(vovworld) - ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າອື່ນໆໃນປະຊາຄົມ 54 ຊົນເຜົ່າອ້າຍນ້ອງ, ຊາວເຜົ່າ H'rê ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ ແລະ ເປັນເອກະລັກສະເພາະ. ວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າ H'rê ມີສີສັນສະເພາະ, ແຕ່ກໍ່ຊ້ອນແຝງຫຼາຍປັດໃຈວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍຢູ່ເຂດພູຫຼວງ - ໄຕງວຽນ.
(ພາບປະກອບ)
ຊາວເຜົ່າ H'rê ຍັງມີຊື່ເອີ້ນຕ່າງໆເຊັ່ນ Chăm rê, chom, Krẹ, Mọi Lũy…ພາສາຂອງຊົນເຜົ່າ H'rê ແມ່ນຂຶ້ນກັບໝວດພາສາ Mon – Khmer, ຄ້າຍຄືກັນກັບພາສາຂອງຊາວເຜົ່າ Xơ-đăng Ba na. ປະຈຸບັນຊາວເຜົ່າ H'rê ມີພົນລະເມືອງປະມານ 127.000 ຄົນ, ອາໄສຕົ້ນຕໍຢູ່ເຂດທິດໃຕ້ພາກກາງ ແລະ ໄຕງວຽນທີ່ຂຶ້ນກັບແຂວງ: ບິ່ງດິ້ງ, ກວາງຫງາຍ, ດັກລັກ ແລະ ກອນຕຸມ. ເຂົາເຈົ້າດຳລົງຊີວິດແບບຄົງທີ່ຢູ່ໃນໝູ່ບ້ານ. ໝູ່ບ້ານມູນເຊື້ອຂອງຊາວເຜົ່າ H'rê ເຄີຍມີຊື່ເອີ້ນຕາມຊື່ສະຖານທີ່, ພູຜາປ່າໄມ້, ແມ່ນ້ຳລຳເຊ, ທຳມະຊາດ, ບ່ອນທີ່ເຂົາເຈົ້າຢູ່ອາໄສ. ໝູ່ບ້ານເຄີຍຕັ້ງຢູ່ບັນດາແຫ່ງທີ່,uແຫຼ່ງນ້ຳ ແລະ ຕິດພັນກັບເຂດປູກຝັງ. ແຕ່ລະໝູ່ບ້ານມີເຮືອນປະມານ 40 – 50 ຫຼັງ. ໃນໝູ່ບ້ານຂອງຊາວເຜົ່າ H'rê, “ເຈົ້າກົກເຈົ້າເຫຼົ່າ” ແມ່ນຜູ້ທີ່ມີອິດທິພົນຊື່ສຽງທີ່ສຸດ ແລະ ມີບົດບາດສຳຄັນ. ກ່ອນນີ້ຊາວເຜົ່າ H'rê ທຸກຄົນລ້ວນແຕ່ຖືນາມສະກຸນວ່າ ດິງ, ແຕ່ປະຈຸບັນຢູ່ບາງແຫ່ງເຂົາເຈົ້າຍັງຖືນາມສະກຸນ ຫງວຽນ, ຮ່າ ແລະ ຟ້າມ ຕື່ມອີກ. ຊາວເຜົ່າ H'rê ຢູ່ແຂວງ ກວາງຫງາຍ ຖືນາມສະກຸນ ຟ້າມ ເພື່ອສະແດງຄວາມເຄົາລົບນັບຖືຕໍ່ອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ, ຜູ້ທີ່ມີບ້ານເກີດຢູ່ແຂວງ ກວາງຫງາຍ.
ຊາວເຜົ່າ H'rê ດຳລົງຊີວິດດ້ວຍອາຊີບປູກເຂົ້ານາທາມ ແລະ ເຮັດໄຮ່ເປັນຕົ້ນ, ດ້ວຍເຕັກນິກປູກຝັງຄືຢູ່ເຂດທົ່ງພຽງ. ຊາວເຜົ່າ H'rê ລ້ຽງໝູ, ສັດລ້ຽງ, ສັດປີກ… ພຽງແຕ່ເພື່ອຮັບໃຊ້ພິທີບູຊາເທົ່ານັ້ນ. ບັນດາອາຊີບຫັດຖະກຳຄື: ອາຊີບຕີເຫຼັກ, ປັກສານ, ຕຳ່ຫູກ, ເປັນຕົ້ນແມ່ນຕ່ຳແພພື້ນເມືອງພັດທະນາດີພໍສົມຄວນ.
(ພາບປະກອບ)
ກ່ຽວກັບຊຸດອາພອນ, ກ່ອນນີ້ຊາວເຜົ່າ H'rê ນຸ່ງກະຕ່ຽວ, ເສື້ອສັ້ນເຖິງສາຍຮັດແອວ, ຫຼືບໍ່ໃສ່ເສື້ອ, ໃຊ້ຜ້າພັນຫົວ. ສ່ວນຜູ້ຍິງນຸ່ງກະໂປ່ງສອງຊັ້ນ, ເສື້ອຫ້າປ່ຽງ, ໃຊ້ຜ້າຄຽນຫົວ. ທັງຜູ້ຊາຍ ແລະ ຜູ້ຍິງລ້ວນແຕ່ເກົ້າຜົມ, ປັກປິ່ນເກົ້າຫຼືຂົນນົກ. ປະຈຸບັນ, ຊາວເຜົ່າ H'rê ນຸ່ງໂສ້ງເສື້ອຄືດັ່ງຊາວກິງ, ແຕ່ຍັງໃຊ້ຜ້າຄຽນຫົວຄືເກົ່າ. ຜູ້ຍິງສ່ວນຫຼາຍຍັງນຸ່ງກະໂປ່ງ, ແຕ່ຫຍິບດ້ວຍແພຕ່ຳແບບອຸດສາຫະກຳ ຫຼືແພພື້ນເມືອງຂອງຊົນເຜົ່າອື່ນ.
ກໍ່ເຊັ່ນດຽວກັບປະເພນີຂອງຊາວເຜົ່າສ່ວນໜ້ອຍຢູ່ສາຍພູຫຼວງ - ໄຕງວຽນ. ຊາວເຜົ່າ H'rê ກໍ່ມີພິທີ “ບູຊາຄວາຍ” ຫຼືເອີ້ນວ່າພິທີ “ກິນຄວາຍ”. ຕາມປະເພນີແລ້ວ, ໂຕຄວາຍແມ່ນປັດໃຈຕັດສິນໃນການສ້າງຄວາມຮັ່ງມີ, ແມ່ນແຮງງານຕົ້ນຕໍ, ຊ່ວຍມະນຸດໃນການອອກແຮງງານທຳການຜະລິດ, ຍ້ອນເຫດນັ້ນ, ພິທີບູຊາຄວາຍກໍ່ແມ່ນໂອກາດເພື່ອຕອບບຸນແທນຄຸນເທວະດາຟ້າແຖນທີ່ໄດ້ດົນບັນດານໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ມີແຫຼ່ງນ້ຳ ແລະ ເພື່ອພາວະນາຂໍໃຫ້ຄອບຄົວມີສຸຂະພາບເຂັ້ມແຂງ, ມີຊີວິດສັນຕິສຸກ, ທຳມາຫາກິນໄດ້ຮັບຜົນດີໃນປີໃໝ່. ທ່ານ ດິງບະເລີຍ, ຊາວເຜົ່າ H'rê , ໃຫ້ຮູ້ວ່າ:
“ຕາມທັດສະນະຂອງຊາວເຜົ່າ H'rê ແລ້ວ, ທຸກສິ່ງ, ທຸກຢ່າງລ້ວນແຕ່ມີວີນຍານ. ຊາວເຜົ່າ H'rê ຈັດພິທີບູຊາຄວາຍແມ່ນເພື່ອລົບລ້າງສິ່ງບໍ່ຈົບບໍ່ງາມໃນປີເກົ່າ ແລະ ຕ້ອນຮັບສິ່ງຈົບງາມທີ່ສຸດໃນປີໃໝ່ມາໃຫ້ຄອບຄົວ”.
ຊາວເຜົ່າ H'rê ດຳລົງຊີວິດຮ່ວມກັນຕາມແຕ່ລະຄອບຄົວ ແລະ ຢູ່ໃນເຮືອນຮ້ານຍາວ. ບັນດາເຮືອນຮ້ານເຄີຍຕັ້ງຢູ່ຕາມເນີນພູ, ຄຽງຂ້າງແມ່ນທົ່ງນາ. ເຮືອນຮ້ານມີພື້ນສູງກວ່າໜ້າດິນປະມານ 1 ແມັດ, ຫຼັງຄາມຸງດ້ວຍຫຍ້າ. ເທິງຫຼັງຄາປະດັບປະດາດ້ວຍເຂົາຄວາຍຄູ່ໜຶ່ງທີ່ມີຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນ. ເຮືອນຮ້ານຂອງຊາວເຜົ່າ H'rê ເຄີຍມີ 5 ຫ້ອງ. ໃນນັ້ນຫ້ອງໃຈກາງວາງເຕົາໄຟ, ສ່ວນບັນດາຫ້ອງຍັງເຫຼືອແມ່ນຫ້ອງຮັບແຂກ, ຫ້ອງສຳລັບຜູ້ຊາຍ, ຫ້ອງສຳລັບຜູ້ຍິງ…
(ພາບປະກອບ)
ໂດຍດຳລົງຊີວິດໃກ້ຊິດກັບພູຜາປ່າໄມ້, ທຳມະຊາດ, ຊາວເຜົ່າ H'rê ມີຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈອຸດົມສົມບູນທີ່ສຸດ. ເຂົາເຈົ້າມັກແຕ່ງກະວີ, ບົດເພງ, ມັກຂັບຮ້ອງ. ກາຈອຍ ແລະ ກາເລວ ແມ່ນທຳນອງເພງພື້ນເມືອງຂອງຊາວເຜົ່າ H'rê . ສ່ວນເຄື່ອງດົນຕີຂອງຊາວເຜົ່າ H'rê ລວມມີຫຼາຍປະເພດເຊັ່ນ: ພິນ Brook, chinh Kala, ປີ່ລິງລາ, ຕາເລຍ, ເບີບຸດ, ແຄນ, ກອງ... ແຕ່ເຄື່ອງດົນຕີລ້ຳຄ່າທີ່ສຸດແມ່ນຄ້ອງ, ຊຸດຄ້ອງ 3 ໜ່ວຍ, ຫຼື 5 ໜ່ວຍ. ຄ້ອງເຄີຍຖືກນຳໃຊ້ໃນບັນດາງານບຸນ ແລະ ມີຈັ່ງຫວະທຳນອງຟົດຟື້ນ
ຜ່ານການເວລາ ແລະ ການເຊື່ອມໂຍງຂອງຮູບການວັດທະນະທຳອື່ນໆ, ຊີວິດຂອງຊາວເຜົ່າ H'rê ນັບມື້ນັບມີການປ່ຽນແປງຫຼາຍຢ່າງ. ເຖິງວ່າຊີວິດຈະມີການປ່ຽນແປງຄືແນວໃດກໍ່ຕາມ, ແຕ່ມີຫຼາຍໝູ່ບ້ານຂອງຊົນເຜົ່າH'rê ຍັງຄົງຮັກສາໄດ້ປະເພນີວັດທະນະທຳອັນດີງາມແລະ ມີສີສັນສະເພາະຂອງຊົນເຜົ່າຕົນໄວ້ຢູ່.