ວັດເຈຍ, ວັດຂອງພຸດທະສາສະໜານິກາຍນາມຕົງ


(vovworld)- ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ມີ​ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ 600 ​ແຫ່ງ ​ແລະ ວັດ​ເຈຍຢູ່ ຊອກ​ຈັງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ວັດ​ທີ່​ມີ​ສະຖາປັດຕະຍະກຳ​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ. ວັດ​ເຈຍ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ສະຕະວັດ​ທີ 16, ນີ້​​ແມ່ນວັດຂອງນິກາຍ​ນາມ​ຕົງ ຂະ​ແມ, ທີ່​ຕັ້ງ​ຢູ່​ຖະໜົນ ​ເລ​ຮົ່ງຟອງ, ນະ​ຄອນ ຊອກ​ຈັງ.

ວັດເຈຍ, ວັດຂອງພຸດທະສາສະໜານິກາຍນາມຕົງ - ảnh 1

 ວັດເຈຍຢູ່ແຂວງຊອກຈັງ
(ພາບອິນເຕີແນດ)

ວັດ​ເຈຍ​, ພາສາ​ຫວຽດ​ເອີ້ນ​ວ່າ ມ້າ​ໂຕກ, ​ພາສາ ຂະ​ແມ ​ເອີ້ນ​ວ່າ ​ເຊ​ໄຣ ​ເຕ​ໂຈ ມະຫາ​ຕຸບ. ສາມັນ​ຊົນ​ເອີ້ນ​ວ່າວັດ​ເຈຍ​ເພາະວ່າ, ນັບ​ແຕ່​ຮ້ອຍ​ປີ​ມາ​ນີ້, ຢູ່​ທີ່​ນີ້​ໄດ້​ກາຍ​ເປັນ​ບ່ອນ​ຢູ່​ອາ​ໄສ​ທຳ​ມະ​ຊາດຂອງ​ຝູງ​ເຈຍ, ກາ. ວັດ​ເຈຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫໍພິພິດທະພັນ​ກ່ຽວ​ກັບ​ຄຸນຄ່າ​ວັດທະນະທຳ​ສິລະ​ປະ ​ແລະ ວັດຖຸ, ຈາກ​ບັນດາ​ກິດຈະກຳ​ຍ່ອຍ​ຄື​ປະຕູ​ວັດ, ສະຖາປັດຕະຍະກຳ​ຫໍ​ບູຊາ, ຊາ​ລາ, ​ເຮືອນ​ສົງ, ຕະຫຼອດ​ຮອດ​ລວດລາຍນ້ອຍໆ. ສະຖາປັດຕະຍະກຳສັງ​ລວມຂອງ​ວັດ​ເຈຍ​ແມ່ນ​ຕາມ​​ແບບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັດ ຂະ​ແມ​ພາກ​ໃຕ້, ​ເຊິ່ງ​ໄດ້​ຮັບການ​ປະດັບ​ປະດາດ້ວຍບັນດາ​ລວດລາຍ​ທີ່ຄວັດ​ສະຫຼັກ​ເປັນຮູບ​ກີບ​ດອກ​ບົວ ​ທັງ​ກົມກຽວ, ທັງ​ລະອຽດ​ລະ​ອໍ. ອ້າຍ ຮ່ວາງ​ວັນ​ຫວຽດ, ຜູ້ປະຕິບັດ​ງານ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ, ວັດ​ເຈຍ​ນອນ​ໃນ​ບໍລິ​ເວນ​ກວ້າງ​ກວ່າ 3 ​ເຮັກຕາ, ຢູ່​ອ້ອມ​ຮອບ​ປະກອບ​ດ້ວຍ​ບັນດາ​ຕົ້ນ​ໄມ້​ໃຫຍ່, ​ເຮັດ​ໃຫ້​ກິດຈະກຳ​ຍິ່ງ​ສວຍງາມ​ກວ່າ​ອີກ.

​ເບິ່ງ​ລວມ​ແລ້ວ, ສະຖາປັດຕະຍະກຳ​ຂອງ​ວັດ​ເຈຍ​ແມ່ນ​ກົມ​ກຽວ​ກັບ​ທຳ​ມະ​ຊາດ ​ແລະ ​ບໍລິ​ເວນອ້ອມ​ຂ້າງ, ສິ່ງ​ດັ່ງກ່າວເຮັດ​ໃຫ້​ວັດ​ມີ​ຄວາມ​ສະຫງົບງຽບ. ​ເຂົ້າ​ວັດ​ເຈຍ​ຜູ້​ຄົນ​ທັງຫຼາຍ​ຮູ້ສຶກວ່າ​ເຢັນ​ສະບາຍ ​ແລະ ຈິດ​ໃຈ​ສະຫວາດ​ສະ​ເຫລີ​ຍກວ່າ

​ພໍ​ແຕ່​ຂ້າມປະຕູ​ເຂົ້າ​ວັດ, ທ່ານ​ຈະ​ເຫັນ​ສີ​ເຫຼືອງ​ເຫຼື້ອມ​ແວວ​ວາວປົກ​ຄຸມ​ໄປ​ທົ່ວ​ວັດ​ເຈຍ​. ດ້ວຍ​ສີມືທີ່​ຄ່ອງ​ແຄ້ວ​ຂອງ​ຕົນ, ບັນດາ​ນັກສິລະ​ປະການ ຂະ​ແມ ​ໄດ້​ສ້າງ​ເປັນ​ກຸ່ມ​ສະຖາປັດຕະຍະກຳ​ສວຍ​ງາມ​ທີ່​ສຸດ, ດ້ວຍ​ຫຼັງຄາ​ວັດ​ 2 ຊັ້ນທີ່​ຄວັດ​ສະຫຼັກ​ຮູບ​ງູ ນາ​ກາໂກ່ງ​ງໍ​ຂຶ້ນ, ຢູ່​ເທິງ​ຈອມ​ວັດ​ຍັງ​ມີ​ທາດ​ແຫຼມ​ໜຶ່ງ​ອີກ. ສ່ວນ​ບັນດາເສົາ​ວັດລ້ວນ​ແຕ່​ມີ​ຮູບ​ນາງ​ຟ້າ ​ແກມ​ນາ ​ພວມ​ຍໍມືຢູ່​ໜ້າ​ເອິກ​ຄື​ດັ່ງ​ຄຳນັບ, ​ແລະ​ອວຍພອນ​ແຂກ​​ຈາກ​ທຸກ​ສາລະທິດມາ​ຢາມ​. ​ເມື່ອ​ກ້າວ​ເຂົ້າ​ຫໍ​ບູຊາ​ຕົ້ນ​ຕໍ່, ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຂະ​ແມກໍ່​ປະກົດ​ອອກ​ຢ່າງ​ຈະ​ແຈ້ງ, ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ພະພຸດ​ທູ​ຮູບ ທິກ​ກາ​ເມົາ​ນີ, ທີ່​ເຄືອບ​ດ້ວຍ​ຄຳ.

​ໃນ​ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ, ຫໍ​ບູຊາ​ຕົ້ນຕໍ​ແມ່ນ​ສຳຄັນ​ທີ່​ສຸດ. ຊາວ​ເຜົ່າ ຂະ​ແມ​ເຊື່ອ​ຖື​ສາສະໜາ​ພຸດ​ນິກາຍ ນາມ​ຕົງ. ດັ່ງ​ນັ້ນ​ຫໍ​ບູຊາ​ຕົ້ນຕໍ່ພຽງ​ແຕ່​ບູຊາ​ພະພຸດ ທິກ​ກາ​ເທົ່າ​ນັ້ນ. ​ສ່ວນວັດຂອງ​ຊາວ​ກິ​ງ, ນອກຈາກ​ບູຊາ​ພະພຸດ​ ທິກ​ກາ ​ແລ້ວ, ຍັງ​ບູຊາ​​ພະພຸດຫຼາຍ​ອົງອີກ. ນັ້ນ​ແມ່ນ​ວິທີ​ເພື່ອ​ຈຳ​ແນ​ກວັດ​ຂອງ​ຊາວ​ເຜົ່າ ຂະ​ແມ ກັບ​ວັດ​ຂອງ​ຊາວ​ ກິ​ງ ຫຼື​ຂອງ​ຊາວ​ ຈີນ.

ວັດເຈຍ, ວັດຂອງພຸດທະສາສະໜານິກາຍນາມຕົງ - ảnh 2

ວັດເຈຍຢູ່ແຂວງຊອກຈັງ

(ພາບອິນເຕີແນດ)

ຢູ່​ນອກ​ຫໍ​ບູຊາ​ຕົ້ນຕໍ​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ລວດລາຍຕ່າງໆ, ທີ່​ເປັນ​ສັນຍາ​ລັກ​ຂອງ​ສະຖາປັດຕະຍະກຳ ຂະ​ແມ​ພາກ​ໃຕ້. ພິ​ເສດ​ແມ່ນ​ມີ​ຮູບ​ແຕ້ມ 28 ​ຮູບຢູ່​ຝາ​ວັດ, ​ໄດ້ພັນ​ລະ​ນາ​​ໃຫ້​ເຫັນຊີວິດ​ຂອງ​ພະພຸດ ທິກ​ກາ, ນັບ​ແຕ່​ໄດ້​ຮັບ​ການ​ກຳ​ເນີ​ດ​ເຖິງ​ເວລາ ປະລິນິພານ ຢູ່​ນອກ​ຫໍ​ບູຊາ​ຕົ້ນຕໍ​ແມ່ນ​ບັນດາ​​ເຈດີອັນລຳ້ຄ່າ, ເຊິ່ງ​ແມ່ນ​ບ່ອນ​ຮັກສາ​ອັດຖິຂອງ​ບັນດາ​ພະສົງ ພ້ອມ​ກັບ​ຍາດຕິ​ພີ່ນ້ອງ​ທີ່​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ຕາມ​ປະ​ເພນີ​ຂອງ​ຊົນ​ເຜົ່າ ຂະ​ແມ ດ້ວຍ​ຮູບ​​ແບບທີ່​ແຕກ​ຕ່າງ​ກັນ.

ວັດ​ເຈຍ​ແມ່ນ ​ກິດຈະກຳ​ທີ່​ມີ​ຄຸນຄ່າ​ດ້ານ​ສິລະ​ປະ, ທັງ​ແມ່ນ​ບ່ອນ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ, ​ແມ່ນ​ແຫ່ງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ງານ​ບຸນ​ຕ່າງໆ, ທັງ​​ເປັນ​ແຫ່ງ​ທຳ​ພິທີ​ທາງ​ສາສະໜາ, ຕອບສະໜອງຄວາມ​ຕ້ອງການ​ວັດທະນະທຳດ້ານ​ຈິດ​ໃຈ, ການ​ລະ​ຫຼິ້ນ​ບັນ​ເທິງ, ຊົມ​ສິລະ​ປະ, ​​ທັງເປັນແຫ່ງ​ແຂ່ງຂັນ​ກິລາ, ບ່ອນ​ຮຽນ​ໜັງສື, ຮຽນ​ກ່ຽວ​ກັບ​ສິນທຳ... ທ່ານ ​ເຈິ່ນວັນນາ​ມ, ຊາວ​ເຜົ່າ ຂະ​ແມ​ຢູ່​ໃກ້​ກັບ​ວັດ​ເຈຍ, ​ໃຫ້​ຮູ້​ວ່າ:

ຕອນ​ເຊົ້າ​ຂ້າພະ​ເຈົ້າ​ເຂົ້າ​ວັດ​ຈູດ​ທູບ​ທຽນ. ​ເມື່ອ​ຮອດ​ບຸນປີ​ໃໝ່​ຂອງ​ຊາວ​ເຜົ່າ ຂະ​ແມ, ​ເຂົາ​ເຈົ້າ​ກໍ່​​ເຮັດ​ເຂົ້າຕົ້ມ, ຕົ້ມ​ເຂົ້າ​​ແລ້ວນຳ​ເຂົ້າ​​ບູຊາ​​ໃນ​ວັດ​ເພື່ອອາ​ໄລ​ຫາ​ບຸນ​ຄຸນ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ຮອດ​ວັນ​ເພງ, ວັນ​ບຸນ​ເຂົາ​ເຈົ້າ​ກໍ່​​ເຂົ້າ​ວັດ. ພິ​ເສດ​ແມ່ນ​ວັນ​ເພງ​ເດືອນ 8 ​ແລະ ບຸນ​ດົນ​ຕາ, ປະຊາຊົນ​ຈະ​ຈັດ​ພິທີ​ບູຊາ​ຢູ່​ເຮືອນ 3 ວັນ, ຫຼັງ​ຈາກ​ນັ້ນ​ກໍ່​ນຳ​ເອົາ​ເຄື່ອງ​ຂອງ​​​ບູຊາ​​ເຂົ້າວັດ ​ເພື່ອ​ຄິດ​ຫາ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ“.

Băng: tiếng của đàn dơi kêu trong khu vườn của chùa

ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັດ​ເຈຍນັ້ນ​ແມ່ນ, ນີ້​ເປັນບ່ອນຢູ່​ອາ​ໄສ​ຂອງ​ຝູງ​ເຈຍ, ກາ​ທີ່​ຫາ​ຍາກ​ນັບ​ແຕ່​ຮ້ອຍ​ປີ​ມາ​ນີ້. ​ເມື່ອເຂົ້າຢ້ຽມຢາມ​ເຂດ​ສວນ​ທີ່​ປະກອບ​ດ້ວຍ​ຕົ້ນ​ໄມ້​ໃຫຍ່​ຫຼາຍ​ປະ​ເພດ​ພ້ອມ​ກັບ​ຕົ້ນ​ໄມ້​ກິນ​ໝາກຫຼາຍຊະນິດ​ນັ້ນ, ​ແຂກ​ທ່ອງ​ທ່ຽວ​ຈະ​ເຫັນ​ເຈຍ​ນັບ​ພັນ​ໂຕ​​ພວມຫ້ອຍ​ໂຕ​ເທິງ​ງ່າ​ໄມ້. ບາງຄັ້ງ​ບາງ​ຄາວວັດ​ກໍ່​ດຶງ​ດູດ​ເຈຍ​ນັບ​ລ້ານ​ໂຕ​ມາ​ອາ​ໄສ. ພິ​ເສດ​ແມ່ນ​ມັນ​ມີ​ແຕ່ຈັບ​ບັນດາງ່າ​ໄມ້​ໃນ​ບໍລິ​ເວນ​ວັດ​ເທົ່າ​ນັ້ນ, ຫາກ​ບໍ່​ກິນ​ໝາກ​​ໄມ້​ໃນ​ວັດຈັກ​ເທື່ອ. ​​ໃນ​ແສງ​ສະຫວ່າງ​ຍາມ​ສາຍັນຝູງເຈຍກໍ່​ຮຽກ​ກັນ​ໄປ​ຫາ​ກິນຍາມກາງຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ