(vovworld) - ໂດຍອາໄສຕົ້ນຕໍຢູ່ເຂດພູສູງ, ການດຳລົງຊີວິດສ່ວນຫຼາຍແມ່ນອີງໃສ່ທຳມະຊາດ, ຊາວ ຮ່າຍີ່ມີຄວາມເຊື່ອໝັ້ນວ່າ, ຊີວິດຢູ່ເຢັນເປັນສຸກຂອງເຂົາເຈົ້ານັບແຕ່ກີ້ແຕ່ກ່ອນມາຮອດປະຈຸບັນ, ສ່ວນໜຶ່ງແມ່ນໂດຍບັນດາເທວະດາດົນບັນດານ, ຊ່ວຍເຫຼືອໃຫ້. ບັນດາເທວະດາໃຫ້ເຂົາເຈົ້າປ່າ, ນ້ຳເພື່ອປູກເຂົ້າ, ໃຫ້ອາຫານປະຈຳວັນ, ຍ້ອນເຫດນັ້ນຊາວ ຮ່າຍີ່ຈຶ່ງຖືເປັນສຳຄັນການບູຊາເພື່ອຕອບບຸນແທນຄຸນບັນດາເທວະດາ. ໃນປະຊາຄົມຊາວ ຮ່າຍີ່, ພິທີບູຊາໄດ້ຮັບຖືວ່າແມ່ນການເຊື່ອຖືພິເສດສະເພາະ, ເປີດສາກໃຫ້ບັນດາພິທີບູຊາເທວະດາໃນໜຶ່ງປີຂອງຊາວ ຮ່າຍີ່.
(ພາບປະກອບ)
ໃນການເຊື່ອຖື, ຊາວ ຮ່າຍີ່ຖືວ່າທຸກສິ່ງທຸກຢ່າງລ້ວນແຕ່ມີວິນຍານ, ຍ້ອນເຫດນັ້ນເຂົາເຈົ້າຈຶ່ງຈັດຕັ້ງພິທີບູຊາເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາເທວະດາ. ຕາມປະເພນີແລ້ວ, ກ່ອນທີ່ລົງທົ່ງຕົກກ້າ, ຂຶ້ນໄຮ່ປູກສາລີ, ຊາວ ຮ່າຍີ່ເຄີຍຈັດຕັ້ງພິທີບູຊາຜີບ້ານຜີເມືອງ. ຍ້ອນເຫດນັ້ນໃນເດືອນ 3 (ໄລ່ຕາມຈັນທະປະຕິທິນ), ຊາວ ຮ່າຍີ່ເຄີຍຈັດຕັ້ງພິທີບູຊາຜີບ້ານຜີເມືອງ. ພິທີນີ້ໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາຖະໜາຂອງປະຊາຊົນທີ່ຢາກໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ຂັບໄລ່ຜີສາງນາງໄມ້, ເພື່ອໃຫ້ປະຊາຊົນອຸ່ນອ່ຽນໃຈທຳມາຫາກິນ, ລະດູການເກັບກ່ຽວໄດ້ຮັບຜົນດີ. ພິທີບູຊາຜີບ້ານຜີເມືອງແມ່ນພິທີສຳຄັນ, ດັ່ງນັ້ນທັງປະຊາຄົມລ້ວນແຕ່ເຂົ້າຮ່ວມ, ໃນ 3 ວັນດຳເນີນພິທີບູຊາ, ຊາວບ້ານບໍ່ໄດ້ອອກນອກ, ສ່ວນຜູ້ຢູ່ນອກກໍ່ບໍ່ໄດ້ເຂົ້າບ້ານ, ດັ່ງນັ້ນພິທີນີ້ຍັງເອີ້ນວ່າພິທີຫ້າມເຂົ້າບ້ານ. ພິທີບູຊາຜີບ້ານຜີເມືອງ ຖືກຈັດຕັ້ງຢູ່ເຂດດິນທີ່ຢູ່ຫົວບ້ານ. ເຄື່ອງຂອງບູຊາໃນພິທີແມ່ນຕ້ອງມີໝູ 1 ໂຕ, ໄກ່ 1 ໂຕ, ເຂົ້າໜຽວສີເຫຼືອງ. ທ່ານ ຫງວຽນຮຸ່ງວີ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ໃຫ້ຮູ້ວ່າ:
“ເຂົາເຈົ້າຖືວ່າ, ສີເຫຼືອງແມ່ນສີຂອງລະດູການປູກຝັງ, ແມ່ນສີຂອງນາຂັ້ນໄດ, ແລະ ແມ່ນສີຂອງລະດູເຂົ້າສຸກເຫຼືອງ. ຍ້ອນເຫດນັ້ນເຂົາເຈົ້າຈຶ່ງໜື້ງເຂົ້າໜຽວສີເຫຼືອງເພື່ອຖະຫວາຍບູຊາເທວະດາ ແລະ ບັນພະບຸລຸດ“.
ຮອດວັນກະກຽມເຄື່ອງຂອງບູຊາ, ເມື່ອບັນດາຜູ້ຍິງເດັດໃບໄມ້ຍ້ອມເຂົ້າເພື່ອໜື້ງເປັນເຂົ້າໜຽວສີເຫຼືອງນັ້ນ, ບັນດາຜູ້ຊາຍໃນບ້ານກໍ່ພາກັນປັກໄມ້ສ້າວລຳໜຶ່ງ, ເທິງປາຍໄມ້ສ້າວແຂວນໄກ່ 1 ໂຕ, ພ້ອມກັບທະນູທີ່ປິ່ນໜ້າອອກສູ່ນອກບ້ານ. ເທິງໄມ້ສ້າວຍັງມັດເຊື້ອກເສັ້ນໜຶ່ງກາຍຂ້າມທາງ, ຕາມເຊືອກນັ້ນໄດ້ຕິດຮູບອາວຸດຊະນິດຕ່າງໆໃສ່ເຊັ່ນ: ມີດ, ງ້າວ, ເພື່ອສະກັດກັ້ນບໍ່ໃຫ້ຜີສາງເຂົ້າບ້ານ. ໃນບັນດາເຄື່ອງຂອງຖະຫວາຍບູຊານັ້ນ, ໂຕໄກ່ໄດ້ຮັບຖືວ່າແມ່ນສັດມົງຄຸນ, ເພື່ອຊ່ວຍໃຫ້ປະຊາຊົນຕິດຕໍ່ພົວພັນກັບເທວະດາ. ທ່ານ ຫງວຽນຮຸ່ງລີ, ໃຫ້ຮູ້ຕື່ມອີກວ່າ:
“ເຂົາເຈົ້າຖືວ່າ, ເມື່ອໄກ່ຂັນແມ່ນຕະເວັນອອກ, ດັ່ງນັ້ນໂຕໄກ່ຈຶ່ງກາຍເປັນສັນຍາລັກແຫ່ງຄວາມສັກສິດ, ຕິດພັນກັບການກຳເນີດເວລາ, ເດືອນປີ ແລະ ຕິດພັນກັບປະເພນີຮຽກດວງຕາເວັນອອກຂອງເຂົາເຈົ້າ. ໄກ່ຍັງມີຄວາມສາມາດປັດໄລ່ເງົາມືດ ແລະ ຜີສາງນາງໄມ້ອອກອີກ“.
(ພາບປະກອບ)
ໃນຊຸມມື້ດຳເນີນພິທີບູຊາຜີບ້ານຜີເມືອງ, ໝໍຜີຊາວ ຮ່າຍີ່ຍັງຕ້ອງເຮັດປະເພນີຫຼາຍຢ່າງເພື່ອຂໍເທວະດາດົນບັນດານໃຫ້ຊາວບ້ານປະສົບແຕ່ຄວາມໂຊກດີ. ໃນໂອກາດນີ້, ບັນດາຄອບຄົວທີ່ມີລູກຍາກ ຈະຂໍເທວະດາດົນບັນດານໃຫ້ມີລູກເຕົ້າ. ບັນດາພິທີຖະຫວາຍບູຊາຖືກຈັດຕັ້ງເຖິງຕອນສວາຍກໍ່ຢຸດໄວ້ເພື່ອໃຫ້ທຸກຄົນສືບຕໍ່ເຮັດວຽກໄຮ່ການນາ ແລະ ພິທີຈະສິ້ນສຸດລົງໃນຕອນຄຳ່. ນັບແຕ່ໄດ້ດຳເນີນພິທີບູຊາຜີບ້ານຜີເມືອງ, ບັນດາຄົນແປກຖືກຫ້າມບໍ່ໄດ້ໃຫ້ເຂົ້າບ້ານ. ສ່ວນຊາວບ້ານບໍ່ໄດ້ແບກຫາບວັດຖຸສິ່ງຂອງໃດເທິງບ່າ, ພຽງແຕ່ໄດ້ໂອ້ລົມນຳກັນດ້ວຍພາສາຊົນເຜົ່າ ຮ່າຍີ່ເທົ່ານັ້ນ, ເພາະວ່າຕາມທັດສະນະຂອງເຂົາເຈົ້າແລ້ວ, ເທວະດາ, ບັນພະບຸລຸດຂອງຊາວ ຮ່າຍີ່ ມີແຕ່ຟັງໄດ້ພາສາຂອງຊົນເຜົ່າຕົນເທົ່ານັ້ນ. ເມື່ອພິທີບູຊາສິ້ນສຸດລົງກໍ່ແມ່ນເວລາທີ່ຄວາມເປັນຫ່ວງດ້ານຈິດວີນຍານໃນບ້ານໄດ້ຮັບການແກ້ໄຂ. ທຸກຄົນກໍ່ພ້ອມກັນກິນ, ດື່ມໃນຄວາມເບີກບານມ່ວນຊື່ນ, ແລະເຕັມໄປດ້ວຍຄວາມຜາສຸກ, ຍ້ອນເຂົາເຈົ້າເຊື່ອໝັ້ນວ່າ, ເທວະດາໄດ້ດົນບັນດານ, ຊ່ວຍເຫຼືອໃຫ້ເຂົາເຈົ້າແລ້ວ. ຮອງສາສະດາຈານ, ດຣ. ຫງວຽນວັນຮູຍ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ຖືວ່າ:
“ໃນປະເພນີນີ້, ເຂົາເຈົ້າຫວັງວ່າ, ບັນດາເທວະດາຟ້າແຖນໃນບໍລິເວນເຊິ່ງຊາວເຜົ່າ ຮ່າຍີ່ອາໄສນັ້ນຈະດົນບັນດານ, ຊ່ວຍເຫຼືອໃຫ້ແກ່ເຂົາເຈົ້າ. ໝູ່ບ້ານຂອງຊາວ ຮ່າຍີ່ຈະໄດ້ຮັບການປ້ອງກັນ, ດັ່ງນັ້ນພິທີບູຊາຜີບ້ານຜີເມືອງຈຶ່ງມີຄວາມໝາຍສັກສິດທີ່ສຸດ“.
ໃນພິທີບູຊາຜີບ້ານຜີເມືອງ, ຊາວ ຮ່າຍີ່ຍັງມີປະເພນີມອບໄຂ່ສີທີ່ມ້ຽນໄວ້ໃນຫໍ່ເຂົ້າໜຽວໃຫ້ກັນ. ສຳລັບແຂກທີ່ມາຈາກທາງໄກ, ຖ້າຜູ້ໃດໄດ້ກິນອາຫານນີ້, ໄດ້ຮັບຖືວ່າຈະມີຄວາມໂຊກດີໃນປີໜ້າ.