(vovworld)- ແຕ່ດົນນານມາແລ້ວ ວາດຟ້ອນ “ຕຸງຕຸງຢາຢາ”(tung tung da dá) ຂອງຊາວເຜົ່າເກີຕູ ຄືດັ່ງວິທີຫນຶ່ງເພື່ອເຊື່ອມຕໍ່ລະຫວ່າງໂລກມະນຸດປະຈຸບັນ ກັບຈັກກະວານ, ບັນພະບຸລຸດ, ປູ່ຍ່າຕາຍາຍ ຜູ້ທີ່ໄດ້ລ່ວງລັບໄປ. ຕຸງຕຸງຢາຢາ ແມ່ນວາດຟ້ອນແບບລວມໝູ່ສະຫງວນໃຫ້ແກ່ທັງຜູ້ຍິງ ແລະ ຜູ້ຊາຍ. ໃນລາຍການ ສີສັນ 54 ຊົນເຜົ່າພາກນີ້, ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວລານແອງທີ່ພາດຫົວເລື່ອງວ່າ:ຕຸງຕຸງຢາຢາ- ວາດຟ້ອນຂອງຊາວເຜົ່າເກີຕູ ຢູ່ທາງທິດຕາເວັນຕົກແຂວງ ກວ໋າງນາມ.
ວາດຟ້ອນ “ຕຸງຕຸງຢາຢາ” ແມ່ນຕິດພັນກັບວົງຄະນາຍາດ ແລະ ເຄີຍປະກົດມີໃນການດຳເນີນຊີວິດຂອງວົງຄະນາຍາດ ແລະ ງານບຸນໃຫຍ່ຕ່າງໆຂອງຊາວເຜົ່າເກີຕູຄື: ບຸນແທງຄວາຍ, ບຸນເຂົ້າໃຫມ່, ບຸນຂຶ້ນບ້ານ, ບຸນຂຶ້ນເຮືອນ ເກືອຍ(Gươi). ຊາວເຜົ່າເກີຕູ ຢູ້ແຂວງ ກວ໋າງນາມ, ດາຫນັງ ຫລື ເທື່ອທຽນເຫ້ວ ຜູ້ໃດກໍ ຟ້ອນຕຸງຕຸງຢາຢາເປັນ. ຍາມໃດເຂົາເຈົ້າກໍເຄົາລົບນັບຖື ແລະ ມີສະຕິໃນການຮັກສາກໍຄືເສີມຂະຫຍາຍຮູບການສິລະປະທີ່ເປັນເອກະລັກສະເພາະຂອງເຜ່ົາຕົນ. ແຕ່ລະມື້ ພາຍຫລັງສຳເລັດວຽກໄຮ່ການນາ, ນາງ ເບີ່ລິງ ທິຊຽກ ຢູ່ເມືອງ ດົງຢາງ ກໍ່ໄດ້ຍາດເວລາເພື່ອສອນວາດຟ້ອນ ຕຸງຕຸງຢາຢາ ໃຫ້ເດັກນ້ອຍໃນບ້ານ. ນາງຊຽກໃຫ້ຮູ້ວ່າ:
ວາດຟ້ອນ “ຕຸງຕຸງຢາຢາ”
ພາບ:internet
|
“ທັງໝູ່ບ້ານ ຜູ້ໃດກໍສາມາດຟ້ອນ ຕຸງຕຸງຢາຢາໄດ້. ການຟ້ອນກໍຍາກຫລາຍ ແຕ່ຕົນເອງຕ້ອງຝຶກແອບ. ຈາກຜູ້ເຖົ້າຜູ້ແກ່ຕະຫລອດຮອດເດັກນ້ອຍໃນບ້ານສ່ວນຫລາຍຟ້ອນເປັນ. ສະນັ້ນ ເພື່ອຮັກສາຈຸດວັດທະນະທຳປະເພນີຂອງເຜົ່າຕົນ, ຂ້າພະເຈົ້າຢາກສອນໃຫ້ເດັກນ້ອຍ ເພື່ອໃຫ້ພວກຫລານສືບທອດຮີດຄອງປະເພນີຂອງເຜົ່າຕົນ, ບໍ່ປະໃຫ້ສູນຫາຍໄປ. ”
ພວກນ້ອງນ້ອຍຮຽນການຟ້ອນຕຸງຕຸງຢາຢາ
ພາບ:internet
|
ເຖິງວ່າບໍ່ມີສຽງດົນຕີທີ່ຟົດຟື້ນເນື່ອງນັນຄືດັ່ງໃນງານບຸນຕ່າງໆ ແຕ່ເດັກໃນທຸກເກັ່ນອາຍຸລ້ວນແຕ່ເມົາມົວກັບວິທີແນະນຳຂອງ ນາງ ຊຽກ. ເດັກຫລາຍຄົນ ຟ້ອນເປັນແລ້ວ,ແຕ່ພວກນ້ອງຢາກຟ້ອນໃຫ້ງາມກວ່າ ເມື່ອມີໂອກາດຈະໄດ້ສະແດງຕໍ່ຫນ້າ ຊາວບ້ານ. ນ້ອງ ເບີ່ຣິວ ລີ, ອາຍຸ 14 ປີ ໃຫ້ຮູ້ວ່າ:
“ນ້ອງແອບຟ້ອນມາເປັນເວລາ 1 ເດືອນແລ້ວ. ຟ້ອນ ຕຸງຕຸງຢາຢາ ແມ່ນຍາກຫລາຍ. ແຕ່ນ້ອງມັກຟ້ອນທີ່ສຸດ, ເພາະວ່າ ນີ້ແມ່ນວາດຟ້ອນພື້ນເມືອງຂອງເຜົ່າເກີຕູ, ສະນັ້ນ ນອກຈາກເວລາຂຶ້ນຫ້ອງຮຽນແລ້ວ, ຍາມໃດນ້ອງກໍຍາດເວລາເພື່ອຮຽນວິທີຟ້ອນນຳພວກອ້າຍເອື້ອຍ.”
ຕຸງຕຸງ ຕາມພາສາເກີຕູ ໝາຍຄວາມວ່າ: ບືນຂຶ້ນສູງ, ເຂັ້ມແຂງ ແລະ ໝັ້ນແກ່ນກວ່າ. ນີ້ກໍແມ່ນຄວາມມຸ້ງມາດປາດຖະຫນາຢາກຟີຊິດຈັກກະວານ ຢາກໃຫ້ມະນຸດມີຊີວິດໃຫມ່ທີ່ສວຍງາມກວ່າ. ສະນັ້ນ ວາດຟ້ອນ ຕຸງຕຸງຢາຢາ ເຄີຍສະຫງວນໃຫ້ແກ່ຊາຍຫນຸ່ມທີ່ແຂງແຮງ, ສະແດງວາດຟ້ອນຢ່າງຟົດຟື້ນມ່ວນຊື່ນ, ເຂັ້ມແຂງແຮງກ້າ. ສ່ວນ ຢາຢາ ໝາຍຄວາມວ່າເປັນແຖວ, ຈັງຫວະແມ່ນມີຄວາມໝາຍດ້ານຈິດວິນຍານ ແມ່ນຮັບຕ້ອນສິ່ງທີ່ດີງາມ ແລະ ສະແດງການສົມມະນາຄຸນຕໍ່ເທວະດາຟ້າແຖນ. ອ້າຍ ຕີງປາຍ ຢູ່ເມືອງ ດົງຢາງ ໃຫ້ຮູ້ວ່າ:
“ໃນວາດຟ້ອນ ຕຸງຕຸງຢາຢາ, ຜູ້ຊາຍແມ່ນສະແດງກຳລັງແຮງຂອງຕົນ ສ່ວນຜູ້ຍິງສະແດງຄວາມອ່ອນຍົນ. ເຂົາເຈົ້າຍົກແຂນຂຶ້ນເພື່ອສະແດງການຍອມຈຳນົນ ແລະ ສົມມະນາຄຸນຕໍ່ເທວະດາຟ້າແຖນ. ເວລາຟ້ອນ ຜູ້ໃດຟ້ອນເປັນແມ່ນຜູ້ສາມາດເຕັ້ນຕາມຈັງຫວະ.”
ເວລາຟ້ອນ ໃບຫນ້າສີຕາຂອງຜູ້ຍິງແມ່ນຍີ້ມແຍ້ມແຈ່ມໃສ
|
ເພື່ອສະແດງວາດຟ້ອນ ຕຸງຕຸງຢາຢາ ຢ່າງມີຊີວິຊີວາ, ຜູ້ຊາຍເຜົ່າເກີຕູ ເຄີຍນຸ່ງກະຕ່ຽວພ້ອມກັບເສື້ອເຮັດດ້ວຍແພພື້ນເມືອງ, ຕີນບໍ່ໃສ່ເກີບ. ສ່ວນຜູ້ຍິງນຸ່ງສິ້ນເຮັດດ້ວຍແພພື້ນເມືອງທີ່ມີສີສັນຫລາກຫລາຍ, ມີລວດລາຍທີ່ສວຍງາມ, ຕີນກໍ່ບໍ່ໃສ່ເກີບຄືຜູ້ຊາຍ. ເວລາຟ້ອນ ໃບຫນ້າສີຕາຂອງຜູ້ຍິງແມ່ນຍີ້ມແຍ້ມແຈ່ມໃສ ແລະ ປິ່ນຫນ້າຫາຜູ້ຊາຍ. ນາງ ຊຽງ ໃຫ້ຮູ້ວ່າ:
“ທັງຜູ້ຊາຍ ແລະ ຜູ້ຍິງ ເວລາຟ້ອນ ລ້ວນແຕ່ເຄື່ອນຍ້າຍຕາມວົງມົນ ຕາມຈັງຫວະຂອງສຽງຄ້ອງ, ສຽງກອງ. ເມື່ອສຽງຄ້ອງດັ່ງກ້ອງກັງວານຂຶ້ນ, ຜູ້ຍິງອອກໄປກ່ອນ ຫລັງຈາກນັ້ນຜູ້ຊາຍຈຶ່ງເຂົ້າໄປຟ້ອນນຳດ້ວຍ. ວົງນອກແມ່ນຜູ້ຊາຍ, ວົງໃນແມ່ນຜູ້ຍິງ.”
ໃນວາດຟ້ອນຕ່າງໆ, ຊາວເຜົ່າເກີຕູ ນິຍົມທີ່ສຸດແມ່ນຟ້ອນ ຕຸງຕຸງຢາຢາ. ວາດຟ້ອນນີ້ແມ່ນສະແດງໃຫ້ເຫັນຄວາມເຂັ້ມແຂງແຮງກ້າຂອງຜູ້ຊາຍ, ຄວາມອອ່ນຍົນຂອງຜູ້ຍິງຊາວເຜົ່າເກີຕູ ພ້ອມດ້ວຍສຽງຄ້ອງສຽງກອງທີ່ຟົດຟື້ນມ່ວນຊື່ນຍິ່ງເຮັດໃຫ້ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າເກີຕູ ຍິ່ງມີຊີວິວາກວ່າ