ຟ້ອນມູນເຊື້ອທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ


(vovworld) ຊາວ​ເຜົ່າ​ ຂະ​ແມ​ມີ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນັ້ນ​ແມ່ນ​ວາດ​ຟ້ອນ, ​ເຊິ່ງມີ​ມາ ​ແລະ ພັດທະນາ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ຊາດ. ສິລະ​ປະ​ຟ້ອນ​ຂອງ​ຊາວ​ເຜົ່າ​ ຂະ​ແມ​ແມ່ນ​ລວບ​ລວມ​ເອົາ​ທັງ​ຄວາມ​ສາມາດ, ພູມ​ປັນຍາ, ບັນດາ​ສີສັນ, ຄຸນ​ຄ່າດ້ານ​ວັດທະນະທຳ, ສັງຄົມ ​ແລະ ຄວາມ​ງາມຂອງ​ປະຊາ​ຄົມ​ອີກ​ດ້ວຍ.

ຟ້ອນມູນເຊື້ອທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ - ảnh 1

(ພາບປະກອບ)

​        ສຳລັບ​ຊາວ​ເຜົ່າ ຂະ​ແມ​ແລ້ວ, ສິລະ​ປະ​ຟ້ອນ​ແມ່ນ​ຜະລິດ​ຕະພັນ​ດ້ານ​ວັດທະນະທຳ, ຈິດ​ໃຈ​ທີ່​ເປັນ​ເອກະລັກ​ສະ​ເພາະ, ທັງ​ມີ​ລັກສະນະ​ສັກກະ​ລະ​ບູຊາ, ທັງ​ແມ່ນ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ ພາຍຫຼັງ​ເວລາ​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ. ສິລະ​ປະ​ຟ້ອນ​ໄດ້​ມີ​ມາ​​ແຕ່​ດົນ​ນານ​ແລ້ວ ​ແລະ ມີ​ຫຼາຍ​ຮູບ​ການ. ປະຈຸ​ບັນຊາ​ວ​ເຜົ່າ ຂະ​ແມ​ຍັງ​ຮັກສາ​ສາມ​ຮູບ​ການ​ຕົ້ນຕໍ​ນັ້ນ​ແມ່ນ​ຮູບ​ການ​ຟ້ອນ​ພື້ນ​ເມືອງ, ຟ້ອນ​ເຊື່ອ​ຖື ​ແລະ ຟ້ອນ​ໃນ​ເວ​ທີ.

        ​ໃນ​ໂອກາດ​ງານ​ບຸນ​ ກໍ່​ຄື​ບຸນປີ​ໃໝ່​ປະຈຳ​ເຜົ່າ ຂະ​ແມ, ​ເມື່ອ​ສຽງ​ກອງ ຫຼື​ສຽງ​ດົນຕີດັງ​ຂຶ້ນ, ​ທັງ​ບ່າວ​ສາວ, ຜູ້​ເຖົ້າ​ຜູ້​ແກ່​​ແຕ່ລະ​ຄູ່ກໍ່​​ຂຶ້ນ​ຟ້ອນ​ລຳ​ໃນວາດ​ຟ້ອນ​ທີ່ອອນ​ຊອນ. ວາດ​ຟ້ອນ​ພື້ນ​ເມືອງ​ທີ່​ມີ​ຫຼາຍ​ຄົນຮູ້​ຈັກ​ເຖິງ​ນັ້ນ​ແມ່ນ​ລຳວົງ. ​ເຂົ້າ​ຮ່ວມ​ວາດ​ຟ້ອນ​ນີ້, ບ່າວ​ສາວ​ແຕ່ລະ​ຄູ່​ທັງ​ລຳ, ທັງ​ໄປ​ອ້ອມ​ຮອບ ​ແລະ ຫຼຽວ​ຊົມ​ກັນ​ດ້ວຍ​ແວວ​ຕາ​​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ. ​ເວລາ​ຟ້ອນ​, ຜູ້​ຊາຍ​ວາ​ແຂນ​ອອກກວ​້າງ​ສະ​ແດງ​ຄວາມ​ປ້ອງ​ກັນໃຫ້​ແກ່​ເພື່ອນ​ຍິງ​ຂອງ​ຕົນ. ນອກ​ນັ້ນ​ຍັງ​ມີ​ວາດ​ຟ້ອນ​ສາລະ​ວັນ... ອີກ. ສາ​ສະ​ດາ​ຈານ. ດຣ ​ເລງ​ອກ​ແກງ, ຮອງ​ປະທານ​ສະມາຄົມ​ນັກ​ສິລະ​ປິນຟ້ອນ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ຈຸດ​ພິ​ເສດ​ຂອງ​ຟ້ອນ​ພື້ນ​ເມືອງ ຂະ​ແມ ​ແມ່ນ​ລັກສະນະ​ເບີກບານ​ມ່ວນ​ຊື່ນ. ຟ້ອນ​ພື້ນ​ເມືອງ​ຢູ່​ບ້ານ​ໃດ​ກໍ່​ມີ. ​ເມື່ອ​ສຽງ​ກອງ, ສຽງ​ດົນຕີ​ດັງ​ຂຶ້ນ, ຜູ້​ເຖົ້າ​ຜູ້​ແກ່ ​ແລະ ຍິງ​ຊາຍ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ຮອບ​ຟ້ອນ​ລຳຢ່າງ​ສະບາຍ, ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ“.

        ນອກຈາກ​ບັນດາ​ວາດ​ຟ້ອນ​ດັ່ງກ່າວ, ​ໃນ​ສິລະ​ປະ​ຟ້ອນ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຂະ​ແມ​ຍັງ​ມີ​ວາດ​ຟ້ອນ​ອື່ນໆ​ເຊັ່ນ: ຟ້ອນ​ຕັກ​ກຸ້ງ​ນ້ອຍ,  ຟ້ອນກະບວຍ​ໝາກ​ພ້າວ, ຟ້ອນ​ເກັບ​ກ່ຽວ​ເຂົ້າ, ຟ້ອນ​ກອງ​, ຟ້ອນ​ພະຈັນ​ໃນ​ງານ​​ແຕ່ງດອງ​​ອີກ.

        ຮູບ​ການ​ຟ້ອນ​ທີ​ສອງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຊົນ​ເຜົ່າ ຂະ​ແມ​ນັ້ນ​ແມ່ນ​ຟ້ອນ​ເຊື່ອ​ຖື​ບູຊາ, ຮູບ​ການ​ນີ້​ແມ່ນ​​ເຄີຍ​ໃຊ້​ໃນ​ງານ​ບຸນ​ຕ່າງໆ​ຄື​ໃນ​ບຸນ​ບູຊາ​ເທວະ​ດາ​​ຮັກສາ​ທົ່ງ​ນາ, ​ເທວະ​ດາ​ຮັກສາ​ບ້ານ​ຕາ​ແສງ ຫຼື​ໃນ​ງານ​ບຸນປີ​ໃໝ່, ບຸນ​ວິສາຂະບູຊາ, ... ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຮູບ​ແບບ​ນີ້​ບໍ່​​ເຄີຍ​ໃຊ້​ຢ່າງ​ກວ້າງຂວາງ, ຊຳ້​ບໍ່​ໜຳ​ມີ​ບາງ​ແຫ່ງ​ມັນ​ໄດ້​ເສື່ອ​ມ​ເສຍ​ໄປ​ແລ້ວ.

        ຮູບ​ການ​ຟ້ອນທີ​ສາມຂອງ​ຊາວ​ເຜົ່າ ຂະ​ແມ​ນັ້ນ​ແມ່ນ​ຟ້ອນ​ເວທີ. ສາ​ສະ​ດາ​ຈານ ດຣ​. ​ເລງ​ອກ​ແກງ, ​ໃຫ້​ຮູ້​ວ່າ:

        “ສຳລັບ​ຟ້ອນ​ເທິງ​ເວທີ​ຂອງ​ຊາວ​ເຜົ່າ ຂະ​ແມ ກໍ່​ມີ 3 ຮູບ​ການ​ເຊັ່ນ: ຣຳ​ໂບ, ຢູ​ເກ, ຢີ​ເກ. ​ໂຣບຳ​ແມ່ນ​ຟ້ອນ​ທີ່​ຄ້າຍຄື​ກັນ​ກັບ​ລຳ​ຕ່ວງ​ຂອງ​ຊາວ​ຫວຽດນາມ; ຟ້ອນ​ຢູ​ເກ​ແມ່ນ​ຄ້າຍຄື​ກັນ​ກັບຟ້ອນ​ລຳໃນກາຍ​ເລືອ​ງ, ສ່ວນ​ຟ້ອນ​ຢີ​ແກ​ແມ່ນ​ຄ້າຍຄື​ກັນ​ກັບ​ຟ້ອນ​ລຳ​ໃນຂັບ​ແຈ່ວ​ຂອງ ຫວຽດນາມ. ​ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ຟ້ອນ ​ໂຣບຳ​ເທິງ​ເວທີ. ​ເຂົາ​ເຈົ້າ​ເອີ້ນນີ້​ແມ່ນ​ລະຄອນ​ຂັບ ​ໂຣບຳ ຫຼື​ລະຄອນ​ຟ້ອນ​ໂຣບຳ ​​ເພາະວ່າ​​ຟ້ອນ ​ໂຣບຳແມ່ນຕ້ອງສະແດງໃຫ້ເຫັນເນື້ອໃນທັງໝົດຂອງລະຄອນພື້ນເມືອງໃນເວທີ. ​ໃນ​ລະຄອນຟ້ອນ ໂຣບຳສາມາດ​ຟ້ອນ​ດ້ວຍ​ຕີນ, ດ້ວຍ​ມື​ກໍ່ໄດ້, ນີ້​ຖືກ​ເອີ້ນ​ວ່າ​ຮູບ​ການຟ້ອນ​ບູຮານ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຂະ​ແມ.“

ຟ້ອນມູນເຊື້ອທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ - ảnh 2

(ພາບປະກອບ)

ໃນ​ຟ້ອນ ​ໂຣ​ບຳ, ຊຸດ​ອາພອນ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ລະອຽດ​ລະ​ອໍ. ພິ​ເສດ, ຟ້ອນ ​ໂຣບຳ ​ເຄີຍ​ອີງ​ໃສ່​ເລື່ອງ​ລາວ​ຕ່າງໆ​ຂອງ​ຊາວ​ເຜົ່າ ຂະ​ແມ, ດັ່ງ​ນັ້ນ​ມັນ​ໄດ້​ກາຍ​ເປັນ​ອາຫານ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ໃນ​ການດຳລົງ​ຊີວິດ​ຂອງ​ເຂົາ​ເຈົ້າ.

        ​ໃນ​ສິລະ​ປະ​ຟ້ອນ​ຂອງ​ຊາວ​ເຜົ່າ ຂະ​ແມ, ດົນຕີ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສ້າງ​ເປັນ​ຜົນສຳ​ເລັດ​ຂອງ​ບົດ​ຟ້ອນ. ດົນຕີ​ປະສົມ​ກົມກຽວ​ກັບ​ຟ້ອນ ​ແລະ ​ເລີ່​ມມາ​ຈາກ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ ຂະ​ແມ, ດັ່ງ​ນັ້ນ​ຈຶ່ງ​ມ່ວນຫຼາຍ.

        ສຳລັບ​ຊາວ​ເຜົ່າ ຂະ​ແມ, ສິລະ​ປະ​ຟ້ອນ​ມີ​ຜົນ​ສະທ້ອນ​ຫຼາຍ​ທີ່​ສຸດ ​ແລະ ມີ​ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ກັບ​ສະຖາປັດຕະຍະກຳ, ວິຈິດ​ສິນ ​ແລະ ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ​ພາກ​ໃຕ້, ທ່ານ ​ເລງ​ອກ​ແກງ ​ແບ່ງປັນ​ວ່າ:

        “ຟ້ອນພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຂະ​ແມ​ແມ່ນ​ເຄີຍ​ສະ​ແດງ​ຢູ່​ໃນ​ວັດ, ບໍ່​ຮູ້ຈັກ​ວ່າ​ວັດ​ ​ຫຼື​ສິລະ​ປະຟ້ອນ​, ອັນ​ໃດ​ໄດ້ມີ​ມາກ່ອນ, ພຽງແຕ່​ຮູ້​ວ່າ, ປະຈຸ​ບັນ​ສະຖາປັດຕະຍະກຳ​ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ​ພາກ​ໃຕ້​ລ້ວນ​ແຕ່ມີ​ຮູບ​ນັກ​ຟ້ອນ, ນົກ​ເທວະ​ດາ​ຫຼາຍ​ຮູບ​ຢູ່​ຕາມ​ເສົາ, ຂີ່, ​ແຂນນາງ​ວັດ. ​ເມື່ອ​ເວົ້າ​ເຖິງ​ວັດ ຂະ​ແມ, ຮູບ​ພາບ​ນັກ​ຟ້ອນ​ແມ່ນ​ຂາດ​ບໍ່​ໄດ້“.

        ປະຈຸ​ບັນ, ຟ້ອນ ຂະ​ແມ​ໄດ້​ພັດທະນາ​ຢ່າງ​ແຮງ, ນັບ​ທັງ​ຮູບ​ການ ​ແລະ ຄຸນ​ນະພາ​ບ. ສິລະ​ປະ​ຟ້ອນ​ບໍ່​ພຽງ​ແຕ່​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ ຂະ​ແມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວັດທະນະທຳ​ດ້ານ​ຈິດ​ໃຈ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ສວຍ​ງາມ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ ຫວຽດນາມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ