(vovworld) - ວົງຄະນາຍາດຊາວເຜົ່າໄຕ ແມ່ນຊົນເຜົ່າທີ່ມີພົນລະເມືອງຫຼາຍກວ່າໝູ່ໃນບັນດາຊົນເຜົ່າສ່ວນໜ້ອຍຂອງຫວຽດນາມ, ດ້ວຍ 1.700.000 ຄົນ, ຊາວເຜົ່າໄຕໃຊ້ໝວດພາສາໄຕ - ໄທ, ເຂົາເຈົ້າອາໄສສ່ວນຫຼາຍຢູ່ບັນດາແຂວງພາກເໜືອ ແລະ ທິດຕາເວັນຕົກສ່ຽງເໜືອຫວຽດນາມ ຄື: ແຂວງກາວບັ່ງ, ລ້າງເຊີນ, ບັກກ້ານ, ຮ່າຢາງ, ທ໋າຍງວຽນ: ລາວກາຍ. ຊາວເຜົ່າໄຕເຄີຍດຳລົງຊີວິດຢູ່ຕີນພູຫຼືແຄມຫ້ວຍ.
ພາບອິນເຕີແນດ
ນັບແຕ່ດົນນານມາແລ້ວ, ຊາວເຜົ່າໄຕເຄີຍຢູ່ເຕົ້າໂຮມກັນເປັນບ້ານຕາມຮ່ອມພູ, ເນີນພູ. ແຕ່ລະບ້ານມີ 15-20 ຄອບຄົວ. ບາງເທື່ອກໍ່ມີນັບຮ້ອຍຄອບຄົວ. ເຮືອນຂອງຊາວເຜົ່າໄຕແມ່ນເຮືອນຮ້ານ, ເຂົາເຈົ້າເຄີຍຫາໄມ້ທີ່ລຳ້ຄ່າມາປຸກເຮືອນ. ເຮືອນມີ 2 ຫຼື 4 ຫຼັງຄາມຸງດ້ວຍໃບຄໍ້ຫຼືດິນຂໍ. ຝາເຮືອນເຮັດດ້ວຍໄມ້ອັດຫຼືໄມ້ໄຜ່ໄມ້ເຮ້ຍ. ຊຸດອາພອນຂອງຊາວເຜົ່າໄຕເຮັດດ້ວຍຜ້າຝ້າຍ, ໂດຍເຂົາເຈົ້າຕຳເອງ ແລະ ຍ້ອມເປັນສີຄາມ. ສຳລັບຜູ້ຍິງ, ເສື້ອປະກອບດ້ວຍ 5 ປ່ຽງ, ຄໍເສື້ອສູງ, ໃສ່ກະດູມ 5 ອັນຢູ່ຄໍ ແລະ ຂ້າງເສື້ອ, ໂສ້ງຍາວ, ມັດສາຍແອວ, ມີຜ້າບ່ຽງ. ໃນງານບຸນ, ເຂົາເຈົ້າເຄີຍນຸ່ງເສື້ອຂາວຕື່ມອີກຢູ່ທາງໃນ. ກ່ອນນີ້, ຜູ້ຍິງຊາວເຜົ່າໄຕຢູ່ຫຼາຍເຂດນຸ່ງສິ້ນ, ແຕ່ປະຈຸບັນ, ເຂົາເຈົ້າພັດນຸ່ງໂສ້ງຍາວເຖິງສົ້ນຕີນ. ແມ່ຍິງຊົນເຜົ່າໄຕຍັງມີເສື້ອຍາວເບິ່ງຄ້າຍຄືກັນກັບເສື້ອສັ້ນແຕ່ປ່ຽງເສື້ອພັດຍາວເຖິງຫົວເຂົ່າ. ເຄື່ອງສຳອາງມີປອກຄໍ, ປອກແຂນ, ປອກຕີນ… ສ່ວນຜູ້ຊາຍນຸ່ງໂສ້ງກວ້າງມີຫົວ, ເສື້ອສັ້ນ, ປະກອບດ້ວຍ 5 ປ່ຽງ. ເສື້ອຄໍຕັ້ງ. ຜູ້ຊາຍກໍ່ມີເສື້ອຍາວກວ່າຫົວເຂົ່າ. ປ້າ ຮ່ວາງທິຊວານ, ຊາວເຜົ່າໄຕຢູ່ຕາແສງຊວນຢາງ, ແຂວງຮ່າຢາງ, ໃຫ້ຮູ້ວ່າ:
“ຊາວເຜົ່າໄຕປະກອບມີໄຕດຳ, ໄຕຂາວ, ໄຕໄທ, ເຊິ່ງໄດ້ຮັບການຈຳແນກຜ່ານສີເສື້ອ. ຊາວເຜົ່າໄຕຂາວໃຊ້ຜ້າບ່ຽງ ແລະ ເສື້ອສີຄາມ ນອກນັ້ນກໍ່ໃສ່ປອກຄໍອີກ. ສ່ວນຊາວເຜົ່າໄຕດຳນຸ່ງເສື້ອສັ້ນສີດຳ, ສິ້ນແພໜາ ແລະ ຍາວກວ່າສິ້ນຂອງເຜົ່າໄຕຂາວ, ຄໍໃສ່ປອກ ແລະ ກະດູມເຮັດດ້ວຍເງິນ. ຢູ່ຊວນຢາງ, ຊາວເຜົ່າໄຕຂາວກວມ 80%, ສ່ວນຊາວເຜົ່າໄຕດຳພັດດຳລົງຊີດຢູ່ຊິ໋ນເມິ່ນ, ຮ່າຢາງ. ຊາວເຜົ່າໄຕຢູ່ກາວບັ່ງ ມັກນຸ່ງໂສ້ງຍາວສີດຳ“.
ພາບອິນເຕີແນດ
ກໍ່ເຊັ່ນດຽວກັນກັບຊົນເຜົ່າອື່ນໆ, ຊົນເຜົ່າໄຕເຊື່ອຖືເທວະດາຟ້າແຖນ. ການບູຊາບັນພະບຸລຸດແມ່ນພິທີທາງສາສະໜາທີ່ສຳຄັນຂອງຊາວເຜົ່າໄຕ. ແທ່ນບູຊາບັນພະບຸລຸດຕັ້ງຢູ່ບ່ອນຄ່ຽມຂຶມທີ່ສຸດໃນເຮືອນ. ຕຽງຢູ່ຕໍ່ໜ້າແທ່ນບູຊາແມ່ນຕັ້ງຢູ່ລ້າໆເທົ່ານັ້ນ, ແຂກບໍ່ໄດ້ນັ່ງ, ນອນຢູ່ເທິງ. ນອກນັ້ນເຂົາເຈົ້າກໍ່ຄະລຳຫຼາຍຢ່າງອີກເຊັ່ນ: ບໍ່ໄດ້ຕັ້ງຂາເທິງຟືນທີ່ພວມໄໝໃນເຕົາໄຟ ຫຼືຕັ້ງຂາເທິງເຕົາໄຟ. ພາຍຫຼັງເຂົ້າຮ່ວມພິທີງານສົບຖ້າບໍ່ທັນອາບນຳ້ແມ່ນບໍ່ໄດ້ເບິ່ງສັດປີກ ແລະ ສັດລ້ຽງ. ຜູ້ຫາກໍ່ເກີດລູກບໍ່ໄດ້ຢືນຢູ່ບ່ອນບູຊາບັນພະບຸລຸດ. ປະເພນີບູຊາໝາຫີນກໍ່ແມ່ນໜຶ່ງໃນບັນດາປະເພນີອັນດີງາມຂອງຊາວເຜົ່າໄຕ. ຢູ່ຕໍ່ໜ້າປະຕູເຮືອນຂອງແຕ່ລະຄອບຄົວຊາວເຜົ່າໄຕຢູ່ລ້າງເຊີນ ເຄີຍຕັ້ງໝາຫີນໂຕໜຶ່ງດ້ວຍຮູບຮ່າງທີ່ແຕກຕ່າງກັນ. ນັ້ນແມ່ນຈຸດພິເສດສະເພາະຂອງຊາວເຜົ່າໄຕຢູ່ລ້າງເຊີນ. ໝາຫີນຖືກຕັ້ງຕໍ່ໜ້າເຮືອນເພື່ອຂັບໄລ່ຜີສາງນາງໄມ້, ຄວາມສ່ຽງ ແລະ ຊ່ວຍເຈົ້າຂອງເຝົ້າເຮືອນ. ທ່ານ ວີວັນເກີ, ຢູ່ເມືອງໂລກບິ່ງ, ແຂວງລ້າງເຊີນ, ໃຫ້ຮູ້ວ່າ:
“ໝາຫີນຕັ້ງຢູ່ຕໍ່ໜ້າເຮືອນເພື່ອເຝົ້າເຮືອນ, ຮັກສາຄອບຄົວໃຫ້ມີຄວາມສຸກ, ທຳມາຫາກິນໄດ້ຮັບຜົນດີ. ນັ້ນແມ່ນປະເພນີທີ່ໄດ້ຮັບການສືບທອດຈາກລຸ້ນກ່ອນມາຮອດປະຈຸບັນ“
ພາບອິນເຕີແນດ
ຊາວເຜົ່າໄຕມີພື້ນຖານສິລະປະວັນນະຄະດີທີ່ອຸດົມສົມບຸນ, ດ້ວຍບົດກອນ, ບົດເພງ, ເທບນິຍາຍ, ເລື່ອງຊວນຫົວ, ຟ້ອນ, ດົນຕີ, ຂັບເລື້ອນ (ຂັບກ້ຽວກັນ), ຂັບກ່ອມ, ຂັບໃນງານດອງ. ໃນນັ້ນຂັບແທນແມ່ນຂາດບໍ່ໄດ້ໃນງານບຸນຕ່າງໆຂອງຊາວເຜົ່າໄຕຄືໃນພິທີງານສົບ, ງານບຸນລົງທົ່ງ, ງານແຕ່ງດອງ. ເຂົາເຈົ້າເຄີຍຂັບແທນຕໍ່ໜ້າແທ່ນບູຊາບັນພະບຸລຸດ, ຢູ່ເຂດທົ່ງນາໃນເດືອນຈຽງ, ເດືອນສອງ. ຂັບແທນແມ່ນການເຄື່ອນໄຫວວັດທະນະທຳປະຈຳວັນ, ເມື່ອມ່ວນຊື່ນເຂົາເຈົ້າກໍ່ຂັບແທນ, ເມື່ອໂສກເສົ້າກໍ່ຂັບແທນ. ດັ່ງນັ້ນຂັບແທນແມ່ນການເຄື່ອນໄຫວວັດທະນະທຳທີ່ຂາດບໍ່ໄດ້ໃນຊີວິດທາງຈິດໃຈຂອງຊາວເຜົ່າໄຕ, ກາຍເປັນໜຶ່ງໃນບັນດາປະເພນີທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຕ.