕົ້ນໄມ້ກະຖິນ. ບ່ອນນີ້ແມ່ນໃຈກາງຂອງບ້ານ, ແມ່ນບ່ອນດຳເນີນບັນດາການເຄື່ອນໄຫວດ້ານວັດທະນະທຳການເຊື່ອຖື, ງານບຸນຂອງທັງວົງຄະນາຍາດ. ເດີນບ້ານນີ້ ມີລວງກວ້າງພຽງພໍເພື່ອຈັດຕັ້ງງານບຸນແຂ່ງຊ້າງ, ປະຕິບັດບັນດາພິທີກຳບູຊາຊ້າງຕາມມູນເຊື້ອຂອງຊາວເຜົ່າປາໂກ . ຕາມປະເພນີແລ້ວ, ຊາວເຜົ່າ ປາໂກ ຍາມໃດກໍ່ຖືຊ້າງແມ່ນສັດລ້ຳຄ່າທີ່ສຸດ, ສະແດງໃຫ້ເຫັນຄວາມຮັ່ງມີຂອງແຕ່ລະຄອບຄົວ, ວົງຕະກຸນໃນບ້ານ. ເຈົ້າກົກເຈົ້າເຫລົ່າ ໂຮ່ວັນແຫ້ງ ໃຫ້ຮູ້ຕື່ມອີກວ່າ.
“ກ່ອນນີ້ ບ້ານປາໂກ ໃດກໍ່ລ້ຽງຊ້າງ. ຊາວເຜົ່າປາໂກ ເຄີຍເລືອກເຟັ້ນເອົາພື້ນທີ່ດິນ ມີຄວາມສູງ, ຊັນເພື່ອປຸກສ້າງເຮືອນ. ນີ້ກໍ່ແມ່ນເງື່ອນໄຂເພື່ອລ້ຽງຊ້າງ. ໃນບັນດາການຕໍ່ສູ້ຕ້ານຈັກກະພັດອາເມລິກາກູ້ຊາດ, ຊາວເຜົ່າ ປາໂກ ສະຫນັບສະຫນູນການປະຕິວັດ ດ້ວຍການເຂົ້າຮ່ວມຂົນສົ່ງເຄື່ອງຂອງ, ອາວຸດ ດ້ວຍຊ້າງ. ບັນດາຝູງຊ້າງ ຊາວເຜົ່າ ປາໂກ ຂົນສົ່ງອາວຸດ, ສະບຽງອາຫານຢ່າງມີປະສິດທິຜົນ, ຮັບໃຊ້ໃຫ້ແກ່ການຕໍ່ຕ້ານ.”
ນັກຂ່າວ (vov) ໂຕຕວນ ຖ່າຍຮູບກັບຄອບຄົວຊາວເຜົ່າ ປາໂກ |
ໃນຊີວິດດ້ານວັດທະນະທຳຈິດໃຈ, ຊາວເຜົ່າປາໂກ ມີຫລາຍງານບຸນເຕັມໄປດ້ວຍການເຫລື້ອມໃສຄື: Pul Boh ງານບຸນຮັກສາໄຮ່, Ada ບຸນເກັບກ່ຽວ ແລະ ພິທີ Arieu Ping ຊື່ງແມ່ນພິທີຂຸດ ແລະ ເກັບກະດູກຂອງຜູ້ຕາຍໄປຝັງແບບຖາວອນ ຖ້າຫາກ ພິທີບູຊາ Ada ສະແດງຄວາມມຸ້ງມາດປາດຖະຫນາພາວະນາເທວະດາຂໍໃຫ້ແຕ່ລະຄອບຄົວ ມີຄວາມສະຫງົບສຸກ, ຊາວບ້ານມີສຸຂະພາບເຂັ້ມແຂງ, ລະດູການເກັບກ່ຽວໄດ້ຮັບຜົນດີ, ສ່ວນ ພິທີ Arieu ping ຖືກຈັດຂຶ້ນດ້ວຍຈຸດປະສົງນຳມາເຊິ່ງຄວາມຢູ່ເຢັນເປັນສຸກໃຫ້ຜູ້ທີ່ລວງລັບໄປ, ນຳມາເຊິ່ງຊີວິດເປັນປົກກະຕິໃຫ້ປະຊາຊົນ, ບໍ່ເຈັບເປັນ. ຮອດ 5-7 ປີ ຊາວເຜົ່າປາໂກ ຈັດຕັ້ງພິທີ Arieu ping ເພື່ອບູລະນະປະຕິສັງຂອນສຸສານຂອງບັນພະບຸລຸດ ແລະ ບັນດາຜູ້ຄົນທີ່ໄດ້ລ່ວງລັບໄປໃນວົງຕະກຸນ, ຊາວເຜົ່າປາໂກ ຖືວ່າ ນີ້ແມ່ນວຽກງານລວມ ແລະ ກໍ່ແມ່ນງານບຸນຂອງທັງໝູ່ບ້ານ. A rieu ping ກໍ່ແມ່ນພິທີກຳທີ່ເປັນເອກະລັກສະເພາະ, ມີຈຸດພິເສດສະເພາະຂອງຊາວເຜົ່າ ປາໂກ. ຊາວເຜົ່າ ປາໂກ ປະຈຸບັນ ເຖິງວ່າດຳລົງຊີວິດຢູ່ຫລາຍແຫ່ງທີ່ແຕກຕ່າງກັນ ແຕ່ເຂົາເຈົ້າຍັງຄົງຮັກສາຮີດຄອງປະເພນີຈັດງານບຸນນີ້ໄວ້ໆ.
ຄຽງຂ້າງບັນດາງານບຸນ, ຊາວເຜົ່າປາໂກ ຍັງມີສາງວັດທະນະທຳພື້ນເມືອງທີ່ອຸດົມສົມບູນ ດ້ວຍບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະຄື: ຈາເຈີນ, ອາເຢນ, ກາເລີຍ, ອວດ, ຕາໂອຍ. ຊາວເຜົ່າປາໂກ ກໍ່ໄດ້ຜະລິດ ແລະ ເກັບຮັກສາບັນດາເຄື່ອງດົນຕີທີ່ເປັນເອກະລັກສະເພາະເພື່ອສະແດງບັນດາບົດເພງພື້ນເມືອງຂອງເຜົ່າຕົນ.
ເຖິງວ່າປະຈຸບັນ ຊີວິດມີການປ່ຽນແປງຫລາຍຢ່າງກໍຕາມ, ແຕ່ຊາວເຜົ່າ ປາໂກ ຍັງຄົງຮູ້ຈັກເຖິງແມ່ນເຜົ່າທີ່ມີຈຸດພິເສດທາງດ້ານວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ທີ່ອຸດົມສົມບູນ. ປະຈຸບັນ ຊາວເຜົ່າ ປາໂກ ຍັງຄົງຮັກສາຮີດຄອງປະເພນີຫລາຍຢ່າງ, ງານບຸນສະແດງໃຫ້ເຫັນຄວາມສະຫນິດຕິດພັນໃນວົງຄະນາຍາດຊຸມຊົນ, ໃນນັ້ນ ພົ້ນເດັ່ນແມ່ນຄວາມສາມັກຄີ ຮ່ວມແຮງຮ່ວມໃຈສ້າງບ້ານເມືອງໃຫ້ມີຄວາມອີ່ມຫນຳສຳລານສົມບູນພູນສຸກ.