(vovworld) - ຈຸດພິເສດສະເພາະຂອງລະບອບມານດາສິດທິລາດໃນສັງຄົມທີ່ເປັນມູນເຊື້ອຂອງຊົນເຜົ່າເອເດ ສະແດງອອກຢ່າງຈະແຈ້ງຜ່ານຫຼາຍແງ່ມູມໃນຊີວິດການເປັນຢູ່ຂອງເຂົາເຈົ້າ, ນັບແຕ່ການພົວພັນໃນຄອບຄົວ, ສັງຄົມ ຕະຫຼອດຮອດສະຖາປັດຕະຍະກຳເຮືອນຢູ່, ເຄື່ອງດົນຕີ, ຄ້ອງ... ໃນນັ້ນ, ຈຸດທີ່ເປັນເອກະລັກສະເພາະທີ່ສຸດ ແມ່ນລະບອບມານດາສິດທິລາດ, ເຊິ່ງສະແດງອອກໃນການສົມລົດຂອງຄອບຄົວຊາວເຜົ່າເອເດ.
ງານດອງຂອງຊົນເຜົ່າເອເດ
(ພາບ: ອິນເຕີແນດ)
ຕາມມູນເຊື້ອມາແຕ່ດົນນານແລ້ວ, ຜູ້ມີສິດອຳນາດສູງສຸດໃນຄອບຄົວຊາວຊົນເຜົ່າເອເດ ແມ່ນຜູ້ຍິງ. ຕາມປະລິຍາເອກ ຫງວຽນຢູຍທ້ຽວ, ຮອງຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າວິທະຍາແລ້ວ, ສັງຄົມມານດາສິດທິລາດຂອງຊາວເຜົ່າເອເດ ແມ່ນສັງຄົມໂດຍແມ່ຍິງເປັນເຈົ້າ. ລູກຫຼານເມື່ອໄດ້ຮັບການກຳເນີດໃຊ້ສະກຸນແມ່, ຫາກບໍ່ໃຊ້ສະກຸນພໍ່
“ຜູ້ຍິງເປັນເຈົ້າການໃນການສົມລົດ. ເຂົາເຈົ້າມັກຜູ້ໃດ, ຮັກຜູ້ໃດ ກໍ່ບອກກັບແມ່ ແລະ ຄອບຄົວເພື່ອຈັດງານດອງກັບຜູ້ທີ່ເຂົາເຈົ້າຮັກ. ພາຍຫຼັງແຕ່ງດອງເຈົ້າບ່າວຈະຢູ່ ໃນຄອບຄົວຂອງເຈົ້າຍິງ. ລູກຂອງເຂົ້າເຈົ້າຈະໃຊ້ສະກຸນແມ່. ຖ້າຫາກ, ຜູ້ເປັນເມຍເສຍຊີວິດ, ຄອບຄົວຝ່າຍເມຍຈະຊອກຫາສາວຜູ້ອື່ນມາແຕ່ງດອງໃຫ້ຜູ້ເປັນຜົວ ແລະ ຊາວເອເດ ເອີ້ນວ່ານີ້ແມ່ນປະເພນີເຈເນ“.
ງານດອງຂອງຊົນເຜົ່າເອເດ
(ພາບ: ອິນເຕີແນດ)
ປະເພນີເຈເນ ຂອງຊາວເຜົ່າເອເດ, ດ້ານໜຶ່ງແມ່ນມີລັກສະນະວັດທະນະ ທຳມະນຸດ, ແຕ່ມັນພັດມີຜົນສະທ້ອນບໍ່ດີຄື: ບໍ່ຮັບປະກັນສິດເສລີໃນການຮັກໄຄ່ລະຫວ່າງຍິງຊາຍ ແລະ ສິດເລືອກເຟັ້ນຄວາມສຸກຂອງມະນຸດ, ພິເສດແມ່ນສຳລັບຜູ້ຊາຍ. ໃນຄອບຄົວ, ເຖິງວ່າແມ່ຍິງແມ່ນເຈົ້າຂອງຄອບຄົວ, ແຕ່ຜູ້ຊາຍກໍ່ມີບົດບາດແນ່ນອນໃນຄອບຄົວຢູ່. ທ່ານ ທ້ຽວ ໃຫ້ຮູ້ວ່າ:
“ເຖິງວ່າແມ່ຍິງເປັນຜູ້ຕັດສິນ, ແຕ່ພັດຜ່ານທີ່ຕັ້ງຂອງຜູ້ຊາຍ. ຕົວຢ່າງຄື, ໃນບົດປະພັນ ປະຫວັດສາດດາມຊານ, ເມື່ອ ດາມຊານ ເປັນເຈົ້າບ້ານ, ເມຍກໍ່ມີສິດອຳນາດ. ເລື່ອງບັນຊາການການຮົບ ແລະ ຊີ້ນຳປະຊາຄົມໂດຍຜູ້ຊາຍຮັບຜິດຊອບ, ສ່ວນຜູ້ຍິງມີແຕ່ບັນຊາຢູ່ເບື້ອງຫຼັງເທົ່ານັ້ນ.“
ຖ້າມາຢ້ຽມຢາມຄອບຄົວຊາວເຜົ່າເອເດ, ຜູ້ຕາງໜ້າຄອບຄົວຕ້ອນຮັບແຂກຍາມໃດກໍ່ແມ່ນຜູ້ຊາຍ, ບາງເທື່ອແມ່ນຜົວຫຼືລູກຊາຍຂອງເຈົ້າເຮືອນ. ຜູ້ຊາຍຊົນເຜົ່າເອເດ ເປັນຜູ້ຕາງໜ້າໃຫ້ຄອບຄົວໃນການພົວພັນກັບພາຍນອກ ແລະ ແກ້ໄຂວຽກງານຕ່າງໆໃນຄອບຄົວຝ່າຍເມຍຄື: ງານສົບ, ງານດອງ...
ສັງຄົມມານດາສິດທິລາດຂອງຊົນເຜົ່າເອເດ, ຍັງສະແດງອອກໃນສະຖາປັດຕະຍາກຳເຮືອນຍາວຂອງຊົນເຜົ່າເອເດອີກ. ນັ້ນແມ່ນເຮືອນຮ້ານທີ່ເຮັດດ້ວຍໄມ້ ຫຼືໄມ້ໄຜ່, ໄມ້ເຮ້ຍ ຂອງມະຫາຄອບຄົວຊົນເຜົ່າເອເດນັບສິບຄົນ. ປ້າ ເຮີໂຣຍ, ຢູ່ບ້ານກິ, ຕາແສງແທ່ງເດ, ນະຄອນບວນມາທວດ, ແຂວງດັກລັກ, ໄດ້ເວົ້າກ່ຽວກັບການຈັດວາງໃນເຮືອນຍາວຂອງຊົນເຜົ່າເອເດວ່າ:
“ເຮືອນຍາວຖືກແບ່ງອອກເປັນສອງສ່ວນແມ່ນ Gah ແລະ Ok, ສ່ວນ Gah, ແມ່ນຫ້ອງຮັບແຂກ. ໃນນັ້ນມີສ່ວນໜຶ່ງເອີ້ນວ່າ Tul Gah, ເປັນຫ້ອງສະຫງວນໃຫ້ຜູ້ຊາຍບໍ່ທັນສ້າງຄອບຄົວ, ສ່ວນ Ok ແມ່ນສະຫງວນໃຫ້ຄູ່ຜົວເມຍ, Tul Ok ແມ່ນສະຫງວນໃຫ້ຜູ້ສາວບໍ່ທັນເອົາຜົວ, ຫຼືໃຫ້ແຂກຍິງ. ສ່ວນ Gah ແມ່ນໃກ້ກັບຂັ້ນໄດເຂົ້າເຮືອນ“.
ເຮືອນຍາວຂອງຊົນເຜົ່າເອເດ
(ພາບ: ອິນເຕີແນດ)
ລະບອບມານດາສິດທິລາດຂອງຊາວເຜົ່າເອເດ ແມ່ນສະແດງອອກຢ່າງຈະແຈ້ງໃນສະຖາປັດຕະຍະກຳ ແລະ ການປະດັບປະດາສິລະປະໃນເຮືອນຍາວ. ເມື່ອຂຶ້ນຂັ້ນໄດເຂົ້າເຮືອນ, ເຮົາຈະເຫັນຮູບນົມແມ່ ແລະ ຮູບເດືອນແຮມ, ເຊິ່ງແມ່ນສັນຍາລັກທີ່ມີຊີວິດຊີວາຂອງເພດຍິງ. ເຮືອນຍາວຂອງຊົນເຜົ່າເອເດມີ 2 ຂັ້ນໄດ, ນັ້ນແມ່ນຂັ້ນໄດແມ່ ແລະ ຂັ້ນໄດຜູ້. ຂັ້ນໄດແມ່ຕັ້ງຢູ່ໜ້າເຮືອນ, ແມ່ນສະຫງວນໃຫ້ແຂກ ແລະ ຜູ້ຊາຍ. ສ່ວນຂັ້ນໄດຜູ້ຕັ້ງຢູ່ຫຼັງເຮືອນ ແມ່ນສະຫງວນໃຫ້ແກ່ຜູ້ຍິງໃນເຮືອນ.
ເຮືອນຍາວຂອງຊົນເຜົ່າເອເດ
(ພາບ: ອິນເຕີແນດ)
ແມ່ຍິງເອເດ ບໍ່ພຽງແຕ່ແມ່ນເຈົ້າຂອງເຮືອນເທົ່ານັ້ນ, ຫາກຍັງແມ່ນເຈົ້າບ້ານອີກດ້ວຍ. ເຊິ່ງຊາວເຜົ່າເອເດ ເອີ້ນວ່າ “ໂປລັນ“ ໝາຍຄວາມວ່າເປັນຜູ້ຕາງໜ້າຮັບຜິດຊອບວຽກງານຄຸ້ມຄອງທີ່ດິນຂອງຕະກຸນ, ໝູ່ບ້ານ, ທັງແກ້ໄຂຄວາມຂັດແຍ່ງກັນພາຍໃນໝູ່ບ້ານ ແລະ ກັບບ້ານອື່ນໆ. ປະລິຍາເອກ ຫງວຽນຢູຍທ້ຽວ, ໃຫ້ຮູ້ວ່າ ເຈົ້າບ້ານແມ່ນຜູ້ມີຄວາມຊຳນານໃນວຽກງານບູຊາຜີສາງນາງໄມ້ ແລະ ວຽກບ້ານ ກໍ່ຄືໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບນັບຖືຈາກປະຊາຊົນ.
“ໃນເມື່ອກ່ອນ, ແມ່ຍິງເປັນເຈົ້າບ້ານ, ທັງເປັນເຈົ້າທີ່ດິນ. ແຕ່ລະປີ, ເຂົາເຈົ້າພ້ອມກັບຄະນະຜູ້ຊ່ວຍວຽກໄດ້ໄປເກັບອາກອນທີ່ດິນ ແລະ ກວດກາ ກ່ຽວກັບປະຕິກິລິຍາຂອງປະຊາຄົມທີ່ມີຕໍ່ທີ່ດິນເພື່ອຈັດພິທີບູຊາ. ແຕ່ປະຈຸບັນ, ຜູ້ເປັນເຈົ້າບ້ານໂດຍປະຊາຊົນເລືອກເຟັ້ນ, ບາງເທື່ອຈະເປັນຜູ້ຊາຍຫຼືຜູ້ຍິງກໍ່ໄດ້. ແຕ່ໃນປະເພນີຂອງວົງຕະກຸນ, ຜູ້ຍິງຍັງເປັນເຈົ້າຂອງຢູ່“.
ສັງຄົມມານດາສິດທິລາດຂອງຊົນເຜົ່າເອເດ, ເຖິງວ່າຍັງຄົງໄດ້ຮັບການຕີລາຄາວ່າແມ່ນສັງຄົມມານດາສິດທິລາດທີ່ເປັນແບບຢ່າງຢູ່ຫວຽດນາມ ກໍ່ຕາມ, ແຕ່ຕາມການພັດທະທະນາຂອງຊີວິດສັງຄົມ, ລະບອບມານດາສິດທິລາດຂອງຊາວເຜົ່າເອເດ ພວມມີການຫັນປ່ຽນຢ່າງເລິກເຊິ່ງ ຍ້ອນການເຊື່ອມໂຍງທາງດ້ານວັດທະນະທຳຂອງຊົນເຜົ່າຕ່າງໆ ແລະ ການພົວພັນຄ້າຂາຍລະຫວ່າງເຂດພາກພວມພັດທະນາຢ່າງແຮງ.