ແມ່ຍິງກະກຽມເຮັດເຂົ້າກຳ
(ພາບ: pystravel.com)
(vovworld) – ສຳລັບຊາວເຜົ່າໄທຂາວ, ບຸນສິບສີ່ແມ່ນປະເພນີທີ່ເປັນເອກະລັກສະເພາະ, ແລະກາຍເປັນວັດທະນະທຳອັນດີງາມໃນຊີວິດທາງດ້ານຈິດໃຈຂອງເຂົາເຈົ້າ.
“ຫຼານມັກງານບຸນສິບສີ່ຫຼາຍ, ເພາະວ່າໃນວັນບຸນນີ້ນ້ອງໄດ້ມີໂສ້ງເສື້ອໃໝ່ ແລະ ໄດ້ແກວ່ງໝາກຄອນ, ເຕະບານ…“
ນີ້ແມ່ນຄວາມຮູ້ສຶກຂອງນ້ອງ ດຽວທິຕ໋ວຽນ ຢູ່ຕາແສງເມື່ອງຢ່າງ, ເມືອງກວີ່ນຍາຍ, ແຂວງເຊີນລາ ກ່ຽວກັບງານບຸນສິບສີ່, ເຊິ່ງແມ່ນງານບຸນໃຫຍ່ກວ່າໝູ່ຂອງຊາວເຜົ່າໄທຂາວຢູ່ແຂວງເຊີນລາ ແລະ ເຂດໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ). ບຸນ ສິບສີ່ຖືກຈັດຂຶ້ນໃນວັນທີ 14 ເດືອນ 7 ໄລ່ຕາມຈັນທະປະຕິທິນ (ຂຶ້ນ 14 ຄ່ຳເດືອນ 7). ຕາມທັດສະນະຂອງຊາວເຜົ່າຜູ້ໄທ, ງານບຸນນີ້ແມ່ນໂອກາດເພື່ອໃຫ້ລູກຫຼານອາໄລຫາບັນພະບຸລຸດ, ທັງແມ່ນໂອກາດເພື່ອໃຫ້ຜູ້ໃຫຍ່ເອົາໃຈໃສ່, ເບິ່ງແຍງດູແລພິເສດເຖິງລຸ້ນໜຸ່ມ. ດັ່ງນັ້ນຢູ່ບາງແຫ່ງຍັງເອີ້ນວັນບຸນນີ້ແມ່ນບຸນຂອງເດັກ. ໃນບຸນສິບສີ່, ພໍ່ແມ່ຈະຊື້ໂສ້ງເສື້ອທີ່ມີສີຫຼາກຫຼາຍໃຫ້ເດັກເພື່ອໄປບຸນ. ນອກນັ້ນງານບຸນຍັງແມ່ນໂອກາດເພື່ອຊົມເຊີຍໝາກຜົນແຫ່ງການອອກແຮງງານໃນ 6 ເດືອນຕົ້ນປີອີກ. ໂອກາດນີ້, ເດັກນ້ອຍບໍ່ໄດ້ໄປລ້ຽງຄວາຍ, ບໍ່ໄດ້ເຮັດວຽກບ້ານ ຫາກໄດ້ລະຫຼິ້ນຢ່າງສະບາຍ ແລະ ຮັບປະທານອາຫານທີ່ຕົນນິຍົມຫຼາຍເຍື່ອງ.
ບຸນສິບສີ່ລວມມີ 2 ພາກ, ທີໜຶ່ງແມ່ນພິທີບູຊາບັນພະບຸລຸດ, ສະແດງຄວາມຮູ້ບຸນຄູນຕໍ່ຜູ້ທີ່ໄດ້ສ້າງເປັນເມື່ອງ, ເປັນບ້ານ ແລະ ທີສອງແມ່ນການລະຫຼິ້ນບັນເທິງ, ກິນດື່ມ. ສຳລັບພາເຂົ້າບູຊາແມ່ນຕ້ອງມີຫຼາຍເຍື່ອງເຊັ່ນ: ເຫຼົ້າ, ຊີ້ນ, ເຂົ້າກຳ, ໃນນັ້ນມີ 2 ເຍື່ອງທີ່ຂາດບໍ່ໄດ້ ນັ້ນແມ່ນຊີ້ນເປັດ, ເຂົ້າໜົມອິດ (ຫຼືເອີ້ນວ່າເຂົ້າໜົມຄູ່) ເຊິ່ງເຮັດດ້ວຍແປ້ງເຂົ້າໜຽວ, ຢູ່ໃນມີໝາກຖົ່ວ, ຊີ້ນຟັກ ແລະ ໝາກຜິກໄທ. ຊາວເຜົ່າຜູ້ໄທອະທິບາຍວ່າ, ໂຕເປັດຕິດພັນກັບທົ່ງນາ, ແມ່ນຳ້ລຳເຊ ແລະ ການຜະລິດ, ດຳລົງຊີວິດຂອງເຂົາເຈົ້າ. ໃນພາເຂົ້າບູຊາມີຊີ້ນເປັດ ແມ່ນສະແດງໃຫ້ເຫັນຄວາມປາຖະໜາຢາກໃຫ້ໂຕເປັດດິນສັດຕູພືດໃຫ້ໝົດ ແລະ ໂຕເປັດນີ້ຈະນຳເອົາຄວາມສ່ຽງໄພທັງໝົດໄປຕາມກະແສນຳ້. ສ່ວນເຂົ້າໜົມອິດຖືກຫໍ່ເປັນຄູ່ ແມ່ນເປັນສັນຍາລັກແຫ່ງຄວາມສຸກລະຫວ່າງບ່າວສາວ, ຜົວເມຍ…
ສຳລັບພາເຂົ້າບູຊາແມ່ນຕ້ອງມີຫຼາຍເຍື່ອງເຊັ່ນ: ເຫຼົ້າ, ຊີ້ນ, ເຂົ້າກຳ
(ພາບ: pystravel.com)
ບຸນສິບສີ່ ຖືກຈັດຂຶ້ນໃນແຕ່ລະຄອບຄົວ, ແຕ່ລະວົງຕະກຸນ ແລະ ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະຄອບຄົວ, ວົງຕະກຸນເພື່ອຈັດຕັ້ງເປັນບຸນໃຫຍ່ນ້ອຍທີ່ແຕກຕ່າງກັນ. ພາຍຫຼັງທຳພິທີບູຊາແລ້ວ, ບັນດາສະມາຊິກໃນຄອບຄົວຈະເຕົ້າໂຮມກັນອ້ອມຮອບພາເຂົ້າ. ລູກຫຼານອວຍພອນໃຫ້ຜູ້ເຖົ້າຜູ້ແກ່ມີອາຍຸໝັ້ນຂວັນຍື່ນ, ສ່ວນຜູ້ໃຫຍ່ອວຍພອນໃຫ້ລູກຫຼານມີສຸຂະພາບເຂັ້ມແຂງ, ຢູ່ເຢັນເປັນສຸກ. ສຳລັບຊາວເຜົ່າໄທຂາວ, ບຸນສິບສີ່ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນສະແດງຄວາມຮັກແພງແຂກຄົນຂອງຕົນ. ແຂກຜູ້ສະໜິດສະໜົມຈະຖືກເຊີນມາຮ່ວມງານບຸນພ້ອມກັບຄອບຄົວກ່ອນນັ້ນສອງສາມມື້. ແຂກມາຄອບຄົວລ້ວນແຕ່ໄດ້ຮັບການຕ້ອນຮັບຢ່າງອົບອູ່ນສຸດຈິດສຸດໃຈ, ເຂົາເຈົ້າໄດ້ຮັບປະທານອາຫານພິເສດສະເພາະຫຼາຍເຍື່ອງ ເຊິ່ງພຽງແຕ່ມີໃນໂອກາດບຸນສິບສີ່ເທົ່ານັ້ນ. ໃນໂອກາດນີ້, ຄອບຄົວໃດເຊີນແຂກ ແລະ ພໍ່ແມ່ປະຊາຊົນມາຮ່ວມຍິ່ງຫຼາຍເທົ່າໃດ, ຍິ່ງໂຊກດີເທົ່ານັ້ນ. ເຖິງວ່າຈະມ່ວນຊື່ນຄືແນວນັ້ນກໍ່ຕາມ ແຕ່ເຂົາເຈົ້າພັດບໍ່ລືມຕັກເຕືອນກັນກິນດື່ມຄືແນວໃດ ເພື່ອທັງຮັບປະກັນຄວາມສັກສິດ, ຄວາມປອດໄພ ແລະ ຄວາມປອດໃສໃຫ້ງານບຸນ. ອ້າຍ ຮ່າໂຮ່ບັກ, ຢູ່ຕາແສງຮູຍເຕິນ, ເມືອງຟູ໋ອຽນ, ໃຫ້ຮູ້ວ່າ:
“ຕາມຮີດຄອງປະເພນີ, ບຸນສິບສີ່ຕ້ອງຈັດຄືແນວໃດໃຫ້ທັງມ່ວນ, ທັງປອດໃສ ແລະ ປະຢັດ. ພິເສດເມື່ອກິນເຫຼົ້າ ພຽງແຕ່ກິນໃຫ້ພໍດີເທົ່ານັ້ນ ຈຶ່ງມ່ວນ ແລະ ຈຳກັດອຸບັດຕິເຫດທາງຄົມມະນາຄົມໄດ້”.
ບຸນສິບສີ່ ບໍ່ພຽງແຕ່ໄດ້ກິນດື່ມ, ລະຫຼິ້ນເທົ່ານັ້ນ, ຫາກຍັງຕິດພັນກັບການເຄື່ອນໄຫວທີ່ມີຄວາມໝາຍຕ່າງໆຄື “ຂັບອວຍພອນ”; “ຂັບສອນຄົນ”; “ຂັບກ່ຽວກັນ” ລະຫວ່າງບ່າວສາວອີກ. ປະຈຸບັນ, ອຳນາດການປົກຄອງທ້ອງຖີ່ນຍັງຈັດຕັ້ງການແຂງຂັນແກວ່ງໝາກຄອນ, ຍູ້ໄມ້ເທົ້າ ກໍ່ຄືຟ້ອນລຳທຳເພງບັນດາທຳນອງເພງພື້ນເມືອງທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າຜູ້ໄທອີກດ້ວຍ. ອັນໄດ້ເຮັດໃຫ້ຜູ້ໃດທີ່ເຂົ້າຮ່ວມງານບຸນສິບສີ່ແລ້ວ, ແມ່ນບໍ່ສາມາດລືມໄດ້.