ປະເພນີ“ຟືນສິນສອດ”ໃນພິທີສູ່ຂໍ,ງານດອງຂອງຊາວເຜົ່າແຢ໋ຈຽງ

(vovworld)- ຊາວ​ເຜົ່າ ແຢ໋​ຈຽງ ແມ່​ນ​ຫ​ນຶ່ງ​ໃນ​ຈຳ​ນວນ​ບັນ​ດາ​ເຜົ່​າ​ມີ​ພົນ​ລະ​ເມືອງຫ​ນ້ອຍ​ທີ່ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເຫ​ນືອ​ລຽບ​ຕາມ​ສາຍ​ພູ​ຫລວງ. ດ້ວຍ​​ພົນ​ລະ​ເມືອງ​ປະ​ມານກວ່າ 50.000 ຄົນ ທີ່​ດຳ​ລົງ​ຊີ​ວິດ​ຢູ່​ແຂວງ ກອນ​ຕູມ ເປັນ​ຕົ້ນ. ​ພ້ອມ​ກັບ​ບັນ​ດາ​ສາງວັນ​ນະ​ຄະ​ດີ​ພື້ນ​ເມືອງ​ທີ່​ອຸ​ດົມ​ສົມ​ບູນ​ນັ້ນ, ຊາວ​ເຜົ່າ ແຢ໋​ຈຽງ ຍັງ​ຄົງ​ຮັກ​ສາ​ປະ​ເພ​ນີ​ໃນ​ພິ​ທີ​ສູ່​ຂໍ, ງານດອງ​​ທີ່ເປັນ​ເອກ​ະ​ລັກ​ສະ​ເພາະໄວ້. ບົດ​ຂຽນ​ຂອງ ນັກ​ຂ່າວ ອີ​ວຽນ.

ປະເພນີ“ຟືນສິນສອດ”ໃນພິທີສູ່ຂໍ,ງານດອງຂອງຊາວເຜົ່າແຢ໋ຈຽງ - ảnh 1
ຜູ້​ສາວ​ຊາວ​ເຜົ່າ ແຢ໋​ຈຽງ ໄປ​ຫາ​ຟືນ

        ເມື່ອ​ມາ​ຢ້ຽມ​ຢາມ​ບັນ​ດາ​ໝູ່​ບ້ານ​ຂອງ ຊາວ​ເຜົ່າ ແຢ໋​ຈຽງ ຢູ່ ເຂດ​ໄຕ​ງວຽນ ທ່ານ​ຈະ​ເຫັນ​ວ່າ ​ຢູ່​ທາງ​ຫ​ນ້າ​​ເຮືອນ​ຂອງ​ຫລາຍ​ຄອບ​ຄົວ​ຢູ່​ທີ່ນີ້ມີຟືນ​ຫລາຍ​ມັດວາງກອງ​ກັນ ແລະ ​ຖືກປົກ​ປິດ​ຮັກ​ສາ​​ໄວ້ຢ່າງ​ລອບ​ຄອບ​. ຕ​າມ​ປະ​ເພ​ນີ​ຂອງ​ ຊາວ​ເຜົ່າ ແຢ໋​ຈຽງ, ເມື່ອ​ມີ​ອາ​ຍຸ​ຫລາຍກວ່າ 15 ປີ, ບັນ​ດາ​ນາງ​ສາວ​ເລີ່ມ​ຄິດ​ເຖິງ​ການ​ເຂົ້າ​ປ່າ​ຫາ​ຟືນເພື່ອ​ ​ມີ​ເງືື່ອນ​ໄຂ​ຄົບ​ຖ້ວນ​​ໃນ​ການກະ​ກຽມ​ເອົາ​ຜົວ. ແຕ່​ລະ​ເທື່ອ​ເມື່ອ​ໄປ​ໄຮ່, ຜູ້​ເປັນ​ແມ່​ໄດ້​ແນະ​ນຳ​ຢ່າງ​ລະ​ອຽດໃຫ້​ລູ​ກ​ສ​າວ​ຂອງ​ຕົນ​​ວິ​ທີ​ຫາ​ຟືນ. ຟືນທີ່​ຫາ​ມາ​​ຕ້ອງ​ແມ່ນ​ຟືນ​ງາມ,​ ມີ​ຄວາມ​ຍາວທໍ່​ກັນ ແລະ ຫາ​ໃຫ້​ໄດ້. ຖ້າ​ເຮັດ​ໄດ້​ຄື​ແນວນັ້ນ ຄວາ​ມ​ຮັກ​ຂອງ​ຜູ້​ບ່າວ​ຜູ້​ສາວ​ຍິ່ງ​ສະ​ຫ​ນິດ​ຕິດ​ພັນ​ກວ່າ. ຊາວ​ເຜົ່າ ແຢ໋​ຈຽງ ຖື​ວ່າ ​ພຽງ​ແຕ່​ສັງ​ເກດເບິ່ງ​ຟືນ​ຂອງ​ຜູ້​ສາວ​ຫາ​ມາ​ໄດ້ກໍ່​ສາ​ມາດ​ຕີ​ລາ​ຄາໄດ້​ວ່າ ຄຸ​ນ​ນະ​ທາດ, ຄວາມ​ຄ່ອງ​ແຄ້ວ​ຂອງ​ຜູ້​ສາວ​ຄົນ​ນັ້ນ​ເປັນ​ແນວ​ໃດ. ​ຟືນ​ແຫ່ງ​ຄວາມ​ຮັກ​ນີ້​ກໍ​ແມ່ນຊັບ​​ສົມ​ບັດ​ມູນ​ມັງ​ພິ​ເສດ​​ຂອງ​ ເຈົ້າ​ສາ​ວ​ເພື່ອ​ສ້າງ​ຄວາມ​ອົບອຸ່ນ​ໃຫ້​ພໍ່​ແມ່​ເຈົ້າ​ບ່າວ​ເມື່ອ​ອາ​ກາດ​ຫ​ນາວ​ຈັດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ປະ​ເພ​ນີ​ອັນ​ດີ​ງາມ ມີ​ຄວາມ​ໝາຍ​ມະ​ນຸດ​ສາດ​ ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ​, ຄວາມ​ມາ​ນະອົດ​ທົນ, ດຸ​ຫມັ່ນ​ຂອງ​ແມ່​ຍິງ​ ຊາວ​ເຜົ່າ ແຢ໋​ຈຽງ ແມ່ນ​ຈຸດ​ວັດ​ທະ​ນ​ະ​ທຳ​ອັນ​ດີ​ງາມ​ແຫ່ງ​ຄວາມ​ຮັກ​ຂອງ​ຄູ່​ບ່າວ​ສາວ. ເອື້ອຍ ອີ​ຮົ່ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​​ປະ​ຊາ​ຊົນ ຕາ​ແສງ ດັກ​ຢຸ​ກ ເມືອງ ງອກ​ໂຮ່ຍ ແຂວງກອນ​ຕູມ ແບ່ງ​ປັນ​ວ່າ:

        “ປະ​ເພ​ນີ “​ຟືນສິນ​ສອດ”​ຂອງ​ ຊາວ​ເຜົ່າ ແຢ໋​ຈຽງ ແມ່ນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ. ເມື່ອ​ປະ​ຕິ​ບັດ​ປະ​ເພ​ນີ ໃນ​ພິ​ທີ​ສູ່​ຂໍ, ງ​ານດອງ ຜູ້​ສາວ​ຕ້ອງ​ຫາ​ຟືນ​ໃຫ້​ໄດ້ ປະ​ມານກວ່າ 100  ມັດ ຈຶ່ງ​ເອົາ​ຜົວ​ໄດ້.”

        ຕາມ​ຂະ​ນົບ​ທຳ​ນຽມ​ຂອງ​ ຊາວ​ເຜົ່າ ແຢ໋​ຈຽງ, ຜູ້​ສາວ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສົມ​ລົດ​ຂອງ​ຕົນ ແລະ ການ​ເລືອກ​ເຟັ້ນ​ຂອງ​ລູກ​ເຕົ້າ​ໄດ້​ຮັບ​ຄວາມເຄົາ​ລົບ​ຈາກ​ພໍ່​ແມ່. ຢາກ​ເອົາ​ຜົວ, ບັນ​ດາ​ນາງ​ສາວບໍ່​ພຽງ​ແຕ່​ກະ​ກຽມ​ຟືນ​ເທົ່າ​ນັ້ນ ຫາກຍັງ​ຕ້ອງ​ມີ​ຄວາມ​ຊຳ​ນານ​ງານ​ໃນ​ການ​​ຈັກ​ສານ, ຕ່ຳ​ແຜ່ນ​ແພ​ອີກ​ດ້ວຍ. ເມື່ອ​ບັນ​ດາ​ນາງ​ສາວ​ຮອດ​ເກນ​ອາ​ຍຸ​ຊອກ​ຫາ​ຄູ່​ຄອງ, ພົບ​ອ້າຍ​ບ່າວ​​ຜູ້ໃດ​ຊື່ງ​ຕົນ​ເອງ​ມັກ, ດ້ວຍ​ວິ​ທີ​ເລືອກ​ເອົາ​ທ່ອນ​ອ້ອຍ​ຫລື​ໝາກ​ແຕງ​ທີ່ປູກ​ຢູ່​ໄຮ່​ຫລື​ສາ​ລີ​ປີ້ງ.. ບັນ​ດາ​​ເຄື່ອງຂອງ​ເຫລົ່ານີ້ ຜູ້​ສາວ​ຕ້ອງ​ເອົາ​ໄປ​ເຖິງ​ເຮືອນ​ຣົງ(ສາ​ລາ​ບ້ານ)ເພື່ອມອບ​ໃຫ້​ຜູ້​ບ່າວ​ໂດຍ​ຊ່ອງ​ຫ​ນ້າ​ຂອງ​ຜູ້​ບ່າວ​​ໝົດ​ທຸກ​ຄົນ​ໃນ​ບ້ານ, ຜູ້​ສາວ​ເປັນ​ເຈົ້າ​ການ​ໃນ​ການ​​ເຊີນ​ຜູ້​ບ່າວ​ກິນ. ຖ້າ​ຫາກ​ຜູ້​ບ່າວຄົນ​ນັ້ນ​ຕົກ​ລົງ​ຈະ​ກິນ ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ໄດ້​ກາຍເປັນ​ຄູ່​ຮັກ​ກັນ​ແລ້ວ. ໃນ​ໄລ​ຍະ​ຄູ​່​ບ່າວ​ສາວ​​ພວມຊອກ​ຮູ້​ເຊິ່ງ​ກັນ ແລະ ກັນ ແລະ ຈະ​ມີຜູ້​​ທີ່ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ບ້ານ, ບໍ່​ແມ່ນ​ຍາດ​ຕິ​ພີ່​ນ້ອງ​ຂອງ​ສອງ​ຄອບ​ຄົວ​ຜູ້​ບ່າວ​ຜູ້​ສາວ ໄດ້​​ຫາງ​ຫາກະ​ກຽມ​​ເຄື່ອງ​ຂອງ​ ແລະ ຮັບ​ຜ​ິດ​ຊອບ​ເປັນ​ເຈົ້າ​ໂຄດ​ລຸງ​ຕາ. ງານດອງ​ຂອງ​ ຊາວ​ເຜົ່າ ແຢ໋​ຈຽງໄດ້​ແບ່ງ​ເປັນ 2 ​ຂັ້ນ​ຕອນ: ພິ​ທີ​​ສູ່​ຂໍ ແລະ ງານດອງ. ​ພິ​ທີ​ສູ່​ຂໍ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ໃນ​ຍາມ​ກາງຄື​ນ ຕາມ​ລຳ​ດັບ​​ແມ່ນດຳ​ເນີນ​ຢູ່​ເຮືອນ​ຂອງ​​ເຈົ້າບ່າວ​ແລ້ວ ຈຶ່ງ​ໄປ​ຈັດ​ຢູ່​ເຮືອນ​ຂອງ​​ເຈົ້າ​ສາວ ແລະ ຕ້ອງ​ປິດ​ລັບ. ທີ່​ພິ​ທີ​ສູ່​ຂໍ​ນີ້, ​ ເຈົ້າ​ໂຄດ​ລຸງ​ຕາ ທຳ​ພິ​ທີ​ ​ຂໍ​​ອະ​ນຸ​ຍາດເທວະ​ດາ​ຟ້າ​ແຖນ ແລະ ບັງ​ຄັບ​ໃຫ້​ຜູ້​ສາວ​ຕ້ອງ​ຮັບ​ຜິດ​ຊອບ​ການ​ຕັດ​ຄໍ​ໄກ່ ຊື່ງ​ແມ່ນ​ສັດ​ສິນ​ທີ່​ເປັນ​ມຸງ​ຄຸນຊື່ງ​ຄອບ​ຄົວ​ເຈົ້າ​ບ່າວມອບ​ໃຫ້. ພາຍ​ຫລັງ​ດຳ​ເນີນ​ພິ​ທີ​ສູ່​ຂໍ​ຢູ່​ເຮືອນ​ເຈົ້າ​ບ່າວ​ແລ້ວ, ຄອບ​ຄົວ​ເຈົ້າ​ສາວ​ມາ​ຕ້ອນ​ຮັບ​ຄອບ​ຄົວ​​ເຈົ້າ​ບ່າວ ແລະ ເຈົ້າ​ໂຄດ​ລຸງ​ຕາ ກັບ​ຄື​ນ​​ມາທຳ​ພິ​ທີ​ສູ່​ຂໍ​ຢູ່​ເຮືອນ​ຂອງ​ຕົນ. ເມື່ອ​ຮອດ​ມື້​ສັນ​ວັນ​ດີ, ງານດອງ​ໄດ້​ຈັດ​ຂຶ້ນ​ໃນ​ກາງ​ເວັນ. ຮອດ​ເວ​ລາ​ນີ້ ສິ່ງ​ສຳ​ຄັນ​ທີ່​ສຸດ ແມ່ນ​ສົ່ງ​ຟືນ​ຈາກ​ເຮືອນ​​ເຈົ້າສາວ​ໄປ​ຍັງ​ເຮືອນ​​ເຈົ້າ​ບ່າວ. ຕອບ​ຄືນ, ຄອບ​ຄົວ​ເຈົ້າບ່າວມອບ​ໃຫ້​ຄອບ​ຄົວ​ເຈົ້າສາວ ຂາ​ໝູ​ອັນ​ຫ​ນຶ່ງ ແລະ ເຂົ້າ​ສານ, ເກືອ, ໝາກ​ເຜັດ​​ຫ​ນ້ອຍ​ຫ​ນຶ່ງພ້ອມ​ກັບກວດ​ເຫລົ້າ, ໝາກ​ນ້ຳ​ເຕົ້າ​ຫ​ນື່ງກວດ ເພື່ອ​ໃຫ້​ຄອບ​ຄົວ​​ເຈົ້າ​ສາວ​ເອົາ​ເມືອ​ບ້ານ. ພາຍ​ຫລັງ​ທຳ​ພິ​ທີສູ່​ຂໍ​ສຳ​ເລັດ​ແລ້ວ, ​ຄອບ​ຄົວ​ເຈົ້າ​ບ່າວ ແລະ ຄອບ​ຄົວ​ເຈົ້າ​ສາວອວຍ​ພອນ​ກັນ​ດ້ວຍ​ການ​ຂັບ​ກ້ຽວກັນ​ຈົນ​​ເຖິງ​ຕອນ​ທ່ຽງ. ອ້າຍດ​ວານ​ຮ່​ວາຍ​ທວດ, ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ງານດອງ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ໃຫ້​ຮູ້​ວ່າ: ຍາກ​ທີ່​​ຈະມີ​​ຜູ້​ຄົນ​ໃດ​ຢູ່​ເຂດ​ທົ່ງ​ພຽງ​​ໄດ​້ມີ​ໂອ​ກາດ​​ເຂົ້າ​ຮ່ວມ​ງານດອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ແມ​່ນ​ຫ​ນຶ່ງໃນ​ຈຳ​ນວນ 54 ຊົນ​ເຜົ່າ​ຂອງ​ຫວຽດ​ນາມ​. ອ້າຍ ດ່​ວານ​ຮ​ວ່າຍ​ທວດ ເລົ່າ​ສູ່​ຟັງ​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມລາຍ​ການ​ຟ້ອນ​ໃນ​​ມື້​ຈັດງານ​ດອງ​ຂອງ​ຊົນ​ເຜົ່າ ແຢ໋​ຈຽງ. ດ້ວຍ​ບັນ​ດາ​ຈັ່ງ​ຫວະ ວາດ​ຟ້ອນ​ທີ່​ແປກ​ປະ​ຫລາດ​​​ຂອງ​ຊາວເຜົ່າ, ສະ​ນັ້ນ ເມື່ອ​ໄດ້​ເຂົ້າ​ຮ່ວມ​ເຕັ້ນ​ລຳ​ພ້ອມ​ກັບ​ປະ​ຊາ​ຊົນ​ຢູ່​ທີ່ນີ້ ຂ້າ​ພະ​ເຈົ້າ​ຮູ້​ສຶ​ກ​ພາກ​ພ​ູ​ມ​ໃຈຫລາຍ.”

ປະເພນີ“ຟືນສິນສອດ”ໃນພິທີສູ່ຂໍ,ງານດອງຂອງຊາວເຜົ່າແຢ໋ຈຽງ - ảnh 2
ຜູ້​ສາວ​ຊາວ​ເຜົ່າ ແຢ໋​ຈຽງ ກຽມຟືນ​ສິ​ນ​ສອດ

        ປ​ະ​ຈ​ຸ​ບັນ, ປະ​ເພ​ນີ “ຟືນ​ສິ​ນ​ສອດ​” ຂອງ​ຊາວ​ເຜົ່າ​ແຢ໋​ຈຽງ ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມ​ລັກ​ສະ​ນະ​ເປັນ​ສັກ​ຍາ​ລັກ. ໃນ​ໂອ​ກາດ​ງານດອງ​ຂອງ​ບັນ​ດາ​ຄູ່​ຜົວ​ເມຍ​ຫ​ນຸ່ມ, ຄອບ​ຄົວເຈົ້າ​ສາວ​ພຽງ​ກະ​ກຽມ​ຟືນ​ແຕ່ 10 – 15 ມັດ​ເພື່ອ​ໃຫ້​​ເຈົ້າ​ສ​າວເອົາ​ໄປ​ ມອບ​ໃຫ້​ຄອບ​ຄົວ​ເຈົ້າ​ບ່າວ. ສິ່ງນີ້​ໄດ້​ຈັດ​ເຂົ້າ​ຂະ​ນົບ​ທຳ​ນຽ​ມ​ຂອງ​ໝູ່​ບ້ານ, ຜ່າ​ນນັ້ນ ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ເອື້ອຍ ອີ​ຮົ່ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ ດັກ​ຢຸກ, ເມືອງງອກ​ໂຮ່ຍ ແຂວງກອນ​ຕູມ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ປະ​ເພ​ນີ​ຫາ​ຟືນ​ສິນ​ສອດຂອງຊາວ​ເຜົ່າ ແຢ໋​ຈຽງໄດ້​ນຳ​ເຂົ້າ​​ໃນມະ​ຕິ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ. ແລະ ປະ​ລິ​ມານ​ຟືນ​ທີ່​ຫາ​ມາ​ໄດ້ກໍ່​ຫລຸດ​ລົງ​ແລ້ວ ​ເຫລືອພຽງ​​ແຕ່ 10 -15 ມັດ​ເທົ່າ​ນັ້ນ. ໝາຍ​ຄວາມ​ວ່າ ພຽງ​​ແຕ່​ຫາ​ມາ​ເປັນ​ສັກ​ຍາ​ລັກ​ເພື່ອ​ທັງຮັກ​ສາ​ສິ່ງ​ແວດ​ລ້ອມ, ​ທັງຮັບ​ປະ​ກັນ​ໃຫ້​ຕົ້ນ​ໄມ້​ໃນ​ປ່າ​ພັດ​ທະ​ນາ.”

        ປະ​ເພ​ນີ “​ຟືນ​ສິນ​ສອດ” ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ບໍ່​ພຽງ​ແຕ່​ແມ່ນ​ຮີດ​ຄອງ​ປະ​ເພ​ນີ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ອີກ​ດ້ວຍ. ນັ້ນ​ແມ່ນ​ໄມ້​​ຫາວັດ​ແທກ​ເນື້ອ​ແທ້ ແລະ ບຸກ​ຄະ​ລີ​ກະ​ພາບ​ຂອງ​ບັນ​ດາ​ນາງ​ສາວ​ຊາວ​ເຜົ່າ ແຢ໋​ຈ​ຽງ ບໍ່​ພຽງ​ແຕ່​ເປັນຂີດ​ໝາຍ​​ແຫ່ງການ​ເຕີບ​​ໃຫ​ຍ່​ຂອງ​ຜູ້​ສາວ, ຜູ້​ບ່າວເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ກ່ຽວ​ກັບ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ໃນ​ຊີ​ວິດ​ອີກ​ດ້ວຍ. ປະ​ຈຸ​ບັນ​ຊີ​ວິດ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ແລ້ວ, ຊາວ​ເຜົ່າ ແຢ໋​ຈ​ຽງ ຍັງ​ຄົງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີອັ​ນ​ດີ​ງາມນີ້ ຄື​ດັ່ງ​ສານ​ແຫ່ງ​ຄວາມ​ຮັກ​ທີ່​ລ້ຳ​ຄ່າ​ໃນ​ງານດອງ​ຊື່ງບໍ່​ມີ​ສິ່ງ​ຂອງ​ໃດ​​ສາ​ມາດ​ທົດ​ແທນ​ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ