(vovworld) - ຊາວເຜົ່ານຸ່ງມີສີສັນວັດທະນະທຳ ແລະ ຮີດຄອງປະເພນີສະເພາະ, ດັ່ງນັ້ນໃນງານແຕ່ງດອງຂອງເຂົາເຈົ້າກໍ່ມີຈຸດທີ່ເປັນເອກະລັກສະເພາະ. ໃນເມື່ອກ່ອນ, ບ່າວສາວຊາວເຜົ່ານຸ່ງເອົາກັນແມ່ນຕາມການຈັດວາງຂອງພໍ່ແມ່, ແຕ່ມາຮອດປະຈຸບັນ, ມີປະເພນີທີ່ຫຼ້າຫຼັງຫຼາຍຢ່າງໄດ້ຖືກລົບລ້າງໄປແລ້ວ, ບ່າວສາວຊາວເຜົ່ານຸ່ງມີຄວາມເສລີໃນການຊອກຮູ້ເພື່ອສ້າງຄອບຄົວນຳກັນ
ຄອບຄົວຝ່າຍເຈົ້າບ່າວຕ້ອນຮັບເຈົ້າສາວ
(ພາບ: ອິນເຕີແນດ)
ບ່າວສາວຊາວເຜົ່ານຸ່ງ ເມື່ອມີອາຍຸປະມານ 15-16 ປີ ເຄີຍຊອກຮູ້ກັນຜ່ານການໄປເຮັດໄຮ່ ຫຼືເຂົ້າຮ່ວມງານບຸນຕ່າງໆ. ເຂົາເຈົ້າສະແດງຄວາມຮັກຂອງຕົນຜ່ານທຳນອງເພງພື້ນເມືອງຂອງຊົນເຜົ່ານຸ່ງເຊັ່ນຂັບ ສຼີ, ຂັບເລື້ອນ. ໃນຊີວິດການເປັນຢູ່, ເລື່ອງສົມລົດສຳລັບຊາວເຜົ່ານຸ່ງແມ່ນສຳຄັນທີ່ສຸດ. ຊາວເຜົ່ານຸ່ງອະນຸຍາດໃຫ້ລູກຫຼານມີສິດເສລີໃນການເລືອກເຟັ້ນຜົວ, ເມຍໃຫ້ຕົນ, ແຕ່ຫຼັງຈາກນັ້ນຕ້ອງໄດ້ຮັບຄວາມເຫັນດີຈາກພໍ່ແມ່ທັງສອງຝ່າຍ. ທ່ານ ເລືອງວັນທຽດ, ພະນັກງານຄົ້ນຄ້ວາວັດທະນະທຳຊົນເຜົ່ານຸ່ງຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ:
“ເມື່ອຄູ່ບ່າວສາວຊອກໄດ້ຜູ້ຖືກໃຈແລ້ວ, ເຂົາເຈົ້າຈະມອບອັນໃດອັນໜຶ່ງໃຫ້ກັນເພື່ອເປັນຂອງໝັ້ນ. ບາງເທື່ອຜູ້ຊາຍຈະເອົາໝວກ, ຫຼືປອກແຂນຂອງຜູ້ຍິງ, ສ່ວນຜູ້ສາວຈະເອົາຜ້າບີງຂອງຜູ້ຊາຍເພື່ອເປັນຂອງໝັ້ນ. ພາຍຫຼັງຜູ້ບ່າວແຈ້ງໃຫ້ຄອບຄົວກ່ຽວກັບຜູ້ສາວທີ່ຕົນຮັກແລ້ວ. ຄອບຄົວຜູ້ບ່າວຈະຊອກຮູ້ຕື່ມກ່ຽວກັບຄອບຄົວຂອງຜູ້ສາວນັ້ນ, ເພື່ອຮູ້ວ່າຄອບຄົວຜູ້ສາວຄືແນວ, ເໝາະສົມຫຼືບໍ່, ຜູ້ສາວນັ້ນດຸໝັ່ນຫຼືບໍ? ແລະມີວຽກງານໜຶ່ງສຳຄັນທີ່ສຸດນັ້ນແມ່ນ. ຜູ້ຊາຍເມື່ອເອົາເມຍຕ້ອງມີລູກ, ດັ່ງນັ້ນຄອບຄົວຜູ້ຊາຍຕ້ອງຮູ້ຈັກວ່າຜູ້ສາວນັ້ນມີສຸຂະພາບແຂງແຮງບໍ? ຖ້າຫາກຄອບຄົວຜູ້ສາວມີລູກຫຼານຫຼາຍຄົນ, ໝາຍຄວາມວ່າຜູ້ສາວນັ້ນຈະເກີດລູກງ່າຍ .“
(ພາບ: ອິນເຕີແນດ)
ຖ້າຫາກວຽກງານທຸກຢ່າງສະດວກ, ທັງສອງຝ່າຍບ່າວສາວຈຶ່ງປຶກສາກ່ຽວກັບການດຳເນີນວຽກງານກະກຽມໃຫ້ງານດອງ. ໃນການສົມລົດ, ຄອບຄົວຜູ້ຊາຍຕ້ອງຕອບສະໜອງເຄື່ອງຂອງທັງໝົດໃນພິທີຕ່າງໆເຊັ່ນ: ພິທີຂໍເມຍ, ພິທີໝັ້ນເມຍ, ພິທີງານດອງ, ແລະປະເພນີອື່ນອີກຈຳນວນໜຶ່ງຕາມຄວາມຮຽກຮ້ອງຂອງຄອບຄົວຜູ້ສາວ. ເຮັດໄດ້ຄືແນວນັ້ນ, ລູກໃພ້ຈຶ່ງໄດ້ຮັບຖືເປັນສຳຄັນ ແລະ ສ້າງຄວາມເປັນກຽດສະຫງ່າໃຫ້ແກ່ພໍ່ແມ່, ຍາດຕິພີ່ນ້ອງ. ພິທີໝັ້ນເມຍຖືກດຳເນີນພາຍຫຼັງພິທີຂໍເມຍຢ່າງໜ້ອຍສຸດແມ່ນສອງສາມເດືອນ. ໃນພິທີນີ້, ຄອບຄົວທັງສອງຝ່າຍຈະປຶກສາຫາລືວຽກງານຕ່າງໆເຊັ່ນ: ເຄື່ອງຂອງງານດອງແມ່ນມີຫຍັງ, ຄ່າດອງ, ຄ່າສິນສອດແມ່ນຫຍັງ, ວັນແຕ່ງງານ, ເວລາຕ້ອນຮັບເຈົ້າສາວ…
ງານດອງຂອງຊາວເຜົ່ານຸ່ງຖືກດຳເນີນໃນເວລາ 3 ວັນ ແລະ ມີປະເພນີທີ່ເປັນມູນເຊື້ອຫຼາຍຢ່າງຍັງຄົງໄດ້ຮັບການຮັກສາໄວ້. ຕາມປະເພນີແລ້ວ, ຄອບຄົວຝ່າຍເຈົ້າບ່າວຕ້ອງເລືອກເຟັ້ນ ”ໝໍຮັບ” ແລະ ຄອບຄົວເຈົ້າສາວຕ້ອງເລືອກເຟັ້ນ “ໝໍ“ ສົ່ງ. ຄອບຄົວຂອງທັງໝໍສົ່ງ ແລະ ໝໍຮັບລ້ວນແຕ່ມີຄວາມຜາສຸກ, ມີທັງລູກສາວ ແລະ ລູກຊາຍ. ທ່ານ ໂລກກົງຮຸ່ງ, ຊາວເຜົ່ານຸ່ງຢູ່ລ້າງເຊີນ, ຜູ້ທີ່ເຄີຍໄດ້ຮັບເຊີນເປັນໝໍຮັບໃນງານດອງ, ໃຫ້ຮູ້ວ່າ:
“ຕາມປະເພນີຂອງຊາວເຜົ່ານຸ່ງຢູ່ທີ່ນີ້, ໃນພິທີຕ້ອນຮັບເຈົ້າສາວຕ້ອງມີໂຕໝູປິ່ນຢ່າງເດັດຂາດ. ສ່ວນໃນພິທີສົ່ງຫຼານໃພ້ມາຄອບຄົວເຈົ້າບ່າວຢ່າງເປັນທາງການແມ່ນຕ້ອງມີເຂົ້າໜຽວ ແລະ ໄກ່ຕົ້ມ. ຕາມປະເພນີ, ໝໍສົ່ງ ແລະ ໝໍຮັບຕ້ອງພົບປະກັນແຕ່ຕອນຄຳ່ຂອງມື້ກ່ອນນັ້ນເພື່ອກະກຽມໃຫ້ພິທີສົ່ງຮັບເຈົ້າສາວ“.
ໃນພິທີສົ່ງ ແລະ ຮັບເຈົ້າສາວ, ຄະນະຄອບຄົວເຈົ້າບ່າວໄປຍັງຄອບຄົວເຈົ້າສາວໂດຍໝໍຮັບນຳໜ້າ, ຖັດມາແມ່ນແມ່ປ້າທີ່ເປັນສັນຍາລັກໃຫ້ບຸນທຳ, ແລະ ເຈົ້າບ່າວ. ໃນຄະນະນັ້ນຍັງມີຜູ້ບ່າວສອງຄົນຫາມໝູປິ່ນ 1 ໂຕ, ຊາຍຜູ້ໜຶ່ງແບກຫາບເຂົ້າໜຽວ, ສາວຜູ້ໜຶ່ງແບກຫາບໄກ່ຕອນ 8 ໂຕ, ໄກ່ຕົ້ມ 1 ໂຕ, ແພໄໝສີບົວ ແລະ ແຜ່ນແພທີ່ສວຍງາມ. ໃນເມື່ອກ່ອນ, ຊາວເຜົ່ານຸ່ງຍັງມີປະເພນີທີ່ວ່າ, ເມື່ອໃກ້ຈະໄປຮອດເຮືອນຂອງຄອບຄົວເຈົ້າສາວ, ຈະມີເດັກນ້ອຍກຸ່ມໜຶ່ງເນັ່ງເຊືອກຂວາງທາງເພື່ອຂໍເງິນຄອບຄົວເຈົ້າບ່າວ, ຫຼັງຈາກນັ້ນຈຶ່ງເປີດທາງໃຫ້ໄປຕໍ່. ເມື່ອໄປຮອດປະຕູຂອງຄອບຄົວເຈົ້າສາວ, ຜູ້ນຳໜ້າຄະນະຄອບຄົວເຈົ້າບ່າວເຄີຍຂັບຮ້ອງທຳນອງເພງ ສຼີເພື່ອເປັນສັນຍານໃຫ້ຄອບຄົວເຈົ້າສາວຮູ້. ສ່ວນຄອບຄົວເຈົ້າສາວກໍ່ຈັດໃຫ້ຜູ້ໜຶ່ງອອກເບິ່ງ, ຖ້າເຫັນວ່າຄອບຄົວເຈົ້າບ່າວນຳເອົາເຄື່ອງຂອງມາຢ່າງຄົບຖ້ວນຕາມຄວາມຮຽກຮ້ອງຂອງຄອບຄົວຜູ້ສາວແລ້ວຈະເປີດປະຕູໃຫ້ເຂົ້າເຮືອນ.
ພາຍຫຼັງຮັບເອົາເຄື່ອງຂອງ, ຄອບຄົວເຈົ້າສາວຈະດຳເນີນພິທີລາຍງານກັບບັນພະບຸລຸດ. ໝໍຜີຝ່າຍຄອບຄົວຜູ້ສາວຂຽນຊື່ເຈົ້າສາວ, ເຈົ້າບ່າວໃສ່ຢັນ ແລ້ວມັດດ້ວຍເຈ້ຍສີບົວ, ເປັນສັນຍາລັກໃຫ້ກາມມະເທບທີ່ໄດ້ພາໃຫ້ເຂົາເຈົ້າກາຍເປັນຜົວເມຍ. ໝໍຜີກໍ່ໄດ້ພາວະນາຂໍບັນພະບຸລຸດໃຫ້ຄູ່ບ່າວສາວມີຄວາມຜາສຸກ.
ໂດຍຕ່າງກັບຊົນເຜົ່າອື່ນໆຈຳນວນໜຶ່ງ, ຊາວເຜົ່ານຸ່ງມີລູກສາວໄປເອົາຜົວ. ຄອບຄົວຜູ້ສາວຕ້ອງຊື້ຕູ້, ຕຽງ, ຜ້າຫົ່ມ, ຜ້າກັ້ງ, ໂສ້ງເສື້ອ, ໝໍ້ແຫກແຕດໂພະ, ຖ້ວຍຈານຢ່າງພ້ອມພຽງ. ທ່ານ ຮ່ວາງຈ້ຽວ, ຊົນເຜົ່ານຸ່ງຢູ່ຕາແສງ ຈີລັງ, ລ້າງເຊີນ, ໃຫ້ຮູ້ວ່າ:
“ເມື່ອພາຫຼານມາເຮືອນຜົວ, ຕາມປະເພນີກ່ອນນີ້ແມ່ນຕ້ອງເອົາຫີບໂສ້ງເສື້ອ, ຜ້າເຊັດໜ້າ, ຄ່າດອງ, ຄ່າສິນສອດໄປນຳ. ແຕ່ປະຈຸບັນ, ເຄື່ອງຂອງເຫຼົ່ານັ້ນຖືກນຳໄປກ່ອນແລ້ວ. ພາລູກມາຮອດເຮືອນຜົວກໍ່ຕ້ອງທຳພິທີຖະຫວາຍທູບທຽນຂໍໃຫ້ຫຼານໄດ້ຮັບເຂົ້າໃນວົງຕະກຸນຂອງຜົວ“.
ເມື່ອມາຮອດປະຕູເຮືອນຂອງເຈົ້າບ່າວ, ຄອບຄົວຝ່າຍເຈົ້າບ່າວຈະທຳພິທີ ລ້າງລາງຮ້າຍໃຫ້ອອກໄປ ດ້ວຍການຫົດນ້ຳບາງຢາດໃສ່ຕີນເຈົ້າສາວ. ຕາມປະເພນີ, ເຈົ້າບ່າວຕ້ອງຍ່າງເຂົ້າເຮືອນກ່ອນເພື່ອພິສູດໃຫ້ເຫັນວ່າຕົນເອງແມ່ນເຈົ້າຂອງຄອບຄົວ. ສ່ວນເຈົ້າສາວກໍ່ຖືກພາເຂົ້າແທ່ນບູຊາບັນພະບຸລຸດ ເພື່ອໃຫ້ຄອບຄົວເຈົ້າບ່າວທຳພິທີຮັບເຈົ້າສາວເຂົ້າວົງຕະກຸນ. ຊາວເຜົ່ານຸ່ງຍັງມີປະເພນີເລືອກເອົາຜູ້ຍິງທີ່ມີກິລິຍາມາລະຍາດ, ມີຄວາມຜາສຸກ, ມີລູກທັງຜູ້ສາວ ແລະ ຜູ້ຊາຍ ມາປູສາດໃນຫ້ອງນອນຂອງເຈົ້າບ່າວ, ເຈົ້າສາວອີກ. ນີ້ແມ່ນປະເພນີເປັນສັນຍາລັກ, ດ້ວຍຄວາມໝາຍຢາກໃຫ້ຄູ່ບ່າວສາວມີຄວາມຜາສຸກ, ມີລູກໄວເພື່ອສືບເຊື້ອ, ສືບພັນ.
ປະຈຸບັນມີປະເພນີຫຼ້າຫຼັງຫຼາຍຢ່າງໃນງານດອງຂອງຊາວເຜົ່ານຸ່ງກໍ່ຖືກລົບລ້າງໄປ, ບ່າວສາວມີເວລາຊອກຮູ້ກັນ ແລະ ສົມລົດກັນດ້ວຍຄວາມຮັກ. ການແຕ່ງດອງນັບມື້ໄດ້ຮັບການປະຕິບັດຕາມແບບແຜນໃໝ່, ບໍ່ສັບສົນ, ບໍ່ສິນເປືອງ.