(vovworld) - ຊາວເຜົ່າບານາເອີ້ນພິທີງານບຸນແທງຄວາຍວ່າ xtrang, ນີ້ແມ່ນພິທີງານບຸນບູຊາເທວະດາຟ້າແຖນ, ຊົມເຊີຍໄຊຊະນະ, ຊົມເຊີຍລະດູການເກັບກ່ຽວໄດ້ຮັບຜົນດີ, ອວຍພອນລະດູບານໃໝ່ ຫຼືບັນດາເຫດການທີ່ຍິ່ງໃຫຍ່ໃນປີ. ໂດຍອີງໃສ່ສະພາບຕົວຈິງຢູ່ແຕ່ລະທ້ອງຖີ່ນ, ຊາວເຜົ່າບານາກໍ່ຈັດຕັ້ງພິທີງານບຸນແທງຄວາຍຢ່າງເໝາະສົມ.
ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ
(ພາບ: ອິນເຕີແນດ)
ພິທີແທງຄວາຍເຄີຍຈັດຕັ້ງແຕ່ເດືອນ 12 ເຖິງເດືອນ 3 ໄລ່ຕາມຈັນທະປະຕິທິນ. ນັ້ນແມ່ນເວລາທີ່ລະດູການເກັບກ່ຽວໄດ້ສຳເລັດແລ້ວ. ຊາວເຜົ່າບານາຈັດຕັ້ງພິທີແທງຄວາຍເພື່ອຕອບບຸນແທນຄຸນເທວະດາຟ້າແຖນ, ຕ້ອນຮັບປີໃໝ່, ພາວະນາຂໍໃຫ້ທຸກຄົນມີສຸຂະພາບເຂັ້ມແຂງ ແລະ ລະດູການເກັບກ່ຽວໄດ້ຮັບຜົນດີ. ອ້າຍດ່າວມິງງອກ, ຢູ່ຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ພິທີງານບຸນແທງຄວາຍແມ່ນງານບຸນໃຫຍ່ ແລະ ສັກສິດສຳລັບຊາວເຜົ່າບານາ. ໃນພິທີງານບຸນນີ້, ຕ້ອງຈັດບັນດາພິທີນ້ອຍດ້ວຍຫຼາຍຮູບການຄື: ພິທີບູຊາເທວະດາຟ້າແຖນ, ພິທີດື່ມເຫຼົ້າໄຫ, ລັ່ນຄ້ອງ ແລະ ໄຫ້ເອັນດູຄວາຍ. ບຸນແທງຄວາຍພຽງແຕ່ມີໃນພິທີບູຊາເທວະດາຟ້າແຖນເທົ່ານັ້ນ“.
ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ
(ພາບ: ອິນເຕີແນດ)
ບຸນແທນຄວາຍເຄີຍດຳເນີນໃນ 3 ວັນ ແລະ ຄືນ. ເພື່ອກະກຽມໃຫ້ພິທີແທງຄວາຍ, ຊາວເຜົ່າບານາຕ້ອງກະກຽມນັບເປັນເດືອນ. ຜູ້ຊາຍຊາວເຜົ່າບານາທີ່ມີສຸຂະພາບເຂັ້ມແຂງຈະເຂົ້າປ່າຫາຕົ້ນໄມ້ເປີລາງ ທັງຊື່ ແລະ ງາມມາເພື່ອເຮັດເສົາ ກືນ, ຫາຕົ້ນຫວາຍເຫຼືອງແກ່ເພື່ອເຮັດສາຍເຊືອກມັດຄວາຍໃນວັນບຸນ. ຕາມທຳມະດາ, ພິທີແທງຄວາມເຄີຍດຳເນີນໃນຍາມຮຸ່ງເຊົ້າ. ຊາວບ້ານເລືອກຄວາຍໂຕແຂງແຮງເພື່ອເປັນຂອງບູຊາໃຫ້ເທວະດາຟ້າແຖນ, ຄວາຍໂຕນີ້ໄດ້ຮັບຖືວ່າແມ່ນຜູ້ທີ່ນຳເອົາຄຳພາວະນາ, ຄວາມມຸ້ງມາດປາດຖະໜາຂອງປະຊາຊົນເຖິງເທວະດາຟ້າແຖນ. ໃນວັນບຸນ, ຄວາຍໂຕນີ້ຈະໄດ້ຮັບການອາບນຳ້ຢ່າງສະອາດ ແລະ ໄດ້ກິນດື່ມຢ່າງອີ່ມໜຳສຳລານ ແລ້ວມັດໃສ່ເສົາ ກືນ, ເຊິ່ງຊາວເຜົ່າບານາເຄີຍເອີ້ນວ່າ ກືງ ສາກາໂປ. ເສົາໄມ້ນີ້ສູງ 5 ແມັດ, ຖືກປະດັບປະດາດ້ວຍລວດລາຍ, ດອກໄມ້ໃນປ່າ ແລະ ຄັນທຸງຢ່າງສວຍງາມ. ເທິງປາຍເສົາມີຮູບນົກຫົງຄຳດ້ວຍໄມ້. ພາຍຫຼັງມັດຄວາຍໃສ່ເສົາກຶນແລ້ວ, ຜູ້ຕາງໜ້າຜູ້ເຖົ້າຜູ້ແກ່, ຊາວໜຸ່ມຍິງຊາຍ, ເດັກນ້ອຍຈະຈູງຄວາຍຍ່າງອ້ອມເສົາ, ທັງໄປທັງເວົ້າແຕ່ສິ່ງທີ່ດີ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໃນບ້ານເຕົ້າໂຮມກັນ ແລະ ບັນດາພິທີຂອງງານບຸນກໍ່ເລີ່ມດຳເນີນ.
ພິທີງານບຸນແທງຄວາຍຂອງຊົນເຜົ່າບານາ
(ພາບ: ອິນເຕີແນດ)
ເຈົ້າຂອງພິທີແມ່ນເຈົ້າກົກເຈົ້າເຫຼົ່າ, ຜູ້ທີ່ມີອິດທິພົນຊື່ສຽງໃນບ້ານຈະ ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຊາວບ້ານມີສຸຂະພາບເຂັ້ມແຂງ, ລະດູການເກັບກ່ຽວໄດ້ຮັບຜົນດີ… ພາຍຫຼັງບູຊາດິນຟ້າສຳເລັດແລ້ວ, ຜູ້ຍິ່ງ ແລະ ຜູ້ຊາຍຈະເຕັ້ມລຳຕາມສຽງຄ້ອງທີ່ຟົດຟື້ນມ່ວນຊື່ນ. ມີຜູ້ເຖົ້າຄົນໜຶ່ງໄດ້ຮັບໜ້າທີ່ເຊີນພໍ່ແມ່ປະຊາຊົນ ແລະ ແຂກດື່ມເຫຼົ້າໄຫເພື່ອສະແດງຄວາມຮັກແພງແຂກຄົນໃນພິທີງານບຸນ, ບັນດາຜູ້ບ່າວໃນບ້ານກໍ່ຕີມວຍທີ່ເປັນມູນເຊື້ອຢູ່ອ້ອມເສົາກືນ, ສ່ວນຜູ້ສາວກໍ່ຈັບມືກັນຟ້ອນລຳໃນສຽງຄ້ອງຢ່າງມ່ວນຊື່ນ. ພາຍຫຼັງຟ້ອນລຳທຳເພງຄືນໜຶ່ງ, ບ້ານຈະຈັດຜູ້ຕາງໜ້າ 5 ຄົນ, ໃນນັ້ນມີໝໍຜີ 3 ຄົນ ແລະ ເຈົ້າເກົກເຈົ້າເຫຼົ່າ 2 ຄົນ ທຳພິທີບູຊາ, ພາວະນາ, ຖະຫວາຍຄວາຍໃຫ້ເທວະດາຟ້າແຖນເພື່ອຂໍແຕ່ສິ່ງທີ່ຈົບງາມ, ສ່ວນຊາວບ້ານນັ່ງໂອ້ລົມ, ດື່ມເຫຼົ້າໄຫນຳກັນ.
ຕະຫຼອດຄຳ່ຄືນມື້ນັ້ນ, ຊາວບ້ານບໍ່ຫຼັບ, ໄຫ້ເອັນດູໂຕຄວາຍ, ສະແດງອາລົມຈິດຂອງຕົນທີ່ມີຕໍ່ຄວາຍໂຕນັ້ນດ້ວຍບົດເພງ “ໄຫເອັນດູຄວາຍ“. ບົດເພງມີເນື້ອໃນວ່າ: ຄວາຍເຄີຍດຳລົງຊີວິດພ້ອມກັບຄົນ, ຊ່ວຍເຫຼືອຄົນໃນວຽກໄຮ່ການນາ, ແຕ່ເພື່ອວຽກງານສຳຄັນຍິ່ງຂອງບ້ານ, ຄວາຍຕ້ອງສະຫຼະຊີວິດກາຍເປັນຂອງບູຊາເພື່ອຕອບບຸນແທນຄຸນເທວະດາຟ້າແຖນ, ຫວັງວ່າຄວາຍກໍ່ດີໃຈເມື່ອປະຕິບັດພາລະຂອງຕົນ. ພາຍຫຼັງພິທີ, ຊີ້ນຄວາຍຖືກແບ່ງໃຫ້ທຸກຄົນໃນບ້ານ ແລະ ແຂກເພື່ອນຳເມືອຄອບຄົວຄືດັ່ງນຳເອົາຄວາມໂຊກດີໃຫ້ແກ່ທຸກຄົນ. ເຈົ້າກົກເຈົ້າເຫຼົ່າ ບຸກນີ, ຊາວຊົນເຜົ່າບານາຢູ່ແຂວງກອນຕຸມ, ໃຫ້ຮູ້ວ່າ:
“ພິທີງານບຸນເພື່ອພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ພິທີກໍ່ຮຽກຮ້ອງໃຫ້ຊາວບ້ານເສີມຂະຫຍາຍນຳ້ໃຈກຸ້ມຕົນເອງ, ສ້າງຄວາມຮັ່ງມີດ້ວຍຕົນເອງ, ດຸໝັ່ນຂະຫຍັນພຽນ ເຮັດໃຫ້ຊີວິດນັບມື້ນັບດີຂຶ້ນ“.
ພິທີແທງຄວາຍຂອງຊາວເຜົ່າບານາ ກໍ່ແມ່ນໂອກາດເພື່ອໃຫ້ຊາວບ້ານຫວນຄືນມູນເຊື້ອອັນສະຫງ່າລາສີຂອງຊາດ, ຊ່ວຍໃຫ້ລຸ້ນໜຸ່ມຮູ້ຂັ້ນຕອນແຫ່ງການປະຕິບັດພິທີແທງຄວາຍ ແນໃສ່ຮັກສາມູນເຊື້ອເຊິ່ງລຸ້ນກ່ອນໄດ້ປະໄວ້. ພິທີງານບຸນປະກອບສ່ວນຮັກສາວັດທະນະທຳພື້ນເມືອງຂອງຊາວເຜົ່າບານາ, ເຮັດໃຫ້ສີສັນວັດທະນະທຳຂອງຊາດຫວຽດນາມ ອຸດົມສົມບຸນຂຶ້ນຕື່ມ.