(vovworld) - ສຳລັບຊົນເຜົ່າບານາ, ອາຊີບຕຳ່ຜ້າພື້ນເມືອງໄດ້ມີມາແຕ່ດົນນານແລ້ວ. ຜ້າພື້ນເມືອງຂອງຊາວເຜົ່າບານາແມ່ນມີຊື່ສຽງ ດ້ວຍບັນດາລວດລາຍທີ່ໄດ້ຮັບການປະດັບປະດາຢ່າງລະອຽດແຍບຍົນ ແລະ ສວຍງາມ, ຜ້າພື້ນເມືອງຂອງຊາວເຜົ່າບານາຍັງສະແດງໃຫ້ເຫັນສີສັນວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ຈິດວີນຍານທີ່ອຸດົມສົມບູນຂອງຊາວເຜົ່າບານາອີກດ້ວຍ.
ຊາວເຜົ່າບານາຕຳ່ຜ້າພື້ນເມືອງ
(ພາບອິນເຕີແນດ)
ບັນດານາງສາວຊົນເຜົ່າບານາຜູ້ໃດກໍ່ໄດ້ຮຽນວິທີຕຳ່ຜ້າພື້ນເມືອງຈາກແມ່ເຖົ້າ ແລະ ແມ່ນັບແຕ່ຄາວມີອາຍຸພຽງ 12 – 13 ປີ. ດັ່ງນັ້ນ, ເມື່ອຮອດເວລາເອົາຜົວເຂົາເຈົ້າລ້ວນແຕ່ສາມາດຕຳ່ຜ້າພື້ນເມືອງເພື່ອຜະລິດເປັນອາພອນພື້ນເມືອງທີ່ສວຍງາມຊຸດໜຶ່ງໃຫ້ແກ່ຕົນ. ເພື່ອມີຊຸດອາພອນນີ້, ເຂົາເຈົ້າຕ້ອງມີຄວາມສຸດຈິດສຸດໃຈ ແລະ ຕ້ອງໃຊ້ເວລາ, ເຫືອ່ແຮງຫຼາຍທີ່ສຸດ. ແມ່ຍິງຊາວເຜົ່າບານາມີຊື່ສຽງດ້ວຍເຕັກນິກຕຳ່ຜ້າທີ່ລະອຽດແຍບຍົນ, ຜະລິດເປັນຊຸດອາພອນພື້ນເມືອງ, ຜ້າຫົ່ມ, ຜືນພົມທີ່ເປັນເອກະລັກສະເພາະ. ດ້ວຍກີ່ຕຳ່ຫູກເປັນໄມ້ທີ່ງ່າຍດາຍ, ບັນດານາງສາວຊາວເຜົ່າບານາສາມາດຕຳ່ເປັນແຜ່ນແພພື້ນເມືອງທີ່ສວຍງາມ. ຢູ່ງານວາງສະແດງກ່ຽວກັບອາຊີບຕຳ່ຜ້າພື້ນເມືອງຂອງຊາວເຜົ່າບານາ ໃນຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ເອື້ອຍ ທູງວຽດ, ນັກບັນລະຍາຍຂອງຫໍພິພິດທະພັນ, ໃຫ້ຮູ້ວ່າ:
“ຜ້າພື້ນເມືອງໃນເມື່ອກ່ອນສ່ວນຫຼາຍແມ່ນເຮັດດ້ວຍຝ້າຍ. ເພື່ອຜະລິດຜ້າແພໃຫ້ໄດ້ແຜ່ນໜຶ່ງ ແມ່ນຕ້ອງຜ່ານຫຼາຍຂັ້ນຕອນຄື: ເກັບເອົາຝ້າຍ, ອິ້ວຝ້າຍ, ຄາດໃຍ, ຝັ້ນເສັ້ນ ແລ້ວຍ້ອມ. ປະຈຸບັນ, ຊາວເຜົ່າບານາຍັງຕຳ່ຜ້າຕາມແບບເດີມດ້ວຍລວດລາຍ, ສີສັນທີ່ເປັນມູນເຊື້ອ, ແຕ່ບໍ່ຕ້ອງເກັບ, ອິ້ວຝ້າຍ, ຄາດໃຍ, ຝັ້ນເສັ້ນອີກ, ເພາະວ່າໄດ້ມີເສັ້ນຝ້າຍອຸດສາຫະກຳທີ່ຊື້ຈາກຕະຫຼາດແລ້ວ“.
ຊາວເຜົ່າບານາເຄີຍໃຊ້ສີດຳ, ສີແດງ ແລະ ສີເຫຼືອງ ເພື່ອສ້າງຄວາມປະທັບໃຈຢ່າງແຮງ. ສີດຳເປັນສັນຍາລັກໃຫ້ດິນປ່າທີ່ອຸດົມສົມບຸນ ແລະ ມັ່ງຄັ່ງ; ສີແດງແມ່ນສີແຫ່ງຄວາມໄຝ່ຝັນ ແລະ ຄວາມຮັກ; ສ່ວນສີເຫຼືອງແມ່ນສັນຍາລັກໃຫ້ແສງສະຫວ່າງ. ຜ້າພື້ນເມືອງຂອງຊາວເຜົ່າບານາເຄີຍມີສີສົດໄສ, ສະແດງໃຫ້ເຫັນຄວາມໄຝ່ຝັນກໍ່ຄືຈິດວີນຍານຂອງຜູ້ຕຳ່ຜ້າ. ລວດລາຍໃນຜ້າພື້ນເມືອງຂອງຊາວເຜົ່າບານາຖືກປະດັບເຄິ່ງຄຽງກັນ, ສະແດງໃຫ້ເຫັນທິດສະດີປັດສະຍາກ່ຽວກັບໂລກຈັກກະວານ, ດິນຟ້າ, ທຳມະຊາດ. ທ່ານ ບູ່ຍວັນນາມ, ພະນັກງານຄະນະກຳມະການຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ຜ້າພື້ນເມືອງຂອງຊາວເຜົ່າບານາທັງງາມ ແລະ ໝັ້ນທີ່ສຸດ. ຜ້າພື້ນເມືອງບາງແຜ່ນຕ້ອງຕຳ່ໃນເວລາສອງ, ສາມປີຈຶ່ງສຳເລັດ, ແຕ່ມີມູນຄ່າຫຼາຍຍ້ອນສາມາດໃຊ້ໃນເວລາຫຼາຍປີໄດ້“.
ຊາວເຜົ່າບານາຕຳ່ຜ້າພື້ນເມືອງ
(ພາບອິນເຕີແນດ)
ຜ່ານການເວລາ, ຍາມໃດຊາວເຜົ່າບານາກໍ່ມີສະຕິຮັກສາອາຊີບຕຳ່ຜ້າພື້ນເມືອງຂອງຊົນເຜົ່າຕົນໄວ້. ແຕ່ໃນຊຸມປີມໍ່ໆມານີ້, ອາຊີບຫັດຖະກຳ, ໃນນັ້ນມີອາຊີບຕຳ່ຜ້າພື້ນເມືອງພວມຕົກຢູ່ໃນສະພາບເສື່ອມເສຍໄປ. ໃນທ່າອ່ຽງພັດທະນາເສດຖະກິດການຕະຫຼາດ, ບັນດາຜະລິດຕະພັນຕຳ່ຫູກພື້ນເມືອງເວົ້າລວມພວມຖືກແກ່ງແຍ້ງຢ່າງຂ້ຽວຂາດ. ຈຳນວນຜູ້ຮູ້ຕຳ່ຜ້າພື້ນເມືອງບໍ່ມີຫຼາຍ ແລະ ລ້ວນແຕ່ມີອາຍຸສູງແລ້ວ. ຂະແໜງວັດທະນະທຳຫວຽດນາມ ໄດ້ວາງຫຼາຍມາດຕະການເພື່ອແນໃສ່ອະນຸລັກຮັກສາອາຊີບຕຳ່ຜ້າພື້ນເມືອງນີ້ໄວ້. ປ້າ ເລືອງແທງເຊີນ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ການອະນຸລັກຮັກສາວັດທະນະທຳບັນດາເຜົ່າ ແມ່ນແຜນນະໂຍບາຍຂອງລັດຫວຽດນາມ. ລັດໄດ້ຜັນຂະຫຍາຍຫຼາຍມາດຕະການດ້ວຍຮູບການຕ່າງໆເພື່ອອະນຸລັກຮັກສາເຊັ່ນ: ຈັດຕັ້ງການສອນວິຊາຊີບ, ໃນນັ້ນມີອາຊີບຕຳ່ຜ້າພື້ນເມືອງ. ແຕ່ສິ່ງສຳຄັນແມ່ນຕ້ອງຍູ້ແຮງວຽກງານໂຄສະນາຂົນຂວາຍປະຊາຊົນ ເພື່ອໃຫ້ເຂົາເຈົ້ານິຍົມວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ. ຈາກນັ້ນຈຶ່ງສາມາດອະນຸລັກຮັກສາໄດ້.“
ພ້ອມກັບບັນດາມາດຕະການລະອຽດ, ຂະແໜງວັດທະນະທຳຍັງຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ວັດທະນະທຳ, ສິລະປະ, ຈັດງານປະກວດອາພອນບັນດາເຜົ່າສ່ວນໜ້ອຍ... ຜ່ານການເຄື່ອນໄຫວເຫຼົ່ານີ້, ໄດ້ປະກອບສ່ວນເຊີດຊູຄວາມງາມ, ສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າບານາໄວ້.
To Tuan