(vovworld) - H're ແມ່ນຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດມາແຕ່ດົນນານຢູ່ເຂດທິດໃຕ້ສາຍພູຫຼວງ. ສັງຄົມຂອງຊາວເຜົ່າ H're ມີລັກສະນະປະຊາຄົມທີ່ເປັນເອກະພາບ, ສາມັກຄີ, ມີຄວາມສະໜິດຕິດພັນລະຫວ່າງບັນດາສະມາຊິກ, ເຊິ່ງສະແດງໃຫ້ເຫັນຜ່ານການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຜະລິດ ກໍ່ຄືໃນງານບຸນຕ່າງໆ. ການພົວພັນລະຫວ່າງບັນດາຄອບຄົວຊາວເຜົ່າ H're ກໍ່ຄືຄວາມສະໜິດຕິດພັນລະຫວ່າງສະມາຊິກແຕ່ລະຄົນກັບໝູ່ບ້ານ ແມ່ນອີງຕາມການພົວພັນລະຫວ່າງວົງຕະກຸນຫຼືການພົວພັນໃນໝູ່ບ້ານ.
(ພາບປະກອບ)
ຊາວເຜົ່າ H're ດຳລົງຊີວິດແບບຄົງທີ່ໃນໝູ່ບ້ານ, ດ້ວຍຂະໜາດໃຫຍ່ນ້ອຍທີ່ແຕກຕ່າງກັນ. ໝູ່ບ້ານຂອງຊາວເຜົ່າ H're ເຄີຍຕັ້ງຢູ່ຕາມເນີນພູ, ມີຮ່ອມພູ ແລະຕິດກັບເຂດດິນປູກຝັງ, ກໍ່ຄືແຫຼ່ງນໍ້າ. ຊາວເຜົ່າ H're ມີແຕ່ຍົກຍ້າຍທີ່ຢູ່ເມື່ອມີໂລກພະຍາດເທົ່ານັ້ນ. ເຮືອນຮ້ານຂອງຊາວເຜົ່າ H're ຖືກປຸກສ້າງຢູ່ເຂດພື້ນທີ່ສູງ, ປອດໂປ່ງ. ຊາວເຜົ່າ H're ດຳລົງຊີວິດຢ່າງປອງດອງໃນໝູ່ບ້ານ, ນຳໃຊ້ນ້ຳສ້າງລວມ, ບໍ່ມີຮົ້ວເພື່ອແບ່ງແຍກທີ່ດິນລະຫວ່າງຄອບຄົວນີ້ກັບຄອບຄົວອື່ນ.
ໃນສັງຄົມທີ່ເປັນມູນເຊື້ອຂອງຊາວເຜົ່າ H're, ໝູ່ບ້ານແມ່ນບ່ອນຢູ່ອາໄສ, ທັງເປັນປະຊາຄົມຄຸ້ມຄອງດ້ວຍຕົນເອງ, ດ້ວຍບັນຍັດແຫ່ງການດຳເນີນຊີວິດແມ່ນມີມາແຕ່ດົນນານແລ້ວ. ໝູ່ບ້ານຂອງຊາວເຜົ່າ H're ເຄີຍມີເຮືອນແຕ່ 40 – 50 ຫຼັງ, ແຕ່ລະໝູ່ບ້ານມີນາຍບ້ານຜູ້ໜຶ່ງ, ແມ່ນຜູ້ທີ່ມີອາຍຸສູງ, ມີປະສົບການຫຼາຍ, ມີອິດທິພົນຊື່ສຽງ, ເປັນຄອບຄົວຮັ່ງມີໃນໝູ່ບ້ານ. ແລະໝູ່ບ້ານໃດກໍ່ມີໝໍຜີ, ແມ່ນຜູ້ມີຄວາມຊຳນານໃນການບູຊາເທວະດາຟ້າແຖນ. ນາຍບ້ານ ແລະ ໝໍຜີເປັນຜູ້ຈັດຕັ້ງບັນດາພິທີບູຊາຕ່າງໆຂອງໝູ່ບ້ານ. ຊາວເຜົ່າ H're ມີຫຼາຍພິທີການດ້ານຈິດວີນຍານທີ່ຕິດພັນກັບການດຳລົງຊີວິດຂອງປະຊາຄົມ, ແຕ່ບັນດາພິທີການທີ່ເປັນມູນເຊື້ອດັ່ງກ່າວພັດໄດ້ຮັບການແຜ່ຜາຍແບບປາກຕໍ່ປາກ. ສະນັ້ນບົດບາດຂອງນາຍບ້ານ ແລະ ໝໍຜີໃນໝູ່ບ້ານແມ່ນສຳຄັນທີ່ສຸດ. ທ່ານ ຟ້າມມິງດາດ, ພະນັກງານຄົ້ນຄ້ວາວັດທະນະທຳຊົນເຜົ່າສ່ວນໜ້ອຍຢູ່ເຂດ ໄຕງວຽນ, ໃຫ້ຮູ້ວ່າ:
“ຕາມທັດສະນະຂອງຊາວເຜົ່າ H're ແລ້ວ, ເຂົາເຈົ້າຖືວ່າ, ທຸກສິ່ງທຸກຢ່າງລ້ວນແຕ່ມີວີນຍານ, ໃນປີໜຶ່ງ, ຊາວເຜົ່າ H're ມີຫຼາຍພິທີບູຊາເຊັ່ນ: ບູຊາຄົນທີ່ໄດ້ລ່ວງລັບໄປແລ້ວ, ບູຊາເຂົ້າເຮືອນໃໝ່, ບູຊາວີນຍານເຂົ້າເພື່ອຂໍເທວະດາດົນບັນດານໃຫ້ທຸກສິ່ງທຸກຢ່າງທີ່ຈົບງາມ, ປະຊາຊົນໄດ້ດຳລົງຊີວິດໃນຄວາມສະຫງົບສຸກ, ມີສຸຂະພາບເຂັ້ມແຂງ, ການປູກຝັງ, ທຳມາຫາກິນມີຄວາມສະດວກສະບາຍ. ສະນັ້ນ, ນາຍບ້ານ ແລະ ໝໍຜີເປັນຄົນທີ່ຮັກສາວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງຂອງຊົນເຜົ່າ H're”.
ນາຍບ້ານກໍ່ແມ່ນຜູ້ຮັບຜິດຊອບໜ້າທີ່ຈັດຕັ້ງວຽກງານລວມຂອງປະຊາຄົມເຊັ່ນ: ເຮັດທາງ, ຮົ້ວໝູ່ບ້ານ, ແນະນຳກ່ຽວກັບການຜະລິດ, ແກ້ໄຂບັນດາເຫດການທີ່ເກີດຂື້ນ, ຈັດຕັ້ງການຍົກຍ້າຍໝູ່ບ້ານ… ເພື່ອເຮັດວຽກງານດັ່ງກ່າວ, ນາຍບ້ານຕ້ອງປຶກສາຫາລືກັບບັນດາສະມາຊິກໃນສະພາເຈົ້າກົກເຈົ້າເຫຼົ່າໃນໝູ່ບ້ານ. ສ່ວນຊາວບ້ານກໍ່ສະແດງຄວາມເຄົາລົບນັບຖື ແລະ ຊ່ວຍເຫຼືອນາຍບ້ານໃນຍາມຕິດຄາກັບວຽກງານ… ນາຍບ້ານໂດຍປະຊາຊົນເລືອກຕັ້ງບໍ່ແມ່ນເປັນຜູ້ສືບສາຍ. ນອກນັ້ນ, ໃນແຕ່ລະຄອບຄົວ, ວົງຕະກຸນກໍ່ລ້ວນແຕ່ມີເຈົ້າກົກເຈົ້າເຫຼົ່າ, ນັ້ນແມ່ນຜູ້ເຖົ້າຜູ້ແກ່ທີ່ເປັນຫົວໜ້າຄອບຄົວ, ວົງຕະກຸນ. ບັນດາເຈົ້າກົກເຈົ້າເຫຼົ່າເຕົ້າໂຮມກັນໃນສະພາໜຶ່ງ. ນາຍບ້ານປຶກສາຫາລືກ່ຽວກັບວຽກງານຜະລິດ, ການຮ້ອງຟ້ອງ… ກັບບັນດາສະມາຊິກໃນສະພາເຈົ້າກົກເຈົ້າເຫຼົ່າ. ສຸດທ້າຍແມ່ນບັນດາສະມາຊິກໃນໝູ່ບ້ານ, ບັນດາສະມາຊິກນີ້ຮ່ວມກັນສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນປະຊາຄົມທີ່ເປັນເອກະພາບ.
ເຈົ້າກົກເຈົ້າເຫຼົ່າ ດິງງອກຊູ ຢູ່ເມືອງ ເຊີນຮ່າ, ແຂວງ ກວາງຫງາຍ, ແມ່ນໜຶ່ງໃນບັນດາເຈົ້າກົກເຈົ້າເຫຼົ່າທີ່ດີເດັ່ນຂອງປະຊາຄົມຊາວເຜົ່າ H're. ທ່ານໄດ້ຮັບນາມມະຍົດຈາກລັດວ່າເປັນ “ສິລະປະກອນພື້ນເມືອງ”. ນັກຄົ້ນຄ້ວາວັດທະນະທຳຊົນເຜົ່າສ່ວນໜ້ອຍ ຟ້າມວັນຈີ໋, ໃຫ້ຮູ້ວ່າ: ບັນດາຜູ້ ຄືເຈົ້າກົກເຈົ້າເຫຼົ່າ ດິງງອກຊູ ແມ່ນບໍ່ມີຫຼາຍ. ທ່ານໄດ້ຮັບຖືວ່າແມ່ນຄົນຮັກສາວີນຍານຂອງຊົນເຜົ່າ H're, ເປັນຜູ້ເຊື່ອມຈອດລະຫວ່າງອະນາຄົດກັບປະຈຸບັນ.
“ນັກສິລະປະການ, ເຈົ້າກົກເຈົ້າເຫຼົ່າ ດິງງອກຊູ ມີຄວາມສາມາດຂັບຕອບໃນບົດເພງພື້ນເມືອງຂອງຊາວເຜົ່າ H're. ພິເສດ, ທ່ານກໍ່ແມ່ນຜູ້ປະດິດສ້າງ ແລະນຳໃຊ້ເຄື່ອງດົນຕີຫຼາຍປະເພດຂອງຊົນເຜົ່າ H're. ທ່ານຍັງແມ່ນຜູ້ສອນໃຫ້ລຸ້ນໜຸ່ມວິທີນຳໃຊ້ ແລະ ຜະລິດເຄື່ອງດົນຕີປະເພດຕ່າງໆ ແລະ ວັດທະນະທຳຂອງຊາວເຜົ່າ H're”.
ຜ່ານຂະບວນວິວັດແຫ່ງປະຫວັດສາດ, ຊົນເຜົ່າ H're ທີ່ເຄີຍມີມູນເຊື້ອຕໍ່ສູ້ຮັກສາບ້ານເມືອງນັ້ນ, ປະຈຸບັນ, ປະຊາຄົມຊາວເຜົ່າ H're ຍັງຄົງຮັກສາມູນເຊື້ອສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັກສາຊີວິດເປັນປົກກະຕິ, ພັດທະນາເສດຖະກິດສັງຄົມໃນໄລຍະປ່ຽນໃໝ່. ການອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອໄດ້ຮັບການປະຕິບັດຕິດພັນກັບການຂົນຂວາຍທົ່ວປວງຊົນກໍ່ສ້າງຊີວິດທາງດ້ານວັດທະນະທຳ.