(vovworld) - ຊາວເຜົ່າ ມນົງ ມີຫຼາຍຮີດຄອງປະເພນີ ແລະ ງານບຸນວັດທະນະທຳທີ່ເປັນມູນເຊື້ອ, ໃນນັ້ນພິທີແຕ່ງງານໄດ້ຮັບຖືວ່າສຳຄັນທີ່ສຸດ. ພິທີແຕ່ງງານຂອງຊາວເຜົ່າ ມນົງ ແມ່ນຮູບການເຄື່ອນໄຫວວັດທະນະທຳພື້ນເມືອງທີ່ເຂັ້ມຄົ້ນໄປດ້ວຍສີສັນພິເສດສະເພາະຂອງຊາວເຜົ່າໃນເຂດພູພຽງ.
ບັນດາພິທີງານບຸນຄື: ບຸນຕີຄ້ອງ, ພິທີພາວະນາຂໍໃຫ້ຝົນຕົກ ແລະ ການປູກຝັງໄດ້ຮັບຜົນດີ, ບຸນເຂົ້າຈີ່, ບຸນຂັບກ້ຽວກັນ... ແມ່ນໂອກາດທີ່ດີເພື່ອໃຫ້ບ່າວ, ສາວຊາວເຜົ່າ ມນົງ ຊອກຮູ້ກັນ. ໂດຍແມ່ນໜຶ່ງໃນ 5 ຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມທີ່ຍັງຮັກສາລະບອບມານດາສິດທິລາດ, ດັ່ງນັ້ນແມ່ຍິງຊົນເຜົ່າ ມນົງ ເຄີຍເປັນເຈົ້າການໃນການສົມລົດ. ເອື້ອຍ ຫງວຽນທິງອກ, ນັກຊ່ຽວຊານຄົ້ນຄ້ວາວັດທະນະທຳຊົນເຜົ່າຢູ່ຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ: ຕາມທັດສະນະຂອງຊາວເຜົ່າ ມນົງ, ເລື່ອງຫາລູກເຂີຍເປັນຄົນດີໃຫ້ໄດ້ນັ້ນຈະນຳ ເອົາຄວາມວັດທະນາຖາວອນ ແລະ ຄວາມຮັ່ງມີ ມາໃຫ້ຄອບຄົວ.
“ຕາມລະບອບມານດາສິດທິລາດຂອງຊາວເຜົ່າ ມນົງ, ຜູ້ຊາຍຈະເປັນລູກເຂີຍຢູ່ກັບຄອບຄົວຂອງເມຍ. ດັ່ງນັ້ນຄອບຄົວຝ່າຍເຈົ້າບ່າວຈະໄດ້ແອ່ວຄ່າສິນດອງ. ຄ່າສິນດອງໃນເມື່ອກ່ອນອາດຈະແມ່ນໂຕຄວາຍ ແລະ ເຄື່ອງຂອງຈຳນວນໜຶ່ງ. ສ່ວນຄອບຄົວຝ່າຍເຈົ້າສາວຕ້ອງຕອບສະໜອງຄວາມຮຽກຮ້ອງ ແລະ ເງື່ອນໄຂທັງໝົດໂດຍຄອບຄົວຝ່າຍເຈົ້າບ່າວຍົກອອກ“.
ປະເພນີແຕ່ງງານຂອງຊາວເຜົ່າ ມນົງ ກໍ່ມີບາງຂັ້ນຕອນທີ່ຄ້າຍຄືກັນກັບງານແຕ່ງດອງຂອງຊາວກິງ. ກ່ອນອື່ນໝົດແມ່ນພິທີ ຢ້າມງໍ (ເບິ່ງໜ້າ). ພິທີນີ້ເຄີຍປະຕິບັດໃນຍາມຄຳ່ຄືນເວລາ (ແຕ່ 20 – 21 ໂມງ). ຄອບຄົວຜູ້ບ່າວຕ້ອງນຳເອົາເຄື່ອງຂອງ, ລວມມີກະຈາດ, ເຂົ້າສານຖ້ວຍໜຶ່ງ, ໄກ່ໂຕໜຶ່ງ, ສິ້ນຜືນໜຶ່ງ...ມາຄອບຄົວຜູ້ສາວ. ເມື່ອມາຮອດແລ້ວ, ນ້າບ່າວ ຫຼື ພໍ່ສື່ຈຶ່ງຕ່າງໜ້າຜູ້ບ່າວຂໍນາງສາວເປັນເມຍ. ກ່ອນທີ່ຈະຮັບເຄື່ອງຂອງຈາກຄອບຄົວຜູ້ບ່າວ, ພໍ່ແມ່ຜູ້ສາວຕ້ອງຖາມກ່ອນ, ຖ້າລູກສາວເຫັນດີເຂົາເຈົ້າຈຶ່ງຮັບ. ເວລານີ້ພໍ່ແມ່ນາງສາວຈຶ່ງນຳເອົາໄຫເຫຼົ້າໃຫຍ່ມາຈັດພິທີຮັບໝັ້ນ. ພໍ່ສື່ກໍ່ຕາງໜ້າຄອບຄົວຜູ້ບ່າວປຶກສາຫາລືກັບຄອບຄົວຜູ້ສາວກ່ຽວກັບພິທີຂໍເມຍ.
ຫຼັງຈາກນັ້ນໜຶ່ງປີ, ຮອດວັນທີ່ໄດ້ກຳນົດ, ຄອບຄົວຜູ້ບ່າວກໍ່ຈັດໃຫ້ຜູ້ທີ່ມີອິດທິພົນຊື່ສຽງພ້ອມກັບຜູ້ບ່າວທີ່ແຂງແຮງບາງຄົນນຳເອົາສິນດອງມາໃຫ້ຄອບຄົວຜູ້ສາວເພື່ອທຳພິທີຂໍເມຍ. ໃນມື້ນີ້, ຄອບຄົວຜູ້ບ່າວກໍ່ນຳເອົາທໍ່ໄມ້ເຮ້ຍສອງທໍ່ທີ່ບັນຈຸໜໍ່ໄມ້ສົ້ມ, ສາຍໝາກຕຸ້ມ, ປອກທອງເຖິງຄອບຄົວຜູ້ສາວແລ້ວວາງເທິງກະຈາດ ແລະ ຂໍເມຍໃຫ້ລູກຊາຍຂອງຕົນ. ດ້ວຍພິທີນີ້, ສອງຄອບຄົວໄດ້ເຫັນດີໃຫ້ຄູ່ບ່າວສາວກາຍເປັນຜົວເມຍ. ຄອບຄົວຜູ້ສາວກໍ່ຈັດພິທີລາຍງານຕໍ່ເທວະດາຟ້າແຖນ, ບັນພະບຸລຸດຂອງຕົນວ່າເຂົາເຈົ້າແມ່ນຄົນໃນຄອບຄົວດຽວ. ຫຼັງຈາກນັ້ນທັງສອງຄອບຄົວພ້ອມກັນດື່ມເຫຼົ້າໄຫ ແລະ ປຶກສາຫາລືກ່ຽວກັບພິທີແຕ່ງງານໃຫ້ຄູ່ບ່າວສາວ. ພິທີແຕ່ງງານເຄີຍຈັດຕັ້ງຢູ່ຄອບຄົວຝ່າຍເຈົ້າສາວພາຍຫຼັງພິທີຂໍເມຍໜຶ່ງສັບປະດາ. ເພື່ອກະກຽມໃຫ້ແກ່ພິທີແຕ່ງງານ. ຄອບຄົວຝ່າຍເຈົ້າສາວກະກຽມເຂົ້າສານ 100 ກະພາ, ເຫຼົ້າ 100 ໄຫ, ງົວ 1 ໂຕ ເພື່ອເຊີນແຂກມາຮ່ວມ. ນອກນັ້ນຍັງກະກຽມຖ້ວຍ 50 ອັນ, ຈອກ 50 ອັນ, ສາຍໝາກຕຸ້ມ 50 ສາຍ ເພື່ອເປັນຂອງຂວັນມອບໃຫ້ພໍ່ແມ່, ວົງຕະກຸນຝ່າຍເຈົ້າບ່າວ. ທ່ານ ມາຟອງ, ຊາວຊົນເຜົ່າ ມນົງ, ໃຫ້ຮູ້ວ່າ:
“ໃນເມື່ອກ່ອນ, ຄ່າຈັດພິທີແຕ່ງງານບໍ່ຫຼາຍປານໃດ, ແຕ່ເວລາພັດແກ່ຍາວ. ຄອບຄົວຕ້ອງຂ້າງົວ, ໝູ, ໄກ່ເພື່ອເຊີນຄອບຄົວທັງສອງຝ່າຍ ແລະ ທັງໝູ່ບ້ານມາກິນ. ໃນພິທີທຸກຄົນກໍ່ດື່ມເຫຼົ້າ, ຟ້ອນລຳທຳເພງ, ຕີຄ້ອງເພື່ອອວຍພອນເຈົ້າບ່າວເຈົ້າສາວໃນເວລາ 2-3 ວັນ“.
ເປີດສາກພິທີແຕ່ງງານ, ຄອບຄົວຝ່າຍເຈົ້າສາວຈະມອບເຂົ້າສານໃຫ້ຄອບຄົວຝ່າຍເຈົ້າບ່າວຜູ້ລະຖ້ວຍເຕັມ, ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຢາກມີຊີວິດອິ່ມໜຳສຳລານ. ເຂົ້າສານແຕ່ລະຖ້ວຍເທົ່າທຽມກັບເຫຼົ້າໄຫທີ່ຄອບຄົວຝ່າຍເຈົ້າບ່າວໄດ້ມອບໃຫ້ຄອບຄົວຝ່າຍເຈົ້າສາວ. ໃນພິທີ, ພໍ່ສື່ສວນມບົດບາດເປັນເຈົ້າໂຄດໃນງານດອງ. ຜູ້ນີ້ຈະພາເຈົ້າບ່າວ, ເຈົ້າສາວເຖິງເສົາເຮືອນຕົ້ນຕໍ, ສອງຄົນທີ່ຕາງໜ້າໃຫ້ສອງຝ່າຍຈະນຳເອົາຜ້າບີງມາມັດໃສ່ເສົາເຮືອນແລະໃຫ້ເຈົ້າບ່າວເຈົ້າສາວກຳໃສ່ຜ້າບີງແຜ່ນນີ້, ດ້ວຍຄວາມໝາຍອາລົມຈິດຂອງສອງຄົນໄດ້ຖືກມັດໃສ່ກັນ, ຍາມໃດກໍ່ໃກ້ຊິດຕິດພັນກັນ. ຫຼັງຈາກນັ້ນເຈົ້າໂຄດງານດອງຈະຕັກເຕືອນເຈົ້າບ່າວ, ເຈົ້າສາວກ່ຽວກັບທຳມະ, ຄວາມຮັບຜິດຊອບຂອງແຕ່ລະຄົນທີ່ມີຕໍ່ພໍ່ແມ່ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງ. ຫຼັງພິທີດັ່ງກ່າວ, ສອງຜົວເມຍຈະພ້ອມກັນດື່ມເຫຼົ້າໄຫ, ເປີດສາກໃຫ້ພິທີດື່ມເຫຼົ້າອວຍພອນງານແຕ່ງດອງ.
ບັນດາຜູ້ທີ່ເຂົ້າຮ່ວມພິທີແຕ່ງງານ, ລ້ວນແຕ່ນຳເອົາເຫຼົ້າ, ເຂົ້າໜຽວ, ອາຫານ... ມາເພື່ອປະສ່ວນເຂົ້າງານບຸນນີ້. ພາຍຫຼັງພິທີແຕ່ງງານໜຶ່ງວັນແມ່ນພິທີແຫ່ເຈົ້າບ່າວ. ຫຼັງງານແຕ່ງດອງສອງຜົວເມຍໜຸ່ມຕ້ອງຢູ່ໃນເຮືອນ 7 ວັນ, ບໍ່ໄດ້ອອກນອກ, ບໍ່ໄດ້ພົບປະກັບຄົນແປກ. ເມື່ອໝົດເວລາຄະລຳ, ເຂົາເຈົ້າຈະກັບເມືອຄອບຄົວຝ່າຍຊາຍ 7 ວັນ, ຫຼັງຈາກນັ້ນແມ່ນຢູ່ໃນຄອບຄົວຝ່າຍຍິງຕະຫຼອດຊີວິດ.
ງານແຕ່ງດອງຂອງຊາວເຜົ່າ ມນົງ ແມ່ນຮີດຄອງປະເພນີທີ່ດີງາມ, ມີລັກສະນະວັດທະນະທຳມະນຸດ ແລະ ເຂັ້ມຄົ້ນໄປດ້ວຍສີສັນຊົນເຜົ່າ ເຊິ່ງຊາວເຜົ່າມນົງ ໄດ້ເຄົາລົບ, ຮັກສາໄວ້.