(VOVWORLD) -ຄູອາຈານ ແລະ ນັກຮຽນບັນດາເຜົ່າສ່ວນໜ້ອຍ ນຸ່ງຊຸດອາພອນປະຈຳເຜົ່າໄປໂຮງຮຽນ ໄດ້ກາຍເປັນຮູບພາບທີ່ລື້ງເຄີຍຢູ່ໂຮງຮຽນຂັ້ນຕ່າງໆໃນເມືອງ ບິ່ງລຽວ ແຂວງ ກວ໋າງນິງ. ນີ້ແມ່ນວິທີເຮັດສະເພາະຂອງຂະແໜງການສຶກສາເມືອງ ບິ່ງລຽວ ເພື່ອແນໃສ່ສຶກສາອົບຮົມນັກຮຽນ ຮູ້ຈັກຮັກຫອມ ແລະ ຮັກສາສີສັນວັດທະນະທະທຳຊົນເຜົ່າ
ນັກຮຽນນຸ່ງຊຸດອາພອນປະຈຳເຜົ່າໃນໂຮງຮຽນ |
ໂດຍໄດ້ກາຍເປັນປະເພນີແລ້ວ ອາທີດທຳອິດຂອງເດືອນ ແລະ ມື້ວັນຈັນ ວັນສຸກ ຂອງອາທິດຕ່າງໆທີ່ຍັງເຫຼືອ, ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນທຸກຂັ້ນ ທີ່ເມືອງພູດອຍ ບິ່ງລຽວ ໄດ້ນຸ່ງຊຸດອາພອນປະຈຳເຜົ່າໄປໂຮງຮຽນ. ເມືອງ ບິ່ງລຽວ ມີ 96% ຈຳນວນປະຊາກອນແມ່ນຊາວເຜົ່າສ່ວນໜ້ອຍ, ແມ່ນໜຶ່ງໃນບັນດາໂຮງຮຽນມີອັດຕາ ປະຊາຊົນບັນດາເຜົ່າສ່ວນໜ້ອຍຫຼາຍກວ່າໝູ່ໃນແຂວງ ກວ໋າງນິງ ແລະ ທົ່ວປະເທດ. ໃນນັ້ນເຜົ່າ ໄຕ ກວມສ່ວນຫຼາຍດ້ວຍອັດຕາ 51%, ສ່ວນທີ່ຍັງເຫຼືອ ແມ່ນພໍ່ແມ່ພີ່ນ້ອງເຜົ່າ ຢ້າວ, ສານໄຈ, ກິງ, ຮວາ... ແຕ່ລະເຜົ່າກໍ່ລ້ວນແຕ່ມີປັດໄຈວັດທະນະທຳເປັນເອກະລັກສະເພາະ. ເອື້ອຍຄູ ລຸກແທັງຖຸ໋ຍ ຊາວເຜົ່າ ໄຕ ສັງກັດໂຮງຮຽນປະຖົມ ຮຸກດົ້ງ ໃຫ້ຮູ້ວ່າ ຊາວເຜົ່າ ສານຈີ ນຸ່ງເສື້ອສີຟ້າ ນຸ່ງສິ້ນສີດຳ ແລະ ເຜົ່າຢ້າວ ກໍ່ນຸ່ງບັນດາຊຸດອາພອນຫຼາກຫຼາຍສີສັນ. ເອື້ອຍຄູ ຖຸ໋ຍ ເວົ້າວ່າ:
“ໃນຊຸມວັນທີ່ຄູອາຈານນຸ່ງຊຸດອາພອນ ນັກຮຽນກໍ່ນຸ່ງຕາມ. ຂ້າພະເຈົ້າຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈທີ່ສຸດ ແລະ ນີ້ກໍ່ແມ່ນວິທີໂຄສະນາຮູບພາບຂອງຊົນເຜົ່າ ທັງແມ່ນພາສາທີສອງ ເພື່ອໂຄສະນາສຶກສາອົບຮົມ ໃຫ້ພວກນ້ອງນັກຮຽນ ກ່ຽວກັບສີສັນວັດທະນະທຳປະຈຳເຜົ່າໃນບໍລິເວນເມືອງ ບິ່ງລຽວ”.
ການນຸ່ງຊຸດອາພອນປະຈຳເຜົ່າໄປໂຮງຮຽນກໍ່ແມ່ນແຜນນະໂຍບາຍ ເຊິ່ງຂະແໜງສຶກສາເມືອງ ບິ່ງລຽວ ໄດ້ກຳນົດນັບແຕ່ສົກຮຽນ 2015 – 2016. ເລື່ອງນີ້ໄດ້ເລີ່ມປະຕິບັດຢູ່ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນ ແຮວ່ງໂມ ແລະ ໂຮງຮຽນສາມັນເຄິ່ງກິນນອນຊົນເຜົ່າ ດົ່ງວັນ. ຊ່ວງເວລານີ້ ປະຊາຊົນເປັນຕົ້ນແມ່ນໄວໜຸ່ມ ກໍ່ໄດ້ປ່ຽນແປງຄວາມລື້ງເຄີຍ ແລະ ໄດ້ນຸ່ງຊຸດທົ່ວໄປ ເພື່ອໄປໂຮງຮຽນ. ທ່ານ ໂຕດິ່ງຮ້ຽວ ຮອງຫົວໜ້າສູນສື່ສານເມືອງ ບິ່ງລຽວ ເຊິ່ງແມ່ນໜຶ່ງໃນບັນດາຜູ້ເຂົ້າຮ່ວມການປະຕິບັດແນວຄວາມຄິດນີ້ ໃຫ້ຮູ້ວ່າ:
“ໃນຊ່ວງເວລານັ້ນ ທຸກໆຄົນກໍ່ໜ້າອາຍພໍສົມຄວນ ຍ້ອນວ່າໄດ້ລື້ງກັບການນຸ່ງຊຸດທົ່ວໄປ ແລະ ຖືວ່າການນຸ່ງຊຸດອາພອນປະຈຳເຜົ່າ ກໍ່ເສຍເວລາຫຼາຍ. ຕໍ່ມາເມື່ອໄດ້ຮັບການໂຄສະນາຂົນຂວາຍ ພໍ່ແມ່ນັກຮຽນກໍ່ໄດ້ໃຫ້ການສະໜັບສະໜູນ ເພາະເຫັນວ່າການນຸ່ງຊຸດອາພອນປະຈຳເຜົ່າໄປໂຮງຮຽນ ກໍ່ທັງງາມ ທັງຍົກສູງຄຸນຄ່າບັນດາເຜົ່າ”.
ໂດຍປະຕິບັດເປັນເວລາເກືອບ 10 ປີ ນັ້ນ,ແຜນນະໂຍບາຍການນຸ່ງຊຸດອາພອນປະຈຳເຜົ່າໄປໂຮງຮຽນ ໄດ້ເຂົ້າສູ່ແບບແຜນການດຳລົງຊີວິດ ແລະ ໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳ. ສິ່ງນີ້ໄດ້ຊ່ວຍໃຫ້ໄວໜຸ່ມມີສະຕິຄວາມເຂົ້າໃຈ ແລະ ມີຄວາມຮັກບັນດາຊຸດອາພອນປະຈຳເຜົ່າຕົນ. ນ້ອງ ຈິ່ວໝຸຍເຢືອງ ຊາວເຜົ່າ ຢ້າວ ແລະ ນ້ອງ ຮວ່າງທິລານ ຊາວເຜົ່າ ສານຈີແບ່ງປັນວ່າ:
“ຢູ່ໂຮງຮຽນຂອງນ້ອງກໍ່ມີໝູ່ເພື່ອນຫຼາຍຄົນແມ່ນຊາວເຜົ່າ ຢ້າວ ແລະ ເຜົ່າອື່ນໆອີກ. ຊຸດອາພອນຂອງເຜົ່າຢ້າວ ກໍ່ມີຫຼາຍຈຸດເຮັດໂດຍລະອຽດມີສີສັນຫຼາກຫຼາຍ. ເມື່ອນຸ່ງຊຸດອາພອນນີ້ ນ້ອງຮູ້ສຶກເອກອ້າງທະນົງໃຈ ເພາະວ່າເຮົາພົ້ນເດັ່ນຂຶ້ນ ເມື່ອທຽບໃສ່ເພື່ອນອື່ນໆ”.
“ຊົນເຜົ່າສານຈີ ກໍ່ເຄີຍນຸ່ງຊຸດອາພອນປະຈຳເຜົ່າໃນໂອກາດວັນບຸນ, ບຸນເຕັດ ພິທີສູ່ຂໍງານດອງ ແລ້ວກໍ່ໄປເຮັດໄຮ່ໄຖນາ, ໄປຫຼິ້ນກິລາເຕະບານ”.
ການນຸ່ງຊຸດອາພອນປະຈຳເຜົ່າບໍ່ພຽງແຕ່ໄປໂຮງຮຽນເທົ່ານັ້ນ ຫາກຍັງແຜ່ກະຈາຍສູ່ໝູ່ພະນັກງານກຳມະກອນ ລັດຖະກອນ ແລະ ປະຊາຊົນທຸກຊັ້ນຄົນໃນບໍລິເວນເມືອງ. ທ່ານ ນາງ ຫງວຽນທິຕວຽດແຮັ້ງ ຊາວເຜົ່າ ໄຕ ປະທານຄະນະກຳມະການປະຊາຊົນເມືອງ ບິ່ງລຽວ ໃຫ້ຮູ້ວ່າ:
“ນີ້ແມ່ນຈຸດຄວາມງາມທາງດ້ານວັດທະນະທຳ ເຊິ່ງພວກຂ້າພະເຈົ້າມີຄວາມເຄົາລົບຖະຫນຸຖະໜອມຮັກສາເພື່ອເສີມຂະຫຍາຍພັດທະນາບັນດາຄຸນຄ່າ ວັດທະນະທຳໃນບໍລິເວນ ແລະ ຖືວ່ານີ້ກໍ່ແມ່ນກຳລັງຄວາມສາມາດຢູ່ພາຍໃນ ເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ ເປັນຕົ້ນແມ່ນການພັດທະນາການທ່ອງທ່ຽວ”.
ຊຸດອາພອນປະຈຳເຜົ່າໄດ້ກາຍເປັນປັດໄຈທີ່ຂາດບໍ່ໄດ້ ເພື່ອຢັ້ງຢືນຊົນເຜົ່າໜຶ່ງ ພ້ອມກັບຕົວໜັງສື, ພາສາເວົ້າ ແລະ ຮີດຄອງປະເພນີ. ບັນດາຊຸດອາພອນປະຈຳເຜົ່າເຖິງວ່າ ບໍ່ເຮັດລະອຽດທາງດ້ານຈິດຕະກຳ ດ້ວຍສີສັນຫຼາກຫຼາຍຄືເຜົ່າຢ້າວ ຫຼື ງ່າຍດາຍລຽບງ່າຍຄື ເສື້ອຂອງຊາວເຜົ່າ ໄຕ, ເສື້ອ ແລະ ສີ້ນຂອງຊາວເຜົ່າ ສານຈີ ກໍ່ລ້ວນແຕ່ຊ້ອນແຝງເລື່ອງລາວວັດທະນະທຳ, ປະຫວັດສາດສະເພາະຂອງໃຜຂອງລາວ. ການນຸ່ງຊຸດອາພອນປະຈຳເຜົ່າໄປໂຮງຮຽນ ໄປສຳນັກງານຫ້ອງການກໍ່ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ ເພື່ອຮັກສາ ແລະ ໂຄສະນາຮູບພາບ ກ່ຽວກັບວັດທະນະທຳ, ດິນແດນ ແລະ ຊາວເຂດພູສູງ ບິ່ງລຽວ.