(vovworld) - ໃນເມື່ອກ່ອນ, ຊາວເຜົ່າເມື່ອງເຄີຍໃຊ້ປະຕິທິນດອຍ, ແຕ່ປະຈຸບັນມີແຕ່ຊາວເມື່ອງບີຈຶ່ງນຳໃຊ້ເທົ່ານັ້ນ. ປະຕິທິນດອຍຍັງເອີ້ນວ່າປະຕິທິນໄມ້ໄຜ່, ປະຕິທິນເມື່ອງ. ປະຈຸບັນ, ບັນດາໝໍຜີຊາວເມື່ອງບີ, ຢູ່ເມືອງເຕິນລາກ, ແຂວງຮ່ວາບິ່ງ ຍັງຄົງຮັກສາ ແລະ ນຳໃຊ້ປະຕິທິນດອຍຢູ່.
ປະຕິທິນດອຍຂອງຊົນເຜົ່າເມື່ອງ
(ພາບ: ອິນເຕີແນດ)
ທ່ານບູ່ຍວັນເຂິນ, ໝໍຜີຊອງຂອງເມື່ອງບີຢູ່ເມື່ອງເຕິນລາກ, ພວມຫາມື້ສັນວັນດີເພື່ອປຸກສ້າງເຮືອນໃໝ່ໃຫ້ອ້າຍ ບູ່ຍວັນຕ໋ວຽນ. ທ່ານ ເຂິນ ໃຫ້ຮູ້ວ່າມີແຕ່ຊາວເມື່ອງບີ ຍັງຮັກສາປະເພນີນີ້ເທົ່ານັ້ນ. ນັບແຕ່ດົນນານມາແລ້ວ, ເມື່ອເຮັດໄຮ່ໄຖນາ, ຫາກຸ້ງຫາປາ ຫຼືແຕ່ງງານໃຫ້ລູກ, ຊາວເມື່ອງບີ ເຄີຍເລືອກມື້ສັນວັນດີໃນປະຕິທິນດອຍເພື່ອເຮັດ.
“ຊາວເຜົ່າເມື່ອງຈັດບຸນປີໃໝ່, ເຮັດນາຄືກັນ, ພຽງແຕ່ຕ່າງກັນກ່ຽວກັບການໃຊ້ປະຕິທິນດອຍເທົ່ານັ້ນ. ປີລະມີ 12 ເດືອນ, ແຕ່ລະເດືອນຖືກປຽບທຽບກັບໄມ້ໄຜ່ປ່ຽງໜຶ່ງ“.
ປະຕິທິນດອຍຖືກເຮັດດ້ວຍໄມ້ໄຜ່ 12 ປ່ຽງທີ່ຍາວປະມານ 20 cm, ກວ້າງ 3 cm, ເປັນສັນຍາລັກໃຫ້ 12 ເດືອນໃນປີ, ໃນປ່ຽງໄມ້ໄຜ່ແຕ່ລະອັນຖືກຄວັດ 30 ຂີດເພື່ອເປັນສັນຍາລັກໃຫ້ 30 ວັນ. ເອີ້ນວ່າປະຕິທິນດອຍເພາະວ່າປະຕິທິນນີ້ແບ່ງວັນເດືອນໃນປີຕາມການເຄື່ອນເໜັງຂອງດາວດອຍ. ດາວດອຍເຄື່ອນເໜັງໄວກວ່າດວງພະຈັນ. ທີ່ຕັ້ງລະຫວ່າງດາວດອຍກັບດວງພະຈັນແມ່ນອີງໃສ່ບັນດາເດືອນໃນປີ. ເມື່ອດາວດອຍຂ້າມຜ່ານດວງພະຈັນ, ຊາວເມື່ອງບີເອີ້ນວ່າວັນດອຍ. ອີງໃສ່ບັນດາວັນດອຍ ແລະ ການເຄື່ອນເໜັງຂອງມັນເຂົາເຈົ້າໄດ້ຈຳແນກວັນ, ເດືອນໃນປີ.
ໃນໄມ້ໄຜ່ແຕ່ລະປ່ຽງຖືກຄວັດເປັນຫຼາຍຂີດທີ່ແຕກຕ່າງກັນ
(ພາບ: ອິນເຕີແນດ)
ບັນດາໝໍຜີ, ໝໍດູທີ່ມີຄວາມສາມາດເບິ່ງດາວເຄີຍຂຶ້ນຈອມພູໂກດເກີ່, ຫຼືເຂດດິນທີ່ກວ້າງຂວາງ...ເບິ່ງດາວດອຍເພື່ອຮູ້ປີນັ້ນດິນຟ້າອາກາດຄືແນວໃດ. ແລະ ກໍ່ອີງໃສ່ດາວດອຍ, ຊາວເຜົ່າເມື່ອງບີ ກໍ່ຄິດໄລ່ວັນເດືອນຕາມວິທີສະເພາະຂອງຕົນ. ໃນປ່ຽງໄມ້ໄຜ່ແຕ່ລະອັນຖືກຄວັດເປັນ 30 ຂີດ, ແຕ່ຂີດເປັນສັນຍາລັກໃຫ້ແຕ່ລະວັນ. ເຖິງຢ່າງໃດກໍ່ຕາມ, ໃນຈຳນວນ 30 ຂີດນັ້ນ, ມີຂີດສັ້ນ, ຂີດຍາວ, ຂີດຮູບລູກທະນູ, ຂີດມີໝາຍຈ້ຳ... ທີ່ແຕກຕ່າງກັນ, ເປັນສັນຍາລັກໃຫ້ວັນຊວຍວັນໂຊກ.
“ໃນ 30 ວັນນັ້ນ, ມີວັນຊວຍ, ວັນໂຊກ. ມີແຕ່ເບິ່ງໃນປະຕິທິນດອຍຂອງຊາວເມື່ອງບີ ກໍ່ຮູ້ໝົດ. ສ່ວນຊາວເມື່ອງຢູ່ບ່ອນອື່ນ, ເຂົາເຈົ້າພັດຄິດໄລ່ວັນ, ເດືອນຕາມຈັນທະປະຕິທິນຂອງຊາວກິງ, ບາງເທື່ອວັນໂຊກຂອງຊາວກິງ ພັດແມ່ນວັນຊວຍຂອງຊາວເມື່ອງບີ. ດັ່ງນັ້ນ, ເມື່ອປູກຝັງ, ປຸກສ້າງເຮືອນ, ຫຼືຈັດງານແຕ່ງດອງ, ຊາວເມື່ອງບີ ພຽງແຕ່ອີງໃສ່ປະຕິທິນດອຍຂອງຕົນເທົ່ານັ້ນ. “
ແຕ່ລະຂີດໃນປ່ຽງໄມ້ໄຜ່ປຽບເໝືອນແຕ່ລະວັນໃນເດືອນ
(ພາບ: ອິນເຕີແນດ)
ທ່ານ ເຂີນ ໃຫ້ຮູ້ວ່າ, ກວ່າ 30 ປີທີ່ເປັນໝໍຜີ, ທ່ານໄດ້ນຳໃຊ້ປະຕິທິນດອຍເພື່ອຊ່ວຍຊາວບ້ານຮູ້ມື້ສັນວັນດີເພື່ອທຳມາຫາກິນ, ຫຼືຈັດງານບຸນຕ່າງໆ...ສ່ວນ ອ້າຍ ບູ່ຍວັນຕ໋ວຽນ ໃຫ້ຮູ້ວ່າ, ບັນດາຄົນໜຸ່ມຄືອ້າຍລ້ວນແຕ່ຮູ້ຈັກເຖິງປະຕິທິນດອຍ, ແຕ່ພັດບໍ່ຮູ້ເບິ່ງມື້ໂຊກມື້ຊວຍຄືແນວໃດ.
“ແຕ່ລະເທື່ອ, ເມື່ອຢາກເຮັດວຽກງານໃດໜຶ່ງ, ຂ້າພະເຈົ້າຕ້ອງອາໄສບັນດາຜູ້ອາຍຸສູງເບິ່ງປະຕິທິນດອຍ. ຖ້າເບິ່ງປະຕິທິນທຳມະດາບາງເທື່ອແມ່ນວັນດີຂອງຊາວກິງ, ແຕ່ພັດບໍ່ແມ່ນວັນດີຂອງຊາວເຜົ່າເມື່ອງ. ດັ່ງນັ້ນພວກຂ້າພະເຈົ້າຈຶ່ງອີງໃສ່ປະຕິທິນຂອງຊາວເຜົ່າເມື່ອງ“.
ຊາວເຜົ່າເມື່ອງ ມີຄຳເວົ້າທີ່ລວບລວມຈຸດທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນວ່າ: “ເຂົ້າໜຶ້ງ, ເຮືອນຮ້ານ, ໝູເຜົາ, ວັນຊ້າ... “. ຕາມການຄິດໄລ່ຂອງຊາວເຜົ່າເມື່ອງແລ້ວ, ປະຕິທິນດອຍ ຊ້າກວ່າຈັນທະປະຕິທິນແມ່ນ15 ວັນ. ຍ້ອນເຫດນັ້ນ, ປະຈຸບັນ, ຊາວເຜົ່າເມື່ອງຈຶ່ງຈັດບຸນປີໃໝ່ສອງເທື່ອໃນປີ. ນັ້ນແມ່ນບຸນປີໃໝ່ປະຈຳຊາດ ແລະ ບຸນປີໃໝ່ປະຈຳເຜົ່າເມື່ອງ, ຫຼືເອີ້ນວ່າບຸນປີໃໝ່ດອຍ. ປະຕິທິນດອຍມີຄວາມໝາຍສຳຄັນທີ່ສຸດສຳລັບວັດທະນະທຳຫວຽດ, ສະແດງໃຫ້ເຫັນຄວາມສາມາດຂອງຄົນຫວຽດຜ່ານການສັງເກດດວງດາວ ແລະ ພະຈັນເພື່ອພະຍາກອນດິນຟ້າອາກາດ. ມາຮອດປະຈຸບັນ, ຊາວເຜົ່າເມື່ອງບີຍັງຄົງເຊື່ອໝັ້ນ ແລະ ນຳໃຊ້ປະຕິທິນດອຍ, ເຊິ່ງເຂົາເຈົ້າຖືວ່າແມ່ນຂອງທີ່ມີຄ່າຂອງຊົນເຜົ່າຕົນຢູ່.