(vovworld) - ຊາວເຜົ່າ ຂະແມພາກໃຕ້ເວົ້າລວມ ແລະຊາວເຜົ່າ ຂະແມແຂວງ ຊອກຈັງເວົ້າສະເພາະ ມີປະເພນີຊ່ວງເຮືອງໍ. ງານບຸນນີ້ຖືກຈັດຂຶ້ນໃນເດືອນ 10 ໄລ່ຕາມຈັນທະປະຕິທິນ ພ້ອມກັບງານບຸນໄຫວ້ພະຈັນ ອອກອອມບອກ ຂອງຊາວເຜົ່າ ຂະແມ. ນີ້ໄດ້ຮັບຖືວ່າແມ່ນການແຫ່ນຳ້ທີ່ເປັນເອກະລັກສະເພາະຂອງຊາວກະສິກອນ ຜູ້ປູກເຂົ້ານາທາມ. ງານບຸນສະແດງໃຫ້ເຫັນຄວາມປາຖະໜາຂອງຊາວເຜົ່າ ຂະແມທີ່ຢາກໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ.
ຊ່ວງເຮືອງໍໄດ້ກາຍເປັນການເຄື່ອນໄຫວທີ່ດູດດື່ມ ແລະ ຂາດບໍ່ໄດ້ໃນງານບຸນປະເພນີ ອອກອອມບອກ ຂອງຊາວເຜົ່າ ຂະແມຢູ່ພາກໃຕ້. ບຸນຊ່ວງເຮືອງໍຢູ່ແຂວງ ຊອກຈັງ, ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຊາວເຜົ່າ ຂະແມໃນທ້ອງຖີ່ນເຕົ້າໂຮມກັນເທົ່ານັ້ນ, ຫາກຍັງດຶງດູດຊາວເຜົ່າ ຂະແມຢູ່ບັນດາແຂວງພາກໃຕ້ເຂົ້າຮ່ວມອີກດ້ວຍ. ຊາວເຜົ່າ ຂະແມມີຫຼາຍງານບຸນໃນປີ, ແຕ່ບຸນຊ່ວງເຮືອງໍແມ່ນງານບຸນປະເພນີໃຫຍ່ສຸດຂອງເຂົາເຈົ້າ.
ຊ່ວງເຮືອງໍຂອງຊາວເຜົ່າຂະແມແຂວງຊອກຈັງ
(ພາບອິນເຕີແນດ)
ຜູ້ໄດ້ຮັບເລືອກເຂົ້າທິມພາຍເຮືອຕ້ອງແມ່ນຊາວໜຸ່ມທີ່ມີສຸຂະພາບເຂັ້ມແຂງ, ຮູບຮ່າງໃຫຍ່, ສູງ, ພິເສດແມ່ນຕ້ອງລຶ້ງເຄີຍກັບແມ່ນຳ້ລຳເຊ, ມີຄວາມຊຳນານໃນການພາຍເຮືອ ແລະ ຕ້ອງພາຍຄືແນວໃດໃຫ້ເຂົ້າແກບເຂົ້າເກຍກັບທຸກຄົນໃນທິມ. ຜູ້ໄດ້ຮັບເລືອກເປັນຄົນບັນຊາ, ຕ້ອງເປັນຄົນຊ່ວງເຮືອໄດ້ດີກວ່າໝູ່, ທັງແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນໝູ່ບ້ານ. ໃນເຮືອຍັງມີຜູ້ໜຶ່ງທີ່ນັ່ງຢູ່ກາງເຮືອເປົ່າສະໄນເພື່ອປຸກລະດົມກຳລັງໃຈທິມຂອງຕົນພະຍາຍາມກາຍຂ້າມທິມອື່ນໆ. ທ່ານ ຢາງຕິກ, ຊາວເຜົ່າ ຂະແມຢູ່ແຂວງ ຊອກຈັງ, ໃຫ້ຮູ້ວ່າ.
“ຂ້າພະເຈົ້າເຂົ້າຮ່ວມການຊ່ວງເຮືອແຕ່ເມື່ອມີອາຍຸ 18 ປີ. ນີ້ແມ່ນປະເພນີທີ່ມີມານັບແຕ່ດົນແລ້ວ ດັ່ງນັ້ນຈຶ່ງຂາດບໍ່ໄດ້. ຂ້າພະເຈົ້າມັກກິລາປະເພດນີ້ຫຼາຍ. ປະຈຸບັນ, ເຖິງວ່າອາຍຸສູງແລ້ວກໍ່ພະຍາຍາມມາເບິ່ງ“.
ໃນປີ, ຊາວເຜົ່າ ຂະແມຜູ້ໃດກໍ່ລໍຖ້າເຖິງງານບູນທີ່ດູດດື່ມນີ້. ທັງສອງຝັ່ງແມ່ນຳ້, ຕອນທີ່ຈັດບຸນຊ່ວງເຮືອງໍ ໄດ້ດຶງດູດຜູ້ມາຊົມ, ປຸກລະດົມກຳລັງໃຈນັບໝື່ນຄົນ. ເຮືອງໍໄປຮອດບ່ອນໃດ, ຢູ່ບ່ອນນັ້ນກໍ່ດັງກ້ອງກັງວານໄປທົ່ວດ້ວຍສຽງກອງ ແລະ ສຽງຮ້ອງໂຮຂອງປະຊາຊົນ. ເຂົ້າຮ່ວມງານບຸນ, ປະຊາຊົນຈະຮັບຮູ້ໄດ້ຄວາມງາມ, ຄວາມເຂັ້ມແຂງ ແລະ ຊຳນານຂອງຜູ້ພາຍເຮືອ. ບຸນຊ່ວງເຮືອຂອງຊາວເຜົ່າ ຂະແມແຂວງ ຊອກຈັງ ໄດ້ກາຍເປັນວັນບຸນຂອງປະຊາຄົມຊາວເຜົ່າ ຂະແມພາກໃຕ້ຢ່າງແທ້ຈິງ. ກິລາປະເພດນີ້ມີລັກສະນະປະຊາຄົມສູງ, ສ້າງຄວາມສາມັກຄີໃນໝູ່ພູມ, ຊອກ ກໍ່ຄືລະຫວ່າງບັນດາເຜົ່ານຳກັນ. ບັນດາວັດທີ່ມີເຮືອງໍລ້ວນແຕ່ກະກຽມເຂົ້າຮ່ວມການແຂ່ງຂັນໃນບຸນຊ່ວງເຮືອ. ທ້ອງຖີ່ນໃດມີເຮືອງໍ ປະຊາຊົນຢູ່ບ່ອນນັ້ນກໍ່ມີຄວາມເອກອ້າງທະນົງໃຈທີ່ສຸດ. ສຳລັບທ້ອງຖີ່ນທີ່ເຂົ້າຮ່ວມບຸນຊ່ວງເຮືອງໍເປັນຄັ້ງທຳອິດ, ຄວາມເອກອ້າງທະນົງໃຈກໍ່ສະແດງອອກຢ່າງຈະແຈ້ງກວ່າ. ທ່ານ ຫຼີຮຸ່ງ, ຊາວເຜົ່າ ຂະແມ ຢູ່ນະຄອນ ເກິ່ນເທີ, ໃຫ້ຮູ້ວ່າ:
“ນະຄອນ ເກິ່ນເທີເລີ່ມທອດຖອນບົດຮຽນເພື່ອເຂົ້າຮ່ວມການແຂ່ງຂັນກັບບັນດາແຂວງໃນເຂດທົ່ງພຽງແມ່ນຳ້ຂອງ. ຫວັງວ່າຈະມີຖັນແຖວນັກກິລາຫຼາຍຄົນທີ່ສາມາດແຂ່ງຂັນກັບແຂວງອື່ນໆໃນເຂດໄດ້. ສ່ວນ ຊອກຈັງແມ່ນແຂວງທີ່ມີທ່າແຮງໃນການຊ່ວງເຮືອງໍ“.
ຊ່ວງເຮືອງໍທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມແຂວງຊອກຈັງ
(ພາບອິນເຕີແນດ)
ເຮືອງໍມີຮູບດອກຈັນ, ຍາວ ແລະ ທັງສອງຫົວລ້ວນແຕ່ມີຮູບໂກ່ງ, ດັ່ງນັ້ນເມື່ອພາຍເຮືອຖ້າບໍ່ມີການສົບທົບກັນຢ່າງຄ່ອງແຄ້ວ, ບໍ່ເຂົ້າແກບເຂົ້າເກຍກັນ, ມັນຈະຂາດຄວາມດຸ່ນດ່ຽງພາໃຫ້ເຮືອຈົມນຳ້. ດັ່ງນັ້ນກ່ອນທີ່ຈະແຂ່ງຂັນ, ຕ້ອງມີການຝຶກແອບຢູ່ແມ່ນຳ້ຕອນທີ່ໃກ້ກັບວັດ. ປະຈຸບັນຢູ່ວັດແຕ່ລະແຫ່ງ ກໍ່ຄືຢູ່ແຕ່ລະພູມ, ຊອກ ລ້ວນແຕ່ມີນັກພາຍເຮືອທິມໜຶ່ງ. ວັດລົງທຶນປະກອບເຮືອ, ສ່ວນຊາວໜຸ່ມຈະເລືອກເຟັ້ນຜູ້ທີ່ມີສຸຂະພາບແຂງແຮງ, ພາຍເຮືອໄດ້ດີເຂົ້າຮ່ວມທິມແຂ່ງຂັນ. ເພື່ອເຂົ້າຮ່ວມການແຂ່ງຂັນ, ເຂົາເຈົ້າຕ້ອງຝຶກແອບກ່ອນເປັນເວລານັບ 1ເດືອນ. ທ່ານ ເຈິ່ນຊວນແກງ, ຢູ່ເມືອງ ເຕິນແທ່ງ, ແຂວງ ຊອກຈັງ, ໃຫ້ຮູ້ວ່າ:
“ຊາວເຜົ່າ ຂະແມຖືບຸນຊ່ວງເຮືອງໍເປັນສຳຄັນ, ດັ່ງນັ້ນເຂົາເຈົ້າຈຶ່ງຝຶກແອບກ່ອນນັ້ນເປັນເວລານັບໜຶ່ງເດືອນ ເພື່ອພະຍາຍາມຮັບລາງວັນໃຫ້ໄດ້. ຖ້າມີລາງວັນເຂົາເຈົ້າຈະມອບໃຫ້ວັດທັງໝົດເພື່ອກໍ່ສ້າງວັດ. ຍ້ອນເຫດນັ້ນ, ວັດໃດມີເຮືອງໍກໍ່ເຂົ້າຮ່ວມການແຂ່ງຂັນ“.
ພາຍຫຼັງບຸນຊ່ວງເຮືອ, ເຮືອງໍທັງໝົດລ້ວນແຕ່ຖືກນຳມາຮັກສາໄວ້ຢູ່ວັດ. ໃນວັດແຕ່ລະແຫ່ງຢູ່ ຊອກຈັງ, ນອກຈາກເຂດເຄື່ອນໄຫວລວມ, ເຂດທຳພິທີແລ້ວ, ຍັງມີບ່ອນມ້ຽງຮັກສາເຮືອງໍອີກ. ຊາວ ຂະແມມີທັດສະນະວ່າ, ຊ່ວງເຮືອງໍ ແມ່ນການເຄື່ອນໄຫວແຫ່ນຳ້, ຖ້າຫາກດຳເນີນເປັນປະຈຳ, ການທຳມາຫາກິນ, ການປູກຝັງ, ເກັບກ່ຽວຈະສະດວກສະບາຍ ແລະ ໂຊກດີ. ຫຼັງງານບຸນ, ຊາວເຜົ່າ ຂະແມທຸກຄົນຈະກັບຄືນສູ່ການດຳລົງຊີວິດປະຈຳວັນ ດ້ວຍນຳ້ໃນເບີກບານມ່ວນຊື່ນ. ເຂົາເຈົ້າບໍ່ຖືລາງວັນ ກໍ່ຄືທິມໃດໄດ້ຮັບໄຊຊະນະເປັນສິ່ງສຳຄັນເກີນໄປ, ຫາກທຸກຄົນລ້ວນແຕ່ຮູ້ສຶກພາກພູມໃຈ, ນັດພົບກັນໃນບຸນຊ່ວງເຮືອປີໜ້າ.