(vovworld) – ເມື່ອລະດູບານໃໝ່ວຽນມາ, ດອກຄາຍ, ດອກເໝີຍເບັ່ງບານໄປທົ່ວເຂດພູຜາປ່າໄມ້ ກໍ່ແມ່ນເວລາທີ່ຊາວໄຕງວຽນ ກ້າວເຂົ້າສູ່ພິທີງານບຸນຕ່າງໆທີ່ແກ່ຍາວແຕ່ທ້າຍປີເກົ່າຈົນຮອດຕົ້ນປີໃໝ່. ສຽງຄ້ອງດັງກ້ອງກັງວາໄປທົ່ວໝູ່ບ້ານຕ່າງໆ. ພິເສດແມ່ນໃນວົງຄະນາຍາດຊາວເຜົ່າ E de Bih, ເຊິ່ງແມ່ນພາກສ່ວນໜຶ່ງຂອງຊົນເຜົ່າ Ede ທີ່ດຳລົງຊີວິດຢູ່ບ້ານ ເຈິບ, ເທດສະບານເຈິບ, ເມືອງ Krong Ana, ແຂວງດັກລັກ, ການເຄື່ອນໄຫວຕີຄ້ອງທັງໝົດລ້ວນແຕ່ໂດຍແມ່ຍິງເປັນຜູ້ປະຕິບັດ.
ປ້າ H AngNie (ຫຼືເອີ້ນວ່າ Aduon Nho) ປີນີ້ມີອາຍຸກວ່າ 70 ປີ, ແຕ່ປະໄດ້ເຂົ້າຮ່ວມກອງຕີຄ້ອງຂອງໝູ່ບ້ານມາເປັນເວລາເກືອບ 50 ປີແລ້ວ. ສຳລັບປ້າແລ້ວ, ຕີຄ້ອງຄືດັ່ງສູບອາກາດ, ຫຼືກິນເຂົ້າ, ດື່ມນຳ້ປະຈຳວັນ. ຍ້ອນໄດ້ຮັບການສືບທອດຈາກແມ່ນັບແຕ່ເວລາມີອາຍຸ 10 ປີ, ດັ່ງນັ້ນປ້າບໍ່ພຽງແຕ່ມີຄວາມເຂົ້າໃຈເທົ່ານັ້ນ, ຫາກຍັງນິຍົມຄ້ອງຂອງຊົນເຜົ່າຕົນອີກດ້ວຍ, ປ້ານິຍົມບົດບາດຂອງກອງ Ho go ທີ່ສຸດ. ຄ້ອງ Jho ລວມມີ 6 ໜ່ວຍ, ຖືກແບ່ງອອກເປັນ 3 ຄູ່, ຄູ່ຄ້ອງແມ່, ຄູ່ຄ້ອງລູກ ແລະ ຄູ່ຄ້ອງພໍ່. ພ້ອມກັບກອງ Hogo, ສຽງຄ້ອງ 3 ຄູ່ນີ້ໄດ້ສ້າງເປັນທຳນອງທີ່ແຕກຕ່າງກັນ. ຍ້ອນເຫດນັ້ນ, ສຽງຄ້ອງຄືດັ່ງສຽງຂອງແມ່ຍິງທີ່ເວົ້າກັບດິນຟ້າ, ບັນພະບຸລຸດ ແລະ ຄອບຄົວ. ປ້າ Aduon Nho, ໃຫ້ຮູ້ວ່າ:
“ຂ້າພະເຈົ້າດີໃຈຍ້ອນໄດ້ຮຽນຕີຄ້ອງຈາກແມ່ນັບແຕ່ເວລາຍັງນ້ອຍ. ຂ້າພະເຈົ້າເອກອ້າງທະນົງໃຈຕໍ່ມູນເຊື້ອວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າ E de Bih. ກອງ Ho go ມີບົດບາດສຳຄັນໃນກອງຄ້ອງ, ເພາະມັນຮັກສາຈັ່ງຫວະໃຫ້ຄ້ອງ 6 ໜ່ວຍປະສານສຽງນຳກັນ. ຍິ່ງກວ່ານັ້ນ, ສຽງກອງພ້ອມກັບສຽງຄ້ອງຈະເຮັດໃຫ້ທຳນອງດົນຕີມ່ວນກວ່າ. ປະຈຸບັນ, ຂ້າພະເຈົ້າມີອາຍຸສູງແລ້ວ, ພຽງແຕ່ຢາກມີສຸຂະພາບ ເພື່ອສືບຕໍ່ໄປສະແດງ ແລະ ສອນໃຫ້ລູກຫຼານວິທີຕີຄ້ອງເທົ່ານັ້ນ“.
ສອນວິທີຕີຄ້ອງ Jhô ໃຫ້ບັນດານາງສາວບ້ານເຈິບ (Krông Ana)
H Lom H Mok ເຖິງວ່າມີອາຍຸພຽງ 18 ປີເທົ່ານັ້ນ, ແຕ່ນ້ອງເຄີຍຕີຄ້ອງມາເປັນເປັນເວລາ 10 ປີແລ້ວ. H Lom ໃຫ້ຮູ້ວ່ານ້ອງຕີຄ້ອງນັບແຕ່ເວລາເຂົ້າຮ່ວມກອງຟ້ອນເຍົາວະຊົນໃນບ້ານ, ດັ່ງນັ້ນຈັ່ງຫວະ ແລະ ທຳນອງສຽງກອງ, ສຽງຄ້ອງຈຶ່ງມີຄວາມໃກ້ຊິດສະໜິດສະໜົມກັບນ້ອງມາແຕ່ດົນນານແລ້ວ. ປະຈຸບັນ, ນ້ອງມີຄວາມຊຳນານໃນການຕີຄ້ອງທຸກປະເພດ ແລະ ເຄີຍໄປສະແດງຢູ່ທົ່ວທຸກແຫ່ງແຕ່ເໜືອຮອດໃຕ້. H Lom ຖືວ່າ, ຄ້ອງ E de Bih ຈະສ້າງຄວາມນິຍົມໃຫ້ແກ່ລຸ້ນໜຸ່ມ ແລະ ມີທີ່ຕັ້ງສະເພາະໃນຊີວິດດ້ານດົນຕີປະຈຸບັນ:
“ໃນເບື້ອງຕົນນ້ອງຮຽນຍາກທີ່ສຸດ, ຍ້ອນຍັງເປັນເດັກນ້ອຍບໍ່ທັນເຂົ້າໃຈໄດ້ໝົດ. ເມື່ອເຫັນແມ່ຕີຄ້ອງຄິດວ່າວ່າງ່າຍ, ແຕ່ເມື່ອຕີເອົາເອງກໍ່ຮູ້ສຶກວ່າວ່າຍາກທີ່ສຸດ. ບາງຄັ້ງບາງຄາວກໍ່ເບື່ອໜ່າຍບໍ່ຢາກຮຽນອີກ, ແຕ່ຄິດເຖິງມູນເຊື້ອຂອງຊົນເຜົ່າຕົນ, ຂ້າພະເຈົ້າກໍ່ພະຍາຍາມເພື່ອຮັກສາສີສັນສະເພາະຂອງຊົນເຜົ່າໄວ້.ເມື່ອບໍ່ທັນຮູ້ຟັງສຽງຄ້ອງບໍ່ມ່ວນ, ແຕ່ເວລາຮູ້ແລ້ວກໍ່ເຫັນວ່າສຽງຄ້ອງມ່ວນຫຼາຍ“.
ນາງ H Mly H Mokດ ສະມາຊິກໃນກອງຄ້ອງໜຸ່ມ, ໃຫ້ຮູ້ວ່າ ພ້ອມກັບການຄົ້ນຫາຄວາມງາມໃນແຕ່ລະທຳນອງຄ້ອງແລ້ວ, ນາງຍັງປາຖະໜາຢາກມີໂອກາດໄດ້ແນະນຳວັດທະນະທຳທີ່ເປັນເອກະລັກສະເພາະນີ້ເຖິງປະຊາຊົນທ້ອງຖີ່ນຕ່າງໆໃນທົ່ວປະເທດຄືດັ່ງພວກແມ່, ພວກເອື້ອຍໃນໝູ່ບ້ານຂອງຕົນ:
“ນ້ອງປາຖະໜາໄດ້ຮຽນຕີຄ້ອງບັນດາທຳນອງທີ່ຍາກກວ່າອີກ, ແລະໄດ້ໄປສະແດງຢູ່ຫຼາຍແຫ່ງ ເພື່ອແນະນຳວັດທະນະທຳຂອງຊົນເຜົ່າຕົນໃຫ້ຫຼາຍຄົນໄດ້ຮັບຊາບ, ເພື່ອໃຫ້ລຸ້ນໜຸ່ມຄືພວກນ້ອງມີຄວາມນິຍົມວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ.“
ປ້າ H’riu ຫົວໜ້າກອງຄ້ອງ Jhô ຢູ່ບ້ານເຈິບສອນວິທີຕີຄ້ອງໃຫ້ລຸ້ນໜຸ່ມ
ປ້າ H Riu H Mok ຫົວໜ້າກອງຄ້ອງຂອງບ້ານເຈິບ ໃຫ້ຮູ້ວ່າ, ງານບຸນບູຊາເທວະດາເຂົ້າ ແມ່ນງານບຸນສຳຄັນ ແລະ ເປັນເອກະລັກສະເພາະຂອງຊາວເຜົ່າ E de ເວົ້າລວມ ແລະ E de Bih ເວົ້າສະເພາະ. ທຳນອງຄ້ອງທີ່ນຳໃຊ້ໃນພິທີບູຊານີ້ ກໍ່ສິ້ນສຸດລົງດ້ວຍພິທີມອບຄ້ອງ, ໝາຍຄວາມວ່າມອບຄວາມຮັບຜິດຊອບໃຫ້ຜູ້ສືບທອດ. ປະຊາຊົນຢູ່ທີ່ນີ້ມີແນວຄິດທີ່ວ່າ, ເມື່ອຜູ້ເຖົ້າຜູ້ແກ່ເມື່ອຍແລ້ວ, ຕ້ອງມອບໄຮ່ໃຫ້ລູກຫຼານ ແລະ ເລື່ອງບູຊາເທວະດາເຂົ້າ ແມ່ນເພື່ອໃຫ້ລູກຫຼານຮັບຜິດຊອບ. ພິທີມອບຄ້ອງນີ້ເໝືອນດັ່ງຄຳຕັກເຕືອນກ່ຽວກັບການສືບທອດ, ລຸ້ນຫຼັງສືບທອດລຸ້ນກ່ອນ ເພື່ອຮັກສາສີສັນ, ຮີດຄອງປະເພນີຂອງຊົນເຜົ່າຕົນ.
ປະຈຸບັນ, ຢູ່ເມືອງເຈິບ ມີຫຼາຍລຸ້ນຄົນພ້ອມກັນຕີຄ້ອງ. ບັນດາຜູ້ເຖົ້າ, ຜູ້ແກ່ເຖິງວ່າສຸຂະພາບບໍ່ແຂງແຮງອີກກໍ່ຕາມ, ແຕ່ເມື່ອມີງານບຸນເຂົາເຈົ້າຍັງເຂົ້າຮ່ວມກອງຕີຄ້ອງຢູ່ ແລະ ໄດ້ສ້າງຄວາມດຶງດູດໃຫ້ແກ່ຜູ້ຟັງ ດ້ວຍຈັ່ງຫວະ, ທຳນອງກອງ, ຄ້ອງທີ່ຟົດຟື້ນ. ບັນດາຜູ້ໜຸ່ມແໜ້ນກໍ່ຕີຄ້ອງດ້ວຍຄວາມສຸດຈິດສຸດໃຈຂອງໄວໜຸ່ມ. ຄວາມປາຖະໜາຂອງຜູ້ເຖົ້າຜູ້ແກ່ແມ່ນມີຜູ້ສືບທອດ, ສ່ວນຜູ້ໜຸ່ມແມ່ນຢາກໄດ້ຮຽນບັນດາທຳນອງໃໝ່ ແລະ ທຳນອງຍາກຫຼາຍກວ່າອີກ. ບັນດາຄວາມມຸ້ງຫວັງດັ່ງກ່າວພວມຄ່ອຍໆປະກົດຜົນເປັນຈິງ, ເມື່ອນັບມື້ນັບມີສາວ E de ຫຼາຍຄົນສືບທອດມໍລະດົກນີ້ຂອງລຸ້ນກ່ອນ, ເພື່ອໃຫ້ສຽງຄ້ອງສືບຕໍ່ດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້ຕະຫຼອດໄປ.