(vovworld) - ຊາວເຜົ່າກຶມມຸຢູ່ຫວຽດນາມມີຫຼາຍງານບຸນຄື: ບຸນຜີບ້ານ, ບຸນບູຊາບັນພະບຸລຸດ, ບຸນຕ້ອນຮັບຕົ້ນເຂົ້າ, ບຸນພາວະນາໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ບຸນໜໍ່ໄມ້ປົ່ງຂຶ້ນ… ໃນນັ້ນ, ພິທີບູຊາບັນພະບຸລຸດ ແລະ ບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີໄດ້ຮັບຖືວ່າແມ່ນບັນດາປະເພນີທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳແຫ່ງການເຊື່ອຖືຂອງຊາວເຜົ່າກຶມມຸ.
ໄກ່ໂຕໜຶ່ງເພື່ອບູຊາສົ່ງທ້າຍປີເກົ່າ
ກໍ່ເຊັ່ນດຽວກັບຊົນເຜົ່າອື່ນໆ, ການບູຊາບັນພະບຸລຸດຂອງຊາວເຜົ່າກຶມມຸແມ່ນປະເພນີທີ່ຂາດບໍ່ໄດ້. ໃນນັ້ນບັນດາພິທີບູຊາບັນພະບຸລຸດໃນໂອກາດບຸນປີໃໝ່ສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂົາເຈົ້າ.
ຍ້ອນມີການເຊື່ອມໂຍງກັບພື້ນຖານວັດທະນະທຳຂອງຊົນເຜົ່າອື່ນໆ, ເຮືອນຮ້ານຂອງຊາວເຜົ່າກຶມມຸຈຶ່ງຄ້າຍຄືກັນກັບເຮືອນຮ້ານຂອງຊາວເຜົ່າຜູ່ໄທ. ເຖິງຢ່າງໃດກໍ່ຕາມ, ຍັງມີຈຸດທີ່ແຕກຕ່າງກັນ, ນັ້ນແມ່ນບ່ອນບູຊາໃນເຮືອນຮ້ານ. ເຖິງວ່າເຮືອນມີ 3 ຫຼື 5 ຫ້ອງ, ຫ້ອງທຳອິດຍາມໃດກໍ່ໃຊ້ສະເພາະເພື່ອບູຊາບັນພະບຸລຸດ, ເຊິ່ງເອີ້ນວ່າແຫ່ງຖືຜີບ້ານ. ເຂດທີສອງແມ່ນບູຊາຜີເຕົາໄຟ. ນີ້ກໍ່ແມ່ນບ່ອນຄົວກິນ, ບ່ອນກິນດື່ມ, ຕ້ອນຮັບແຂກໃນເຫດການສຳຄັນ.
ເບິ່ງລວມແລ້ວ, ການບູຊາຂອງຊາວເຜົ່າກຶມມຸ, ແມ່ນເພື່ອພາວະນາຂໍໃຫ້ປະສົບແຕ່ຄວາມໂຊກດີ. ແຕ່ຕາມທັດສະນະຂອງຊາວເຜົ່າກຶມມຸແລ້ວ, ເມື່ອຜີສາງໂກດເຄືອງບາງເທື່ອຈະກໍ່ໃຫ້ເກີດໄພພິບັດ. ຍ້ອນເຫດນັ້ນ, ຊາວເຜົ່າກຶມມຸຈຶ່ງຈັດຕັ້ງພິທີບູຊາ ເພື່ອສະແດງຄວາມເຄົາລົບນັບຖື ແລະ ຄວາມປາຖະໜາຂອງຕົນ. ທ່ານ ເລືອງວັນບິ່ງ ຊາວເຜົ່າກຶມມຸໃຫ້ຮູ້ວ່າ:
“ເລື່ອງບູຊາແມ່ນເພື່ອພາວະນາຂໍໃຫ້ລູກຫຼານ, ຄອບຄົວມີສຸຂະພາບເຂັ້ມແຂງ, ບໍ່ຖືກເຄາະຮ້າຍ, ຄວາມຊວຍ ກໍ່ຄືສິ່ງທີ່ໜ້າເປັນຫ່ວງເປັນໃຍ. ຕາມປົກກະຕິ, ໃນປີໃໝ່ເຂົາເຈົ້າເຄີຍຈັດພິທີບູຊາດ້ວຍໄກ່ 2 ໂຕ ເພື່ອລາຍງານ ແລະ ຂໍບັນພະບຸລຸດດົນບັນດານໃຫ້”.
ຕາມປະເພນີຂອງຊາວເຜົ່າກຶມມຸ. ເພື່ອຈັດພິທີບູຊາໃນບຸນປີໃໝ່, ຄອບຄົວໃດກໍ່ມີໄກ່ 2 ໂຕ, ໂຕໜຶ່ງເພື່ອບູຊາສົ່ງທ້າຍປີເກົ່າ, ລາຍງານຕໍ່ບັນພະບຸລຸດກ່ຽວກັບສະພາບເຮືອນຊານ, ລູກເຕົ້າຂອງເຈົ້າເຮືອນໃນປີຜ່ານມາ, ແລະ ອີກໂຕໜຶ່ງແມ່ນເພື່ອບູຊາຕ້ອນຮັບປີໃໝ່, ພາວະນາຂໍໃຫ້ປີໃໝ່ມີສຸຂະພາບເຂັ້ມແຂງ ແລະ ການທຳມາຫາກິນໄດ້ຮັບຜົນດີ… ເມື່ອທຳພິທີ, ທຸກຄົນໃນຄອບຄົວຕ້ອງມີໜ້າຢ່າງພ້ອມພຽງ. ຕາມປະເພນີ, ເຂົາເຈົ້າທາເລືອດໄກ່ໃສ່ຫົວເຂົ່າແຕ່ລະຄົນ ດ້ວຍຄວາມໝາຍຂໍໃຫ້ທຸກຄົນລ້ວນແຕ່ມີຄວາມສະຫງົບສຸກ, ມີສຸຂະພາບແຂງແຮງ ແລະ ຮ່ຳຮຽນ, ທຳມາຫາກິນໄດ້ຮັບຜົນດີ. ໃນພິທີບູຊາຍາມທ້າຍປີ, ຊາວເຜົ່າກຶມມຸກໍ່ກະກຽມເຫຼົ້າ 2 ໄຫເພື່ອສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່. ໃນທັດສະນະຂອງຊາວເຜົ່າກຶມມຸ, ບຸນປີໃໝ່ແມ່ນບຸນແຫ່ງການພົບປະ. ບ່ອນບູຊາໃນຄອບຄົວແມ່ນບ່ອນເພື່ອໃຫ້ບັນພະບຸລຸດຕິດຕໍ່ພົວພັນກັບລູກຫຼານດ້ວຍຈິດວີນຍານ. ປະເພນີບູຊາຂອງຊາວເຜົ່າກຶມມຸ ແມ່ນໂອກາດເພື່ອໃຫ້ລູກຫຼານສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ໝູ່ບ້ານ ແລະ ຄອບຄົວ. ທ່ານ ລື້ວັນເຮີ້ຍ, ຊາວເຜົ່າກຶມມຸ, ໃຫ້ຮູ້ວ່າ:
“ຍາມຍັງນ້ອຍ, ຂ້າພະເຈົ້າໄດ້ຮັບການສັ່ງສອນຕັກເຕືອນຈາກພໍ່ແມ່ວ່າ, ເມື່ອຈັດພິທີບູຊາຕ້ອງປະຕິບັດຕາມປະເພນີດັ່ງກ່າວ. ຖ້າບໍ່ເຮັດຄືແນວນັ້ນຈະຖືກພໍ່ແມ່ ແລະ ຟ້າແຖນລົງໂທດ… ປະເພນີນີ້ແມ່ນມີມາແຕ່ດົນນານແລ້ວ, ແລະ ໃນປີໜຶ່ງຖືກຈັດເທື່ອໜຶ່ງໃນໂອກາດທ້າຍປີ ເພື່ອສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່”.
(ພາບປະກອບ)
ນອກຈາກບູຊາບັນພະບຸລຸດ, ວົງຕະກຸນ ແລະ ຜີເຕົາໄຟໃນເຮືອນແລ້ວ, ຊາວເຜົ່າກຶມມຸຍັງບູຊາຜີສາງອື່ນໆອີກຄື: ຜີພູ, ຜີປ່າ, ຜີຫ້ວຍເພື່ອມີນ້ຳເຮັດໄຮ່, ມີໄມ້ປຸກສ້າງເຮືອນ, ບູຊາຜີໄຮ່ເພື່ອຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ບູຊາຜີສາງເພື່ອຂັບໄລ່ພະຍາດ, ໃຫ້ຄົນໄປໄກພົບປະແຕ່ຄວາມໂຊກດີ…
ໃນພິທີບູຊາຕ່າງໆ, ພິທີບູຊາພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີຂອງຊາວເຜົ່າກຶມມຸມີຄຸນຄ່າວັດທະນະທຳທີ່ບໍ່ມີຮູບຮ່າງ. ຊາວເຜົ່າກຶມມຸຖືວ່າ, ທຸກສິ່ງທຸກຢ່າງລ້ວນແຕ່ມີວີນຍານ, ທຳມະຊາດ, ຟ້າ, ດິນ, ໄຮ່ລ້ວນແຕ່ມີການພົວພັນອັນສະໜິດຕິດແທດກັບຊີວິດ ແລະ ການຜະລິດຂອງມະນຸດ. ພິທີດັ່ງກ່າວສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ບັນດາກຳລັງອະພິທຳມະຊາດຂອງຊາວເຜົ່າກຶມມຸ, ພ້ອມທັງສະແດງຄວາມປາຖະໜາຢາກໃຫ້ການປູກຝັງໄດ້ຮັບຜົນດີ, ມີຊີວິດອິ່ມໜຳສຳລານ. ພິທີບູຊານີ້ລວມມີ 5 ພາກຄື: ພາກບູຊາຜີບ້ານ, ບັນພະບຸລຸດ; ພາກເຊີດຊູຕົ້ນເຂົ້າ, ຕົ້ນມັນເຜືອກ; ພາກພາວະນາຂໍໃຫ້ຝົນຕົກ; ທັ່ງຮູຕົກແກ່ນ; ສຸດທ້າຍແມ່ນບັນດາການລະຫຼິ້ນພື້ນເມືອງເພື່ອອວຍພອນງານບຸນ… ນີ້ແມ່ນພິທີເພື່ອສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນກ່ອນທີ່ໄດ້ຊອກເຫັນຕົ້ນເຂົ້າ, ພືດ ແລະ ຖືວ່າຕົ້ນເຂົ້າ ແລະ ພືດກໍ່ມີວີນຍານ, ມີຜີ. ງານບຸນຖືກຈັດຕັ້ງຢ່າງເຄັ່ງຂຶມ, ສົມກຽດ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ທຳມະຊາດ, ຟ້າ, ດິນ, ໄຮ່, ພ້ອມທັງສະແດງຄວາມປາຖະໜາຢາກໃຫ້ລະດູການປູກຝັງໄດ້ຮັບຜົນດີ ແລະ ມີຊີວິດອິ່ມໜຳສຳລານ.
ບັນດາປະເພນີ, ການເຊື່ອຖືຂອງຊາວເຜົ່າກຶມມຸແມ່ນມີຄວາມໝາຍທິດສະດີປັດສະຍາຢ່າງເລິກເຊິ່ງ, ນັ້ນແມ່ນການເຄົາລົບ, ປົກປັກຮັກສາທຳມະຊາດ, ການຮູ້ບຸນຄຸນຕໍ່ບັນພະບຸລຸດ, ຄວາມງາມດ້ານຈິດໃຈວັດທະນະທຳຂອງຊາວເຜົ່າກຶມມຸນັບມື້ນັບໄດ້ຮັບການເສີມຂະຫຍາຍໃນການດຳລົງຊີວິດປະຈຸບັນ.