ປະເພນີສູ່ຂໍ, ງານດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໝາງ ຢູ່ ລາຍເຈົາ

(VOVWORLD) -ພໍ່ແມ່ຂອງເຈົ້າສາວເອົາໄກ່ຜູ້ໄກ່ແມ່ຄູ່ໜຶ່ງໃຫ້ລູກສາວເພື່ອເຮັດແນວ, ດ້ວຍຄວາມປາດຖະໜາວ່າ ຊີວິດຂອງຄູ່ສ້າງຄອບຄົວໃໝ່ຈະມີຄວາມສຸກ

ຊົນເຜົ່າ ໝາງ ແມ່ນຊົນເຜົ່າທີ່ມີພົນລະເມືອງໜ້ອຍ ດຳລົງຊີວິດຕົ້ນຢູ່ບັນດາເມືອງ ສິ່ນໂຮ່, ເມື່ອງແຕ່, ຟອງຖ, ເມື່ອງໄລ, ແຂວງ ລາຍເຈົາ, ຫວຽດນາມ. ກໍຄືກັນກັຊົນເຜົ່າອ້າຍນ້ອງອື່ນໆ, ຊາວເຜົ່າ ໝາງ ມີຈຸດວັດທະນະທຳຊົນເຜົ່າຫຼາຍຢ່າງທີ່ເປັນເອກະລັກສະເພາະ ແລະ ໄດ້ຮັບຄວາມເຄົາລົບນັບຖື ແລະອະນຸລັກຮັກສາກພໍ່ແມ່ພີ່ນ້ອງມາເຖິງປັດຈຸບັນ. ປະເພນີສູ່ຂໍ, ງານດອງຂອງຊາວເຜົ່າ ໝາງ ູ່ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ, ແຂວງ ລາຍເຈົາ ແມ່ນຕົວຢ່າງໜຶ່ງ. ບົດຂຽນຂອງ ແຈ໋ທູ, ນັກຂ່າວ VOV.

        ຕາມປົກກະຕິແລ້ວ ຊາວເຜົ່າ ໝາງເຄີຍເລືອກເອົາມື້ແຕ່ງດອງໃນຈຸດເວລາທີ່ລະດູທຳການຜະລິດໄດ້ເກັບກ່ຽວສຳເລັດ. ມື້ແຕ່ງດອງຕ້ອງແມ່ນມື້ສັນວັນດີ, ໄລຍະເວລາແມ່ນປະມານແຕ່ເດືອນ 10 (ໄລ່ຕາມຈັນທະປະຕິທິນ)ຂອງປີທີ່ແລ້ວຫາເດືອນ 3 ຂອງປີຕໍ່ມາ . ໃນມື້ແຕ່ງດອງ ທາງຝ່າຍເຈົ້າບ່າວຈະນຳເອົາເຄື່ອງຂອງໃນການເຮັດພິທີມາເຮືອນຝ່າຍຍິງ ເຊິ່ງລວມມີ: ເງິນກີບຂາວ 20 ຫຼຽນ, ໝູໜັກ 200 kg, ໄກ່ ແຕ່ 9 – 11 ໂຕ, ເຫຼົ້າໄຫ 1 ໄຫ, ເຂົ້າສານໜຽວ 20 kg ແລະ ແຜ່ນແພເປັນຈຳນວນຫຼາຍ... ສິ່ງທີ່ສຳຄັນກວ່າໝູ່ໃນຈຳນວນເຄື່ອງຂອງເຮັດພິທີທີ່ຝ່າຍເຈົ້າບ່າວນຳມາເຮືອນຝ່າຍເຈົ້າສາວນັ້ນ ແມ່ນຊີ້ນກະຮອກ 2 ມັດ ຫຼື ຊີ້ນໜູປ່າທີ່ໄດ້ຕາກແຫ້ງແລ້ວ, ກະຮອກ ແລະ ໜູລວມກັນແລ້ວປະມານ 30    ໂຕຂຶ້ນໄປ. ຊີ້ນແຕ່ລະມັດ ຈະມັດດ້ວຍເສັ້ນຝ້າຍສີແດງ ແລະ ສີດຳມັດໃສ່ນຳກັນ. ໃນນັ້ນ ເສັ້ນຝ້າຍສີແດງເປັນສັນຍາລັກໃຫ້ແກ່ເຈົ້າບ່າວ ແລະ ເສັ້ນຝ້າຍສີດຳເປັນສັນຍາາລັກໃຫ້ແກ່ເຈົ້າສາວ. ກ່ອນຈະຮັບປະທານອາຫານ, ທາງຄອບຄົວຝ່າຍເຈົ້າບ່າວ ເຊິ່ງລວມມີ ເຈົ້າໂຄດລຸງຕາ, ເຈົ້າບ່າວ ແລະ ຕາງໜ້າຝ່າຍເຈົ້າບ່າວຄຸເຂົ່າກາບລົງຕໍ່ໜ້າ ພໍ່ເຖົ້າແມ່ເຖົ້າ ພໍ່ແມ່ຂອງເຈົ້າສາວ ເພື່ອສະແດງຄວາມຮູ້ບຸນຄຸນທີ່ເຂົາເຈົ້າໄດ້ໃຫ້ກຳເນີດຍິງສາວຜູ້ທີ່ງາມທັງກາຍ ແລະ ໃຈ ຫຼັງຈາກນັ້ນ ຕໍ່ຫນ້າການເປັນສັກຂີພິຍານຂອງພໍ່ແມ່ພີ່ນ້ອງທີ່ໄດ້ມາຮ່ວມພິທີງານດອງ, ຝ່າຍເຈົ້າບ່າວຍັງຄົງສືບຕໍ່ຄຸເຂົ່າກາບທຸກຄົນເພື່ອຂອບອົກຂອບໃຈ ແລ້ວກໍຂໍຮັບໃພ້ໃໝ່ເມືອເຮືອນຜົວ. ລຸງ ຈີ່ນແມແລງ ເຊິ່ງເປັນປະຊາຊົນຢູ່ບ້ານ ນ້ຳໂອ, ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ ໃຫ້ຮູ້ວ່າ:

 “ຕອນແລງຂອງມື້ຈັດງານດອງນັ້ນ ທາງຝ່າຍເຈົ້າບ່າວຕ້ອງນເອົບັນດາເຄື່ອງຂອງໃນການເຮັດພິທີມາເຮືອນຝ່າຍຍິງຢ່າງຄົບຖ້ວນ ຄື ເງິນຂາວ, ເຫຼົ້າ, ເຂົ້າສານ.... ຕອນຄ່ຳ ທາງຄອບຄົວຝ່າຍຍິງຈະຂ້ໄກ່ຜູ້ເພື່ອເຊື້ອເຊີນທາງຝ່າຍຊາຍ, ຫຼັງຈາກນັ້ນແລ້ວ ຈະເບິ່ງຫົວ ແລະ ຕີນຂອງໄກ່ນັ້ນ, ້າຫາກງາມດີ ແມ່ນຮຸ່ງເຊົ້າມື້ຕໍ່ມາກຈະໃພ້ເມືອເຮືອນຜົເລີຍ”.

ປະເພນີສູ່ຂໍ, ງານດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໝາງ ຢູ່ ລາຍເຈົາ - ảnh 1ເຄື່ອງຂອງທີ່ຝ່າຍເຈົ້າບາວນຳມາເຮັດພິທີຢູ່ເຮືອນເຈົ້າສາວ

(ພາບ: Tienphong.vn)

ພາຍຫຼັງຈັດງານແຕ່ງດອງຢູ່ເຮືອນຝ່າຍເຈົ້າສາວແລ້ວ, ກ່ອນຈະພາເຈົ້າສາວອອກຈາກເຮືອນ, ຕາງໜ້າຝ່າຍເຈົ້າສາວຈະຊອກທຸກວິທີເພື່ອທາຂີ້ໝີ້ນໝໍ້ໃສ່ໜ້າ, ສາດນ້ຳ ແລະ ທາຂີ້ຕົມໃສ່ເຈົ້າໂຄດລຸງຕາ, ຂະບວນທີ່ມາຮັບໃພ້. ຊາວເຜົ່າ ໝາງ ມີຄວາມສຳນຶກວ່າ ພາໃພ້ລົງເຮືອນແມ່ນຕ້ອງສ້າງເຄື່ອງໝາຍ ເພື່ອບໍ່ໃຫ້ເທວະດາເຫັນ ແລະ ກີດຂວາງ. ຍ້ອນແນວນັ້ນ, ຈຶ່ງທາຂີ້ໝີ້ນໝໍ້ໃສ່ໜ້າ ແລະ ທາຂີ້ຕົມໃສ່ຜູ້ທີ່ມາຮັບໃພ້ຍິ່ງຫຼາຍເທົ່າໃດ ກໍຍິ່ງດີ. ໃນຕອນແລງມື້ທີສອງຂອງການຈັດງານດອງນັ້ນ, ແມ່ຜົວ ແລະ ບັນດາພີ່ປ້ານ້າອາ ຈະພ້ອມກັບຜູ້ຊາຍ 3 ຄົນ ແລະ ຜູ້ຍິງ 2 ຄົນໄປຕ້ອນຮັບຂະບວນທີ່ພາໃພ້ມາຢູ່ແຄມທາງ ເພື່ອສືບຕໍ່ຈັດງານດອງຢູ່ເຮືອນຂອງຕົນ. ເຄື່ອງຂອງຊັບສົມບັດທີ່ພໍ່ແມ່ໃຫ້ລູກສາວຊາວເຜົ່າໝາງ ຖືມາເຮືອນຜົວ ລວມມີ: ກະພາທີ່ສານດ້ວຍຫວາຍເພື່ອໃສ່ເຄື່ອງນຸ່ງ, ແຜ່ນແພເຂັມດ້າຍ, ພ້ອມກັບມີດ, ຈົກ, ໝໍ້ ເຊິ່ງແມ່ນບັນດາເຄື່ອງໃຊ້ທີ່ພໍ່ແມ່ເຈົ້າສາວໄດ້ມອບໃຫ້, ດ້ວຍຄວາມຫວັງວ່າ ເມື່ອລູກສາວສ້າງຄອບຄົວແລ້ວ ຈະຮູ້ຈັກເກັບອອມ ແລະ ຈະມີຊີວິດການເປັນຢູ່ທີ່ ອີ່ມໜຳສຳລານສົມບູນພູນສຸກ. ນອກຈາກນັ້ນ, ພໍ່ແມ່ຂອງເຈົ້າສາວເອົາໄກ່ຜູ້ໄກ່ແມ່ຄູ່ໜຶ່ງໃຫ້ລູກສາວເພື່ອເຮັດແນວ, ດ້ວຍຄວາມປາດຖະໜາວ່າ ຊີວິດຂອງຄູ່ສ້າງຄອບຄົວໃໝ່ຈະມີຄວາມສຸກ. ບັນດາເຄືຶ່ອງຂອງຂອງເຈົ້າສາວເຫຼົ່ານີ້ ແມ່ນທາງຝ່າຍຊາຍ 5 ຄົນຈະຊ່ວຍກັນຖືກັບເມືອເຮືອນຜົວ.

ປະເພນີສູ່ຂໍ, ງານດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໝາງ ຢູ່ ລາຍເຈົາ - ảnh 2ທາຂີ້ໝີ້ນໝໍ້ໃສ່ໜ້າ, ສາດນ້ຳ ແລະ ທາຂີ້ຕົມໃສ່ເຈົ້າໂຄດລຸງຕາຄະນະມາຮັບໃພ້ 

(ພາບ:Tienphong.vn)

ເມື່ອຄະນະຮັບໃພ້ມາຮອດເຮືອນເຈົ້າບ່າວ ຈະໄດ້ແບ່ງອອກເປັນສອງຂະບວນ, ຂຶ້ນຂັ້ນໄດທີ່ສະຫງວນໃຫ້ຍິງ - ຊາຍສະເພາະ. ຢູ່ຕີນຂັ້ນໄດຈະມີຄົນໃນເຮືອນຝ່າຍຊາຍເຊີນດື່ມເຫຼົ້າ 2 ຈອກ ເພື່ອຂອບອົກຂອບໃຈທຸກຄົນທີ່ໄດ້ມາຮ່ວມງານດອງ. ເມື່ອເຂົ້າໄປເຮືອນ, ແມ່ຜົວຈະຈູງລູກໃພ້ເຂົ້າຫ້ອງນອນທັນທີ, ເມື່ອຮອດເວລາກິນເຂົ້າ ເຈົ້າສາວກໍອອກມາແຕ່ງກິນ, ຈັດແຈງນຳກັນ. ພິເສດສິ່ງທີ່ຕ່າງກັນກັບງານແຕ່ງດອງຂອງຊົນເຜົ່າອື່ນແມ່ນ ເມື່ອຮອດເວລາກິນເຂົ້າ ຄູ່ຜົວເມຍໃໝ່ຕ້ອງແຕ່ງກິນເອງຕ່າງຫາກ. ເພາະພໍ່ແມ່ພີ່ນ້ອງມີຄວາມສຳນຶກວ່າ ຖ້າແຕະຕ້ອງເຖິງອາຫານຂອງແຂກພຽງແຕ່ໜ້ອຍດຽວນັ້ນ ພາຍຫຼັງທີ່ເກີດລູກອອກມາຈະລ້ຽງຍາກ, ທຳມາຫາກິນບໍ່ສະດວກ. ແຂກທີ່ມາຮ່ວມງານ ເຊິ່ງນຳເອົາຂອງຂວັນມາມອບໃຫ້ຄູ່ບ່າວສາວໃນມື້ແຕ່ງງານນັ້ນ ແມ່ນຂຶ້ນກັບສະພາບເງື່ອນໄຂຂອງຄອບຄົວ, ຕົ້ນຕໍແມ່ນ ຂອງຂວັນທີ່ເຂົາເຈົ້າເຮັດເອງ, ແລ້ວທຸກຄົນກໍພ້ອມກັນຍົກຈອກເພື່ອອວຍພອນໃຫ້ຄູ່ບ່າວສາວ. ພາຍຫຼັງຮັບປະທານອາຫານແລ້ວ ທຸກຄົນກໍຂັບກ້ຽວນຳກັນດ້ວຍຄວາມປາດຖະໜາວ່າ ທັງສອງຝ່າຍຈະບໍ່ໃຫ້ຖືຊາຄວາມຂາດຕົກບົກຜ່ອງ ແລະ ຮ້ອງລຳທຳເພງບັນດາບົດເພງບອກສອນ, ອວຍພອນໃຫ້ຄູ່ບ່າວສາວຈົ່ງມີຄວາມສຸກ. ລາຍການຮ້ອງເພງຫາກໍ່ສິ້ນສຸດ, ກໍແມ່ນເວລາທີ່ພິທີຈັດງານດອງມາຮອດນີ້ເປັນອັນວ່າສຳເລັດ. ເອື້ອຍ ລີ໋ມີ່ ຢູ່ ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ ໃຫ້ຮູ້ວ່າ:

 “ປະເພນີສູ່ຂໍ, ງານດອງຂອງາວເຜົ່າ ໝາງ ມີຄວາມເປັນເອກະລັກສະເພາະທີ່ສຸດ. ຂ້າພະເຈົ້າຮູ້ສຶກມີຄວາມເອອ້າງທະນົງໃຈທີ່ສຸດ ຍ້ອນວັດທະນະອັນດີງາມຫຼາຍຢ່າງຂອງຊົນເຜົ່າຕົນທີ່ຍາມໃດກໍຮັກສາລັກສະນະສີສັນເພາະທີ່ມີໄວ້ໄດ້”.

ປະເພນີສູ່ຂໍງານດອງຂອງຊາວເຜົ່າ ໝາງ ໃນເມື່ອກ່ອນໄດ້ຈັດເປັນເວລາ 4 ມື້ 4 ຄືນ ຢູ່ເຮືອນທັງສອງຝ່າຍເຈົ້າບ່າວ ແລະ ຝ່າຍເຈົ້າສາວ. ແຕ່ມາໃນປັດຈຸບັນ ໂດຍປະຕິບັດຕາມແບບແຜນດຳລົງຊີວິດວັດທະນະທຳແບບໃໝ່, ປະຢັດມັດທະຍັດໃນວຽກງານສູ່ຂໍງານດອງ, ສະນັ້ນ ພໍ່ແມ່ພີ່ນ້ອງຈັດພິທີພຽງແຕ່ 2 ມື້ 2 ຄືນເທົ່ານັ້ນ. ຕາມການເວລາ, ວັດທະນະທຳອັນດີງາມໃນປະເພນີສູ່ຂໍ, ງານດອງຂອງພໍ່ແມ່ປະຊາຊົນຊາວເຜົ່າ ໝາງ ຢູ່ ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ, ແຂວງ ລາຍເຈົາ ຍັງຄົງໄດ້ຮັກສາໄວ້ ແລະ ສືບທອດກັນມາແຕ່່ຄົນລຸ້ນນີ້ເຖິງຄົນລຸ້ນອື່ນ. ຖ້າມີໂອກາດໄດ້ຮ່ວມມ່ວນຊື່ນໃນງານແຕ່ງດອງຂອງພໍ່ແມ່ປະຊາຊົນຊາວເຜົ່າ ໝາງ ແມ່ນແນ່ນອນວ່າແຂກທ່ອງທ່ຽວຈະມີບັນດາອານຸສອນດ້ານວັດທະນະທຳທີ່ເປັນເອກະລັກສະເພາະຍາກທີ່ຈະຫລົງລືມໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ