(vovworld) - ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າຢູ່ຫວຽດນາມ, ສຳລັບຊົນເຜົ່າໄຕ, ການສ້າງຄອບຄົວໃຫ້ລູກແມ່ນວຽກງານສຳຄັນທີ່ຮັບຄວາມເອົາໃຈໃສ່ຈາກທັງຄອບຄົວ ແລະ ວົງຕະກຸນ. ດັ່ງນັ້ນງານແຕ່ງດອງຈຶ່ງມີຫຼາຍພິທີການ ແລະ ໄດ້ຮັບການກຳນົດຢ່າງເຄັ່ງຄັດ. ຜ່ານພິທີການຕ່າງໆ, ເຈົ້າບ່າວຊາວເຜົ່າໄຕຕ້ອງສະແດງໃຫ້ຄອບຄົວຝ່າຍເຈົ້າສາວເຫັນໄດ້ຄວາມສະຫຼາດສະຫຼຽວ, ຄວາມຮັກ ກໍ່ຄືຄວາມສາມາດນຳເອົາຄວາມຜາສຸກມາໃຫ້ແຟນຂອງຕົນ. ຕາມປະເພນີທີ່ເປັນມູນເຊື້ອຂອງຊາວເຜົ່າໄຕ, ລາຍຈ່າຍເກືອບທັງໝົດໃນງານດອງໂດຍແມ່ນຄອບຄົວຝ່າຍເຈົ້າບ່າວຈ່າຍເອງ, ສ່ວນຄອບຄົວຝ່າຍເຈົ້າສາວພຽງແຕ່ໜູນຊ່ວຍສ່ວນໃດສ່ວນໜຶ່ງເທົ່ານັ້ນ. ເພື່ອສະແດງໃຫ້ເຫັນວ່າຄອບຄົວຕົນສາມາດເປັນບ່ອນອີງຢ່າງໝັ້ນຄົງໃຫ້ແກ່ລູກໃພ້, ເຖິງວ່າຈະຫຍຸ້ງຍາກຄືແນວໃດ, ຄອບຄົວຝ່າຍເຈົ້າບ່າວກໍ່ຕ້ອງຕອບສະໜອງສິນສົມລົດຢ່າງພຽງພໍໃຫ້ແກ່ຄອບຄົວຝ່າຍເຈົ້າສາວ.
ງານດອງຂອງຊົນເຜົ່າໄຕ
ກ່ອນນີ້, ເລື່ອງສ້າງຄອບຄົວໃຫ້ລູກເຕົ້າຂອງຊາວເຜົ່າໄຕມີລັກສະນະ “ພໍ່ແມ່ວາງຢູ່ບ່ອນໃດຕ້ອງນັ່ງຢູ່ບ່ອນນັ້ນ“, ແຕ່ກໍ່ມີຫຼາຍຄອບຄົວຈັດງານ ດອງອີງໃສ່ຄວາມຮັກຂອງຄູ່ບ່າວສາວ. ພາຍຫຼັງຄູ່ບ່າວສາວມັກຮັກກັນໄດ້ໄລຍະໜຶ່ງ, ຄອບຄົວຝ່າຍເຈົ້າບ່າວຈະຈັດຜູ້ຕາງໜ້າ, ເຊິ່ງແມ່ນອາວ, ລຸງ ຫຼືຜູ້ເຖົ້າແກ່ທີ່ມີອິດທິພົນຊື່ສຽງໃນບ້ານມາຫາຄອບຄົວຝ່າຍເຈົ້າສາວຂໍເມຍ ແລະ ຂໍໃບຊາຕາຂອງເຈົ້າສາວມາເພື່ອປຽບທຽບອາຍຸກັບລູກຊາຍຂອງຕົນ.
ພາຍຫຼັງຮູ້ວ່າໃບຊາຕາຂອງຄູ່ບ່າວສາວແມ່ນສົມກັນ, ຄອບຄົວຝ່າຍເຈົ້າບ່າວຈະເລືອກມື້ສັນວັນດີ, ຈັດເອົາເຖົ້າແກ່ລຸງຕາ, ຍາດຕິພີ່ນ້ອງ, ນຳເອົາເຄື່ອງຂອງມາຄອບຄົວຝ່າຍເຈົ້າສາວເພື່ອຈັດງານໝັ້ນເມຍ. ສ່ວນຄອບຄົວຝ່າຍເຈົ້າສາວກໍ່ເຊີນຜູ້ທີ່ມີອິດທິພົນຊື່ສຽງໃນວົງຕະກຸນມາ, ເພື່ອເຫັນດີກັບຄອບຄົວຝ່າຍເຈົ້າບ່າວກ່ຽວກັບຄ່າສິນສົມລົດ. ຕາມທ່ານ ເຈິ່ນກວົກຮວຽນ, ຊາວເຜົ່າໄຕຢູ່ບ້ານນາຈ່າ, ຕາແສງຄ໋າງຈ໋ຽນ, ເມືອງຈ່າງດິ້ງ, ແຂວງລ້າງເຊີນ ແລ້ວ, ຄອບຄົວຝ່າຍເຈົ້າບ່າວກະກຽມຫຼາຍຢ່າງທີ່ສຸດ, ດ້ວຍຊີ້ນໝູປະມານ 400 ກິໂລກຼາມ, ໃນນັ້ນຕ້ອງນຳໄປຄອບຄົວຝ່າຍເຈົ້າສາວຢ່າງໜ້ອຍສຸດແມ່ນ 100 ກິໂລກຼາມ, ນອກນັ້ນຍັງມີເຂົ້າໜົມໄຢ່, ໄກ່ຜູ້, ເຫຼົ້າຂາວ ແລະ ເງິນອີກ.
“ພິທີໝັ້ນເມຍ, ຕ້ອງຈັດພາເຂົ້າ 3 ພາ. ສຳລັບຄອບຄົວມີເງື່ອນໄຂ ແລະມີອ້າຍນ້ອງຫຼາຍຄົນແມ່ນຈັດນັບສິບພາ.. ໃນມື້ນັ້ນສິ່ງຂອງທັງໝົດໂດຍຄອບຄົວຝ່າຍເຈົ້າບ່າວຈ່າຍເອງ. ໃນເມື່ອກ່ອນຕ້ອງມີໝູໂຕໜຶ່ງໜັກ 35 ກິໂລກຼາມ, ເຂົ້າໜົມໄຢ່ 60 ອັນ, ໄກ່ບູຊາບັນພະບຸລຸດ 2 ໂຕ, ເຫຼົ້າ 2 ແກ້ວຈຶ່ງຈັດພິທີໄດ້. ທັງຄອບຄົວຝ່າຍເຈົ້າບ່າວ ແລະ ເຈົ້າສາວພ້ອມກັນກິນເຂົ້າ. ຫຼັງຈາກນັ້ນຈຶ່ງປຶກສາຫາລືເຖິງວັນແຕ່ງດອງ. ຄອບຄົວຝ່າຍເຈົ້າສາວໃນປະຈຸບັນເຄີຍແອ່ວຄ່າດອງປະມານ 25-30 ລ້ານດົ່ງ“.
ຄອບຄົວຝ່າຍເຈົ້າບ່າວນຳເອົາສິນສົມລົດມາໃຫ້ຄອບຄົວຝ່າຍເຈົ້າສາວ
ປ້າຮ່ວາງທິເຟືອງຢູ່ບ້ານເຕິນເລິບ, ຕາແສງມາຍພາ, ນະຄອນລ້າງເຊີນ, ໃຫ້ຮູ້ວ່າ, ເລື່ອງກະກຽມສິ່ງຂອງໃນງານດອງຢ່າງຄົບຖ້ວນແມ່ນມາດຖານທຳອິດເພື່ອຕີລາຄາເຈດຈຳນົງຂອງຄອບຄົວຝ່າຍເຈົ້າບ່າວ. ຖ້າຫາກຊີ້ນໝູນຳມາບໍ່ຄົບຖ້ວນ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຄົວຄົວຝ່າຍເຈົ້າສາວຈະສົງໄສ ແລະ ຕີລາຄາຕຳ່.
“ມັນເປັນປະເພນີແລ້ວ, ຢາກໃຫ້ຄອບຄົວຝ່າຍເຈົ້າສາວພໍໃຈ, ຄອບຄົວຝ່າຍເຈົ້າບ່າວຕ້ອງນຳສິ່ງຂອງມາຢ່າງຄົບຖ້ວນ. ຕົວຢ່າງຄືຊີ້ນໝູເກີນ 5, 7 ກິໂລກຼາມແມ່ນໄດ້, ຖ້າຂາດແມ່ນບໍ່ໄດ້. ກ່ອນທີ່ຄອບຄົວຝ່າຍເຈົ້າບ່າວນຳເອົາສິ່ງຂອງມາໃຫ້ຄອບຄົວຝ່າຍເຈົ້າສາວແມ່ນຕ້ອງກວດຊັ່ງກ່ອນຢ່າງຖີ່ຖ້ວນ“,
ກ່ອນນີ້, ເມື່ອເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ບໍ່ແມ່ນວ່າຄອບຄົວໃດກໍ່ສາມາດກະກຽມສິ່ງຂອງງານດອງຢ່າງຄົບຖ້ວນໃນບາດດຽວໄດ້. ດັ່ງນັ້ນຄອບຄົວທີ່ມີລູກຊາຍເຖິງອາຍຸສ້າງຄອບຄົວ, ເຂົາເຈົ້າລ້ວນແຕ່ກະກຽມຊີ້ນໝູໃຫ້ລູກດ້ວຍຮູບການ “ຝາກໝູ“. ທ່ານ ເຈິ່ນກວົກຮວີນ, ອະທິບາຍວ່າ:
“ກ່ອນນີ້ປະສົບກັບຄວາມຫຍຸ້ງຍາກຫຼາຍ, ບໍ່ມີຫຍັງໃຫ້ໝູກິນ, ພຽງແຕ່ລ້ຽງດ້ວຍຮຳ, ຜັກ, ມັນດາງ… ໝູໃຫຍ່ຊ້າ, ບາງເທື່ອລ້ຽງໃນເວລາ 1 ປີ ແຕ່ໝູໜັກພຽງ 50-60 ກິໂລກຼາມເທົ່ານັ້ນ. ດັ່ງນັ້ນຈຶ່ງມີຮູບການ “ຝາກໝູ“. ຕົວຢ່າງຄືປີໜ້າຄອບຄົວຂ້າພະເຈົ້າກະກຽມໃຫ້ລູກຊາຍສ້າງຄອບຄົວ, ຕ້ອງອາໄສພີ່ນ້ອງລ້ຽງໝູຊ່ວຍ“.
ປະຈຸບັນ, ຮູບການ “ຝາກໝູ“ ໃນງານດອງຂອງຊາວເຜົ່າໄຕ ແມ່ນບໍ່ມີອີກ, ເພາະວ່າຄ່າສິນສົມລົດບໍ່ຫຼາຍຄືແຕ່ກ່ອນ, ແຕ່ນຳ້ໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງພໍ່ແມ່ປະຊາຊົນຍັງຄົງໄດ້ຮັບການຮັກສາໄວ້, ໂດຍຜ່ານຮູບການຊ່ວຍເຫຼືອດ້ານວັດຖຸ, ຈິດໃຈ ໃນຊີວິດປະຈຳວັນ.